ຖະແຫຼງການໂດຍທ່ານປະທານາທິບໍດີ ທຣັມ ຕໍ່ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ແຫ່ງ ສາທາລະນະເກົາຫຼີ

ອາຄານຫໍສະພາແຫ່ງຊາດ

ເຊອູນ, ສາທາລະນະເກົາຫຼີ

11:24 A.M. KST

ປະທານາທິບໍດີ ທຣັມ: ທ່ານ ຈັງ, ໂຄສົກປະຈຳສະພາແຫ່ງຊາດ, ບັນດາທ່ານສະມາຊິກສະພາແຫ່ງຊາດທັງທ່ານຍິງ ແລະ ທ່ານຊາຍທີ່ມີກຽດ: ຂໍຂອບໃຈສຳລັບຄວາມໄວ້ວາງໃຈໃຫ້ຂ້າພະເຈົ້າໄດ້ຂຶ້ນກ່າວໃນຫ້ອງໂຖງອັນຍິ່ງໃຫຍ່ບ່ອນນີ້ ແລະ ເພື່ອໄດ້ໂອ້ລົມກັບຄົນຂອງທ່ານ ໃນນາມຕົວແທນຂອງປະຊາຊົນໃນປະເທດສະຫະລັດອາເມລິກາ.

ໃນຊ່ວງເວລາອັນສັ້ນໆທີ່ມີຄວາມໝາຍທີ່ໄດ້ມາຢ້ຽມຢາມປະເທດຂອງ ທ່ານ, ເມລາເນຍ ກັບຂ້າພະເຈົ້າ ຕ່າງກໍມີຄວາມຕື່ນເຕັ້ນດີໃຈກັບສິ່ງ ມະຫັດສະຈັນຂອງຍຸກບູຮານ ແລະ ຄວາມທັນສະໄໝຍຸກໃໝ່, ແລະພວກເຮົາກໍຮູ້ສຶກມີຄວາມຍິນດີ ແລະ ດີໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງພວກທ່ານ.

ໃນຄໍ່າຄືນທີ່ຜ່ານມາ, ທ່ານປະທານາທິບໍດີ ແລະ ທ່ານນາງ ມູນ ກໍ່ໄດ້ໃຫ້ກຽດຕ້ອນຮັບຢ່າງເປັນພິເສດ ແລະ ຈົບງາມທີ່ທຳນຽບຂຽວ. ພວກເຮົາໄດ້ມີການສົນທະນາອະພິປາຍກ່ຽວກັບການເພີ່ມຄວາມຮ່ວມມືທາງການທະຫານ ແລະ ການປັບປຸງຄວາມສຳພັນທາງການຄ້າ ລະຫວ່າງປະເທດຂອງພວກເຮົາບົນພື້ນຖານຂອງຄວາມເປັນທຳ ແລະ ຕ່າງຝ່າຍຕ່າງກໍໄດ້ຮັບຜົນປະໂຫຍດຮ່ວມກັນ.

ຕະຫຼອດເວລາຂອງການມາຢ້ຽມຢາມຄັ້ງນີ້, ຍ່ອມໄດ້ຮັບທັງສອງຢ່າງທັງ ຄວາມສຸກ ແລະ ກຽດອັນຍິ່ງໃຫຍ່ຂອງພວກເຮົາ ແລະທັງໄດ້ຮ່ວມ ກັນສະເຫຼີມສະຫຼອງມິດຕະພາບອັນຍາວນານລະຫວ່າງສອງຊາດ ສະຫະຫັດອາເມລິກາ ແລະ ສາທາລະນະລັດເກົາຫຼີ.

ພັນທະມິດລະຫວ່າງສອງປະເທດຂອງພວກເຮົາ ຖືກສ້າງຂຶ້ນໃນຊ່ວງ ສົງຄາມໂລກຄັ້ງທີສອງ, ແລະໄດ້ເພີ່ມທະວີຄວາມເຂັ້ມແຂງ ຂຶ້ນຈາກວັນປະຫວັດສາດດັ່ງກ່າວ. ຈາກດິນແດນ ອິນຊອນ ໄປຈົນເຖິງເຂດ Pork Chop Hill, ທະຫານຂອງອາເມລິກາ ກັບເກົາຫຼີຕ່າງກໍເຄີຍຕໍ່ສູ້ຄຽງບ່າຄຽງໄຫຼ່, ພ້ອມຍາດເອົາໄຊຊະນະຮ່ວມກັນ.

ຕະຫຼອດ 67 ປີຜ່ານມາ, ໃນລະດູໃບໄມ້ຫຼົ່ນຂອງປີ 1951,  ພວກເຂົາຕ່າງກໍພາກັນຈ້ອງມອງເບິ່ງຊາກສະຫຼັກຫັກພັງທີ່ຫຼົງເຫຼືອໄວ້ໃນ ເມືອງແຫ່ງນີ້ດ້ວຍຄວາມສິ້ນຫວັງ ຂະນະທີ່ພວກເຮົາກຳລັງລວມ ຕົວກັນດ້ວຍຄວາມພາກພູມໃຈໃນມື້ນີ້. ເປັນຄັ້ງທີສອງໃນປີດຽວກັນທີ່ກອງກຳລັງສູ້ຮົບຂອງພວກເຮົາໄດ້ຮັບ ຄວາມປະລາໄຊຢ່າງເຈັບແສບ ເພື່ອຍາດເອກະລາດຈາກພັກຄອມມູນິດ.

ໃນຊ່ວງຫຼາຍອາທິດ ແລະຫຼາຍເດືອນຕໍ່ມາ, ບັນດາກຳລັງທະ ຫານເຫຼົ່ານັ້ນໄດ້ແຕກກະຈາຍຈາກພູເຂົາທີ່ສູງຊັນ, ແລະມີການ ນອງເລືອດເກີດຂຶ້ນ. ເມື່ອຢ້ອນຄືນໄປອະດີດໃນເວລານັ້ນ, ພວກເຂົາຕ່າງກໍມີຄວາມ ພະຍາຍາມເພື່ອສ້າງເຂດແດນເພື່່ອປົດປ່ອຍ ແລະ ຄືນຄວາມ ເປັນອິດສະຫຼະພາບແກ່ປວງຊົນ. ແລະພ້ອມດຽວກັນນັ້ນ, ທັງສອງກອງກຳລັງທະຫານອາເມລິກາ ກັບເກົາຫຼີໃຕ້ລ້ວນແຕ່ໄດ້ຕໍ່ສູ້ຮ່ວມກັນມາເປັນເວລາເກືອບ 70 ປີ. (ສຽງຕົບມື.)

ເມື່ອຮອດເວລາທີ່ມີການສະຫງົບເສິກທີ່ເຊັນສັນຍາໃນປີ 1953, ທະຫານອາເມລິກາຫຼາຍກວ່າ 36 ພັນຄົນໄດ້ເສຍຊີວິດໃນສົງຄາມເກົາຫຼີ, ແລະ ຫຼາຍກວ່າ 1 ແສນຄົນຖືກບາດເຈັບສາຫັດ. ພວກເຂົາຄືຮີໂຣ, ແລະພວກເຮົາຈົ່ງໃຫ້ກຽດແກ່ພວກເຂົາ. ນອກຈາກນີ້ພວກເຮົາຍັງໃຫ້ກຽດ ແລະ ລະນຶກເຖິງບຸນຄຸນອັນຊົງກຽດ ທີ່ປະຊາຊົນໃນປະເທດຂອງທ່ານໄດ້ສະຫຼະເພື່ອຄວາມເປັນອິດສາລະພາບ. ພວກທ່ານໄດ້ສູນເສຍກຳລັງທະຫານທີ່ເກັ່ງກ້າຫຼາຍແສນຄົນ ແລະປະຊາຊົນຜູ້ບໍລິສຸດນັບບໍ່ຖ້ວນໃນປາງສົງຄາມອັນໂຫດຮ້າຍນັ້ນ.

