ສປປ ລາວ ແລະ ສະຫະລັດ ອາເມລິກາ ຮ່ວມມືກັນເພື່ອປັບປຸງການເປັນຢູ່ທີ່ດີຂອງຄົນພິການ
ອົງການ USAID ເຮັດວຽກຮ່ວມກັບ ລັດຖະບານລາວ, ອົງການ ເວີລດ໌ເອດຢູເຄຊັນ, ອົງການ ມະນຸດສະທຳ ແລະ ການມີສ່ວນຮ່ວມ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອ ພັດທະນາ ແລະ ຈັດຕັ້ງປະຕິບັດ ບັນດາ ນະໂຍບາຍການມີສ່ວນຮ່ວມ ຂອງຄົນພິການ ເພື່ອຮັບປະກັນວ່າ ບໍ່ມີໃຜຖືກປະຖີ້ມໄວ້ຢູ່ເບື້ອງຫລັງ.