ການ​ນຳ​ຂັ້ນ​ສູງດ້ານສາທາ ເສີມຂະຫຍາຍການຮ່ວມມືກັບ ສປປ ລາວ

ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 9 ພະຈິກ 2018, ທ່ານ ອີຣິກ ຮາແກນ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ຂອງສະຫະລັດອາເມລິກາ ແລະ ທ່ານ. ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ປຶກສາຫາລືກ່ຽວກັບ ການຮ່ວມມຶືດ້ານສາທາລະນະສຸກ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ.  ສປປ ລາວ ແມ່ນຄູ່ຮ່ວມງານທີ່ສໍາຄັນໃນຄວາມພະຍາຍາມລະດັບສາກົນຂອງວຽກງານຕ້ານ ແລະ ສະກັດກັ້ນໄພຂົ່ມຂູ່ພະຍາດທີ່ກໍາລັງເກີດຂຶ້ນ ແລະ ເກີດຂຶ້ນໃໜ່ ໂດຍສະເພາະ ພະຍາດໄຂ້ຫວັດສັດປີກ ແລະ ໄຂ້ຫວັດໃຫຍ່ສາຍພັນໃໝ່, ການຕ້ານ​ຕໍ່ຢາຂອງໄຂ້ມາເລເຣຍ, ໄຂ້ເລືອດອອກ, HIV/AIDS ແລະ ພະຍາດວັນ​ນະ​ໂລກປອດ.

ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈໍາ ສປປ ລາວ ກ່າວວ່າ: ສະຫະລັດອາເມລິກາ ມີຄວາມມຸ້ງໝັ້ນທີ່ຈະສືບຕໍ່ເພີ່ມທະວີການຮ່ວມມືກັບ ລັດຖະບານ ແລະ ປະຊາຊົນລາວ ໃນຂົງເຂດສາທາລະນະສຸກ ແລະ ການພັດທະນາທີ່ຍືນຍົງ. ການຮ່ວມມືດ້ານສາທາລະນະສຸກ ແມ່ນໜຶ່ງຕົວຢ່າງທີ່ພົ້ນເດັ່ນທີ່ສຸດຂອງການເຮັດວຽກຮ່ວມກັນຂອງພວກເຮົາ ແລະ ການເດີນທາງມາຢ້ຽມຢາມຂອງທ່ານຮອງລັດຖະມົນຕີ ຮາແກນ ແມ່ນອີກສັນຍານໜຶ່ງຢັ້ງຢືນວ່າການຮ່ວມມືດ້ານສາທາລະນະສຸກ ຂອງພວກເຮົາ ຈະສືບຕໍ່ຂະຫຍາຍຕົວ.

ນອກຈາກພົບກັບທ່ານລັດຖະມົນຕີ. ຮສ. ດຣ. ບຸນກອງ  ໃນວັນທີ 9 ພະຈິກ ທີ່ຜ່ານມາ, ທ່ານຮອງລັດຖະມົນຕີ ຮາແກນ ຍັງໄດ້ໄປຢ້ຽມຢາມ ໂຮງໝໍ ແລະ ຫ້ອງວິ​ເຄາະ​ການ​ແພດຕ່າງໆ ເພື່ອເບິ່ງ ໂຄງການຝຶກອົບຮົມທີ່ສະໜັບສະໜູນໂດຍລັດຖະບານສະຫະລັດອາເມລິກາ ທີ່ຈັດຂຶ້ນໃຫ້ສໍາລັບວິຊາການດ້ານສາທາລະນະສຸກ ວ່າສາມາດສ້າງຄວາມເຂັ້ມແຂງແນວໃດໃຫ້ກັບວຽກປ້ອງກັນ, ຄົ້ນຫາ, ການກຽມຄວາມພ້ອມ ແລະ ຕອບ​ໂຕ້​ຕໍ່ເຫດການສຸກເສີນດ້ານສາທາລະນະສຸກ.

ກ່ອນເດີນທາງມາຮອດ ສປປ ລາວ, ທ່ານຮອງລັດຖະມົນຕີ ຮາແກນ ໄດ້ນໍາພາຄະນະຜູ້ແທນສະຫະລັດອາເມລິກາ ເຂົ້າຮ່ວມ ກອງປະຊຸມລະດັບລັດຖະມົນຕີຂອງວຽກ​ງານຄວາມໝັ້ນຄົງດ້ານສຸຂະພາບໂລກຄັ້ງທີ່ 5 (the Global Health Security Agenda (GHSA) ຢູ່ປະເທດອິນໂດນີເຊຍ, ເຊິ່ງເປັນການເປີດໂຄງການ GHSA ໄລຍະ 5 ປີ ຢ່າງເປັນທາງການ ເຊິ່ງເອີ້ນວ່າ GHSA 2024. GHSA ແມ່ນຄວາມພະຍາຍາມລະດັບສາກົນໃນການສ້າງຄວາມອາດສາມາດໃຫ້ບັນດາປະເທດ ເພື່ອຊ່ວຍໃຫ້ໂລກ ມີຄວາມປອດໄພ ແລະ ປາດສະຈາກໄພຂົ່ມຂູ່ຈາກພະຍາດຊຶມເຊື້ອ ແລະ ຍົກລະດັບຄວາມໝັ້ນຄົງດ້ານສຸຂະພາບໂລກ ໃຫ້ກາຍເປັນບຸລີມະສິດແຫ່ງຊາດ ແລະ ສາກົນ.

ການສະໜັບສະໜູນຂະແໜງສາທາລະນະສຸກ ແມ່ນບຸລີມະສິດທີ່ສໍາຄັນຂອງຍຸດທະສາດອິນໂດຈີນ-ປາຊິຟິກ ຂອງສະຫະລັດອາເມລິກາ ເຊິ່ງສະຫະລັດອາເມລິກາ ໄດ້ປະກອບສ່ວນດ້ານຄວາມຊຳນິຊໍານານ ແລະ ການຊ່ວຍເຫຼືອ ເພື່ອສ້າງຄວາມເຂັ້ມແຂງໃຫ້ຂະແໜງສາທາລະນະສຸກ ຂອງບັນດາຄູ່ຮ່ວມງານໃນທົ່ວພາກພື້ນ ເຊິ່ງລວມທັັງ ສປປ ລາວ. ນອກຈາກຄວາມພະຍາຍາມຮ່ວມກັນໃນການຕໍ່ສູ້ກັບພະຍາດຕິດເຊື້ອ, ລັດຖະບານສະຫະລັດອາເມລິກາ ຍັງສະໜັບສະໜູນໂຄງການທີ່ກ່ຽວກັບສຸຂະພາບຕ່າງໆ ຢູ່ ສປປ ລາວ ເພື່ອສົ່ງເສີມດ້ານໂພຊະນາການ, ນໍ້າ​ສະ​ອາດ, ວິດຖ່າຍ ແລະ ສຸຂະອານາໄມ, ສຸຂະພາບແມ່ ແລະ ເດັກ, ສະໜັບສະໜູນຄົນພິການ ແລະ ການລ້ຽງອາຫານໃນໂຮງຮຽນ.