ຄໍາເຫັນ ກ່ຽວກັບ “ວິໄສທັດທາງດ້ານເສດຖະກິດໃນເຂດອິນໂດ-ປາຊີຟິກ ຂອງ ອາເມຣິກາ”

ທ່ານ Michael R. Pompeo, ລັດຖະມົນຕີກະຊວງການຕ່າງປະເທດ
ກອງປະຊຸມທຸລະກິດອິນໂດ-ປາຊີຟິກ
ກ່ຽວກັບ “ວິໄສທັດທາງດ້ານເສດຖະກິດໃນເຂດອິນໂດ-ປາຊີຟິກ ຂອງ ອາເມຣິກາ”

ທ່ານ ລັດຖະມົນຕີ Pompeo: ຮຽນທຸກທ່ານ. ມີຄວາມຍິນດີທີ່ໄດ້ມາຢູ່ກັບພວກທ່ານ. ຂໍສະແດງຄວາມຂອບ ໃຈມາຍັງ ທ່ານ Tom ສໍາລັບການແນະນຳ. ຂໍຂອບໃຈສະພາການຄ້າ ແຫ່ງ ສະຫະລັດ ທີ່ໄດ້ຕ້ອນຮັບຂ້າພະເຈົ້າ ແລະ ໄດ້ຈັດກອງປະຊຸມທຸລະກິດອິນໂດ-ປາຊີຟິກທີ່ສໍາຄັນໃນຄັ້ງນີ້ເຊັ່ນດຽວກັນ. ຂ້າພະເຈົ້າແມ່ນມີຄວາມຍິນດີທີ່ໄດ້ພົບຜູ້ນໍາທາງທຸລະກິດອາເມຣິກາຫຼາຍທ່ານຢູ່ທີ່ນີ້ໃນມື້ນີ້. ຂ້າພະເຈົ້າໄດ້ເຮັດສິ່ງນີ້ເປັນເວລາດົນນານ – ເຊິ່ງຫຼາຍຄົນກໍໄດ້ລືມໄປແລ້ວວ່ານັ້ນເປັນສິ່ງທີ່ຂ້າພະເຈົ້າເຄີຍເຮັດໃນການດໍາລົງຊີວິດ ກ່ອນທີ່ຂ້າພະເຈົ້າຈະເສຍສະຕິ ແລະ ຫາສຽງເຂົ້າມາຢູ່ໃນລັດຖະສະພາ.

ຂ້າພະເຈົ້າຮູ້ວ່າ ໃນທີ່ນີ້ແມ່ນມີບັນດາທ່ານ ທີ່ມາຈາກກະຊວງການຕ່າງປະເທດ ແລະ ຄະນະບໍລິຫານລັດຖະບານ. ຂ້າພະ ເຈົ້າຍັງເຫັນບັນດາທຸຕານຸທູດ ທີ່ປະຈໍາການຢູ່ປະເທດນີ້ ແລະ ທີ່ມາຈາກຕ່າງປະເທດ. ຕ້ອງຂໍຂອບໃຈທຸກໆທ່ານທີ່ມາສະ ຖານທີ່ແຫ່ງນີ້ ແລະ ສໍາລັບການຮ່ວມມືກັບສະຫະລັດ ແລະ ບັນດາທຸລະກິດຂອງພວກເຮົາ ເນື່ອງຈາກວ່າ ພວກເຮົາແມ່ນສະແຫວງຫາຄວາມຈະເລີນຮຸ່ງເຮືອງສໍາລັບປະຊາຊົນທົ່ວໂລກ.

ຂ້າພະເຈົ້າຍັງຕ້ອງຂໍຂອບໃຈມາຍັງເພື່ອນຮ່ວມງານຂອງຂ້າພະເຈົ້າເຊັ່ນ ທ່ານ ລັດຖະມົນຕີ Ross, ທ່ານ ລັດຖະມົນຕີ Perry, ທ່ານ ຜູ້ບໍລິຫານ Green, ທ່ານທູດ Gerrish, ທ່ານ Ray Washburne ຈາກ OPIC ເຊິ່ງເປັນໝູ່ຊະນິດຂອງຂ້າພະເຈົ້າແຕ່ຕອນທີ່ຂ້າພະເຈົ້າຍັງເຮັດທຸລະກິດ. ປະທານປະເທດຂອງທ່ານຊ່ວຍ ແລະ ການເຂົ້າຮ່ວມຂອງທ່ານຊ່ວຍເຮັດໃຫ້ວິທີການດໍາເນີນເສດຖະກິດຕໍ່ເຂດອິນໂດ-ປາຊີຟິກໃຫ້ແຂງແກ່ນຂຶ້ນ ໃນຖານະເປັນພາລະກິດຂອງລັດຖະ ບານທຸກພາກສ່ວນ.

ຂ້າພະເຈົ້າຕ້ອງການມາສະຖານທີ່ແຫ່ງນີ້ໃນຕອນເຊົ້າ ເພື່ອໂອ້ລົມກ່ຽວກັບຍຸດທະສາດຂອງຄະນະບໍລິຫານລັດຖະບານ Trump ສໍາລັບການເດີນໜ້າເຂດອິນໂດ-ປາຊີຟິກແບບເສລີ ແລະ ເປີດກວ້າງ ແລະ ໂອ້ລົມກ່ຽວກັບສາເຫດທີ່ເຮັດໃຫ້ການພົວພັນຂອງທຸລະກິດຂອງສະຫະລັດຢຸ່ຈຸດສຸນກາງຂອງການເດີນໜ້າ – ມັນເປັນສ່ວນສໍາຄັນຂອງພາລະກິດຂອງພວກເຮົາ ໃນການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງ.

ທ່ານປະທານປະເທດ Trump ກ່ອນອື່ນໝົດ ໄດ້ກໍານົດວິໄສທັດຂອງເພິ່ນ ສໍາລັບເຂດອິນໂດ-ປາຊີຟິກແບບເສລີ ແລະ ເປີດກວ້າງ ຢູ່ທີ່ກອງປະຊຸມ APEC CEO Summit ຢູ່ປະເທດຫວຽດນາມໃນປີທີ່ຜ່ານມາ. ຍຸດທະສາດຄວາມສະ ຫງົບແຫ່ງຊາດຍັງໄດ້ລົງລາຍລະອຽດກ່ຽວກັບວິໄສທັດດັ່ງກ່າວ. ຢ່າຟ້າວພາກັນເຂົ້າໃຈຜິດ, ເຂດອິນໂດ-ປາຊີຟິກ ເຊິ່ງມີຄວາມຍາວຈາກເຂດຊາຍຟັ່ງຕາເວັນຕົກຂອງສະຫະລັດໄປຍັງເຂດຊາຍຟັ່ງຕາເວັນຕົກຂອງອິນເດຍ ແມ່ນມີຄວາມສໍາຄັນອັນໃຫຍ່ຫຼວງຕໍ່ນະໂຍບາຍຕ່າງປະເທດຂອງອາເມຣິກາ. ຕາມທີ່ຂ້າພະເຈົ້າຈະໃຫ້ລາຍລະອຽດໃນອີກບໍ່ດົນ, ພາກພື້ນດັ່ງກ່າວແມ່ນໜຶ່ງໃນບັນດາເຄື່ອງຈັກອັນສໍາຄັນຂອງໂລກໃນອະນາຄົດ ກໍຄືເສດຖະກິດໂລກໃນອະນາຄົດ ແລະ ໃນປະຈຸບັນມັນກໍເປັນເຊັ່ນນັ້ນ. ຄົນອາເມຣິກາ ແລະ ທົ່ວໂລກແມ່ນມີຜົນປະໂຫຍດໃນສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງເຂດອິນໂດ-ປາຊີຟິກ. ນັ້ນກໍຄືເຫດຜົນທີ່ເຂດອິນໂດ-ປາຊີຟິກຈະຕ້ອງມີຄວາມເສລີ ແລະ ມີການເປີດກວ້າງ.

