ສອງຄະນະຜູ້ແທນຂັ້ນສູງ ລັດຖະສະພາ ສະຫະລັດອາເມລິກາ ຢ້ຽມຢາມ ສປປ ລາວ
ສອງຄະນະຜູ້ແທນຂັ້ນສູງ ລັດຖະສະພາສະຫະລັດອາເມລິກາໄດ້ ເດີນທາງ ມາຢ້ຽມຢາມ ສປປ ລາວ ໃນລະຫວ່າງ ວັນທີ 21-25 ກຸມພານີ້. ບັນດາທ່ານສະມາຊິກລັດຖະສະພາ ໄດ້ພົບປະກັບຄູ່ຮ່ວມງານໃນຄະນະລັດຖະບານ ແລະ ໄດ້ປຶກສາຫາລື ກ່ຽວກັບຄວາມຄືບໜ້າ ໃນການພົວພັນຮ່ວມມືສອງຝ່າຍ ພາຍໃຕ້ຂອບການຮ່ວມມືແບບກວມລວມ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ.