An official website of the United States government
Official websites use .gov
A .gov website belongs to an official government organization in the United States.
Secure .gov websites use HTTPS
A lock (
) or https:// means you’ve safely connected to the .gov website. Share sensitive information only on official, secure websites.
The U.S. Embassy is only able to admit individuals who have scheduled appointments. Individuals who cannot schedule an appointment online but think they have qualifying reasons for an expedited appointment request, should contact us at CONSLAO@state.gov.
ການຈັບກຸມພົນລະເມືອງສະຫະລັດອາເມລິກາ
ກະຊວງການຕ່າງປະເທດສະຫະລັດອາເມລິກາ ຈະໃຫ້ການຊ່ວຍເຫຼືອຜູ້ຖືກຈໍາຄຸກຢູ່ຕ່າງປະເທດ ແລະ ເຮັດວຽກເພື່ອຮັບປະກັນໃຫ້ໄດ້ຮັບການປະຕິບັດທີ່ຍຸດຕິທໍາ ແລະ ມີມະນຸດສະທໍາ.
ການເສຍຊີວິດຂອງພົນລະເມືອງສະຫະລັດອາເມລິກາ
ກະຊວງການຕ່າງປະເທດສະຫະລັດອາເມລິກາ ໃຫ້ການຊ່ວຍເຫຼືອຄອບຄົວ ແລະ ໝູ່ເພື່ອນຂອງພົນລະເມືອງອາເມລິກາທີ່ເສຍຊີວິດຢູ່ຕ່າງປະເທດ. ພວກເຮົາຈະແຈ້ງຍາດພີ່ນ້ອງທີ່ໃກ້ຊິດກ່ຽວກັບການເສຍຊີວິດ ແລະ ໃຫ້ຂໍ້ມູນກ່ຽວກັບການຈັດຝັງສົບໃນທ້ອງຖິ່ນ ຫຼື ການສົ່ງມອບສົບກັບຄືນໄປຍັງສະຫະລັດອາເມລິກາ; ການສົ່ງມອບຊັບສິນ ແລະ ພັນທະສ່ວນຕົວອື່ນໆ. ພ້ອມນີ້, ພວກເຮົາກໍຍັງອອກໜັງສືລາຍງານການເສຍຊີວິດຂອງກົງສຸນຢູ່ຕ່າງປະເທດ ເຊິ່ງເປັນບົດບັນທຶກການເສຍຊີວິດຢ່າງເປັນທາງການ.
ຫ້ອງການຮັບຜິດຊອບກ່ຽວກັບບັນຫາຂອງເດັກ ຂອງກະຊວງການຕ່າງປະເທດສະຫະລັດອາເມລິກາ ມີໜ້າທີ່ແກ້ໄຂ ແລະ ປ້ອງກັນການລັກພາຕົວເດັກຂ້າມຊາດ ແລະ ຊ່ວຍເຫຼືອເດັກນ້ອຍ ແລະ ຄອບຄົວທີ່ກ່ຽວຂ້ອງກັບກໍລະນີການລັກພາຕົວ. ສໍາລັບຂໍ້ມູນເພີ່ມຕື່ມ ທ່ານສາມາດເຂົ້າໄປເບິ່ງໄດ້ທີ່ໜ້າເວັບ ຂອງການລັກພາຕົວເດັກຂ້າມຊາດ ທີ່ເວັບໄຊ on travel.state.gov.
ກະຊວງການຕ່າງປະເທດສະຫະລັດອາເມລິກາ ຊ່ວຍເຫຼືອພົນລະເມຶອງອາເມລິກາທີ່ຕົກເປັນເຫຍື່ອຂອງອາຊະຍາກໍາຢູ່ຕ່າງປະເທດ. ພວກເຮົາເປັນຜູ້ປະສານຜູ້ຖືກເຄາະຮ້າຍໃຫ້ກັບຕໍາຫຼວດ, ການບໍລິການອື່ນໆ ແລະ ສະໜອງແຫຼ່ງຂໍ້ມູນຕ່າງໆເພື່ອຊ່ວຍເຫຼືອທັງການບາດເຈັບທາງດ້ານຮ່າງກາຍ, ຈິດໃຈ ແລະ ດ້ານການເງິນ ທີ່ເກີດຈາກອາຊະຍາກໍາດັ່ງກ່າວ.