ສໍາລັບບັນດາທ່ານຜູ້ທີ່ບໍ່ຄຸ້ນເຄີຍກັບຄໍາສັບ “ເສລີ ແລະ ເປີດກວ້າງ,” ຂ້າພະເຈົ້າຢາກໃຊ້ເວລາໜ້ອຍໜຶ່ງໃນການໂອ້ລົມ ກ່ຽວກັບຄວາມໝາຍຂອງມັນທີ່ກໍານົດໂດຍຄະນະບໍລິຫານລັດຖະບານ ເວລາມີການນໍາໃຊ້ຄໍາສັບນັ້ນ.

ເວລາພວກເຮົາເວົ້າເຖິງ “ເສລີ ແລະ ເປີດກວ້າງ,” ນັ້ນກໍໝາຍຄວາມວ່າ ພວກເຮົາຕ້ອງການຊາດທັງໝົດ, ທຸກປະເທດ, ສາມາດປົກປ້ອງອະທິປະໄຕຂອງພວກເຂົາຈາກການບີບບັງຄັບໂດຍປະເທດອື່ນ. ໃນຂັ້ນລະດັບຊາດ, “ເສລີ” ໝາຍເຖິງການບໍລິຫານລັດທີ່ດີ ແລະ ການຮັບປະກັນວ່າ ປະຊາຊົນສາມາດມີສິດທິ ແລະ ເສລິພາບພື້ນຖານຂອງພວກເຂົາ.

ເວລາພວກເຮົາເວົ້າເຖິງ “ເປີດກວ້າງ” ໃນເຂດອິນໂດ-ປາຊີຟິກ, ນັ້ນໝາຍຄວາມວ່າ ພວກເຮົາຕ້ອງການໃຫ້ຊາດທັງໝົດສາມາດເຂົ້າເຖິງທະເລ ແລະ ເສັ້ນທາງເດີນອາກາດ. ພວກເຮົາຕ້ອງການມະຕິວ່າດ້ວຍສັນຕິພາບຕໍ່ຂໍ້ຂັດແຍ່ງດ້ານພົມແດນ ແລະ ທະເລ. ສິ່ງດັ່ງກ່າວນີ້ເປັນປັດໃຈສໍາຄັນ ສໍາລັບສັນຕິພາບສາກົນ ແລະ ເພື່ອໃຫ້ແຕ່ລະປະເທດສາມາດບັນລຸເປົ້າໝາຍຂອງຊາດດ້ວຍຕົວເອງ.

ທາງດ້ານເສດຖະກິດ, “ການເປີດກວ້າງ” ໝາຍເຖິງການຄ້າທີ່ເປັນທໍາ ແລະ ມີຜົນຕອບແທນເຊິ່ງກັນ ແລະ ກັນ, ສະພາບແວດລ້ອມການລົງທຶນທີ່ເປີດກວ້າງ, ສັນຍາອັນໂປ່ງໃສ ລະຫວ່າງ ປະເທດ ແລະ ປັບປຸງການເຊື່ອມຕໍ່ເພື່ອຂັບເຄື່ອນສາຍພົວພັນໃນພາກພື້ນ – ຍ້ອນວ່າ ສິ່ງເຫຼົ່ານີ້ແມ່ນເສັ້ນທາງສໍາລັບການເຕີບໃຫຍ່ໃນພາກພື້ນອັນຍືນຍົງ.

ຂໍ້ຜູກມັດຂອງສະຫະລັດຕໍ່ເຂດອິນໂດ-ປາຊີຟິກແບບເສລີ ແລະ ເປີດກວ້າງແມ່ນໄດ້ວາງຮາກຖານເລິກແລ້ວ. ກະຊວງການຕ່າງປະເທດ ເຊິ່ງມີຂ້າພະເຈົ້າເປັນຜູ້ຕາງໜ້າ ໄດ້ສ້າງຕັ້ງກົງສູນຢູ່ເມືອງໂກລກາຕາ – ເຊິ່ງໃນເມື່ອກ່ອນແມ່ນເມືອງກາລກາຕາ – ໃນປີ 1794.

ນັກທຸລະກິດຂອງອາເມຣິກາ ເຊິ່ງສ່ວນໃຫຍ່ແມ່ນບັນດາທ່ານທີ່ຢູ່ໃນຫ້ອງນີ້ ແມ່ນໄດ້ຄ້າຂາຍ ແລະ ລົງທຶນໃນເຂດອິນໂດ-ປາຊີຟິກດົນກວ່ານັ້ນ. ມື້ນີ້ຂ້າພະເຈົ້າຈະບໍ່ເວົ້າເຖິງປະຫວັດສາດທັງໝົດ ແຕ່ຂ້າພະເຈົ້າຈະກ່າວເຖິງວິທີການທີ່ເຮັດໃຫ້ສະຫະລັດມີບົດບາດຂັ້ນຮາກຖານໃນການສາມາດເຕີບໃຫຍ່, ພັດທະນາ ແລະ ມີຄວາມອຸດົມສົມບູນ ຕາມທີ່ພວກເຮົາເຫັນທົ່ວເຂດອິນໂດ-ປາຊີຟິກໃນທຸກມື້ນີ້.

ເອກະລັກອັນສໍາຄັນຂອງການພົວພັນຂອງພວກເຮົາແມ່ນສິ່ງນີ້: ບ່ອນໃດທີ່ອາເມຣິກາໄປ, ພວກເຮົາແມ່ນຈະຊອກຫາການຮ່ວມມື, ບໍ່ແມ່ນເພື່ອໄປມີອິດທິພົນ. ຫຼັງຈາກສົງຄາມໂລກຄັ້ງທີ 2 ພວກເຮົາໄດ້ເຮັດວຽກກັບປະເທດຍີ່ປຸ່ນ ເພື່ອເດີນໜ້າການເປັນພັນທະມິດທີ່ດີ ແລະ ກະຕຸ້ນການຂະຫຍາຍຕົວຂອງເສດຖະກິດຢ່າງແຮງ. ເກົາຫຼີໃຕ້ໃນຍຸກປີ 50 ແມ່ນໄດ້ຮັບຄວາມເສຍຫາຍຈາກການຂັດແຍ່ງ. ການຊ່ວຍເຫຼືອຂອງອາເມຣິກາ ແລະ ການລົງທຶນໃສ່ເສັ້ນທາງລົດໄຟ, ທ່າເຮືອ ແລະ ພື້ນຖານໂຄງລ່າງອື່ນໆໄດ້ຊ່ວຍສ້າງຮາກຖານ ເພື່ອໃຫ້ມິດສະຫາຍເກົາຫຼີຂອງພວກເຮົາຟື້ນຕົວ, ຈະເລີນ ແລະ ສ້າງເສດຖະກິດທີ່ເປັນໜຶ່ງໃນເສດຖະກິດທີ່ມີຄວາມຈະເລີນທີ່ສຸດໃນໂລກ – ເປັນເສດຖະກິດທີ່ໃນປະຈຸບັນມີຄວາມເຂັ້ມແຂງພຽງພໍທີ່ຈະຊ່ວຍປະເທດອື່ນໃນການພັດທະນາ.

ໃນຍຸກປີ 60, ພວກເຮົາໄດ້ເຮັດໃຫ້ການຮ່ວມມືເຕີບໃຫຍ່ ເພື່ອລະບຸຄວາມຕ້ອງການດ້ານການພັດທະນາຂັ້ນພື້ນຖານ. ພວກເຮົາໃຫ້ການສະໜັບສະໜູນການກະເສດແບບຫັນປ່ຽນ,​ ເຊັ່ນ Green Revolution, ເຊິ່ງໄດ້ປັບປຸງການປູກທັນຍາພືດ ແລະ ເຂົ້າທົ່ວໂລກ – ແລະ ບໍ່ມີບ່ອນໃດທີ່ຈະໄດ້ຮັບຜົນຫຼາຍກວ່າເຂດອິນໂດ-ປາຊີຟິກ. ພວກເຮົາໄດ້ຊ່ວຍເຫຼືອຮົງກົງ, ປະເທດສິງກະໂປ ແລະ ເສດຖະກິດອາຊີຕາເວັນອອກສຽງໃຕ້ເຕີບໃຫຍ່ນັບແຕ່ຊ່ວງຍຸກປີ 70 ເປັນຕົ້ນມາ. ຢູ່ໄຕ້ຫວັນ, ການພັດທະນາເສດຖະກິດແມ່ນຖືກດໍາເນີນໂດຍຄຽງຄູ່ກັນ ໂດຍການສ້າງສັງຄົມທີ່ເປີດກວ້າງ ແລະ ເປັນປະຊາທິປະໄຕ ທີ່ກາຍເປັນຍັກໃຫຍ່ທາງດ້ານເຕັກໂນໂລຊີ. ອາເມຣິກາແມ່ນມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນສະຖາບັນຂັ້ນຮາກຖານເຊັ່ນອາຊຽນ, APEC ແລະ ທະນາຄານພັດທະນາອາຊີ ແລະ ອື່ນໆ.

