ລັດຖະບານສະຫະລັດອາເມລິກາ ມອບເຕັກໂນໂລຊີ, ອຸປະກອນໃຫ້ ສຳນັກງານຂໍ້ມູນຕ້ານການຟອກເງິນ ຂອງ ສປປ ລາວ
ສະຖານທູດສະຫະລັດອາເມລິກາ ໄດ້ມອບອຸປະກອນດັ່ງກ່າວໃຫ້ກັບ ທ່ານ ນາງ ແພງສີ ແພງເມືອງ ຫົວໜ້າ ສຕຟງ ຢູ່ນະຄອນຫຼວງວຽງຈັນ. ເຂົ້າຮ່ວມພິທີດັ່ງກ່າວຍັງມີ ທ່ານ ນາງ Ekaterina Koposhilko ຈາກອົງການ ສະຫະປະຊາຊາດ ເພື່ອບໍລິຫານໂຄງການ (UNOPS).