ຫຼາຍເຂດຂອງກຸງໂຊນໄດ້ຖືກວັນທອນລົງສູ່ຊາກສະຫຼັກຫັກພັງ. ສ່ວນໃຫຍ່ຂອງປະເທດລ້ວນແຕ່ສ້າງບາດແຜ–ຄວາມຮຸນແຮງ–ຄວາມເຈັບ ແສບ–ຈາກສົງຄາມອັນປ່າເຖື່ອນນີ້. ເສດຖະກິດພາຍໃນປະເທດຫຼົ້ມລະລາຍບໍ່ເປັນທ່າ

ແຕ່ໃນຂະນະທີ່ໂລກທັງໂລກຕ່າງກໍຮູ້ວ່າ, ໃນອີກສອງຊ່ວງອາຍຸຄົນຕໍ່ໜ້າ ສິ່ງທີ່ໜ້າອັດສະຈັນຈະເກີດຂຶ້ນໃນຕອນກາງທາງພາກໃຕ້ຂອງຄາວສະໝຸດນີ້. ຈາກຄອບຄົວສູ່ຄອບຄົວ, ເມືອງສູ່ເມືອງ, ຊາວເກົາຫຼີໃຕ້ໄດ້ ພ້ອມໃຈກັນສ້າງປະເທດນີ້ໃຫ້ມີໃນມື້ນີ້ ຊຶ່ງເປັນໜຶ່ງໃນປະເທດທີ່ຍິ່ງ ໃຫຍ່ທີ່ສຸດຂອງໂລກ. ແລະ ຂໍສະແດງຄວາມຍິນດີກັບພວກທ່ານ. (ສຽງຕົບມື.) ໃນຊ່ວງຊີວິດໜ້ອຍກວ່າ 1 ປີ, ເກົາຫຼີໃຕ້ກໍສາມາດພົ້ນເດັ່ນຂຶ້ນຈາກ ຄວາມຫາຍະນະທັງໝົດຈົນກາຍເປັນປະເທດທີ່ລໍ້າລວຍທີ່ສຸດໃນໂລກ.

ປັດຈຸບັນ, ເສດຖະກິດຂອງພວກທ່ານມີການຂະຫຍາຍຕົວຮອດ 350 ເທົ່າເມື່ອທຽບໃສ່ປີ 1960. ການຄ້າເພີ່ມຂຶ້ນຮອດ 1,900 ເທົ່າ. ອາຍຸຍືນສະເລ່ຍຈາກ 53 ປີເພີ່ມມາເປັນ 82 ປີໃນປັດຈຸບັນ.

ເຊັ່ນດຽວກັບເກົາຫຼີ, ແລະ ຕັ້ງແຕ່ມີການເລືອກຕັ້ງຂ້າພະເຈົ້າເປັນປະທາ ນາທິບໍດີໃນປີຜ່ານມາ, ຂ້າພະເຈົ້າຂໍສະເຫຼີມສະຫຼອງຮ່ວມກັບພວກທ່ານ. (ສຽງຕົບມື.) ສະຫະລັດອາເມລິກາກຳລັງກ້າວຜ່ານສິ່ງມະຫັດຈະຈັນ. ຕະຫຼາດຫຸ້ນຂອງພວກເຮົາຈັດຢູ່ໃນຈຸດສູງສຸດທຸກເວລາ. ອັດຕາການວ່າງງານຈັດຢູ່ໃນລະດັບຕໍ່າສຸດໃນຮອບ 17 ປີ. ພວກເຮົາກຳລັງເອົາຊະນະ  ISIS. ພວກເຮົາກຳລັງເສີມສ້າງລະບົບຕຸລາການ, ລວມເຖິງຄວາມຍຸດຕິ ທຳຂອງສານປະຊາຊົນສູງສຸດ, ແລະ ສືບຕໍ່, ແລະຕໍ່ເນື່ອງ.

ຖານທັບປະຈຳການໃນບໍລິເວນໃກ້ຄຽງຄາບສະໝຸດນີ້ ເປັນເຮືອບັນ ທຸກເຄື່ອງ ບິນຂະໜາດໃຫຍ່ທີ່ສຸດ ໃນໂລກຈຳນວນ 3 ລຳ ທີ່ເຕັມໄປດ້ວຍ ເຄື່ອງ ບິນຮົບ F-35 ແລະ F-18 ທີ່ງົດງາມ. ນອກຈາກນີ້, ພວກເຮົາຍັງມີເຮືອດຳນໍ້ານິວເຄລຍທີ່ຢູ່ໃນຕຳແໜ່ງ ທີ່ ເໝາະສົມ. ສະຫະລັດອາເມລິກາ, ພາຍໃຕ້ການບໍລິຫານຂອງຂ້າພະເຈົ້າ, ກຳລັງສ້າງ ກອງທັບຢ່າງລົມບູນແບບ ແລະ ມີການໃຊ້ຈ່າຍງົບປະມານຫຼາຍຮ້ອຍພັນ ລ້ານດອນລາ ເພື່ອນຳໃຊ້ໃນອຸປະກອນທາງການທະຫານຮູບແບບໃໝ່ ແລະ ດີທີ່ສຸດໃນໂລກທີ່ກຳລັງສ້າງຂຶ້ນໃນຕອນນີ້. ຂ້າພະເຈົ້າຕ້ອງການສັນຕິພາບຜ່ານຄວາມແຂງແກ່ນ. (ສຽງຕົບມື.)

ພວກເຮົາກຳລັງຊ່ວຍ ສາທາລະນະລັດເກົາຫຼີໃຫ້ຫຼຸດພົ້ນຈາກສິ່ງທີ່ປະເທດ ອື່ນໆເຄີຍປະສົບຜ່ານມາ. ແລະ, ໃນສຸດທ້າຍ, ພວກເຮົາກໍຈະເຮັດວຽກໃຫ້ກ້າວໄກເກີນ ກວ່າທີ່ ຄົນອື່ນຈະເຂົ້າໃຈ ຫຼືແມ່ນແຕ່ຈະຮູ້ສຶກຊື່ນຊົມ. ຂ້າພະເຈົ້າຮູ້ວ່າສາທາລະນະລັດເກົາຫຼີ, ເປັນປະເທດທີ່ປະສົບຄວາມສຳ ເລັດຢ່າງສູງ, ທັງຈະເປັນພັນທະມິດທີ່ຊື່ສັດອີກນານແສນນານຂອງສະຫະ ລັດໃນອະນາຄົດ. (ສຽງຕົບມື.)

ສິ່ງທີ່ທ່ານສ້າງຂຶ້ນນັ້ນໄດ້ກາຍເປັນແຮງບັນດານໃຈຢ່າງແທ້ຈິງ. ການປ່ຽນແປງທາງດ້ານເສດຖະກິດຂອງພວກທ່ານໄດ້ເຊື່ອມໂຍງກັບປະ ເດັນທາງການເມືອງ. ຄວາມພາກພູມໃຈ, ຜູ້ມີອຳນາດ, ແລະ ອິດສາລະພາບຂອງປະຊາຊົນພາຍ ໃນປະເທດຂອງທ່ານຕ້ອງການສິດໃນການປົກຄອງຕົນເອງ. ທ່ານມີສິດເລືອກຕັ້ງລັດຖະສະພາອິດສະຫຼະໃນປີ 1988, ເປັນປີດຽວກັນ ກັບທີ່ທ່ານໄດ້ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນກີລາໂອແລັມປິກຄັ້ງທຳອິດຂອງພວກທ່ານ.

ອີກບໍ່ດົນຕໍ່ມາ, ທ່ານໄດ້ເລືອກຕັ້ງປະທານາທິບໍດີຄົນທຳອິດມາດົນກວ່າ ສາມທົດສະວັດ. ເມື່ອສາທາລະນະລັດຂອງພວກທ່ານປະສົບກັບວິກິດທາງການເງິນ, ພວກທ່ານໄດ້ຮັບການຈັດອັນດັບເປັນຈຳນວນຫຼາຍລ້ານເພື່ອໃຫ້ໄດ້ມາໃນສິ່ງຂອງທີ່ມີຄ່າທີ່ສຸດຂອງທ່ານ ເຊັ່ນ ແຫວນແຕ່ງງານ, ຂອງສະສົມ, ແລະ ທອງຄຳ “ກຸນແຈແຫ່ງຄວາມໂຊກດີ” -ເພື່ອເຮັດໃຫ້ອະນາຄົດຂອງທ່ານ ດີຂື້ນ. (ສຽງຕົບມື.)

ຄວາມໝັນຄົງຂອງທ່ານບໍ່ສາມາດວັດໄດ້ດ້ວຍເງິນ–ແຕ່ວັດຈາກຄວາມສຳ ເລັດຂອງຈິດໃຈ ແລະຄວາມສຳເລັດຂອງຈິດວິນຍານ. ໃນຊ່ວງເວລາຫຼາຍສິບປີຜ່ານມາ, ນັກວິທະຍາສາດດ້ານວິສາວະກອນຂອງ ທ່ານ—ໄດ້ປະດິດຄິດຄົ້ນສິ່ງຕ່າງໆຫຼາກຫຼາຍ. ທ່ານໄດ້ຊຸຸກຍູ້ສົ່ງເສີມຂອບເຂດທາງເຕັກໂນໂລຊີ, ຜູ້ບຸກເບີກ ທາງການປິ່ນປົວຮັກສາພະຍາບານຢ່າງໜ້າອັດສະຈັນ, ແລະກາຍເປັນຜູ້ນຳໃນການໄຂຄວາມລັບສູ່ຈັກກະວານຂອງພວກ ເຮົາ.