ຕ້ອງຂໍຂອບໃຈກັບປະຫວັດສາດດ້ານເສດຖະກິດ ແລະ ການພົວພັນທາງການຄ້ານີ້,​ ສາຍພົວພັນຂອງອາເມຣິກາໃນເຂດອິນໂດ-ປາຊີຟິກໃນປະຈຸບັນຈິ່ງມີລັກສະນະເຊື່ອໃຈ ແລະ ເຄົາລົບເຊິ່ງກັນ ແລະ ກັນ. ມີການເປີດຮັບມິດຕະພາບຈາກຄົນອາເມຣິກາ ແລະ ທຸກລະກິດອາເມຣິກາມີແມ່ນໄດ້ຮັບການຍອມຮັບໃນທາງດ້ານການປະດິດ, ການເພິ່ງພາອາໄສໄດ້ ແລະ ຄວາມຊື່ສັດຂອງພວກເຂົາ.

ປະຈຸບັນ ບໍ່ມີປະເທດໃດທີ່ເຮັດການຄ້າແບບໄປ-ກັບໃນເຂດອິນໂດ-ປາຊີຟິກຫຼາຍກວ່າສະຫະລັດ. ຢູ່ໃນອາຊີຕາເວັນອອກສຽງໃຕ້, ສະຫະລັດແມ່ນເປັນປະເທດລົງທຶນທີ່ມີມູນຄ່າລົງທຶນສະສົມຈາກແຫຼ່ງດຽວຫຼາຍທີ່ສຸດ – ຫຼາຍກວ່າປະ ເທດຈີນ, ຍີ່ປຸ່ນ ແລະ ສະຫະພາບເອີຣົບ.

ໃຫ້ເປີດເບິ່ງແຜນທີ່ຂອງເຂດອິນໂດ-ປາຊີຟິກໃນປະຈຸບັນ ແລະ ຈະພົບເຫັນວ່າ ມີການຂີດໝາຍໃສ່ບ່ອນທີ່ມີການລົງ ທຶນຂອງພາກລັດ ແລະ ເອກະຊົນຂອງສະຫະລັດ ເພື່ອເປັນການສະໜັບສະໜູນການກຸ້ມຕົວເອງ, ການສ້າງສະຖາບັນ ແລະ ສົ່ງເສີມການເຕີບໃຫຍ່ຂອງພາກເອກະຊົນ.

ຢູ່ປະເທດຟີລິບປິນ, ບໍລິສັດ Texas Instruments ທີ່ມີທີ່ຕັ້ງຢູ່ລັດເທັກສັສ ໄດ້ເປີດໂຮງງານໃນປີ 1979 ທີ່ໄດ້ຊ່ວຍປະເທດກາຍເປັນສ່ວນສໍາຄັນໃນຕ່ອງໂສ້ອຸປະທານຂອງການຜະລິດອຸປະກອນສື່ນໍາໄຟຟ້າຂອງໂລກ. ຢູ່ມາເລເຊຍ, ບໍລິ ສັດ General Electric ຄັ້ງທໍາອິດໄດ້ເຂົ້າໄປລົງທຶນໃນສູນການຂາຍ ແລະ ບໍລິການໃນປີ 1975. ປະຈຸບັນ GE ແມ່ນມີພະນັກງານຫຼາຍກວ່າ 1,300 ຄົນໃນປະເທດ ນັບແຕ່ຈາກກຸງກົວລາລໍາເປີໄປເຖິງລັດສາຣະວັກ. ເມື່ອບໍ່ດົນມານີ້ທາງປະເທດມາເລເຊຍໄດ້ເລືອກຕັ້ງລັດຖະບານຊຸດໃໝ່, ຂ້າພະເຈົ້າຕ້ອງການໃຫ້ພວກເຂົາ ແລະ ຜູ້ນໍາຂອງພວກເຂົາຮູ້ວ່າ ອາເມຣິກາແມ່ນພ້ອມ ທີ່ຈະເສີມສ້າງສາຍພົວພັນທາງການຄ້າ, ລັດຖະບານ, ປະຊາຊົນ ເໝືອນດັ່ງທີ່ພວກເຮົາເຮັດກັບບັນດາປະເທດຜູ້ຮ່ວມມືໃນພາກພື້ນ – ໂດຍອີງຕາມທັດສະນະທາງດ້ານປະຊາທິປະໄຕທີ່ພວກເຮົາມີຮ່ວມກັນ. ຂ້າພະເຈົ້າຈະເດີນທາງໄປມາເລເຊຍໃນອີກສອງສາມອາທິດຂ້າງໜ້າ.

ບໍລິສັດ Chevron ແມ່ນເປັນບໍລິສັດທໍາອິດທີ່ໄດ້ຮັບສິດຊອກຫານໍ້າມັນຢູ່ປະເທດໄທ ແລະ ໃນປີ 1973 ບໍລິສັດດັ່ງກ່າວໄດ້ຄົ້ນພົບສານໄຮໂດຣກາບອນເປັນລາຍທໍາອິດໃນນ່ານນໍ້າໄທ. ສິ່ງດັ່ງກ່າວເຮັດໃຫ້ເກີດມີອຸດສາຫະກໍາພາຍໃນທີ່ໃຫຍ່. ທຸກມື້ນີ້ ບໍລິສັດ Chevron ແມ່ນເປັນບໍລິສັດຜູ້ຜະລິດອາຍກາສທໍາມະຊາດ ແລະ ນໍ້າມັນດິບລໍາດັບຕົ້ນໆຂອງປະເທດໄທ ແລະ ການລົງທຶນຂອງບໍລິສັດແມ່ນຮອງຮັບວຽກງານຈໍານວນ 200,000 ຕໍາແໜ່ງ. ໃນຂະນະດຽວກັນ, “ໂຄງການມ່ວນຊື່ນກັບວິທະຍາສາດ” ຂອງບໍລິສັດ Chevron ໄດ້ຝຶກອົບຮົມຄູທ້ອງຖິ່ນ ໃນຂະແໜງການວິຊາວິທະຍາ ສາດ, ເຕັກໂນໂລຊີ, ວິສະວະກຳແລະ ຄະນິດສາດ ເພື່ອເຮັດໃຫ້ກອງທຶນດ້ານການສຶກສາຂອງປະເທດໄທມີຄວາມເຂັ້ມ ແຂງຂຶ້ນ ແລະ ຊ່ວຍໃຫ້ບໍລິສັດ Chevron ໄດ້ຮັບຜົນຕອບແທນອັນໃຫຍ່ຫຼວງຕໍ່ການລົງທຶນຂອງບໍລິສັດ. ໜ່ວຍງານໄທຂອງ  Chevron ຍັງໄດ້ສະໜອງອຸປະກອນ ແລະ ຄໍາປຶກສາດ້ານເຕັກນິກ ສໍາລັບການຊ່ວຍເຫຼືອບັນດາເດັກຊາຍທີ່ກ້າຫານ ແລະ ຄູຝຶກຂອງພວກເຂົາທີ່ຕິດໃນຖໍ້າ.

ບັນດາບໍລິສັດຂອງສະຫະລັດແມ່ນໄດ້ຊ່ວຍບັນດາປະເທດຜູ້ຮ່ວມມືໃນເຂດອິນໂດ-ປາຊີຟິກໄປເຖິງດວງດາວ. ບໍລິສັດ SpaceX ເຊິ່ງເປັນບໍລິສັດອາເມຣິກາດ້ານນະວັດຕະກໍາໄດ້ຍິງດາວທຽມສື່ສານທຳອີດຂອງປະເທດບັງກະລາເທດ.

ເພື່ອໃຫ້ມີຄວາມກະຈ່າງແຈ້ງ, ລັດຖະບານສະຫະລັດບໍ່ໄດ້ບອກບັນດາບໍລິສັດອາເມຣິກາວ່າ ພວກເຂົາຄວນເຮັດຫຍັງ. ແຕ່ພວກເຮົາຊ່ວຍສ້າງສະພາບແວດລ້ອມ ທີ່ສົ່ງເສີມການລົງທຶນທີ່ດີ ແລະ ມີຜົນຜະລິດ. ພວກເຮົາຊ່ວຍບໍລິສັດອາເມຣີກາປະສົບຜົນສໍາເລັດ ເພື່ອວ່າ ຊຸມຊົນທ້ອງຖິ່ນຈະຈະເລີນງອກງາມ ແລະ ການຮ່ວມມືແບບພາຄີກໍຈະສາມາດເຕີບໃຫຍ່.

ນັ້ນກໍເປັນເຫດຜົນທີ່ສະຫະລັດສະໜັບສະໜູນການສຶກສາເຊັ່ນ Fulbright University Vietnam ແລະ Young Southeast Asian Leaders Initiative. ນີ້ເປັນຄວາມຕັ້ງໃຈອັນດຽວກັນທີ່ພວກເຮົາໄດ້ສະແດງໃຫ້ເຫັນໃນອະດີດ ໃນເວລາທີ່ພວກເຮົາຊ່ວຍສ້າງສະຖາບັນອິນເດຍດ້ານເຕັກໂນໂລຊີ ພ້ອມກັບວິທະຍາໄລວິສາວະກໍາ 14 ແຫ່ງໃນພາກພື້ນ ແລະ ມະຫາວິທະຍາໄລການກະສິກໍາ 8 ແຫ່ງທົ່ວປະເທດອິນເດຍ.

ການເງິນພັດທະນາແມ່ນສໍາຄັນ. ອົງການລົງທຶນພາກເອກະຊົນຢູ່ຕາງປະເທດ (OPIC) ແມ່ນມີຫຼັກຊັບດ້ານການລົງທຶນ ຈໍານວນ 3.9 ຕື້ ທີ່ໄດ້ລົງທຶນໃນເຂດອິນໂດ-ປາຊີຟິກ ຄຽງຂ້າງບໍລິສັດອາເມຣິກາໃນອຸດສາຫະກໍາຕ່າງໆ ນັບແຕ່ຈາກພະລັງງານຫາການເບິ່ງແຍງສຸຂະພາບຫາການທະນາຄານ. ສໍາລັບທຸກໂດລາທີ່ OPIC ໄດ້ລົງທຶນ, ພາກເອກະຊົນແມ່ນໄດ້ລົງທຶນ 2.76 ໂດລາ. ຢູ່ປະເທດອິນໂດເນເຊຍ, OPIC ໄດ້ຮ່ວມມືກັບ USAID ແລະ UPC Renewables ທີ່ມີທີ່ຕັ້ງຢູ່ລັດໂຄໂລຣາໂດ ເພື່ອພັດທະນາຟາມລົມໃນຂະໜາດອະເນກປະສົງແຫ່ງທໍາອິດ, ເພື່ອສະໜອງພະລັງງານທີ່ສະອາດ, ຊື່ ແລະ ອາໄສໄດ້ໃຫ້ແກ່ 70,000 ຄົວເຮືອນຢູ່ອິນໂດເນເຊຍ.

ອົງການ Millennium Challenge Corporation ໄດ້ມອບທຶນຊ່ວຍເຫຼືອລ້າຈໍານວນ 2.1 ຕື້ໂດລາສະຫະລັດ ນັບແຕ່ປີ 2004 ເພື່ອສົ່ງເສີມການພັດທະນາ ແລະ ການບໍລິຫານລັດທີ່ດີໃນບັນດາປະເທດອິນໂດ-ປາຊີຟິກ. ປະຈຸບັນ MCC ແມ່ນໄດ້ໃຊ້ຈ່າຍ 500 ລ້ານ ເພື່ອສ້າງສາຍສົ່ງໄຟຟ້າທີ່ມີຄວາມຍາວຫຼາຍຮ້ອຍກິໂລແມັດຢູ່ປະເທດເນປານ ແລະ ໄດ້ເຮັດໃຫ້ຄວາມສາມາດດ້ານພະລັງງານຂອງປະເທດນັ້ນກາຍເປັນຈິງ.

ໃນມື້ນີ້, ຢູ່ທີ່ກອງປະຊຸມທຸລະກິດອິນໂດ-ປາຊີຟິກ, ຂ້າພະເຈົ້າແມ່ນພູມໃຈທີ່ຈະປະກາດວ່າ MCC ໄດ້ເຊັນຂໍ້ຕົກລົງທີ່ມີມູນຄ່າ 350​ ລ້ານໂດລາສະຫະລັດກັບລັດຖະບານຂອງປະເທດມົງໂກລີ ເພື່ອພັດທະນານໍ້າປະປາແຫຼ່ງໃໝ່ ແລະ ຍືນຍົງ. ນອກຈາກຈະຊ່ວຍປະເທດມົງໂກລີບັນລຸຄວາມຕ້ອງການມະນຸດແລ້ວ,​ ນີ້ຍັງຈະເຮັດໃຫ້ປະເທດດຶງດູດການລົງທຶນ ໃໝ່ໆ ແລະ ກະຕຸ້ນການເຕີບໃຫຍ່ຂອງພາກເອກະຊົນ. ຂ້າພະເຈົ້າຮູ້ວ່າ ທ່ານລັດຖະມົນຕີຂອງປະເທດມົງໂກລີແມ່ນມີຈຸດປະສົງຈະມາຢູ່ທີ່ກອງປະຊຸມໃນມື້ນີ້, ແຕ່ໜ້າເສຍດາຍທີ່ເພິ່ນຄາວຽກ.

ໂຄງການຂອງ MCC ຈະສ້າງປະໂຫຍດໃຫ້ແກ່ປະເທດມົງໂກລີ, ບັນດາປະເທດໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າສາມາດເວົ້າຕື່ມອີກ ແລະ ຍົກຫຼາຍຕົວຢ່າງໃຫ້ພວກທ່ານຟັງ. ບໍລິສັດອາເມຣິກາແມ່ນເປັນຖານກໍາລັງ ສໍາລັບຄວາມຈະເລີນຮຸ່ງເຮືອງ ແລະ ສິ່ງທີ່ດີໃນພາກພື້ນອິນໂດ-ປາຊີຟິກ. ຄວາມເຊື່ອຖືຂອງພວກເຮົາໃນຖານະຜູ້ຮ່ວມມືແມ່ນແນມເຫັນໄດ້ໃນການສະໜັບສະໜູນການພັດທະນາເສດຖະກິດ ທີ່ເຄົາລົບໃນສິດຂອງການປົກຄອງຕົວເອງ ແລະ ອະທິ ປະໄຕຂອງຊາດ. ສະຫະລັດບໍ່ໄດ້ລົງທຶນເພື່ອຈຸດປະສົງອິດທິພົນທາງການເມືອງ, ພຽງແຕ່ປະຕິບັດເສດຖະກິດແບບມີການຮ່ວມມື.