ທ່ານແມ່ນພົນລະເມືອງອາເມລິກາທີ່ຕ້ອງການໜັງສືຜ່ານແດນບໍ່?
ພົນລະເມືອງອາເມລິກາທີ່ຕ້ອງການຄວາມຊ່ວຍເຫຼືອທາງດ້ານການເງິນສຸກເສີນ
ພວກເຮົານໍາໃຊ້ການບໍລິການໂອນເງິນທາງການຄ້າເຊັ່ນ: Western Union or MoneyGram., ເພື່ອໂອນເງິນຂ້າມປະເທດ. ທ່ານສາມາດນໍາໃຊ້ເຄື່ອງມືອອນລາຍເພື່ອປຽບທຽບທາງເລືອກທີ່ດີທີ່ສຸດ. ຜູ້ທີ່ໄດ້ຮັບເງິນຈະຕ້ອງມີເອກະສານຢັ້ງຢືນມາສະແດງຕົວຕົນເຊັ່ນ: ຫນັງສືຜ່ານແດນ. ຂໍ້ຄວາມຍືນຍັນ: ຈົ່ງລະມັດລະວັງການຫຼອກລວງທາງດ້ານການເງິນລະຫວ່າງປະເທດ..
ການສົ່ງເງິນຜ່ານກະຊວງການຕ່າງປະເທດສະຫະລັດອາເມລິກາ
ຖ້າຫາກວ່າຕົວເລືອກໃນການໂອນເງິນທາງການຄ້າທີ່ຢູ່ທາງດ້ານເທິງບໍ່ສາມາດນໍາໃຊ້ໄດ້, ຄອບຄົວ ຫຼື ໝູ່ເພື່ອນຂອງທ່ານສາມາດສົ່ງເງິນຜ່ານກະຊວງການຕ່າງປະເທດສະຫະລັດອາເມລິກາ ເພື່ອຈັດສົ່ງເງິນດັ່ງກ່າວຕໍ່ໄປໃຫ້ກັບພົນລະເມືອງອາເມລິກາທີ່ຂາດແຄນຢູ່ຕ່າງປະເທດ ໂດຍຜ່ານສະຖານທູດ ຫຼື ພະແນກກົງສຸນສະຫະລັດອາເມລິກາທີ່ຢູ່ໃກ້ຄຽງທີ່ສຸດ. ກະຊວງການຕ່າງປະເທດສະຫະລັດອາເມລິກາຄິດໄລ່ຄ່າທໍານຽມ 30 ໂດລາໃນການສ້າງບັນຊີ ແລະ ການໂອນເງິນ.
ພົນລະເມືອງອາເມລິກາທີ່ຂາດແຄນ ອາດຈະມີສິດໄດ້ຮັບເງິນກູ້ຈາກລັດຖະບານອາເມລິກາເພື່ອເດີນທາງກັບໄປທີ່ສະຫະລັດອາເມລິກາ. ເງິນກູ້ຢືມເພື່ອກັບປະເທດຈະຕ້ອງຖືກຈ່າຍຄືນໃຫ້ກັບລັດຖະບານອາເມລິກາ. ໃນຊ່ວງໄລຍະຂອງການກູ້ຢືມ, ໜັງສືຜ່ານແດນຂອງທ່ານຈະຖືກຈໍາກັດການນໍາໃຊ້ ແລະ ໂດຍສ່ວນໃຫຍ່ທ່ານຈະບໍ່ສາມາດອອກໜັງສືຜ່ານແດນເຫຼັ້ມໃໝ່ໄດ້ຈົນກວ່າເງິນທີ່ກູ້ຢືມໄປຈະຖືກໃຊ້ຄືນແບບເຕັມຈໍານວນ. ຕິດຕໍ່ພວກເຮົາເພື່ອສຶກສາຂໍ້ມູນເພີ່ມຕື່ມ.