ບັນດານັກປະພັນຊາວເກົາຫຼີໄດ້ຂຽນໜັງສືປະມານ 40 ພັນເຫຼັ້ມໃນປີນີ້. ບັນດານັກດົນຕີຊາວເກົາຫຼີໄດ້ຮ່ວມການສະແດງຄອນເສີດໃນທົ່ວໂລກ. ບັນດານັກສຶກສາຜູ້ໜຸ່ມນ້ອຍຊາວເກົາຫຼີ ໄດ້ສຳເລັດການສຶກສາຈາກວິທະ ຍາໄລໃນອັດຕາສູງສຸດກວ່າຫຼາຍປະທດ. ນັກກີລາຕີກ໊ອບຊາວເກົາຫຼີຈຳນວນໜຶ່ງໄດ້ກາຍເປັນນັກກີລາດີທີ່ສຸດຂອງ ໂລກ. (ສຽງຕົບມື.)

ໃນຄວາມເປັນຈິງ– ແລະ ທ່ານກໍຮູ້ວ່າສິ່ງທີ່ຂ້າພະເຈົ້າຈະກ່າວຕໍ່ໄປນີ້ກໍຄື– ງານ Women’s U.S. Open ໄດ້ຈັດຂຶ້ນໃນປີນີ້ ທີ່ Trump National Golf Club ໃນ Bedminster, ລັດນິວເຈີຊີ, ແລະ ຊັງ  ຢູນ ປາກ ກໍໄດ້ຮັບລາງວັນນັກກ໊ອບເກົາຫຼີຍອດຢ້ຽມ. ຊຶ່ງເປັນ 1 ໃນ 8 ຂອງຜູ້ຫຼິ້ນ 10 ອັນດັບທຳອິດແມ່ນມາຈາກເກົາຫຼີ. ນັກກ໊ອບຊັ້ນນຳ 4 ຄົນ–1, 2, 3, 4– ສີ່ອັນດັບທຳອິດມາຈາກເກົາຫຼີ. ຂໍສະແດງຄວາມຊົມເຊີຍ. (ສຽງຕົບມື.) ຂໍສະແດງຄວາມຊົມເຊີຍ. ແລະນັ້ນເປັນພຽງບາງສິ່ງບາງຢ່າງ. ເປັນບາງສິ່ງບາງຢ່າງທີ່ວິເສດອີ່ຫຼີ.

ທີ່ນີ້ໃນກຸງໂຊນ, ສິ່ງມະຫັດສະຈັນທາງສະຖາປັດຕິມະກຳ ເຊັ່ນ ອາຄານ 63 ຊັ້ນ ແລະຕຶກ Lotte World Tower — ເປັນສະຖານທີ່ທີ່ງົດ ງາມຫຼາຍ– ບ້ານດາດຟ້າ ແລະບ້ານຂອງຄົນງານອຸດສາຫະກຳທີ່ກຳ ລັງເຕີບໃຫຍ່ຂະຫຍາຍຕົວ.

ພົນລະເມືອງຂອງທ່ານຂະນະນີ້ໄດ້ຊ່ວຍກັນປະກອບສ່ວນຕ້ານໄພອິດຫິວ, ຕໍ່ສູ້ກັບການກໍ່ການຮ້າຍ, ແລະ ແກ້ປັນຫາຕ່າງໆໃນທົ່ວໂລກ. ແລະໃນອີກບໍ່ເທົ່າໃດເດືອນ, ພວກທ່ານຈະໄດ້ເປັນເຈົ້າພາບຈັດ ການແຂ່ງຂັນກີລາລະດັບໂລກ ແລະ ພວກທ່ານຈະໄດ້ຮັບໄຊຊະນະ ອັນງົດງາມໃນງານມະຫາກຳກີລາໂອແລັມປິກລະດູໜາວຄັ້ງທີ 23. ຂໍໃຫ້ພວກທ່ານຈົ່ງໂຊກດີ. (ສຽງຕົບມື.)

ຄວາມມະຫັດສະຈັນຂອງເກົາຫຼີ ຂະຫຍາຍຕົວໄປໄດ້ໄກເທົ່າກັບກອງທັບ ຂອງປະຊາຊາດເສລີກ້າວໜ້າໃນປີ 1953— ເມື່ອທຽບໄລຍະທາງ 24 ໄມໄປ ທາງທິດເໜືອ. ທີ່ນັ້ນ, ໄດ້ຢຸດຕິລົງແລ້ວ, ທຸກຢ່າງໄດ້ສິ້ນສຸດລົງແລ້ວ. ຄວາມຕາຍໄດ້ຢຸດຕິລົງ. ຄວາມຮຸ່ງເຮືອງໄດ້ສິ້ນສຸດລົງ, ແລະ ລັດຄຸມຂັງຂອງເກົາຫຼີເໜືອໄດ້ເລີ່ມ ຕົ້ນຂຶ້ນຢ່າງໜ້າເສົ້າໃຈ.

ກຳມະກອນຫຼາຍຄົນໃນເກົາຫຼີເໜືອຕ້ອງທົນທຸກທໍລະມານກັບຊົ່ວໂມງ ຂອງການເຮັດວຽກ ໃນສະພາບທີ່ກົດດັນ ແລະ ເກືອບຈະບໍ່ໄດ້ຮັບຄ່າແຮງ ງານ. ເມື່ອໄວໆນີ້, ຈຳນວນປະຊາກອນທີ່ເຮັດວຽກທັງໝົດໄດ້ຮັບຄຳສັ່ງ ໃຫ້ເຮັດວຽກເປັນເວລາ 70 ວັນ, ຫຼືຈ່າຍເງິນຄືນສຳລັບວັນພັກ.

ຫຼາຍຄອບຄົວທີ່ອາໄສຢູ່ບ້ານເຮືອນບໍ່ມີນໍ້າປະປາໃຊ້, ແລະ ມີໄຟຟ້າ ໃຊ້ໜ້ອຍກວ່າເຄິ່ງໜຶ່ງ. ພໍ່ແມ່ຜູ້ປົກຄອງໄດ້ຕິດສິນບົນແກ່ຄູອາຈານດ້ວຍຄວາມຫວັງໃນການຊ່ວຍລູກຂອງຕົນຈາກການຖືກບັງຄັບໃນການໃຊ້ແຮງງານ. ຊາວເກົາຫຼີເໜືອຫຼາຍກວ່າ 1 ລ້ານຄົນໄດ້ເສຍຊີວິດຈາກໄພອຶດຫິວ ໃນຊ່ວງປີ 1990, ແລະຍັງຄົງປະສົບໄພອຶດຫິວຈົນຮອດປັດຈຸບັນ.

ໃນຈຳນວນເດັກນ້ອຍທີ່ມີອາຍຸຕໍ່າກວ່າຫ້າປີ, ປະມານ 30% ລ້ວນ ແຕ່ທຸກຍາກ– ແລະທົນທຸກທໍລະມານຈາກການຄຸກຄາມຂອງໄພອຶດຫິວ. ຢ່າງໃດກໍຕາມ, ໃນປີ 2012 ແລະ 2013, ລັດຖະບານມຽນ ມາໄດ້ ໃຊ້ເງິນຈຳນວນ 200 ລ້ານດອນລາ– ຫຼືເກືອບເຄິ່ງໜຶ່ງຂອງຈຳນວນ ເງິນທີ່ຈັດສັນເພື່ອປັບປຸງຄຸນນະພາບຊີວິດໃຫ້ກັບປະຊາຊົນ– ແທນ ທີ່ຈະສ້າງເສົາອະນຸສາວະລີ ແລະ  ຮູບປັ້ນເພື່ອເຊີດຊູລະບອບຜະເດັດການ.

ສິ່ງທີ່ເຫຼືອຈາກການເກັບກ່ຽວຈຳນວນໜ້ອຍໜຶ່ງຂອງເສດຖະກິດເກົາຫຼີ ເໜືອໄດ້ມີການກະຈາຍໄປຕາມຄວາມຮູ້ສຶກທີ່ຈົງຮັກພັກດີຕໍ່ລະບອບການ ປົກຄອງອັນຈອມປອມ. ການປະເມີນລະບອບການປົກຄອງແບບຜະເດັດການ, ຄວາມໂຫດຮ້າຍ ປ່າເຖື່ອນຂອງພວກເຂົາໄດ້ບີບບັງຄັບ, ການໃຫ້ຄະແນນສຽງ, ແລະຈັດ ໃຫ້ຢູ່ເທິງພື້ນຖານຂອງຄວາມຈົງຮັກພັກດີຕໍ່ລະບົບການປົກຄອງຂອງລັດຖະບານ. ຜູ້ທີ່ມີຄະແນນສູງສຸດຈາກຄວາມຈົງຮັກພັກດີຈະໄດ້ອາໄສຢູ່ໃນເມືອງຫຼວງ ສ່ວນຜູ້ທີ່ໄດ້ຄະແນນຕໍ່າສຸດແມ່ນຕ້ອງອຶດຫິວຕໍ່ໄປ. ການຕໍ່ຕ້ານຄືນຂອງພົນລະເມືອງຄົນໜຶ່ງ, ເຊັ່ນການຍ້ອມສີພາບຂອງ ຜະເດັດການລົງໃນໜັງສືພິມທີ່ບໍ່ໄດ້ໃຊ້, ສາມາດເຮັດໃຫ້ອິດສາລະພາບ ທາງສັງຄົມຂອງເຂົາກັບຄອບຄົວຕ້ອງຖືກຕັດໄປເປັນເວລາຫຼາຍສິບປີ.