ຄວາມສໍາເລັດຂອງອະດີດ ແລະ ປະຈຸບັນແມ່ນເປັນພຽງຈຸດເລີ່ມຕົ້ນ ຕໍ່ສິ່ງທີ່ຂ້າພະເຈົ້າຄາດຫວັງຈາກອະນາຄົດ. ຂ້າພະ ເຈົ້າຢືນຢູ່ຈຸດນີ້ເພື່ອກ່າວຢ່າງໜັກແໜ້ນວ່າ ຄະນະບໍລິຫານລັດຖະບານ Trump ແມ່ນຕັ້ງໃຈທີ່ຈະຂະຫຍາຍການພົວພັນດ້ານເສດຖະກິດໃນພາກພື້ນອິນໂດ-ປາຊີຟິກ. ພວກເຮົາຊອກຫາໂອກາດທີ່ຈະກາຍເປັນທຶນ ຕາມຫຼັກການເສລີພາບ ແລະ ການເປີດກວ້າງ.

ດັ່ງທີ່ທ່ານປະທານປະເທດ Trump ໄດ້ກ່າວຢູ່ປະເທດຫວຽດນາມປີກາຍນີ້, ເຂດອິນໂດ-ປາຊີຟິກແມ່ນ “ເປັນກຸ່ມດວງດາວທີ່ສວຍງານເຕັມໄປດ້ວຍບັນດາປະເທດຕ່າງໆ, ເຊິ່ງແຕ່ລະປະເທດກໍເປັນດວງດາວທີ່ແຈ້ງສະຫວ່າງ, ບໍ່ໄດ້ເປັນດາວເຄາະໃຫ້ຜູ້ອື່ນ – ແລະ ແຕ່ລະບ່ອນກໍມີຄົນ, ວັດທະນະທໍາ, ວິຖີຊີວິດ, ບ້ານ.” ເພື່ອຈຸດເປັນປະກາຍທີ່ແຈ້ງສຸດໆ, ກຸ່ມດວງດາວນີ້ຈໍາເປັນຈະຕ້ອງມີເຊື້ອໄຟຂອງນະວັດຕະກໍາ ແລະ ການເຕີບໃຫຍ່ທີ່ຍືນຍົງ. ນີ້ແມ່ນສິ່ງທີ່ຍຸດທະສາດອິນໂດ-ປາຊີຟິກຂອງພວກເຮົາຈະສົ່ງເສີມ. ພວກເຮົາເຊື່ອໃນການຮ່ວມມືທາງດ້ານຍຸດທະສາດ, ບໍ່ແມ່ນການເພິ່ງພາອາໄສທາງດ້ານຍຸດທະສາດ.

ດັ່ງທີ່ທ່ານປະທານປະເທດ Trump ໄດ້ກ່າວໄວ້ປີກາຍນີ້, “ພວກເຮົາຕ້ອງການໃຫ້ພວກທ່ານເຂັ້ມແຂງ, ມີຄວາມຈະເລີນຮຸ່ງເຮືອງ ແລະ ກຸ້ມຕົວເອງ, ຖືກຈາລຶກໄວ້ໃນປະຫວັດສາດຂອງຕົວເອງ ແລະ ເອື້ອມຫາອະນາຄົດ.” ມື້ນີ້ຂ້າພະເຈົ້າຂໍຢໍ້າຂໍ້ຄວາມນັ້ນ. ຂ້າພະເຈົ້າກ່າວຕາງໜ້າໃຫ້ແກ່ທ່ານປະທານປະເທດ Trump ເວລາຂ້າພະເຈົ້າເວົ້າວ່າ ທຸກປະເທດ ແລະ ທຸລະກິດສາມາດມີຄວາມໝັ້ນໃຈວ່າ ສະຫະລັດຈະສືບຕໍ່ສ້າງສະພາບການ ສໍາລັບຄວາມຈະເລີນຮຸ່ງເຮືອງໃຫ້ແກ່ແຕ່ລະຝ່າຍໃນເຂດອິນໂດ-ປາຊີຟິກແບບເສລີ ແລະ ເປີດກວ້າງ.

ມັນຢູ່ໃນຜົນປະໂຫຍດທາງດ້ານຍຸດທະສາດຂອງອາເມຣິກາຢ່າງຊັດເຈນທີ່ຈະເຮັດໃຫ້ການພົວພັນໃນພາກພື້ນມີຄວາມເລິກເຊິ່ງ. ປະຊາກອນຫຼາຍກວ່າສາມສ່ວນຂອງປະຊາກອນໂລກແມ່ນອາໄສຢູ່ເຂດນັ້ນ. ສີ່ມະຫາອໍານາດທາງດ້ານເສດຖະກິດຈາກທັງໝົດຫົກປະເທດແມ່ນຢູ່ເຂດນັ້ນເຊັ່ນດຽວກັນ, ເຊັ່ນປະເທດຈີນ, ຍີ່ປຸ່ນ, ອິນເດຍ ແລະ ສະຫະລັດ. ບັນດາສິບປະເທດໃນປະຊາຄົມອາຊຽນ ແມ່ນເປັນເຂດເສດຖະກິດທີ່ພວມຂະຫຍາຍຕົວໄວທີ່ສຸດໃນໂລກ ແລະ ເປັນຜູ້ຊື້ສິນຄ້າຂອງສະຫະລັດລາຍໃຫຍ່. ທ່ານປະທານປະເທດ Trump ຈະບໍ່ປ່ອຍໃຫ້ໂອກາດນີ້ຜ່ານໄປ ເນື່ອງຈາກວ່າ ມີຜົນປະໂຫຍດທາງດ້ານເສດຖະກິດຢ່າງຊັດເຈນ ສໍາລັບຄົນອາເມຣິກາ.

ວິໄສທັດອິນໂດ-ປາຊີຟິກຂອງພວກເຮົາແມ່ນບໍ່ໄດ້ຍົກເວັ້ນປະເທດໃດໜຶ່ງ. ພວກເຮົາຕ້ອງການເຮັດວຽກກັບໃຜກໍໄດ້ ເພື່ອສົ່ງເສີມອິນໂດ-ປາຊີຟິກແບບເສລີ ແລະ ເປີດກວ້າງ, ຕາບເທົ່າທີ່ການຮ່ວມມືນັ້ນຍຶດໝັ້ນກັບມາດຕະຖານອັນສູງສຸດ ທີ່ປະຊາຊົນຂອງພວກເຮົາຮຽກຮ້ອງຕ້ອງການ. ສະຫະລັດແມ່ນຕັ້ງໃຈທີ່ຈະຂະຫຍາຍການມີຕົວຕົນຂອງພວກເຮົາໃນພາກພື້ນ ເນື່ອງຈາກວ່າ ພວກເຮົາຕ້ອງການໃຫ້ຄົນອາເມຣິກາ ແລະ ປະຊາຊົນທັງໝົດໃນເຂດອິນໂດ-ປາຊີຟິກແບ່ງປັນການຂະຫຍາຍຕົວຂອງເສດຖະກິດຂອງປີ 2020,​ 2030, 2040 ແລະ ຕໍ່ໆໄປ.

ຂ້າພະເຈົ້າຮູ້ວ່າ ບາງທ່ານກໍາລັງສົງໄສກ່ຽວກັບບົດບາດຂອງອາເມຣິກາໃນພາກພື້ນ ຫຼັງຈາກທີ່ທ່ານປະທານປະເທດ Trump ໄດ້ຕັດສິນໃຈຖອນຕົວອອກຈາກ TPP. ໃນຂະນະທີ່ພວກເຮົາເຮັດວຽກກັບຜູ້ຮ່ວມມືຂອງພວກເຮົາ ເພື່ອສ້າງສັນຍາການຄ້າແບບພາຄີທີ່ດີ ແລະ ມີມາດຕະຖານສູງກວ່າເກົ່າ,​ ບໍລິສັດຂອງພວກເຮົາແມ່ນພວມສືບຕໍ່ເດິນໜ້າຂະຫຍາຍຜົນປະໂຫຍດທາງດ້ານເສດຖະກິດຂອງສະຫະລັດ ໂດຍການຂະຫຍາຍການມີຕົວຕົນຂອງພວກເຂົາໃນພາກພື້ນ. ຍົກຕົວຢ່າງ, ຈໍານວນບໍລິສັດຂອງສະຫະລັດຢູ່ປະເທດສິງກະໂປແມ່ນໄດ້ເພີ່ມຂຶ້ນ 10% ພາຍໃນສອງປີທີ່ຜ່ານມາ.

