ສະຖາບັນໂພຊະນາການລາວ-ອາເມຣິກາ ຈະຊ່ວຍພັດທະນາວຽກງານດ້ານໂພຊະນາການ ຢູ່ໃນ ສປປ ລາວ
ລັດຖະບານສະຫະລັດອາເມຣິກາ, ມະຫາວິທະຍາໄລ ວິທະຍາສາດແລະສຸຸຂະພາບ ລັດໂອເຣກອນ (OHSU) ແລະ ກະຊວງສາທາລະນະສຸກ ໄດ້ເຊັນສັນຍາ ໃນບົດບັນທຶກຊ່ວຍຈຳ ສອງສະບັບ ໃນວັນທີ 5 ກັນຍາ ວ່າດ້ວຍການກໍ່ສ້າງ ແລະ ນຳໃຊ້ສະຖາບັນໂພຊະນາການລາວ-ອາເມຣິກາ (LANI) ທີ່ ນະຄອນຫຼວງວຽງຈັນ...