ພະແນກກົງສຸນ ແມ່ນເປັນຕາງໜ້າໃຫ້ກັບກະຊວງການຕ່າງປະເທດສະຫະລັດອາເມລິກາ ສໍາລັບປະຊາກອນຫຼາຍລ້ານຄົນໃນທົ່ວໂລກ. ພວກເຮົາສະໜອງການບໍລິການຫຼາຍຢ່າງ ເຊິ່ງອັນທີ່ເປັນທີ່ນິຍົມທີ່ສຸດແມ່ນໄດ້ຖືກລະບຸໄວ້ທາງດ້ານລຸ່ມນີ້.
ຜູ້ທີ່ຈະເດີນທາງໄປສະຫະລັດອາເມລິກາ ສາມາດສຶກສາຂໍ້ມູນກ່ຽວກັບວີຊາ ແລະ ຄໍາແນະນໍາໄດ້ທີ່ນີ້
ການບໍລິການໜັງສືຜ່ານແດນສະຫະລັດອາເມລິກາ
ພົນລະເມືອງອາເມລິກາທີ່ຢູ່ຕ່າງປະເທດ ສາມາດຕໍ່ອາຍຸ, ປ່ຽນ ຫຼື ສະໝັກເຮັດໜັງສືຜ່ານແດນເຫຼັ້ມໃໝ່ໄດ້
ການບໍລິການຈັດເກັບພາສີ ແລະ ອາກອນ
ຖ້າທ່ານເປັນພົນລະເມືອງສະຫະລັດອາເມລິກາ ຫຼື ຜູ້ຢູ່ອາໄສຖາວອນທີ່ຖືກຕ້ອງຕາມກົດໝາຍ (ຜູ້ຖືບັດຂຽວ), ທ່ານມີຄວາມຮັບຜິດຊອບໃນການຍື່ນໃບແຈ້ງພາສີລາຍໄດ້ ໃນຂະນະທີ່ຢູ່ຕ່າງປະເທດ. ທ່ານສາມາດຄົ້ນຫາຂໍ້ມູນທີ່ເປັນປະໂຫຍດຢູ່ໃນເວັບໄຊຂອງການບໍລິການລາຍຮັບພາຍໃນ (IRS) ເຊັ່ນ: ຄໍາຖາມທີ່ຖືກຖາມເລື້ອຍໆກ່ຽວກັບພາສີ ຫຼື ວິທີການສະຫມັກຂໍເອົາຕົວເລກປະຈໍາຕົວຜູ້ເສຍພາສີ (ITIN).
ຖ້າທ່ານເປັນພົນລະເມືອງອາເມລິກາທີ່ຖືສອງສັນຊາດ ຫຼື ເປັນພົນລະເມືອງອາເມລິກາທີ່ອາໄສຢູ່ນອກດິນແດນສະຫະລັດອາເມລິກາ ທ່ານສາມາດລົງທະບຽນເກນທະຫານຢູ່ໃນລະບົບນີ້.
ຖ້າທ່ານອາໄສຢູ່ໃນປະເທດລາວ ແລະ ມີຄໍາຖາມກ່ຽວກັບການບໍລິການຂອງສໍານັກງານປະກັນສັງຄົມ (SSA), ທ່ານສາມາດຕິດຕໍ່ໜ່ວຍງານ SSA Federal Benefits Unit (FBU) ຢູ່ໃນປະເທດລາວໄດ້. ປະຈຳ ສປປ ລາວ.