ສຸດທ້າຍ, ພວກເຮົາຍັງມີຄວາມຕັ້ງໃຈ ໃນການພົວພັນທາງດ້ານເສດຖະກິດໃນເຂດອິນໂດ-ປາຊີຟິກ ຍ້ອນວ່າຜົນປະ ໂຫຍດທາງດ້ານຄວາມສະຫງົບຂອງຊາດ ສໍາລັບຄົນອາເມຣິກາ ແລະ ຜູ້ຮ່ວມມືກັບພວກເຮົາ. ຕາມຍຸດທະສາດທາງດ້ານຄວາມສະຫງົບຂອງຊາດຂອງທ່ານປະທານປະເທດ Trump, “ຄວາມປອດໄພທາງດ້ານເສດຖະກິດ ແມ່ນຄວາມສະ ຫງົບຂອງຊາດ.”

ມັນມີຄວາມຊັດເຈນວ່າ ອະນາຄົດທາງດ້ານເສດຖະກິດສາກົນສ່ວນໃຫຍ່ຂອງອາເມຣິກາແມ່ນຢູ່ໃນພາກພື້ນແຫ່ງນີ້. ດັ່ງທີ່ສະຫະລັດໄດ້ປະກອບສ່ວນດ້ານຮາກຖານໃນອະດີດ, ປະຈຸບັນ ຂ້າພະເຈົ້າກໍຂໍປະກາດ ກ່ຽວກັບກອງທຶນ 113 ລ້ານໂດລາສະຫະລັດ ສໍາລັບຂໍ້ລິເລີ່ມໃໝ່ຂອງສະຫະລັດ ເພື່ອສະໜັບສະໜູນຂົງເຂດຮາກຖານຂອງອະນາຄົດ: ເຊັ່ນເສດຖະ ກິດດິຈິຕໍ, ພະລັງງານແລະ ພື້ນຖານໂຄງລ່າງ. ກອງທຶນເຫຼົ່ານີ້ແມ່ນສະແດງໃຫ້ເຫັນພຽງແຕ່ການຜູກມັດກັບຍຸກເສດຖະ ກິດໃໝ່ຂອງສະຫະລັດ ເພື່ອສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນພາກພື້ນອິນໂດ-ປາຊີຟິກ.

ຍຸດທະສາດຂອງພວກເຮົາ ແມ່ນຫາທາງກະຕຸ້ນທຸລະກິດອາເມຣິກາໃຫ້ເຮັດໃນສິ່ງທີ່ພວກເຮົາເຮັດດີທີ່ສຸດ. ປະທານປະ ເທດ Trump ຍັງຄາດຫວັງໃຫ້ຄວາມມຸ້ງໝັ້ນຂອງພວກເຮົາສ້າງການສະໜັບສະໜູນທີ່ດີກວ່າເກົ່າ ສໍາລັບອິນໂດ-ປາຊີ ຟິກແບບເສລີ ແລະ ເປີດກວ້າງຈາກທຸກປະເທດ ທີ່ແລກປ່ຽນວິໄສທັດຂອງພວກເຮົາໃນການເປັນພາກພື້ນທີ່ມີອະທິປະໄຕ, ກົດໝາຍ ແລະ ຄວາມຈະເລີນຮຸ່ງເຮືອງແບບຍືນຍົງ.

ຂໍ້ລິເລີ່ມທໍາອິດແມ່ນການຮ່ວມມືດ້ານເຊື່ອມຕໍ່ທາງດິຈິຕໍ ແລະ ຄວາມສະຫງົບທາງໄຊເບີ. ສິ່ງດັ່ງກ່າວນີ້ຈະເລີ່ມຈາກການລົງທຶນໃນເບື້ອງຕົ້ນທີ່ມີມູນຄ່າ 25 ລ້ານໂດລາສະຫະລັດ ເພື່ອປັບປຸງການເຊື່ອມຕໍ່ທາງດິຈິຕໍຂອງບັນດາປະເທດຜູ້ຮ່ວມມື ແລະ ຂະຫຍາຍໂອກາດໃນການສົ່ງອອກເຕັກໂນໂລຊີຂອງສະຫະລັດ. ສະຫະລັດຈະສະໜັບສະໜູນການພັດທະນາພື້ນຖານໂຄງລ່າງດ້ານການສື່ສານ ຜ່ານການຊ່ວຍເຫຼືອດ້ານເຕັກນິກ ແລະ ການຮ່ວມມື ລະຫວ່າງ ພາກລັດ-ເອກະຊົນ; ສົ່ງເສີມນະໂຍບາຍທາງດ້ານລະບຽບການທີ່ອີງໃສ່ຕະຫຼາດ; ແລະ ສ້າງຄວາມສາມາດດ້ານຄວາມສະຫງົບທາງໄຊເບີຂອງຜູ້ຮ່ວມມື ເພື່ອຕໍ່ສູ້ກັບໄພທີ່ມີຄືກັນ. ພວກເຮົາເຮັດສິ່ງດັ່ງກ່າວນີ້ ເນື່ອງຈາກວ່າ ພວກເຮົາຮັບຮູ້ເຖິງຜົນປະໂຫຍດທາງເສດຖະກິດ ແລະ ສັງຄົມທີ່ໃຫຍ່ ທີ່ມາຈາກອິນເຕີເນັດທີ່ເປີດກວ້າງ, ປອດໄພ ແລະ ອາໄສໄດ້.

ຂໍ້ລິເລີ່ມທີສອງແມ່ນເອີ້ນວ່າ Asia EDGE. ມັນຫຍໍ້ມາຈາກ Enhancing Development and Growth through Energy (ການຜັນຂະຫຍາຍການພັດທະນາ ແລະ ການເຕີບໃຫຍ່ຜ່ານພະລັງງານ). ພະລັງງານເປັນຫຼອດເລືອດຂອງເສດຖະກິດທີ່ທັນສະໄໝ. ໂດຍຜ່ານ Asia EDGE, ພວກເຮົາຈະລົງທຶນເກືອບ 50 ລ້ານໂດລາສະຫະລັດ ສະເພາະໃນປີນີ້ ເພື່ອຊ່ວຍປະເທດຜູ້ຮ່ວມມືໃນເຂດອິນໂດ-ປາຊີຟິກນໍາເຂົ້!, ຜະລິດ, ເຄື່ອນຍ້າຍ, ເກັບຮັກສາ ແລະ ປ່ອຍແຫຼ່ງພະລັງງານຂອງພວກເຂົາ. ຄວາມເອື້ອເຟື້ອດ້ານພະລັງງານຂອງອາເມຣິກາ ປະກອບມີຊັບພະຍາກອນທໍາມະຊາດອັນມະຫາສານ, ບໍລິສັດເອກະຊົນຊັ້ນນໍາຂອງໂລກ, ເຄື່ອງມືພັດທະນາ-ການເງິນທີ່ມີປະສົບການຫຼາຍ ແລະ ຄວາມ ຊໍານານດ້ານເຕັກນິກທີ່ບໍ່ມີຜູ້ອື່ນທຽບເທົ່າ. ພວກເຮົາຈະດຶງດູດສິ່ງເຫຼົ່ານີ້ ເພື່ອຂະຫຍາຍຕະຫຼາດພະລັງງານ ທີ່ຍືນຍົງ ແລະ ປອດໄພຜ່ານເຂດອິນໂດ-ປາຊີຟິກ.

ຕໍ່ໄປແມ່ນສິ່ງທີສາມ, ພື້ນຖານໂຄງລ່າງ. ສະຫະລັດແມ່ນມີຂໍ້ຜູກພັນຕໍ່ການເຊື່ອມຕໍ່ ທີ່ເດີນໜ້າອະທິປະໄຕຂອງຊາດ, ການເປັນອັນໜຶ່ງອັນດຽວກັນຂອງພາກພື້ນ ແລະ ຄວາມເຊື່ອໝັ້ນ. ສິ່ງນີ້ແມ່ນເກີດຂຶ້ນເມື່ອພື້ນຖານໂຄງລ່າງແມ່ນມີຕົວຕົນ, ມີຄວາມເປັນໄປໄດ້ທາງດ້ານການເງິນ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ.

