ກອງປະຊຸມ “ພາກທຸລະກິດ ລະດັບພາກພື້ນອິນໂດ-ປາຊີຟິກ” ສໍາລັບ ສປປ ລາວ ປະຈໍາປີ ຄັ້ງທີ ສອງ, ຮ່ວມຈັດໂດຍ ສ.ອາເມລິກາ ແລະ ສຄອຊ

ນະຄອນຫຼວງວຽງຈັນ, ສປປ ລາວ, 29 ຕຸລາ — ສະຫະລັດອາເມລິກາ, ໂດຍຮ່ວມກັບ ສະພາການຄ້າ ແລະ ອຸດສາຫະຫໍາ ແຫ່ງຊາດລາວ (ສຄອຊ) ແລະ ກະຊວງ ອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດກອງປະຊຸມພາກທຸລະກິດ ສຳລັບ ລາວ ໂດຍຄຽງຄູ່ກັບກອງປະຊຸມພາກທຸລະກິດ ລະດັບພາກພື້ນອິນໂດ-ປາຊິຟິກ ທີ່ຈັດຂຶ້ນໃນອິນເດຍ. ກອງປະຊຸມທາງໄກເຄິ່ງມື້ ໃນຄັ້ງນີ້ ໄດ້ຮັບກຽດເປັນປະທານຮ່ວມໂດຍ ທ່ານ ປອ. ປີເຕີ ເຮມ໋ອນ, ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ.  ຜູ້ເຂົ້າຮ່ວມລວມມີ ພະນັກງານລັດຖະກອນ, ບັນດາອໍານວຍການອຸດສາຫະກໍາ, ທຸລະກິດ ແລະ ບໍລິສັດ ຈາກ ສປປ ລາວ, ທັງຕາງໜ້າຈາກສະຖານທູດສະຫະລັດອາເມລິກາ ແລະ ຄູ່ຮ່ວມພັດທະນາ.

ກອງປະຊຸມໃນຄັ້ງນີ້ ໄດ້ເນັ້ນໃສ່ການຫັນເປັນດິຈິຕອນ ທີ່ປຽບເປັນເຄື່ອງມືໃນການຟື້ນຟູເສດຖະກິດຈາກພະຍາດໂຄວິດ. ກອງປະຊຸມໄດ້ເປີດໂອກາດໃຫ້ພາກທຸລະກິດຈາກ ສປປ ລາວ, ໄທ, ກໍາປູເຈຍ, ແລະ ສະຫະລັດອາເມລິກາ ໄດ້ສົນທະນາແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບແນວໂນ້ມທາງດິຈິຕອນ ແລະ ວິທີການປັບຕົວຂອງພວກເຂົາ ແລະ ກ້າວໄປສູ່ສະພາບແວດລ້ອມເສດຖະກິດ ໃໝ່ພາຍຫຼັງໂຄວິດ.

ໃນພິທີກ່າວເປີດພິທີ, ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນເຖິງຄວາມພະຍາຍາມຮ່ວມກັນ ຂອງລັດຖະບານສະຫະລັດອາເມລິກາ ແລະ ສປປ ລາວ ໃນການສະໜັບສະໜູນພາກທຸລະກິດ ໃນໄລຍະທີ່ມີຄວາມທ້າທາຍນີ້.  ທ່ານເອກອັກຄະລັດຖະທູດ ເຮມ໋ອນ ກ່າວວ່າ: ພາຍໃຕ້ການເປັນຄູ່ຮ່ວມມືແບບກວມລວມລະຫວ່າງ ສະຫະລັດອາເມລິກາ-ລາວ, ຊຶ່ງປີນີ້ແມ່ນໄດ້ສະເຫຼີມສະຫຼອງ ຄົບຮອບ ຫ້າປີ, ສະຫະລັດອາເມລິກາໃຫ້ຄໍາໝັ້ນສັນຍາໃນການສະໜັບສະໜູນ ສປປ ລາວ, ບໍ່ພຽງແຕ່ການແກ້ໄຂສິ່ງທ້າທາຍດ້ານເສດຖະກິດໃນປະຈຸບັນ, ແຕ່ຍັງຈະຊ່ວຍຟື້ນຟູທາງດ້ານເສດຖະກິດ ແລະ ການຈະເລີນເຕີບໂຕພາຍຫຼັງໂຄວິດ-19 ໃນປີຕໍ່ໆໄປ.