ຊາວເກົາຫຼີເໜືອປະມານ 100.000 ຄົນໄດ້ຮັບຄວາມທຸກທໍລະມານ, ຈາກການບັງຄັບການໃຊ້ແຮງງານ, ແລະ ການທໍລະມານ, ໄພອຶດຫິວ, ການຖືກຂົ່ມຂືນ, ແລະການຄາດຕະກຳຢ່າງຕໍ່ເນື່ອງ.

ໃນກໍລະນີທີ່ຮັບຮູ້ວ່າ, ເດັກນ້ອຍຜູ້ຊາຍອາຍຸ 9 ປີຖືກຄຸມຂັງເປັນເວລາ 10 ປີເນື່ອງຈາກວ່າ ປູ່ຂອງເຂົາຖືກກ່າວຫາວ່າເປັນກະບົດ. ອີກກໍລະນີໜຶ່ງ, ນັກຮຽນຄົນໜຶ່ງຕ້ອງຖືກຂ້ຽນຕີເພື່ອໃຫ້ລືມກ່ຽວກັບ ລາຍລະອຽດໃນຊີວິດຂອງ ຄິມ ຈອງອິນ.

ທະຫານກຸ່ມໜຶ່ງໄດ້ລັກພາຕົວຊາວຕ່າງຊາດ ແລະ ບັງຄັບໃຫ້ພວກເຂົາເຮັດ ວຽກເປັນຄູສອນພາສາ ໃຫ້ກັບພວກສາຍລັບເກົາຫຼີເໜືອ.

ໃນສ່ວນຂອງເກົາຫຼີ ຊຶ່ງເປັນຖານທີ່ໝັ້ນຂອງສາສະໜາຄຣິສ ກ່ອນສົງ ຄາມຄຣິສຕຽນ, ຊາວຄຣິສຕຽນ ແລະ ປະຊາຊົນຜູ້ອື່ນໆທີ່ມີຄວາມສັດທາ ທີ່ຖືກພົບເຫັນວ່າ ກຳລັງສວດມົນພາວັນນາ ຫຼື ຖືຄຳພີທາງສາສະໜາຢູ່ຂະ ນະນີ້ໄດ້ຖືກຈັບກຸມ, ຖືກທໍລະມານ, ແລະໃນຫຼາຍກໍລະນີລວມທັງ ຖືກປະຫານຊີວິດຈຳນວນໜຶ່ງ.

ຜູ້ຍິງຊາວເກົາຫຼີເໜືອໄດ້ຖືກບັງຄັບໃຫ້ທຳແທ້ງ ຊຶ່ງຖືວ່າເປັນຊົນກຸ່ມນ້ອຍ. ກໍລະນີລູກເກີດມາກໍຈະຖືກຂ້າຕາຍພາຍຫຼັງອອກຫວິດທ້ອງແມ່.

ເດັກນ້ອຍຜູ້ຍິງຄົນໜຶ່ງທີ່ເກີດມາກັບພໍ່ຊາວຈີນໄດ້ຖືກນຳຕົວໄປໄວ້ໃນຖັງ. ເຈົ້າໜ້າທີ່ຮັກສາຄວາມປອດໄພກ່າວວ່າ “ບໍ່ສົມຄວນທີ່ຈະມີຊີວິດຢູ່ເພາະ ມັນບໍ່ບໍລິສຸດ.”

ແລ້ວເປັນຫຍັງ ຈີນຈິ່ງມີຄວາມຮູ້ສຶກຜູກພັນ ແລະ ເຕັມໃຈທີ່ຈະຊ່ວຍເກົາ ຫຼີເໜືອ?

ຄວາມໜ້າຢ້ານກົວຂອງຊີວິດໃນເກົາຫຼີເໜືອເປັນໄປຢ່າງຄົບຖ້ວນເປີດເຜີຍ ເພື່ອໃຫ້ປະຊາຊົນຍອມຈ່າຍສິນບົນໃຫ້ກັບເຈົ້າໜ້າທີ່ຂອງລັດເພື່ອສົ່ງລົງ ທາງເຮືອໄປເປັນທາດ. ພວກເຂົາຍອມເປັນທາດຫຼາຍກວ່າທີ່ຈະອາໄສຢູ່ເກົາຫຼີເໜືອ.

ການພະຍາຍາມຫຼົບໜີເປັນອາຊະຍາກຳທີ່ຈະຖືກລົງໂທດຈົນເຖິງແກ່ ຄວາມຕາຍ. ຄົນໜຶ່ງທີ່ໜີລອດອອກມາໄດ້ກ່າວວ່າ, “ຕອນທີ່ຂ້ອຍຄິດເຖິງເລື່ອງນີ້, ຂ້ອຍບໍ່ແມ່ນມະນຸດເລີຍ.ຄວາມເປັນຢູ່ຂອງຂ້ອຍຮ້າຍກວ່າສັດເດຍລະສານ. ພາຍຫຼັງທີ່ໜີລອດອອກມາຈາກເກົາຫຼີເໜືອເທົ່ານັ້ນ ຊຶ່ງໄດ້ເຮັດໃຫ້ຂ້ອຍເຂົ້າໃຈວ່າ ຊີວິດມັນມີຄວາມໝາຍ.”

ແລະໃນຄາບສະໝຸດນີ້, ພວກເຮົາໄດ້ຈັບຕາເບິ່ງຜົນການທົດລອງທີ່ໜ້າ ເສົ້າໃນຫ້ອງປະຕິບັດການຂອງປະຫວັດສາດ. ເປັນເລື່ອງຂອງຄົນພຽງຄົນດຽວ, ແຕ່ມີຊາວເກົາຫຼີສອງປະເທດ ໜຶ່ງໃນປະເທດເກົາຫຼີທີ່ບັນດາຜູ້ຄົນເຫຼົ່ານີ້ໄດ້ຄວບຄຸມຊີວິດ ແລະປະ ເທດຂອງຕົນ, ແລະ ເລືອກອະນາຄົດຂອງອິດສາລະພາບ, ຄວາມຍຸດຕິທຳ, ແລະຄວາມສຳເລັດ. ແລະ ອີກປະເທດໜຶ່ງຊຶ່ງຜູ້ນຳເກົາຫຼີໄດ້ກັກຂັງປະຊາຊົນຂອງຕົນພາຍໃຕ້ ອິດທິພົນຂອງການປົກຄອງແບບຜະເດັດການຈາກຟາຊິດ ແລະ ການກົດ ຂີ່ຂູດຮີດ. ຜົນຂອງການທົດລອງຄັ້ງນີ້ເກີດຂຶ້ນ, ແລະ ມີຂໍ່ສະຫຼຸບຢ່າງສິ້ນເຊີງ.

ເມື່ອສົງຄາມເກົາຫຼີເລີ່ມຕົ້ນຂຶ້ນໃນປີ 1950, ເກົາຫຼີທັງສອງປະເທດມີມີຊັດສ່ວນ GDP ໃນປະມານທີ່ເທົ່າກັນ. ແຕ່ມາເຖິງຊຸມປີ 1990, ຄວາມໝັນຄົງຂອງເກົາຫຼີໃຕ້ພຸ່ງທະລຸສູງກວ່າ ເກົາຫຼີເໜືອເຖິງ 10 ເທົ່າຕົວ. ແລະປັດຈຸບັນນີ້, ເສດຖະກິດຂອງປະເທດທາງຕອນໃຕ້ມີຂະໜາດໃຫຍ່ ກວ່າເຖິງ 40 ເທົ່າ. ພວກທ່ານໄດ້ເລີ່ມຕົ້ນໃນໄລຍະເວລາອັນສັ້ນ, ແລະ ໃນຕອນນີ້ພວກທ່ານກໍ ໄປໄດ້ໄກເຖິງ 40 ເທົ່າ. ພວກທ່ານເຮັດຖືກຕ້ອງແລ້ວ.

ເມື່ອພິຈາລະນາເຖິງຄວາມທຸກຍາກທີ່ເກີດຂຶ້ນຈາກລະບອບການປົກຄອງແບບຜະເດັດການຂອງເກົາຫຼີເໜືອ ກໍບໍ່ແປກໃຈເລີຍທີ່ຖືກໃຊ້ມາດຕະ ການຂວ້າມບາດ ເພື່ອປ້ອງກັນບໍ່ໃຫ້ປະຊາຊົນຂອງຕົນເຂົ້າໃຈເຖິງ ຄວາມແຕກຕ່າງທີ່ໂຫດຮ້າຍກວ່ານີ້.