ສະມາຊິກຂອງກອງທັບສະຫະລັດອາເມລິກາ, ອາດີດທະຫານຜ່ານເສິກ ແບະ ຜູ້ທີ່ໄດ້ຮັບສິດຜົນປະໂຫຍດ ສາມາດສະໝັກສະເໜີຮັບເອົາສິດທິຜົນປະໂຫຍດຢູ່ທີ່ໜ້າເວັບໄຊ U.S. Department of Veterans Affairs (VA) ໜ່ວຍງານ Federal Benefits Unit (FBU) ອາດສາມາດຊ່ວຍເຫຼືອພວກທ່ານຖ້າຫາກມີຂໍ້ຂ້ອງໃຈກ່ຽວກັບສິດຜົນປະໂຫຍດ ແລະ ການບໍລິການອື່ນໆ.
ອີງຕາມຂົງເຂດທີ່ທ່ານມີສິດລົງຄະແນນສຽງເລືອກຕັ້ງ, ທ່ານອາດຈະໄດ້ຮັບບັດລົງຄະແນນສຽງຂອງທ່ານຜ່ານທາງອີເມວ, ແຟັກ ຫຼື ຜ່ານການດາວໂຫຼດທາງອິນເຕີເນັດ. ເພື່ອເລີ່ມຕົ້ນ, ໃຫ້ທ່ານເຂົ້າໄປຕື່ມຂໍ້ມູນໃນໃບສະໝັກບັດໄປສະນີຂອງລັດຖະບານກາງ (FPCA) ໃນລິ້ງນີ້. here. ເຊັນຊື່ ແລະ ສົ່ງຟອມ FPCA ຂອງທ່ານໃຫ້ຫ້ອງການການເລືອກຕັ້ງສະຫະລັດອາເມລິກາ ທີ່ຢູ່ໃນທ້ອງຖິ່ນຂອງທ່ານ. ກະລຸນາຄັດຕິດອີເມວຂອງທ່ານ ເພື່ອໃຫ້ເຈົ້າໜ້າທີ່ສາມາດຕິດຕໍ່ຫາທ່ານໄດ້ຖ້າຫາກມີບັນຫາເກີດຂຶ້ນ. ໃນກໍລະນີທີ່ລັດຂອງທ່ານທໍາການສົ່ງບັດເລືອກຕັ້ງເອເລັກໂທຣນິກຜ່ານທາງແຟັກເທົ່ານັ້ນ ໃຫ້ທ່ານຄັດຕິດໝາຍເລກແຟັກຂອງທ່ານໃສ່ພ້ອມ. ຖ້າທ່ານສົ່ງຄໍາຮ້ອງຂໍການຈັດສົ່ງທາງເອເລັກໂທຣນິກ ແລະ ຄັດຕິດອີເມວ ຫຼື ໝາຍເລກແຟັກໄປແລ້ວ, ທ່ານຈະໄດ້ຮັບບັດລົງຄະແນນສຽງຂອງທ່ານພາຍໃນ 45 ວັນ ກ່ອນວັນເລືອກຕັ້ງທົ່ວໄປ ແລະ ການເລືອກຕັ້ງກາງສະໄໝ; 30 ວັນ ກ່ອນການເລືອກຕັ້ງພິເສດ, ການເລືອກຕັ້ງຂັ້ນຕົ້ນ ແລະ ການເລືອກຕັ້ງສໍາລັບຫ້ອງການລັດຖະບານກາງ. ພວກເຮົາແນະນໍາໃຫ້ທ່ານຕື່ມຂໍ້ມູນໃນ FPCA ໃຫ້ແລ້ວພາຍໃນເດືອນມັງກອນ ຫຼື ກ່ອນໜ້າທີ່ທ່ານຈະຍົກຍ້າຍຖິ່ນ.
