Flag

An official website of the United States government

ການຮັບຮອງເອກະສານ
ການບໍລິການຮັບຮອງເອກະສານ ແມ່ນໃຫ້ບໍລິການສຳລັບບຸກຄົນທຸກສັນຊາດ ຜ່ານການນັດໝາຍລ່ວງໜ້າ.

ແຈ້ງການ

The U.S. Embassy is only able to admit individuals who have scheduled appointments. U.S. Passport Applications and Applications for Consular Reports of Birth Abroad CANNOT be accepted during a “Notary or Other Services” appointment.

ພາບລວມ

Hand signing documentການບໍລິການຮັບຮອງເອກະສານ ແມ່ນເປີດໃຫ້ກັບບຸກຄົນທຸກສັນຊາດ ແຕ່ຕ້ອງຜ່ານການນັດໝາຍເທົ່ານັ້ນ. ໂດຍທົ່ວໄປແລ້ວ, ເອກະສານທີ່ຈະນຳມາຮັບຮອງ ແມ່ນໃຊ້ງານສະເພາະທີ່ສະຫະລັດອາເມລິກາ ເຖິງແມ່ນວ່າຈະມີຂໍ້ຍົກເວັ້ນໃນບາງກໍລະນີ. ຖ້າທ່ານມີເອກະສານຈຳນວນຫຼາຍທີ່ຕ້ອງການຮັບຮອງ, ທ່ານຄວນຈອງຄິວການນັດໝາຍຂອງຕົນເອງ. ເມື່ອຮອດມື້ນັດໝາຍ, ທ່ານຕ້ອງໄດ້ຈ່າຍຄ່າທຳນຽມຢູ່ພະແນກກົງສຸນ ຈຳນວນ 50 ໂດລາ ຕໍ່ການປະທັບກາຮັບຮອງ 1 ຄັ້ງ.

ສິ່ງທີ່ທ່ານຄວນປະຕິບັດໃນມື້ນັດໝາຍ:

  • ໃຫ້ທ່ານນຳເອົາເອກະສານທີ່ສົມບູນ ແລະ ຍັງບໍ່ລົງລາຍເຊັນ ມາລົງປະທັບກາຮັບຮອງ. ເຖິງແມ່ນວ່າພາຍໃນເອກະສານຈະມີບາງໜ້າທີ່ບໍ່ຕ້ອງການລົງລາຍເຊັນ ຫຼື ປະທັບກາ, ແຕ່ທ່ານກໍຕ້ອງໄດ້ຍື່ນເອກະສານສະບັບເຕັມໃຫ້ກັບພວກເຮົາ.
  • ທ່ານຕ້ອງສະແດງເອກະສານຢັ້ງຢືນຕົວຕົນທີ່ອອກໃຫ້ໂດຍລັດຖະບານເຊັ່ນ: ໜັງສືຜ່ານແດນ ຫຼື ໃບຂັບຂີ່. ຊື່ແຈ້ງຢູ່ໃນເອກະສານຕ້ອງເປັນຊື່ດຽວກັນກັບເອກະສານຢັ້ງຢືນຕົວຕົນຂອງທ່ານ
  • ຊຳລະຄ່າທຳນຽມຈຳນວນ 50 ໂດລາ ຕໍ່ 1 ການປະທັບກາຮັບຮອງ.
  • ທ່ານຕ້ອງມີສະຕິຕື່ນຕົວ ແລະ ມີຄວາມເຂົ້າໃຈໃນເອກະສານທີ່ທ່ານຕ້ອງການຮັບຮອງ. ເຈົ້າໜ້າທີ່ພະແນກກົງສຸນ ຈະບໍ່ໄດ້ຮັບອະນຸຍາດໃຫ້ອະທິບາຍເນື້ອໃນຕ່າງໆໃຫ້ແກ່ທ່ານ.
  • ຖ້າວ່າການຮັບຮອງເອກະສານຂອງທ່ານຕ້ອງການໃຫ້ມີພະຍານຮັບຮູ້, ທ່ານຕ້ອງໄດ້ຈັດການຫາພະຍານດ້ວຍຕົນເອງ. ເຈົ້າໜ້າທີ່ພະແນກກົງສຸນ ບໍ່ສາມາດເປັນພະຍານໃນເອກະສານຂອງທ່ານໄດ້.