ເພາະລະບອບການປົກຄອງຢ້ານກົວຄວາມຈິງເໜືອສິ່ງອື່ນໃດ, ໂດຍໄດ້ ຫ້າມບໍ່ໃຫ້ມີການຕິດຕໍ່ກັບໂລກພາຍນອກທັງໝົດ. ບໍ່ແມ່ນພຽງແຕ່ຄຳເວົ້າຂອງຂ້າພະເຈົ້າໃນມື້ນີ້ເທົ່ານັ້ນ, ແຕ່ຂໍ້ເທັດຈິງທີ່ ເປັນເລື່ອງທຳມະດາທີ່ສຸດຂອງຊີວິດປະຊາຊົນຊາວເກົາຫຼີໃຕ້ ກໍຍັງເປັນ ຄວາມຮູ້ຕ້ອງຫ້າມສຳລັບຊາວເກົາຫຼີເໜືອ. ດົນຕີຈາກປະເທດຕາເວັນຕົກ ແລະເກົາຫຼີໃຕ້ໄດ້ຖືກຫ້າມນຳໃຊ້. ການຕິດຕາມຄອບຄອງສື່ຕ່າງປະເທດ ຖືເປັນຄວາມຜິດຮ້າຍແຮງ ເຖິງແກ່ຄວາມຕາຍ. ປະຊາຊົນທີ່ຖຶກສອດແນມ, ໃນບ້ານເຮືອນຂອງພວກເຂົາຈະສາມາດ ຄົ້ນຫາໄດ້ຕະຫຼອດເວລາ ແລະ ການກະທຳທຸກຢ່າງຈະຕ້ອງໄດ້ຮັບການ ເຝົ້າລະວັງ. ໃນສະຖານະພາບທາງສັງຄົມ, ປະຊາຊົນເກົາຫຼີເໜືອຈະຖືກໂຈມຕີ ດ້ວຍໂຄສະນາຊວນເຊື່ອຂອງລັດໃນທຸກໆຊົ່ວໂມງຫຼັງຈາກຕື່ນນອນຕອນ ເຊົ້າໃນແຕ່ລະວັນ.

ເກົາຫຼີເໜືອເປັນປະເທດທີ່ປົກຄອງໂດຍສາສະໜາ. ຈຸດສູນກາງຂອງລັດທິທະຫານນີ້ ເປັນຄວາມເຊື່ອທີ່ຜິດກ່ຽວກັບຊາຕາ ກຳຂອງຜູ້ນຳໃນການເປັນຜູ້ປົກຄອງຫຼັກປະກັນເໜືອຄາບສະໝຸດເກົາຫຼີທີ່ຖືກຢຶດຄອງ ແລະ ຊາວເກົາຫຼີຕ້ອງຖືກກົດຂີ່ຂົ່ມເຫັງ.

ຍິ່ງເກົາຫຼີໃຕ້ປະສົບຄວາມສຳເລັດຍິ່ງຂຶ້ນເທົ່າໃດ, ຄວາມຮຸນແຮງໃນ ເກົາຫຼີ ເໜືອຍິ່ງເພີ່ມສູງຂຶ້ນຊຶ່ງກຳລັງເປັນການທຳລາຍຊື່ສຽງ ແລະ ນຳພາປະເທດດິ່ງລົງສູ່ ຄວາມມືດມົນພາຍໃຕ້ລະບອບການປົກຄອງຂອງ ຄິມ.

ດ້ວຍວິທີການນີ້, ການດຳລົງຢູ່ຂອງສາທາລະນະລັດເກົາຫຼີໃຕ້ທີ່ກຳລັງຈະ ເລີນຮຸ່ງເຮືອງອັນໄດ້ເປັນການຄຸກຄາມການເອົາຕົວລອດຈາກລະບອບການປົກຄອງແບບຜະເດັດການຂອງເກົາຫຼີເໜືອ.

ທີ່ຕົວເມືອງແຫ່ງນີ້ ແລະການຊຸມນຸມຄັ້ງນີ້ ເປັນຫຼັກຖານທີ່ສະແດງໃຫ້ ເຫັນວ່າ ເກົາຫຼີທີ່ເປັນອິດສະຫຼະພາບ ແລະ ປະຊາທິປະໄຕ ບໍ່ພຽງແຕ່ ມີຄວາມສາມາດໃນດ້ານດຽວເທົ່ານັ້ນ, ແຕ່ຍັງໄດ້ຢັ້ງຢືນເຖິງຄວາມແຂງ ແກ່ນ, ຄວາມເປັນອະທິປະໄຕ, ແລະຄວາມພາກພູມໃຈຈາກປະຊາ ຊົນທົ່ວໂລກ. (ສຽງຕົບມື.)

ທີ່ນີ້,ຄວາມເຂັ້ມແຂງຂອງຊາດບໍ່ໄດ້ມາຈາກລະບອບການປົກຄອງແບບຜະເດັດການ. ມັນມາຈາກຄວາມຈະລີນຮຸ່ງເຮືອງຢ່າງແທ້ຈິງ ແລະ ອຳນາດແຫ່ງຄວາມ ເຂັ້ມແຂງ ແລະ ຍິ່ງໃຫຍ່ຂອງປະຊາຊົນເກົາຫຼີ– ປະຊາຊົນເກົາຫຼີ ມີຄວາມ ເປັນອິດສະຫຼະພາບຂອງການດຳລົງຊີວິດ, ຄວາມຮຸ່ງເຮືອງ, ຄວາມຮັກ ຊາດ, ການກໍ່ສ້າງ, ແລະ ການກຳອຳນາດດ້ວຍໂຊກຊາຕາຂອງຕົນເອງ.

ໃນປະເທດສາທາລະນະລັດແຫ່ງນີ້, ຜູ້ຄົນໄດ້ປະພຶດຕໍ່ກັນ ໂດຍບໍ່ມີ ຜະເດັດການໃດໆ–ທ່ານໄດ້ນຳເອົາ,ຄວາມຊ່ວຍເຫຼືອຂອງປະເທດສະຫະ ລັດອາເມລິກາ, ຄວາມຮັບຜິດຊອບຕໍ່ຕົນເອງ ແລະຄວາມເປັນເຈົ້າຂອງ ປະເທດໃນອະນາຄົດຂອງພວກທ່ານ. ທ່ານມີຄວາມຝັນ –ຊາວເກົາຫຼີມີຄວາມຝັນ– ແລະ ພວກທ່ານກໍພ້ອມທີ່ ຈະສ້າງຝັນອັນຍິ່ງໃຫຍ່ນີ້ຮ່ວມກັນເພື່ອໃຫ້ຝັນນີ້ເປັນຈິງ.

ໃນການກະທຳເຊັ່ນນີ້, ທ່ານໄດ້ສະແດງປະຕິຫານເທິງ Hahn ທີ່ພວກ ເຮົາສາມາດມອງເຫັນຢູ່ຮອບຕົວ, ຈາກຂອບຟ້າອັນງົດງາມຂອງກຸງໂຊນ ໄປຍັງທີ່ຮາບພຽງ ແລະຍອດເຂົາໃນພູມີປະເທດອັນງົດງາມນີ້. ທ່ານສາມາດເຮັດໄດ້ຢ່່າງມີອິດສະຫຼະ, ທ່ານໄດ້ເຮັດຢ່າງມີຄວາມສຸກ, ແລະທ່ານໄດ້ເຮັດໃນສິ່ງທີ່ສວຍງາມດ້ວຍຕົວຂອງທ່ານເອງ.

ຄວາມເປັນຈິງເຊັ່ນນີ້​ –ສະຖານທີ່ຍອດຢ້ຽມແຫ່ງນີ້ –ຄວາມສຳເລັດຂອງ ທ່ານຄືສາເຫດອັນໃຫຍ່ຫຼວງຕໍ່ຄວາມຄວາມວິຕົກກັງວົນ, ການແຕກຕື່ນ, ແລະການຕື່ນຕົກໃຈຂອງລະບອບການປົກຄອງເກົາຫຼີເໜືອ. ນັ້ນຄືເຫດຜົນທີ່ລະບອບການປົກຄອງຂອງ ຄິມໄດ້ສະແຫວງຫາ –ຄວາມຂັດແຍ່ງໃນຕ່າງປະເທດເພື່ອກວນໃຈຈາກຄວາມຫຼົ້ມເຫຼວທີ່ເຂົາໄດ້ປະສົບພົບພໍ້ໃນເຂດປົກຄອງຂອງຕົນເອງ.