ທ່ານ ອຸເດດ ກ່າວວ່າ: ໃນໄລຍະມີການລະບາດຂອງພະຍາດ ໂຄວິດ-19, ເຕັກໂນໂລຊີ ຍິ່ງເຂົ້າມາມີບົດບາດສູງຂື້ນໃນການດໍາເນີນທຸລະກິດ ຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຍຸກປົກກະຕິແບບໃໝ່. ທຸລະກິດມີຄວາມພະຍາຍາມໃນການຫັນເປັນດິຈິຕອລຫຼາຍຂື້ນ. ທະນາຄານໄດ້ເລີ່ມມີການໃຫ້ບໍລິການດິຈິຕອລ ເພື່ອຄວາມສະດວກສະບາຍ ໃນການຊໍາລະຕ່າງໆ ຂອງຜູ້ຊົມໃຊ້.  ຮ້ານຄ້າ, ແລະ ຮ້ານຂາຍຍ່ອຍຕ່າງໆ ໄດ້ປັບປຸງຮູບແບບການດໍາເນີນທຸລະກິດຂອງພວກເຂົາ ໂດຍເນັ້ນໃສ່ການສັ່ງເຄື່ອງອອນລາຍ ແລະ ການບໍລິການຂົນສົ່ງ. ໂຮງຮຽນຈໍານວນຫຼາຍ ແລະ ບັນດາມະຫາວິທະຍາໄລ, ໂດຍສະເພາະ ໃນນະຄອນຫຼວງວຽງຈັນ ແມ່ນໄດ້ປ່ຽນເປັນການຮຽນການສອນແບບອອນລາຍ.

ປະຈຸບັນເປັນປີທີສີ່ ຂອງກອງປະຊຸມພາກທຸລະກິດ ລະດັບພາກພື້ນອິນໂດ-ປາຊິຟິກ ເພື່ອສົ່ງເສີມການຄ້າ,​ ການລົງທຶນ ແລະ ການຮ່ວມມືທາງເສດຖະກິດ ລະຫວ່າງ ສະຫະລັດອາເມລິກາ ແລະ ຄຸ່ຮ່ວມມື ທົ່ວພາກພື້ນອິນໂດ-ປາຊິຟິກ. ປີນີ້ກອງປະຊຸມພາກພື້ນໄດ້ເນັ້ນໃຫ້ເຫັນເຖິງກາລະໂອກາດສໍາລັບບໍລິສັດສະຫະລັດອາເມລິກາ ແລະ ຄຸ່ຮ່ວມມືອິນໂດ-ປາຊິຟິກ ໃນການປະຕິບັດບົດບາດການເປັນຜູ້ນໍາໃນການພັດທະນາເສດຖະກິດຂອງພາກພື້ນ. ສິ່ງນີ້ກວມເອົາຂໍ້ລິເລີ່ມຍຸດທະສາດ ອິນໂດ-ປາຊິຟິກ ຂອງ ສະຫະລັດອາເມລິກາ ທີ່ຕິດພັນກັບການຟຶ້ນຟູເສດຖະກິດ, ການປະຕິບັດດ້ານສະພາບອາກາດ, ແລະ ນະວັດຕະກໍາດິຈິຕອນ.

ກອງປະຊຸມໃນມື້ນີ້ປະກອບມີພາກສົນທະນາທີ່ເນັ້ນສະເພາະ ສປປ ລາວ ແລະ ພາກພື້ນ ກັບບໍລິສັດເຕັກໂນໂລຊີ ເຊັ່ນ: ໂລຄາ (LOCA), ຟູດແພນດາ (Food Panda) ແລະ ອາດີເຄລາວ (RDK), ລາຍແມນວົງໃນ (LINE MAN Wongnai) (ບໍລິສັດ ຈາກປະເທດໄທ), ບູດ (Boost, ສະຕາດອັບການເງິນຈຸນລະພາກດິຈິຕອນກໍາປູເຈຍ), ແລະ ໂຊຊຽວກີບເວີ (SocialGiver, ບໍລິສັດຈາກປະເທດໄທ). ຫົວຂໍ້ຂອງພາກສົນທະນາ ກວມເອົາ: “ການເສີມຂະຫຍາຍຄວາມສາມາດດີຈີຕອລຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຟື້ນຟູດ້ານເສດຖະກິດຈາກຜົນກະທົບຂອງພະຍາດໂຄວິດ-19 ແລະ ສ້າງພື້ນຖານແຜນງານສໍາລັບການຂະຫຍາຍທຸລະກິດໃນໄລຍະຍາວ” ແລະ “ວິທີການຂອງຜູ້ນໍາທາງເຕັກໂນໂລຊີ ແລະ ນະວັດຕະກໍາ ໃນການຮັບມື ແລະ ປັບໂຕກັບໂຄວິດ-19”.  ກອງປະຊຸມນີ້ ຍັງປະກອບມີການສົນທະນາພາກພື້ນຂອງກອງປະຊຸມ 500 ບໍລິສັດເຕັກ ໃນຄລາວ ແລະ ການປ້ອງກັນຄວາມປອດໄພທາງໄຊເບີ, ແລະ ໄດ້ຮັບຟັງການນຳສະເໜີຈາກຜູ້ນໍາທຸລະກິດຂອງ Google ຫວຽດນາມ, ລາວ ແລະ ກໍາປູເຈຍ, ກ່ຽວກັບຂໍ້ລິເລີ່ມຂອງ Google ທີ່ຕິດພັນກັບການຟື້ນຟູ ແລະ ຮັບມືຕໍ່ຜົນກະທົບຂອງໂຄວິດ.