ການຮັບລູກບຸນທໍາລະຫວ່າງປະເທດ
ສະຫະລັດອາເມລິກາ ເປັນພາຄີຂອງສົນທິສັນຍາການຮັບລູກບຸນທໍາ (the Hague Adoption Convention) ເຊິ່ງເປັນສົນທິສັນຍາສາກົນທີ່ຮັບປະກັນການຮັບລູກບຸນທໍາລະຫວ່າງປະເທດໃຫ້ເກີດຜົນປະໂຫຍດອັນສູງສຸດຕໍ່ເດັກ ແລະ ການຄຸ້ມຄອງທີ່ຄອບຄຸມຄວາມປອດໄພພວກເຂົາ. ການຮັບລູກບຸນທໍາຢູ່ຕ່າງປະເທດທັງໝົດ ແມ່ນຕ້ອງດໍາເນີນໄປພາຍໃຕ້ກົດໝາຍຂອງສະຫະລັດອາເມລິກາ ແລະ ກົດໝາຍທ້ອງຖິ່ນ ເພື່ອໃຫ້ລູກບຸນທໍາຂອງທ່ານມີສິດເຂົ້າເມືອງໃນສະຫະລັດອາເມລິກາ. ທ່ານຄວນດໍາເນີນການກັບຜູ້ໃຫ້ບໍລິການຮັບລູກບຸນທໍາຂອງສະຫະລັດອາເມລິກາ ໂດຍສະເພາະແມ່ນພາກສ່ວນທີ່ມີອໍານາດອໍານວຍຄວາມສະດວກໃຫ້ແກ່ການຮັບລູກບຸນທໍາລະຫວ່າງປະເທດ. ທ່ານສາມາດຊອກຫາຂໍ້ມູນເພີ່ມຕື່ມກ່ຽວກັບຜູ້ໃຫ້ບໍລິການຮັບລູກບຸນທໍາ ແລະ authorized adoption service providers ຂະບວນການຮັບລູກບຸນທໍາລະຫວ່າງປະເທດໄດ້ທີ່ເວັບໄຊ travel.state.gov ແລະ ທ່ານສາມາດສົ່ງຄໍາຖາມເພີ່ມຕື່ມໄປທີ່ Adoption@state.gov
ຖ້າຫາກທ່ານມີລູກຢູ່ນອກດິນແດນສະຫະລັດອາເມລິກາ, ເດັກອາດຈະໄດ້ຮັບສັນຊາດອາເມລິກາໃນຕອນເກີດ ຖ້າຫາກມີເງື່ອນໄຂທີ່ຄົບຖ້ວນພາຍໃຕ້ກົດໝາຍວ່າດ້ວຍຄົນເຂົ້າເມືອງ ແລະ ສັນຊາດ. ເພື່ອເປັນການຢັ້ງຢືນວ່າລູກຂອງທ່ານຈະໄດ້ຮັບສັນຊາດອາເມລິກາໃນຕອນແລກເກີດ ແລະ ຮັບຮອງຢ່າງເປັນລາຍລັກອັກສອນ ທ່ານສາມາດສະໝັກເພື່ອຮ້ອງຂໍເອົາບົດລາຍງານການເກີດຢູ່ຕ່າງປະເທດ (CRBA) ໃຫ້ແກ່ລູກຂອງທ່ານ. ທັງນີ້ທັງນັ້ນ, ທ່ານສາມາດເລືອກສະໝັກເຮັດໜັງສືຜ່ານແດນໃຫ້ລູກຂອງທ່ານພຽງແຕ່ຢ່າງດຽວກໍໄດ້, ແຕ່ພວກເຮົາຢາກຊີ້ແຈງໃຫ້ທ່ານເຂົ້າໃຈກ່ອນວ່າ ບົດລາຍງານການເກີດຢູ່ຕ່າງປະເທດ (CRBA) ຈະບໍ່ມີວັນໝົດອາຍຸການໃຊ້ງານ ແລະ ສາມາດໃຊ້ເປັນຫຼັກຖານຢັ້ງຢືນການຖືສັນຊາດອາເມລິກາໃນຕອນແລກເກີດໄດ້. ແຕ່ສໍາລັບໜັງສືຜ່ານແດນອາເມລິກາທີ່ຍັງບໍ່ໝົດອາຍຸການໃຊ້ງານ ແມ່ນເປັນເອກະສານຢັ້ງຢືນຕົວຕົນແບບເຕັມສ່ວນ ແລະ ສາມາດນໍາໃຊ້ຢັ້ງຢືນການເປັນພົນລະເມືອງອາເມລິກາໄດ້.