ຕັ້ງແຕ່ມີການສູ້ຮົບທີ່ເອີ້ນວ່າ ການຈະລາຈົນ, ໄດ້ມີການໂຈມຕີຊາວອາ ເມລິກາ ແລະເກົາຫຼີໃຕ້ນັບເປັນຮ້ອຍຄັ້ງ. ການໂຈມຕີເຫຼົ່ານີ້ໄດ້ລວມເຖິງການຈັບກຸມ ແລະທໍລະມານທະຫານ ອາເມລິກາຜູ້ກ້າຫານຂອງ USS Pueblo, ການທຳລາຍເຮລີຄັອບແຕ ຂອງອາເມລິກາ, ແລະເຫດການໃນປີ 1969 ເຄື່ອງບິນລາດຕະເວັນຂອງສະຫະລັດຖືກສັງຫານ ເປັນ ເຫດເຮັດໃຫ້ທະຫານອາເມລິກາ 31 ຄົນເສຍຊີວິດ. ລະບອບການປົກຄອງໄດ້ກໍ່ໃຫ້ເກີດມີການບຸກລຸກທີ່ຮ້າຍແຮງຫຼາຍຢ່າງໃນເກົາຫຼີໃຕ້, ຊຶ່ງໄດ້ມີຄວາມພະຍາຍາມລອບສັງຫານຜູ້ນໍາລະດັບສູງ, ການ ໂຈມຕີເຮືອເກົາຫຼີໃຕ້, ແລະການທໍລະມານ Otto Warmbier, ຊຶ່ງເປັນ ຊາຍໜຸ່ມທີ່ດີແລະບໍລິສຸດຈົນເຖິງແກ່ຄວາມຕາຍ.

ໃນຂະນະທີ່ລະບອບການປົກຄອງໄດ້ຕິດຕາມອາວຸດນິວເຄລຍ ດ້ວຍ ຄວາມຫວັງລົມໆແລ້ງໆວ່າອາດຈະເຮັດໃຫ້ແບລັກເມລ ເປັນໄປຕາມເປົ້າ ໝາຍສູງສຸດ. ແລະຈຸດມຸ່ງໝາຍດັ່ງກ່າວພວກເຮົາຈະບໍ່ຍອມປ່ອຍໃຫ້ເກີດຂຶ້ນ. ແລະພວກເຮົາຈະບໍ່ຍອມປ່ອຍໃຫ້ມັນມີເຫດການແບບນັ້ນ. ເຂດແດນທັງໝົດຂອງເກົາຫຼີແມ່ນຢູ່ພາຍໃຕ້ການຄວບຄຸມ, ການຖືກ ແບ່ງແຍກອອກເປັນສ່ວນແລ້ວ. ເກົາຫຼີໃຕ້ຈະບໍ່ຍອມໃຫ້ສິ່ງດັ່ງກ່າວສືບຕໍ່ເກີດຂຶ້ນໃນເກົາຫຼີເໜືອອີກຕໍ່ໄປ.

ລະບອບການປົກຄອງຂອງເກົາຫຼີເໜືອ ໄດ້ຕິດຕາມໂຄງການຂີປານາວຸດ ນິວເຄລຍ ແລະຂີປານາວຸດຂອງຕົນເພື່ອຕໍ່ຕ້ານການຮັບຮອງ, ຂໍ້ຕົກລົງ, ແລະຂໍ້ຜູກມັດທີ່ໄດ້ເຮັດໄວ້ກັບສະຫະລັດ ແລະພັນທະມິດທັງໝົດ. ຄວາມມຸ່ງໝັ້ນເຫຼົ່ານັ້ນໄດ້ຖືກທຳລາຍທັງໝົດ. ພາຍຫຼັງສັນຍາວ່າຈະຢຸດຕິໂຄງການພລູໂຕນຽມໃນປີ 1994, ແລ້ວປະໂຫຍດຂອງຂໍ້ຕົກລົງແລ້ວ — ຫຼັງ ຈາກນັ້ນກໍມີການດຳເນີນກິດຈະກຳດ້ານອາວຸດນິວເຄລຍທີ່ຜິດກົດໝາຍ ທັນທີ.

ໃນປີ 2005, ຫຼັງຈາກຫຼາຍປີຂອງການທູດ, ການປົກຄອງແບບຜະເດັດ ການໄດ້ຕົກລົງທີ່ຈະປະຖິ້ມໂຄງການນິວເຄລຍຂອງຕົນ ແລະ ກັບສູ່ ສົນທິສັນຍາວ່າດ້ວຍ ການບໍ່ແຜ່ຂະຫຍາຍ. ແຕ່ວ່າບໍ່ໄດ້ມີການກະທຳເຊັ່ນນັ້ນ. ຮ້າຍແຮງໄປກວ່ານັ້ນ, ມັນໄດ້ທົດສອບອາວຸດຫຼາຍກວ່າທີ່ມັນໄດ້ເວົ້າວ່າຈະ ຍົກເລີກ. ໃນປີ 2009, ສະຫະລັດອາເມລິກາໄດ້ເປີດໂອກາດອີກຄັ້ງ ແລະ ສະເໜີ ໃຫ້ເກົາຫຼີເໜືອເປີດກວ້າງການຮ່ວມມືໃນການສູ້ຮົບ. ລັດຖະບານໄດ້ຕອບໂຕ້ດ້ວຍການຈົມເຮືອຂອງກອງທັບເກົາຫຼີໃຕ້ ຊຶ່ງ ໄດ້ຂ້າລູກເຮືອຊາວເກົາຫຼີເຖິງ 46 ຄົນ. ຈົນຮອດປັດຈຸບັນຍັງມີການດຳເນີນການດ້ານຂີປານນາວຸດ ເພື່ອຕໍ່ຕ້ານ ອະທິປະໄຕຂອງຍີ່ປຸ່ນ ແລະປະເທດອື່ນໆອ້ອມຂ້າງ, ທັງໄດ້ທົດລອງອຸ ປະກອນນິວເຄລຍ, ແລະພັດທະນາ ICBMs ເພື່ອຂົ່ມຂູ່ສະຫະລັດ ອາເມລິກາ. ລະບອບການປົກຄອງຜະເດັດການດັ່ງກ່າວໄດ້ຕີຄວາມໝາຍເພື່ອຢັບຢັ້ງ ຊັ່ງໃຈອະດີດຂອງອາເມລິກາວ່າ ອ່ອນແອ. ນີ້ຈະເປັນຄວາມຜິດພາດຢ່າງຮ້າຍແຮງ. ນີ້ຄືການບໍລິຫານປະເທດທີ່ແຕກຕ່າງໄປຈາກປະເທດສະຫະລັດອາເມລິ ກາໃນອະດີດ.

ມື້ນີ້, ຂ້າພະເຈົ້າຫວັງວ່າຂ້າພະເຈົ້າໄດ້ເວົ້າບໍ່ພຽງແຕ່ເລື່ອງພາຍໃນປະເທດ ຂອງພວກເຮົາ, ແຕ່ເພື່ອບັນດາພົນລະເມືອງທົ່ວປະເທດ, ເມື່ອຂ້າພະເຈົ້າ ຢາກບອກກ່າວໄປທາງທິດເໜືອວ່າ: ຢ່າປະໝາດພວກເຮົາ, ແລະຢ່າພະຍາຍາມລອງດີກັບພວກເຮົາ. ພວກເຮົາຈະປົກປ້ອງຄວາມປອດໄພຮ່ວມກັນ, ຄວາມມັ່ງຄັ່ງຮ່ວມກັນ, ແລະເສລີພາບອັນສັກສິດຂອງພວກເຮົາ.

ພວກເຮົາບໍ່ໄດ້ເລືອກທີ່ຈະແຕ້ມແຕ່ງທີ່ນີ້, ເທິງຄາບສະໝຸດແຫ່ງນີ້ — (ສຽງຕົບມື) –ຄາບສະໝຸດອັນງົດງາມແຫ່ງນີ້ –ອາລະຍະທຳບາງສາຍໄດ້ ລ່ອງລອຍ ແລະໄຫຼໄປທົ່ວໂລກຕາມການເວລາ. ແຕ່ທີ່ນີ້ມັນຖືກແຕ້ມໄວ້ແລ້ວ, ແລະທີ່ນີ້ມັນຍັງຄົງຢູ່ຈົນຮອດທຸກວັນນີ້. ມັນໄດ້ເປັນບັນທັດຖານລະຫວ່າງສັນຕິພາບ ກັບສົງຄາມ, ລະຫວ່າງຄວາມ ເໝາະສົມ ກັບຄວາມຊົ່ວຮ້າຍ, ລະຫວ່າງກົດໝາຍ ແລະການປົກຄອງ ແບບຜະເດັດການ, ລະຫວ່າງຄວາມຫວັງ ກັບຄວາມສິ້ນຫວັງທັງໝົດ. ທັງເປັນເສັ້ນແດນທີ່ຖືກວາດແຕ້ມຜ່ານຫຼາຍຄັ້ງ, ຜ່ານຫຼາຍເຂດແຄວ້ນ, ຜ່ານປະຫວັດສາດອັນຍາວນານ. ຖືເປັນບັນທັດຖານທີ່ເປັນທາງເລືອກຂອງອິດສາລະພາບຂອງຊາດຊຶ່ງຈະ ເຮັດໃຫ້ໄດ້ສະເໝີ. ພວກເຮົາໄດ້ຮຽນຮູ້ຮ່ວມກັນວ່າ ຄ່າຂອງຄວາມອ່ອນແອ ແລະຄ່າຂອງ ການໃຊ້ຈ່າຍແມ່ນມີລາຄາສູງໃນວຽກງານປ້ອງກັນປະເທດ.

