ເຈົ້າໜ້າທີ່ຂັ້ນສູງ ສະຫະລັດອາເມລິກາ ພົບປະກັບລັດຖະບານ ສປປ ລາວ ກ່ຽວກັບ ແຜນຍຸດທະສາດອິນໂດ-ປາຊີຟິກ

ນະຄອນຫຼວງວຽງຈັນ, ສປປ ລາວ: ໃນວັນທີ 14-16 ຕຸລາ, ເຈົ້າໜ້າທີ່ຂັ້ນສູງ ກະຊວງການຕ່າງປະເທດ ສະຫະລັດອາເມລິກາ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ເພື່ອທົບທວນຄືນກ່ຽວກັບ ຄວາມຄືບໜ້າຢ່າງຕໍ່ເນື່ອງໃນການພົວພັນສອງຝ່າຍ ແລະ ເພື່ອສະຫຼຸບໂດຍຫຍໍ້ໃຫ້ ເຈົ້າໜ້າທີ່ຝ່າຍລາວໄດ້ຮັບຊາບ ກ່ຽວກັບ ແຜນຍຸດທະສາດ ສະຫະລັດອາເມລິກາ ໃນພາກພື້ນອິນໂດ-ປາຊີຟິກ.

ໃນໄລຍະການຢ້ຽມຢາມ ທ່ານ ຮອງຜູ້ຊ່ວຍລັດຖະມົນຕີ Walter Douglas ວອລເຕີ ດັກລາສ ຈາກຫ້ອງການອາຊີຕາເວັນອອກແລະປາຊີຟິກ ໄດ້ພົບປະກັບທ່ານ ຮອງລັດຖະມົນຕີ ທອງເພັດ ອິນທະວົງ, ກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອປຶກສາຫາລືແນວທາງໃນການສືບຕໍ່ ເສີມຂະຫຍາຍການລົງທຶຶນມູນຄ່າສູງຂອງສະຫະລັດອາເມລິກາ ໃນຂົງເຂດເສດຖະກິດ ລາວ.

ໃນທີ່ປະຊຸມ, ທ່ານ ຮອງຜູ້ຊ່ວຍລັດຖະມົນຕີ ດັກລາສ ໄດ້ກ່າວວ່າ: ສປປ ລາວ ຍັງຄົງສືບຕໍ່ປັບປຸງສະພາບແວດລ້ອມທາງທຸລະກິດ, ເຊີ່ງຈະເຮັດໃຫ້ເສີມຂະຫຍາຍການດຶງດູດການລົງທຶນທີ່ມີຄຸນນະພາບສູງ ຮວມທັງ ຈາກ ສະຫະລັດອາເມລິກາ.  ການລົງທຶນນິີ້ຈະຊ່ວຍຂັບເຄື່ອນການເຕີບໂຕ ທາງເສດຖະກິດຢ່າງຢັ້ງຢືນ ແລະ ເປັນການເປີດໂອກາດໃຫ້ແກ່ ນັກທຸລະກິດ ຈາກສະຫະລັດອາເມລິກາ.

ໃນຊ່ວງການຢ້ຽມຢາມໃນຄັ້ງນີ້, ທ່ານ ຮອງຜູ້ຊ່ວຍລັດຖະມົນຕີ ດັກລາສ ຢືນຢັນສະໜັບສະໜູນ ການຊ່ວຍເຫຼືອຈາກສະຫະລັດອາເມລິກາໃຫ້ແກ່ ອາຊຽນ ແລະ ກໍສະແດງຄວາມຂອບໃຈ ມາຍັງ ສປປ ລາວສຳລັບບົດບາດອັນສຳຄັນໃນການເປັນຜູ້ປະສານງານອາຊຽນກັບສະຫະລັດອາເມລິກາ.  ທ່ານຍັງໄດ້ເນັ້ນໜັກເຖິງຄວາມສົນໃຈຂອງລັດຖະບານສະຫະລັດອາເມລິກາໃນການສົ່ງເສີມການເຕີບໂຕຂອງເສດຖະກິດບົນພຶ້ນຖານການປະຕິບັດຕາມກົດລະບຽບ ແລະ ການຄ້າ ແລະ ການລົງທຶນທີ່ມີມູນຄ່າສູງ.