ປະຈຸບັນສະຫະລັດກໍາລັງເປີດການພົວພັນທຸລະກິດດ້ານພື້ນຖານໂຄງລ່າງ ແລະ ເຄື່ອຄ່າຍການຊ່ວຍເຫຼືອ ເພື່ອກະຕຸ້ນການພັດທະນາພື້ນຖານໂຄງລ່າງໃຫ້ຖືກຕ້ອງ. ຂໍ້ລິເລີ່ມຂອງລັດຖະບານທຸກພາກສ່ວນ, ໂດຍປູກຝັງດ້ວຍກອງທຶນເກືອບ 30 ລ້ານໂດລາສະຫະລັດ, ແມ່ນສ້າງໜ່ວຍງານ ປະສານງານຂອງພາກລັດ ເພື່ອປະສານງານ, ເຮັດໃຫ້ເຄື່ອງມືຂອງສະຫະລັດມີຄວາມເຂັ້ມແຂງ ພ້ອມກັບແລກປ່ຽນ ເພື່ອການຕິດຕາມໂຄງການ, ການເງິນ ແລະ ການຊ່ວຍເຫຼືອດ້ານເຕັກນິກ. ມັນຍັງສ້າງກອງທຶນທີ່ປຶກສາ ດ້ານການພົວພັນໃນເຂດອິນ ໂດ-ປາຊີຟິກ ເພື່ອຊ່ວຍຜູ້ຮ່ວມມືໃນການເຂົ້າເຖິງການບໍລິການດ້ານກົດໝາຍໃນພາກເອກະຊົນ ແລະ ຄໍາປຶກສາດ້ານການເງິນ.

ໃນແຕ່ລະຂົງເຂດເຫຼົ່ານີ້ – ເສດຖະກິດທາງດິຈິຕໍ, ພະລັງງານ ແລະ ພື້ນຖານໂຄງລ່າງ – ພວກເຮົາຄາດຫວັງທີ່ຈະໄດ້ເຮັດວຽກກັບພັນທະມິດ ແລະ ຜູ້ຮ່ວມມື. ພວກເຮົາຍັງຄາດຫວັງທີ່ຈະເອົາເຄື່ອງມືໃໝ່ ແລະ ທັນສະໄໝອອກມານໍາໃຊ້ ແລະ ປັບປຸງການເຮັດໂຄງການຈາກກົດໝາຍ BUILD ທີ່ຫາກໍຜ່ານສະພາ ແລະ ປະຈຸບັນສາພາສູງພວມຄົ້ນຄວ້າຢູ່. ນີ້ແມ່ນສິ່ງໃຫຍ່ໂຕ. ພາຍໃຕ້ຮ່າງກົດໝາຍຂອງສະພາ, ຄວາມສາມາດດ້ານການເງິນໃນການພັດທະນາຂອງລັດຖະບານສະຫະ ລັດຈະທະວີຄູນເປັນສອງເທົ່າເຖິງ 60 ຕື້ໂດລາສະຫະລັດ.

ຂ້າພະເຈົ້າຂໍເວົ້າຕື່ມກ່ຽວກັບເລື່ອງເງິນ. ທ່ານປະທານປະເທດ Trump – ແລະ ຂ້າພະເຈົ້າຮູ້ວ່າ ຫຼາຍທ່ານຢູ່ໃນຫ້ອງນີ້ບໍ່ຢາກໃຊ້ເງິນແມ່ນແຕ່ເຊັນໜຶ່ງໂດຍເສຍຖິ້ມ – ແລະ ການລົງທຶນນີ້ຈະບໍ່ເສຍຖິ້ມ. ຫຼື ບໍ່ແມ່ນກະທັງການມອບເງິນໃຫ້ລ້າໆ. ນີ້ແມ່ນການລົງທຶນດ້ານຍຸດທະສາດໃນສະຖານທີ່ທີ່ມີການແຂ່ງຂັນກັນຫຼາຍທີ່ສຸດໃນໂລດໃນອີກຫຼາຍປີຂ້າງໜ້າ.

ພວກເຮົາພູມໃຈທີ່ສະໜັບສະໜູນກົດໝາຍ BUILD ແລະ ຈັດສັນເງິນຈໍານວນ 113 ລ້ານໂດລາສະຫະລັດໃສ່ໃນກອງທຶນໃໝ່ ເພື່ອຂະຫຍາຍການພົວພັນທາງເສດຖະກິດໃນເຂດອິນໂດ-ປາຊີຟິກ. ໃນອາທິດນີ້, ຂ້າພະເຈົ້າຈະປະກາດເພີ່ມເຕີມ ກ່ຽວກັບການຊ່ວຍເຫຼືອດ້ານຄວາມສະຫງົບ.

ແຕ່ພວກເຮົາກໍຍັງຮູ້ວ່າ ການໃຊ້ຈ່າຍຂອງລັດຖະບານຢ່າງດຽວບໍ່ສາມາດລະບຸຄວາມຕ້ອງການຂອງອິນໂດ-ປາຊີຟິກໄດ້. ຕາມທະນາຄານພັດທະນາອາຊີ, ປະເທດພວມພັດທະນາໃນພາກພື້ນຈໍາເປັນຕ້ອງມີເງິນຈໍານວນ 26 ແສນລ້ານໂດລາສະຫະລັດ ສໍາລັບພື້ນຖານໂຄງລ່າງພາຍໃນປີ 2030. ບໍ່ມີລັດຖະບານໃດ ຫຼື ການປະສານຂອງລັດຖະບານໃດມີເງິນຈໍານວນນັ້ນ. ມີແຕ່ພາກເອກະຊົນເທົ່ານັ້ນທີ່ມີ. ແລະ ຖ້າວ່າ ບັນດາປະເທດຕ່າງໆເຮັດໃຫ້ມີການດຶງດູດການລົງທຶນຂອງພາກເອກະຊົນ ເງິນຈໍານວນແສນລ້ານໂດລານັ້ນຈິ່ງຈະມີມາ,​ ເຂົ້າໃນເສດຖະກິດຂອງພວກເຂົາ ແລະ ເຂົ້າໃນວິສາະກິດການຜະລິດ ທີ່ເຮັດໃຫ້ມີວຽກເຮັດງານທໍາ ແລະ ຄວາມຈະເລີນໃຫ້ແກ່ປະຊາຊົນ. ເພື່ອເຮັດໃຫ້ສິ່ງດັ່ງກ່າວເກີດຂຶ້ນ, ຜູ້ນໍາຂອງອິນໂດ-ປາຊີຟິກຈະຕ້ອງໃຫ້ບູລິມະສິດຕໍ່ການຈັດການດ້ານການເງິນທີ່ໂປ່ງໃສ, ຕໍ່ຕ້ານກັບການສໍ້ລາດບັງຫຼວງ ແລະ ມີຄວາມຮັບຜິດຊອບ.

ຂໍ້ລິເລີ່ມໃນເຂດອິນໂດ-ປາຊີຟິກຂອງລັດຖະບານສະຫະລັດຈະຖືກເຮັດໃຫ້ເປັນຮູບເປັນຮ່າງໂດຍຄຸນຄ່າເຫຼົ່ານີ້ ແລະ ຄໍ້າຈູນໂດຍການຮ່ວມມືກັບບໍລິສັດອາເມຣິກາ. ສິ່ງດັ່ງກ່າວນີ້ຈະສະທ້ອນໃຫ້ເຫັນຄຸນຄ່າຂອງອາເມຣິກາໃນກົດໝາຍທີ່ມີມາດຕະຖານສູງ, ໂປ່ງໃສ ແລະ ມີຄວາມຍຶດໝັ້ນ.