ຊາວອາເມລິກາທັງຍິງແລະຊາຍໃນເຄື່ອງແບບທຸກຄົນ ໄດ້ມອບຊີວິດຂອງ ພວກເຂົາໃນການຕໍ່ສູ້ຕ້ານນາຊີ, ລັດທິຈັກກະພັດນິຍົມ, ຄອມມຸຍນິດ, ແລະ ຜູ້ກໍ່ການຮ້າຍ.

ອາເມລິກາບໍ່ໄດ້ສະແຫວງຫາຂໍ້ຂັດແຍ່ງ ຫຼື ການຕອບໂຕ້ແບບປະເຊີນໜ້າ, ແຕ່ພວກເຮົາຈະບໍ່ແລ່ນໜີຈາກມັນ. ປະຫວັດສາດເຕັມໄປດ້ວຍລະບອບການປົກຄອງອັນເໜົ່າເໝັນ ທັງຕົວະ ຍົວະຫຼອງລວງດ້ານການແກ້ໄຂບັນຫາອາເມລິກາ.

ທຸກຄົນຕ່າງກໍສົງໄສວ່າ ຄວາມແຂງແກ່ນ ຫຼືຄວາມມຸ່ງໝັ້ນຂອງສະຫະລັດ ຄວນເບິ່ງຄືນໄປທີ່ອະດີດຂອງພວກເຮົາ, ແລະທ່ານຈະບໍ່ຮູ້ສຶກສົງໄສຫຍັງ ອີກຕໍ່ໄປ. ພວກເຮົາຈະບໍ່ຍອມປ່ອຍໃຫ້ອາເມລິກາ ຫຼືພັນທະມິດຂອງພວກເຮົາຖືກ ຈູ່ໂຈມ ຫຼືຖືກໂຈມຕີເດັດຂາດ. ພວກເຮົາຈະບໍ່ຍອມປ່ອຍໃຫ້ເມືອງອາເມລິກາຖືກຄຸກຄາມ ແລະທຳລາຍ ລ້າງ. ພວກເຮົາຈະບໍ່ຍອມໃຫ້ໃຜມາຂົ່ມຂູ່. ແລະພວກເຮົາຈະບໍ່ຍອມໃຫ້ການທາລຸນທີ່ໂຫດຮ້າຍທີ່ສຸດໃນປະຫວັດ ສາດເກີດຂຶ້ນຊໍ້າຮອຍຢູ່ທີ່ນີ້, ເທິງແຜ່ນດິນທີ່ພວກເຮົາໄດ້ຕໍ່ສູ້ສະຫຼະຊີ ວິດແລະເລືອດເນື້ອ. (ສຽງຕົບມື.)

ນີ້ຄືເຫດຜົນທີ່ຂ້າພະເຈົ້າມາທີ່ນີ້, ຊຶ່ງເຕັມໄປດ້ວຍຫົວໃຈຫອມຮັກ ແລະເອື້ອເຟື້ອຕໍ່ເກົາຫຼີ, ພ້ອມດ້ວຍຂໍ້ຄວາມສຳລັບປະເທດທີ່ຮັກຫອມ ສັນຕິພາບຂອງໂລກ: ເວລາແກ້ຕົວໄດ້ສິ້ນສຸດລົງ. ຕອນນີ້ເປັນຊ່ວງເວລາແຫ່ງຄວາມເຂັ້ມແຂງ. ຖ້າທ່ານຕ້ອງການຄວາມສະຫງົບສຸກ, ທ່ານຈະຕ້ອງເຂັ້ມແຂງຕະຫຼອດເວລາ. (ສຽງຕົບມື.) ໂລກໜ່ວຍນີ້ບໍ່ສາມາດທົນຕໍ່ການຄຸກຄາມຂອງການໂຈມຕີທາງອາວຸດນິວ ເຄລຍ.

ທຸກປະເທດທີ່ມີສ່ວນຮັບຜິດຊອບຈະຕ້ອງຮວມພະລັງກັນເພື່ອແຍກລະ ບອບການປົກຄອງທີ່ໂຫດຮ້າຍຂອງເກົາຫຼີເໜືອ –ເພື່ອປະຕິເສດທຸກຮູບ ແບບ –ທຸກແບບແຜນຂອງມັນ. ທ່ານບໍ່ອາດສະໜັບສະໜູນ, ທ່ານບໍ່ອາດໃຫ້ການຮ່ວມມື, ທ່ານບໍ່ອາດ ຍອມຮັບໄດ້. ພວກເຮົາຈົ່ງຮຽກຮ້ອງໃຫ້ທຸກໆປະເທດ, ລວມທັງບັນດາປະເທດຈີນ ແລະລັດເຊຍ, ສາມາດເຂົ້າຮ່ວມອົງການສະຫະປະຊາຊາດໄດ້ຢ່າງເຕັມທີ່. ມະຕິຄະນະມົນຕີຄວາມໝັ້ນຄົງ, ລົດຄວາມສຳພັນທາງການທູດກັບລະ ບອບການປົກຄອງຜະເດັດການ, ແລະຕັດຄວາມສຳພັນທັງໝົດທັງການຄ້າ ແລະເຕັກໂນໂລຊີ.

ເປັນໜ້າທີ່ ແລະຄວາມຮັບຜິດຊອບຂອງພວກເຮົາໃນການປະເຊີນໜ້າ ກັບໄພອັນຕະລາຍນີ້ຮ່ວມກັນ -ເນື່ອງຈາກວ່າພວກເຮົາໄດ້ລໍຄອຍມາ ເປັນເວລາດົນນານແລ້ວ, ຂະນະທີ່ໄພອັນຕະລາຍເລີ່ມຄຸກຄາມຫຼາຍຂຶ້ນ, ແລະທາງເລືອກທີ່ມີຊໍ້າພັດໜ້ອຍລົງ. (ສຽງຕົບມື.) ແລະຖ້າວ່າປະເທດເຫຼົ່ານັ້ນຫາກເລືອກທີ່ຈະເມີນເສີຍຕໍ່ໄພຄຸກຄາມນີ້, ຫຼື ຈົນກວ່າຈະຮ້າຍແຮງຂຶ້ນ, ເພື່ອໃຫ້ສາມາດດຳເນີນງານໃດໆໄດ້, ນໍ້າໜັກ ຂອງວິກິດນີ້ຂຶ້ນກັບການຕັດສິນໃຈຂອງພວກທ່ານ.

ຂ້າພະເຈົ້າເດີນທາງມາທີ່ຄາບມະຫາສະໝຸດແຫ່ງນີ້ ເພື່ອຕ້ອງການສົ່ງ ຂໍ້ຄວາມເຖິງຫົວໜ້າຜະເດັດການຂອງເກົາຫຼີເໜືອໂດຍກົງ: ອາວຸດທີ່ທ່ານພະຍາຍາມຄົ້ນຄິດຂຶ້ນນັ້ນບໍ່ໄດ້ຊ່ວຍໃຫ້ທ່ານປອດໄພຫຼາຍ ຂຶ້ນ. ພວກເຂົາກຳລັງເຮັດໃຫ້ລະບອບການປົກຄອງຂອງທ່ານຕົກຢູ່ໃນວິກິດອັນຕະລາຍຮ້າຍແຮງ. ທຸກຂັ້ນຕອນທີ່ໃຊ້ເສັ້ນທາງອັນມືດມົນນີ້ ໄດ້ເປັນການເພີ່ມຄວາມສ່ຽງໃຫ້ ແກ່ທ່ານຕ້ອງປະເຊີນໜ້າກັບມັນ.

