ກອງປະຊຸມເສວະນາ ຍານພາຫະນະໄຟຟ້າຄັ້ງທີ 2 ກະຕຸ້ນການຮ່ວມມືເພື່ອພະລັງງານທີ່ສະອາດໃນອະນາຄົດ

ນະຄອນຫຼວງວຽງຈັນ, ວັນທີ 11 ກໍລະກົດ 2023 ອະນາຄົດຂອງການຂະຫຍາຍຕົວແບບຍືນຍົງຂອງຍານພາ ຫະນະໃນລາວ ຖືເປັນສິ່ງທີ່ຫລາຍພາກສ່ວນໃຫ້ຄວາມສົນໃຈ ຈຶ່ງກໍ່ໃຫ້ເກີດມີການຈັດກອງປະຊຸມເສວະນາຍານພາຫະນະໄຟຟ້າ ຄັ້ງທີ 2 ເຊິ່ງມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນເປັນຕົ້ນ ບັນດາພາກສ່ວນຜູ້ປະກອບການນຳຫນ້າທາງອຸດສາຫະກຳ, ຜູ້ປະກອບການລຸ້ນໃຫມ່ທີ່ມີຫົວຄິດປະດິດສ້າງ ແລະ ພາກສ່ວນວາງແຜນນະໂຍບາຍ. ໂດຍການສະໜັບສະໜູນ ຈາກ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ກອງປະຊຸມເສວະນານີ້ ແມ່ນຈັດຂື້ນ ໂດຍການເປັນເຈົ້າພາບຂອງ ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມມືກັບ ສະມາຄົມອຸດສາຫະກຳຍານພາຫະນະລາວ.   ແລະ ກອງປະຊຸມເສວະນາດັ່ງກ່າວ ແນໃສ່ຊຸກຍູ້ນະວັດຕະກໍາຍານພາຫະນະໄຟຟ້າ ໃນລາວ ແລະ ການປູທາງໄປສູ່ອະນາຄົດສີຂຽວ ແລະ ຍືນຍົງ ເພື່ອຮັບມືກັບວິກິດການຈາກການປ່ຽນແປງດິນຟ້າອາກາດ.

ສືບເນື່ອງມາຈາກ ກອງປະຊຸມຄັ້ງທໍາອິດໃນປີທີ່່ຜ່ານມາ, ກອງປະຊຸມເສວະນາຍານພາຫະນະໄຟຟ້າໃນລາວ ສ້າງເວທີສົນທະນາ ໃຫ້ແກ່ທຸກພາກສ່ວນໃນອຸດສາຫະກຳຍານພາຫະນະ ໂດຍສະເພາະລົດໄຟຟ້າ ເພື່ອປຶກສາຫາລື ແລກປ່ຽນຄິດເຫັນ ແລະ ຂໍ້ມູນຂ່າວສານ ເພື່ອສ້າງຄວາມເຂົ້າໃຈ ແລະ ເປົ້າໝາຍຮ່ວມກັນ.

ກອງປະຊຸມເສວະນາ ປະກອບມີຫົວຂໍ້ສົນທະນາ ທີ່ຕິດພັນກ່ຽວກັບ ອຸດສາຫະກຳພາຫະນະ ແລະ ຄວາມພ້ອມທາງດ້ານພື້ນຖານໂຄງລ່າງ, ພະລັງງານ, ມາດຕະຖານ ແລະ ຄວາມອາດສາມາດດ້ານຊັບພະຍາກອນມະນຸດ ຢູ່ ສປປ ລາວ. ໃນຂະນະທີ່ອຸດສາຫະກຳ ສືບຕໍ່ເຕີບໃຫຍ່ແລະພັດທະນາຢ່າງວ່ອງໄວ, ປະເທດຈຳເປັນທີ່ຈະຕ້ອງກະກຽມຮັບມືກັບທ່າອ່ຽງທີ່ພົ້ນເດັ່ນຂື້ນ ແລະ ສືບຕໍ່ວຽກງານສົ່ງເສີມຍານພາຫະນະໄຟຟ້າໃນປະເທດ.

ກອງປະຊຸມເສວະນາຍານພາຫະນະໄຟຟ້າໃນລາວ ໄດ້ເຕົ້າໂຮມບັນດານັກສຳມະນາກອນກິຕິມະສັກ ລວມທັງ ຊ່ຽວຊານໃນອຸດສາຫະກຳຍານພາຫະນະ, ຕາງໜ້າຈາກພາກລັດ ແລະ ພາກສ່ວນທີ່ມີຄວາມສົນໃຈ. ຜູ້​ເຂົ້າ​ຮ່ວມໄດ້ຮັບຟັງ​ການ​ສົນ​ທະ​ນາ​ຜ່ານເວທີສົນທະນາ, ການ​ນຳ​ສະ​ເໜີ​ຕ່າງໆ, ​ແລະ ​ຍັງໄດ້ມີໂອກາດພົບປະ​ສ້າງ​ເຄືອ​ຂ່າຍກັບຜູ້ປະກອບການ​. ສິ່ງເຫຼົ່ານີ້ ​ຈະຊ່ວຍ​ສ້າງ​ອະນາຄົດ​ຂອງ​ການຂັບເຄື່ອນດ້ວຍ​ໄຟຟ້າ​ ແລະ ນະໂຍບາຍສົ່ງເສີມຍານພາຫະນະໄຟຟ້າໃນ​ລາວ.

ຕາງຫນ້າຈາກພາກລັດ ໄດ້ສົນທະນາຄວາມສຳຄັນ ການຮ່ວມມືກັບຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ລວມທັງ ພາຍໃນປະເທດ ແລະ ໃນຂົງເຂດອາຊຽນ ເພື່ອຄວາມກ້າວຫນ້າຂອງການຈັດຕັ້ງປະຕິບັດ ນະໂຍບາຍແລະນິຕິກຳທີ່ກ່ຽວຂ້ອງ ແນໃສ່ການສົ່ງເສີມ ການນຳໃຊ້ຍານພາຫະນະໄຟຟ້າ ແລະ ທາງເລືອກທີ່ສະອາດ ເພື່ອຮັບມິືກັບວິກິດຈາກການປ່ຽນແປງດິນຟ້າອາກາດ.