ສະຖານທູດສະຫະລັດອາເມລິກາ ແລະ ພະແນກກົງສຸນສະຫະລັດອາເມລິກາ ບໍ່ສາມາດຮັບຮອງເລື່ອງການແຕ່ງດອງໄດ້. ອີງຕາມກົດໝາຍຂອງທ້ອງຖິ່ນ, ໂດຍທົ່ວໄປແລ້ວຈະແມ່ນເຈົ້າໜ້າທີ່ພາຍໃນທ້ອງຖິ່ນ ຫຼື ເຈົ້າໜ້າທີ່ທາງສາສະໜາເທົ່ານັ້ນທີ່ເປັນຜູ້ຮັບຜິດຊອບຢັ້ງຢືນ ຫຼື ຮັບຮອງເອົາການແຕ່ງດອງ. ຖ້າຫາກການແຕ່ງດອງຂອງທ່ານເກີດຂຶ້ນຢູ່ຕ່າງປະເທດ ແລະ ຖືກດໍາເນີນໄປພາຍໃຕ້ກົດໝາຍຂອງທ້ອງຖິ່ນນັ້ນ, ການແຕ່ງດອງຈະຖືວ່າຖືກຕ້ອງຕາມກົດໝາຍຢູ່ພາຍໃນທ້ອງຖິ່ນດັ່ງກ່າວ. ບໍ່ວ່າການແຕ່ງດອງຂອງທ່ານຈະເກີດຂຶ້ນຢູ່ໃນຂົງເຂດພື້ນທີ່ໃດ ກໍແມ່ນໄດ້ອີງຕາມກົດໝາຍຂອງທ້ອງຖິ່ນນັ້ນໆ. ຖ້າທ່ານແຕ່ງດອງຢູ່ຕ່າງປະເທດ ແລະ ຢາກຮູ້ວ່າການແຕ່ງດອງຂອງທ່ານໄດ້ຖືກຮັບຮອງຢູ່ສະຫະລັດອາເມລິກາແລ້ວບໍ່ ຫຼື ຕ້ອງແຈ້ງເອກະສານອັນໃດແດ່ ແມ່ນໃຫ້ທ່ານຕິດຕໍ່ຫາຫ້ອງການໄອຍະການປະຈໍາລັດທີ່ທ່ານອາໄສຢູ່ໃນສະຫະລັດອາເມລິກາ.
ກະລຸນາໂທ: +856-21-487-600 or +1 301 985-8789 ext. 7600
ນອກໂມງລັດຖະການ, ຕິດຕໍ່: +856-21-487-000
ນອກປະເທດ +1 301 985-8789
ສຸກເສີນຕິດຕໍ່ - ສໍາລັບທຸກບ່ອນ ຮັບການແຈ້ງເຕືອນກ່ຽວກັບການເດີນທາງ ການລັກພາຕົວເດັກຂ້າມຊາດ ການຈັບກຸມພົນລະເມືອງສະຫະລັດອາເມລິກາ ການເສຍຊີວິດຂອງພົນລະເມືອງສະຫະລັດອາເມລິກາ ຜູ້ຖືກເຄາະຮ້າຍຈາກອາຊະຍະກໍາ ຊ່ວຍເຫຼືອສຸກເສີນທາງດ້ານການເງິນ