Flag

An official website of the United States government

ຂໍ້ມູນສໍາຄັນກ່ຽວກັບການບໍລິການສັນຊາດສໍາລັບພົນລະເມືອງອາເມລິກາ

ວີທີການຊໍາລະເງິນ ແລະ ລາຍລະອຽດຕ່າງໆ

Insert Local Payment information here.

ການນັດໝາຍ ແລະ ທີ່ຕັ້ງ

Insert Appointment information, and the addresses of all locations here

ຂໍ້ມູນຄວາມປອດໄພ

Insert Local Security Info

ສິ່ງອໍານວຍຄວາມສະດວກທີ່ເໝາະສົມ

ຖ້າທ່ານຕ້ອງການສິ່ງອໍານວຍຄວາມສະດວກສໍາລັບການນັດໝາຍຂອງທ່ານ, ພວກເຮົາແນະນຳໃຫ້ທ່ານແຈ້ງພວກເຮົາທັນທີໃນຕອນທີ່ທ່ານໄດ້ຮັບມື້ການນັດໝາຍແລ້ວ. ພວກເຮົາຈະພະຍາຍາມຢ່າງສຸດຄວາມສາມາດໃນການອຳນວຍຄວາມສະດວກໃຫ້ທ່ານ ໂດຍສະເພາະແມ່ນຜູ້ພິການ ແລະ ຜູ້ທີ່ມີພະຍາດປະຈຳຕົວ. ສິ່ງອຳນວຍຄວາມສະດວກທີ່ເໝາະສົມ ແມ່ນຈະແຕກຕ່າງກັນໄປຂຶ້ນກັບສະຖານະການ ແລະ ຄວາມຕ້ອງການຂອງບຸກຄົນນັ້ນໆ.

ຕົວຢ່າງຂອງສິ່ງອຳນວຍຄວາມສະດວກປະກອບມີ:

  • ຖ້າທ່ານຕ້ອງການການນັດໝາຍແບບສ່ວນຕົວເນື່ອງດ້ວຍພະຍາດປະຈຳຕົວ ຫຼື ເປັນຜູ້ພິການ, ພວກເຮົາອາດສາມາດຈັດການນັດໝາຍໃນຊ່ວງເວລາອື່ນເພື່ອໃຫ້ທ່ານເຂົ້າມາສຳພາດໄດ້.
  • ຖ້າທ່ານ ຫຼື ລູກຂອງທ່ານ ມີຄວາມຕ້ອງການສະເພາະທີ່ຈຳເປັນຕ້ອງໄດ້ນັດໝາຍແບບສ່ວນຕົວໃນສະຖານທີ່ງຽບ ແລະ ບໍ່ມີສິ່ງລົບກວນ, ພວກເຮົາສາມາດນັດໝາຍທ່ານໃນຊ່ວງເວລາອື່ນເພື່ອໃຫ້ທ່ານ ຫຼື ຄົນໃນຄອບຄົວສາມາດເຂົ້າຮັບການສຳພາດໄດ້.
  • ຖ້າທ່ານບໍ່ສາມາດເວົ້າໄດ້, ພວກເຮົາອາດຈະອະນຸຍາດໃຫ້ທ່ານຕອບຄຳຖາມໃນຮູບແບບທີ່ຕອບຮັບກັນໄດ້ເຊັ່ນ: ການນຳໃຊ້ບິກ ແລະ ເຈ້ຍ.
  • ຖ້າທ່ານເປັນຄົນຫູໜວກ ຫຼື ມີພາວະຫູຕຶງ ທ່ານສາມາດພາລ່າມພາສາມືມາໄດ້ຖ້າຕ້ອງການເພື່ອຊ່ວຍສື່ສານໃນເວລາສຳພາດ.
  • ຖ້າທ່ານສາຍຕາບໍ່ດີ ພວກເຮົາອາດຈະນຳໃຊ້ສິ່ງພິມທີ່ມີຂະໜາດໃຫຍ່ຂຶ້ນໃນການສື່ສານກັນ.

ຖ້າທ່ານບໍ່ສາມາດໃຫ້ລາຍນິ້ວມືກັບພວກເຮົາໄດ້ເນື່ອງຈາກມີພະຍາດປະຈຳຕົວ ລວມເຖິງຄວາມຜິດປົກກະຕິແຕ່ກຳເນີດ, ຄວາມຜິດປົກກະຕິທາງຮ່າງກາຍ, ພະຍາດຜິວໜັງ; ທ່ານອາດມີສິດໄດ້ຮັບການຍົກເວັ້ນການປະທັບຮອຍນິ້ວມື ສະເພາະນິ້ວນັ້ນໆ.

  • ການຍົກເວັ້ນການສຳພາດ ຈະເກີດຂຶ້ນສະເພາະກໍລະນີທີ່ຮ້າຍແຮງທີ່ສຸດເຊັ່ນ: ພະຍາດປະຈຳຕົວຂອງຜູ້ກ່ຽວທີ່ຈຳເປັນຕ້ອງໄດ້ໃຊ້ກູ້ໄພສຸກເສີນທາງອາກາດ.

ຫ້ອງນັ່ງລໍຖ້າ ແລະ ຫ້ອງນ້ຳໃນພະແນກກົງສຸນ ແມ່ນລໍ້ເລື່ອນສາມາດເຂົ້າເຖິງໄດ້.