Scales, Seal, Penຕົວຢ່າງຂອງການບໍລິການຮັບຮອງເອກະສານທີ່ບໍ່ເສຍຄ່າໃຊ້ຈ່າຍ

DS-3053: ເພື່ອຮັບຮອງເອກະສານ DS-3053 ເອກະສານຍິນຍອມກ່ຽວກັບການອອກໜັງສືຜ່ານແດນສະຫະລັດອາເມລິກາໃຫ້ກັບເດັກນ້ອຍອາຍຸຕ່ໍາກວ່າ 16 ປີ (PDF, 345K), ກະລຸນາກວດເບິ່ງຄໍາແນະນໍາທີ່ລະບຸໄວ້ໃນຟອມ, ຕື່ມຂໍ້ມູນລາຍລະອຽດຕ່າງໆໃສ່ໃນເອກະສານໃຫ້ຄົບຖ້ວນ ແລະ ນໍາເອົາບັດປະຈໍາຕົວສະບັບຈິງທີ່ອອກໃຫ້ໂດຍລັດຖະບານ ພ້ອມທັງສໍາເນົາເອກະສານທັງສອງດ້ານຂອງບັດປະຈໍາຕົວມາພ້ອມ. ເນື່ອງຈາກວ່າ ກະຊວງການຕ່າງປະເທດສະຫະລັດອາເມລິກາ ເປັນຜູ້ກໍານົດໃຫ້ຈໍາເປັນຕ້ອງມີການຮັບຮອງເອກະສານ DS-3053. ສະນັ້ນການບໍລິການດັ່ງກ່າວແມ່ນຈະບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ.

ຜູ້ຕາງໜ້າ (ວ່າດ້ວຍເລື່ອງໃບສະໝັກເຮັດໜັງສືຜ່ານແດນສະຫະລັດອາເມລິກາ): ໃນເວລາທີ່ຜູ້ປົກຄອງບໍ່ສາມາດມາລົງທະບຽນເຮັດໜັງສືຜ່ານແດນໃຫ້ລູກໄດ້ດ້ວຍຕົນເອງ ແລະ ຕ້ອງການໃຫ້ມີບຸກຄົນທີ່ສາມມາດໍາເນີນການແທນ ແມ່ນສາມາດເຊັນມອບອໍານາດໃຫ້ແກ່ຜູ້ຕາງໜ້າ (POA) ກ່ອນໜ້າຜູ້ຮັບຮອງເອກະສານ. ເອກະສານມອບອໍານາດສະບັບນີ້ຕ້ອງປະກອບມີຂໍ້ມູນຈໍາເພາະ; ສາມາດເບິ່ງຕົວຢ່າງໄດ້ທາງດ້ານລຸ່ມ. ໝາຍເຫດ: ເອກະສານມອບອໍານາດໃຫ້ຜູ້ຕາງໜ້າ (POA) ຕ້ອງມີສໍາເນົາເອກະສານບັດປະຈໍາຕົວທັງສອງດ້ານຄັດຕິດມານໍາ. ເນື່ອງຈາກວ່າ ກະຊວງການຕ່າງປະເທດສະຫະລັດອາເມລິກາ ເປັນຜູ້ກໍານົດໃຫ້ຈໍາເປັນຕ້ອງມີການຮັບຮອງເອກະສານດັ່ງກ່າວ ຈຶ່ງເຮັດໃຫ້ການບໍລິການແມ່ນບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ.

ອີງຕາມການຮ້ອງຂໍຂອງອໍານາດການປົກຄອງຂັ້ນເມືອງ, ລັດ ຫຼື ລັດຖະບານກາງສະຫະລັດອາເມລິກາ

ອີງຕາມການຮ້ອງຂໍຂອງລັດຖະບານຕ່າງປະເທດ