ທ່ານ DAS Douglas ໄດ້ກ່າວວ່າ:  ແຜນຍຸດທະສາດອິນໂດ –  ປາຊີຟິກ ແມ່ນ ລະບຽບການ ແລະ ຫຼັກການ ເພື່ອເຄົາລົບນັບຖື ອະທິປະໄຕ ແລະ ຄວາມປາຖະຫນາຕ້ອງການຂອງບັນດາປະເທດໃນຂົງເຂດພາກພື້ນ. ນີ້ຖືວ່າເປັນສິ່ງທີ່ສຳຄັນທີ່ສຸດເພື່ອໃຫ້ມີການເປີດກວ້າງ, ມີຄວາມຍຸດຕິທໍາ ແລະ ມີຄວາມໂປ່ງໃສ ສໍາລັບການຄ້າ ແລະ ການລົງທຶນ, ເພື່ອພວກເຮົາຈະໄດ້ສົ່ງເສີມການພັດທະນາແບບຍືນຍົງ.

ໃນລະຫວ່າງການມາຢ້ຽມຢາມຄັ້ງນີ້, ທ່ານ DAS Douglas ແລະ ທ່ານເອກອັກຄະລັດຖະທູດ ຣີນາ ບິດເຕີ ຍັງໄດ້ຢ້ຽມຢາມສູນອາເມລິກາທີ່ທາດດຳ ເພື່ອສັງເກດການເບິ່ງຫຼັກສູດເປີດໃຫມ່ທີ່ເອີນວ່າ STEM ຫຼື  ວິທະຍາສາດ, ເຕັກໂນໂລຢີ, ວິສະວະກໍາ ແລະ ຄະນິດສາດ. ສູນແຫ່ງນີ້ຍັງໄດ້ສະໜອງການຈັດສຳມະນາໂດຍບໍ່ເສຍຄ່າເພື່ອປະກອບສ່ວນເຂົ້າໃນການພັດທະນາອາຊີບ ແລະ ໃນແຕ່ລະເດືອນມີຫຼາຍພັນຄົນທີ່ໄດ້ເຂົ້າມາສູນແຫ່ງນີ້ເພື່ອມາຮຽນຮູ້ທັກສະຕ່າງໆໃນຫ້ອງຮຽນພາສາອັງກິດ.

ທ່ານເອກອັກຄະລັດຖະທູດ ບິດເຕີ ໄດ້ກ່າວວ່າ: ສູນອາເມລິກາຂອງພວກເຮົາຍັງໄດ້ປະກອບສ່ວນເຂົ້າໃນການສົ່ງເສີມດ້ານການສຶກສາ ແລະ ການພັດທະນາອາຊີບ ຂອງຄົນໄວໜຸ່ມ. ຄົນໜຸ່ມເຫຼົ່ານີ້ຄືອະນາຄົດອັນສໍາຄັນຂອງປະເທດຊາດ ແລະ ຍັງເປັນແຮງຂັບເຄື່ອນອັນສຳຄັນທາງດ້ານເສດຖະກິດຂອງ ສປປ ລາວ.

ແຜນຍຸດທະສາດອິນໂດ – ປາຊີຟິກ ແມ່ນໄດ້ລິເລີ້ມໂດຍ ລັດຖະບານສະຫະລັດອາເມລິກາ ໃນຕົ້ນປີ 2018 ເພື່ອສົ່ງເສີມການເປີດກວ້າງ ເສລີ ໃນຂົງເຂດອິນໂດ-ປາຊິຟິກ ເຊິ່ງກວມເອົາຝັ່ງທິດຕາເວັນຕົກຂອງສະຫະລັດອາເມລິກາໄປທາງທິດຕາເວັນຕົກຂອງປະເທດອິນເດຍ. ຍຸດທະສາດດັ່ງກ່າວຍັງເປັນການສົ່ງເສີມລະບົບສາກົນເພື່ອໃຫ້ບັນດາປະເທດມີເສລີພາບທາງດ້ານການປົກປັກຮັກສາອະທິປະໄຕຈາກ ແລະ ສາມາດສືບຕໍ່ນະໂຍບາຍໃນການປົກຄອງທີ່ດີ, ມີຄວາມໂປ່ງໃສ ແລະ ບັນດານະໂຍບາຍຕ່າງໆເພື່ອຕ້ານການສໍ້ລາດບັງຫຼວງ ແລະ ເປີດກວ້າງຕໍ່ການສື່ສານ, ໂຄງລ່າງພື້ນຖານ, ການຄ້າ ແລະ ການລົງທຶນ.