ໂດຍມີບໍລິສັດອາເມຣິກາ, ປະຊາຊົນທົ່ວໂລກແມ່ນຮູ້ວ່າ ສິ່ງທີ່ທ່ານເຫັນແມ່ນສິ່ງທີ່ທ່ານໄດ້ຮັບ: ສັນຍາທີ່ຊື່ສັດ, ຂໍ້ກໍານົດທີ່ຊື່ສັດ ແລະ ບໍ່ຈໍາເປັນຈະຕ້ອງມີການຕຸກຕິກ. ຄວາມມີສິນທໍາໃນການເຮັດທຸລະກິດແມ່ນເສົາຫຼັກອັນສໍາຄັນຂອງວິໄສທັດທາງເສດຖະກິດອິນໂດ-ປາຊີຟິກ ແລະ ມັນເປັນສິ່ງທີ່ແຕ່ລະປະເທດໃນພາກພື້ນຈໍາເປັນຕ້ອງມີ.

ໃນຕອນປິດທ້າຍນີ້ ຂ້າພະເຈົ້າຕ້ອງການໃຫ້ທຸກທ່ານເຂົ້າໃຈບາງຢ່າງ: ນີ້ແມ່ນຄວາມມຸ້ງໝັ້ນ. ຂ້າພະເຈົ້າ ໂດຍສ່ວນຕົວ ຂໍໃຫ້ຄໍາໝັ້ນສັນຍາ ໃນຖານະລັດຖະມົນຕີການຕ່າງປະເທດ ວ່າຂ້າພະເຈົ້າຈະພົວພັນກັບພວກທ່ານ. ຂ້າພະເຈົ້າຈະພົວພັນກັບລັດຖະສະພາ ແລະ ຝ່າຍຕ່າງປະເທດ. ບັນດາທຸຕານຸທູດ ແລະ ເຈົ້າໜ້າທີ່ສະຫະລັດກໍເຊັ່ນດຽວກັນ. ຂ້າພະເຈົ້າແມ່ນມີຄວາມຍິນດີທີ່ໄດ້ເດີນທາງໄປປະເທດຫວຽດນາມເປັນຄັ້ງທໍາອິດໃນສອງສາມອາທິດທີ່ຜ່ານມາ ແລະ ຈະມີການເດີນ ທາງອີກຫຼາຍຄັ້ງໃນພາກພື້ນໃນປີນີ້.

ການເດີນທາງໜຶ່ງແມ່ນຈະເລີ່ມໃນວັນພຸດຂອງອາທິດນີ້. ຂ້າພະເຈົ້າຈະເດີນທາງໄປປະເທດມາເລເຊຍ, ສິງກະໂປ ແລະ ຫຼັງຈາກນັ້ນກັບໄປອິນໂດເນເຊຍສໍາລັບວັນເສົາ-ອາທິດ. ຂ້າພະເຈົ້າຄາດຫວັງທີ່ຈະໄດ້ປຶກສາຫາລືທຸກຢ່າງທີ່ຂ້າພະເຈົ້າໄດ້ແລກປ່ຽນກັບພວກທ່ານໃນມື້ນີ້ກັບຜູ້ນໍາທາງການເມືອງ ແລະ ທຸລະກິດໃນພາກພື້ນ. ອາຊຽນແມ່ນຕັ້ງຢູ່ສູນກາງຂອງເຂດອິນໂດ-ປາຊີຟິກ ແລະ ມັນມີບົດບາດສໍາຄັນໃນວິໄສທັດອິນໂດ-ປາຊີຟິກ ທີ່ອາເມຣິກາພວມນໍາສະເໜີ. ນີ້ເປັນໜຶ່ງເຫດຜົນທີ່ໃນຈໍານວນ 113​ ລ້ານໂດລາສະຫະລັດ ແມ່ນຈະເປັນການສະໜັບສະໜູນຂອງສະຫະລັດ ສໍາລັບບັນດາສະຖາບັນຕ່າງໆໃນພາກພື້ນເຊັ່ນອາຊຽນ ແລະ ຂໍ້ລິເລີ່ມການເຊື່ອມຕໍ່ກັບອາຊຽນ, APEC, ຂໍ້ລິເລີ່ມລຸ່ມແມ່ນໍ້າຂອງ ແລະ Indian Rim Association. ຈະໄດ້ມີການກ່າວເຖິງສິ່ງເຫຼົ່ານີ້ເພີ່ມເຕີມພາຍໃນອາທິດນີ້.

ຄະນະບໍລິຫານລັດຖະບານ Trump ແມ່ນມີວິໄສທັດອັນຊັດເຈນສໍາລັບອິນໂດ-ປາຊີຟິກໃນສັດຕະວັດທີ 21. ມັນເປັນວິໄສທັດຂອງອາເມຣິກາ ທີ່ມີການພົວພັນຢ່າງເລິກເຊິ່ງກັບເສດຖະກິດ, ການເມືອງ, ວັດທະນະທໍາ ແລະ ວຽກງານຄວາມສະຫງົບຂອງພາກພື້ນ. ເໝືອນກັບພັນທະມິດ ແລະ ມິດສະຫາຍຂອງພວກເຮົາທັງຫຼາຍໃນອາຊິ, ປະເທດຂອງພວກເຮົາແມ່ນໄດ້ຕໍ່ສູ້ເພື່ອຄວາມເປັນເອກະລາດຂອງຕົນເອງຈາກຈັກກະພັດທີ່ຕ້ອງການໃຫ້ມີຄວາມແຍ່ງແຍກແຕກຕ່າງ. ພວກເຮົາ ສະນັ້ນ ບໍ່ເຄີຍ ແລະ ຈະບໍ່ສະແຫວງຫາອິດທິພົນໃນເຂດອິນໂດ-ປາຊີຟິກ ແລະ ພວກເຮົາຈະຕໍ່ຕ້ານປະເທດທີ່ເຮັດຈັ່ງຊັ້ນ.

ພວກເຮົາແມ່ນຕ້ອງການຄວາມເປັນລະບຽບຮຽບຮ້ອຍໃນພາກພື້ນ, ປະເທດທີ່ເປັນເອກະລາດ ທີ່ສາມາດປົກປ້ອງປະຊາຊົນຂອງພວກເຮົາ ແລະ ແຂ່ງຂັນຢ່າງເປັນທໍາກັບຕະຫຼາດສາກົນ. ພວກເຮົາຢືນດ້ວຍຄວາມເພືອເພີ່ມຄວາມປອດໄພຂອງຜູ້ຮ່ວມມືຂອງພວກເຮົາ ແລະ ເພື່ອຊ່ວຍເຫຼືອພວກເຂົາ ໃນການພັດທະນາເສດຖະກິດ ແລະ ສັງຄົມຂອງພວກເຂົາ ໃນວິທີທາງທີ່ຮັບປະກັນກຽດສັກສີຂອງມະນຸດ. ພວກເຮົາຈະຊ່ວຍພວກເຂົາ. ພວກເຮົາຈະຊ່ວຍພວກເຂົາຮັກສາປະຊາຊົນຂອງພວກເຂົາ ເພື່ອປາສະຈາກການບີບບັງຄັບ ຫຼື ອິດທິພົນຈາກມະຫາອໍານາດອື່ນ.

ມື້ນີ້ຂ້າພະເຈົ້າຂໍປິດໂດຍການເຊື້ອເຊີນປະເທດ ແລະ ທຸລະກິດໃດໜຶ່ງ ທີ່ຕ້ອງການມີຄຸນຄ່າເຫຼົ່ານັ້ນຢູ່ໃນພາກພື້ນແຫ່ງນີ້ ເພື່ອຮ່ວມມືກັບລັດຖະບານສະຫະລັດ. ເຂດອິນໂດ-ປາຊີຟິກແບບເສລີ ແລະ ເປີດກວ້າງແມ່ນເສັ້ນທາງທີ່ອາເມຣິກາໄດ້ເລືອກ – ແລະ ພວກເຮົາຫວັງວ່າ ມັນຈະເປັນທາງເລືອກຂອງພວກທ່ານນໍາ. ຂໍຂອບໃຈ ແລະ ຂໍອວຍພອນໃຫ້ພວກທ່ານມີມື້ທີ່ດີ. (ຕົບມື)