ເກົາຫຼີເໜືອບໍ່ແມ່ນສະຫວັນ ທີ່ປູ່ຂອງທ່ານຈະສາມາດແນມເຫັນໄດ້. ມັນເປັນເຂດແດນນາລົກທີ່ບໍ່ໃຜຢາກໄປຢູ່. ຢ່າງໃດກໍຕາມ, ເຖິງແມ່ນອາດຊະຍາກຳທຸກຢ່າງທີ່ທ່ານໄດ້ກະທຳຕໍ່ພະເຈົ້າ ແລະມະນຸດ, ທ່ານກໍພ້ອມທີ່ຈະສະເໜີ ແລະພວກເຮົາກໍພ້ອມທີ່ຈະຕອບ ສະໜອງ — ພວກເຮົາສະເໜີທີ່ຈະເປັນເສັ້ນທາງສູ່ອະນາຄົດທີ່ດີຍິ່ງຂຶ້ນ. ຈະເລີ່ມຕົ້ນດ້ວຍການຢຸດຕິການຮຸກຮານຂອງລະບອບການປົກຄອງຂອງທ່ານ, ຈົ່ງຢຸດຕິການພັດທະນາຊີປານາວຸດ, ແລະຍົກເລີກການທຳໂທດ ປະຫານຢ່າງສິ້ນເຊີງ, ສາມາດກວດສອບໄດ້, ແລະຮວບຮວມທັງໝົດໄດ້. (ສຽງຕົບມື.)

ເມື່ອເບິ່ງລົງຈາກຟ້າສູ່ຄາບມະຫາສະໝຸດແຫ່ງນີ້ ໄດ້ສະແດງໃຫ້ເຫັນ ເຖິງຄວາມງົດງາມ ສົ່ງແສງເຫຼຶ້ອມລະຍິບລະຍັບສະເພາະທາງພາກໃຕ້ ແລະພົບແຕ່ຄວາມມືດມິດປາສາຈາກແສງສະຫວ່າງທີ່ຢູ່ທາງພາກເໜືອ. ພວກເຮົາສະແຫວງຫາແສງສະຫວ່າງຂອງອະນາຄົດ, ຄວາມມັ່ງຄັ່ງ, ແລະ ສັນຕິພາບ. ແຕ່ພວກເຮົາກຳລັງກຽມພ້ອມທີ່ຈະຫາລືກ່ຽວກັບເສັ້ນທາງອັນສົດໃສນີ້ສຳລັບເກົາຫຼີເໜືອ ຖ້າຫາກຜູ້ປົກຄອງຫາກຢຸດຕິການຄຸກຄານ ແລະຮື້ຖອນ ໂຄງການອາວຸດນິວເຄລຍຂອງຕົນ.

ລະບອບການປົກຄອງທີ່ໂຫດຮ້າຍຂອງເກົາຫຼີເໜືອຈະຖືກຕ້ອງກັບສິ່ງ ດຽວເທົ່ານັ້ນຄື: ຄົນເກົາຫຼີມີໂຊກຊາຕາອັນໂດດເດັ່ນ, ແຕ່ພວກເຂົາບໍ່ສາມາດກະທຳໃນ ສິ່ງທີ່ຜິດພາດຕໍ່ກັບຊາຕາກຳທີ່ກຳລັງປະເຊີນຢູ່. ໂຊກຊາຕາຂອງຄົນເກົາຫຼີບໍ່ໄດ້ຮັບຄວາມທຸກທໍລະມານຈາກການກົດຂີ່ຂົ່ມເຫັງ, ແຕ່ເພື່ອໃຫ້ເກີດຄວາມໂດດເດັ່ນໃນເສລີພາບ. (ສຽງຕົບມື.)

ສິ່ງທີ່ຊາວເກົາຫຼີໃຕ້ປະສົບຄວາມສຳເລັດເທິງຄາບສະໝຸດແຫ່ງນີ້ ມີຄວາມ ເປັນໄປໄດ້ສູງກວ່າໄຊຊະນະພາຍໃນປະເທດຂອງທ່ານ. ເປັນໄຊຊະນະຂອງທຸກປະເທດທີ່ມີຄວາມເຊື່ອໃຕ້ຈິດວິນຍານຂອງມະນຸດ ແລະຫວັງຢ່າງຍິ່ງວ່າ, ຈັກມື້ໜິ່ງໃນບໍ່ຊ້ານີ້, ພີ່ນ້ອງຊາວພາກເໜືອທຸກຄົນ ຈະສາມາດມີຊີວິດທີ່ສົມບູນຕາມແບບພະເຈົ້າໄດ້.

ສາທາລະນະລັດຂອງທ່ານໄດ້ສະແດງໃຫ້ພວກເຮົາເຫັນສິ່ງທີ່ມີຄວາມອາດສາມາດຈະເປັນໄປໄດ້ທັງໝົດ. ໃນເວລາພຽງສອງສາມທົດສະວັດ, ກັບວຽກງານອັນໜັກໜ່ວງ, ຄວາມ ກ້າຫານ, ແລະຄວາມສາມາດຂອງປະຊາຊົນຂອງທ່ານ, ທ່ານໄດ້ປ່ຽນ ດິນແດນແຫ່ງສົງຄາມທີ່ຮົກເຮື້ອນີ້ໃຫ້ເປັນປະເທດທີ່ມີຄວາມຮັ່ງມີ, ອຸດົມສົມບູນໄປດ້ວຍວັດທະນະທຳ, ແລະມີຈິດວິນຍານອັນເລິກເຊິ່ງ. ທ່ານສ້າງບ້ານທີ່ທຸກຄອບຄົວສາມາດຢູ່ອາໄສ ແລະເດັກນ້ອຍທຸກຄົນ ສາມາດແນມເຫັນແສງສະຫວ່າງຈາກດວງຕາເວັນ ແລະມີຄວາມສຸກ.

ເກົາຫຼີແຫ່ງນີ້ໄດ້ຢືນຢັນຢ່າງແຂງແຮງ ແລະສູງສົ່ງ ທ່າມກາງປະຊາຄົມ ທີ່ເຕັມໄປດ້ວຍຄວາມເປັນອິດສະຫຼະພາບ, ຄວາມໄວ້ວາງໃຈ, ແລະ ຄວາມຮັກຫອມສັນຕິພາບຂອງຊາດ. ພວກເຮົາເປັນປະເທດທີ່ເຄົາລົບສິດທິຂອງພົນລະເມືອງ, ຢຶດໝັ້ນເສລີ ພາບຂອງພວກເຮົາ, ໄວ້ວາງໃຈອຳນາດອະທິປະໄຕຂອງພວກເຮົາ, ແລະ ຄວບຄຸມໂຊກຊາຕາຂອງພວກເຮົາເອງ. ພວກເຮົາຢືນຢັນດ້ວຍກຽດສັກສີຂອງທຸກໆຄົນ ແລະຍອມຮັບຢ່າງ ເຕັມສັກກາຍະພາບຂອງທຸກຊີວິດ. ແລະພວກເຮົາກໍພ້ອມສະເໝີທີ່ຈະປົກປ້ອງຜົນປະໂຫຍດອັນສຳຄັນຂອງ ພົນລະເມືອງຕໍ່ຄວາມປາຖະໜາອັນແຮງກ້າຂອງພວກເຂົາ.

ຈົ່ງກ້າວໄປພ້ອມກັນ, ພວກເຮົາໄດ້ມີຄວາມຝັນກ່ຽວກັບຄວາມເປັນ ອິດສະລະພາບຂອງເກົາຫຼີ, ຄວາມປອດໄພໃນຄາບສະໝຸດ, ແລະການກັບ ມາຮວມຕົວກັນແບບຄອບຄົວອີກຄັ້ງໜຶ່ງ. ພວກເຮົາຝັນເຖິງທາງຫຼວງແຫ່ງຊາດທີ່ເຊື່ອມຕໍ່ລະຫວ່າງທິດເໜືອ ແລະ ທິດໃຕ້, ຄວາມສຳພັນຖານຍາດພີ່ນ້ອງ, ແລະ ຄໍ່າຄືນແຫ່ງການຝັນຮ້າຍ ກ່ຽວກັບອາວຸດນິວເຄລຍນີ້ໄດ້ຖືກແທນທີ່ດ້ວຍສັນຍາແຫ່ງສັນຕິພາບທີ່ ງົດງາມ.

ເມື່ອວັນນັ້ນມາເຖິງ, ພວກເຮົາຈະຢືນຢັນຢ່າງແຂງແຮງ ແລະມີຄວາມ ຕື່ນຕົວສູງ. ສາຍຕາຂອງພວກເຮົາເວລາໃດກໍເບິ່ງໄປທີ່ທາງທິດເໜືອ, ແລະໝາກ ຫົວໃຈຂອງພວກເຮົາກໍໄດ້ແຕ່ອະທິຖານຂໍພອນໃຫ້ຊາວເກົາຫຼີເໜືອທຸກ ຄົນສາມາດມີຊີວິດຢູ່ໄດ້ຢ່າງເປັນອິດສະຫຼະ. (ສຽງຕົບມື.)

ຂອບໃຈ. (ສຽງຕົບມື.) ຂໍພະເຈົ້າຈົ່ງອວຍພອນທຸກໆທ່ານ. ພະເຈົ້າຈົ່ງອວຍພອນປະຊາຊົນຊາວເກົາຫຼີໃຕ້ທຸກໆຄົນ. ຂອບໃຈຫຼາຍໆ. ຂອບໃຈ. (ສຽງຕົບມື.)

ຈົບ               11:59 A.M. KST