ສະຫະລັດອາເມຣິກາ ສະຫຼອງວັນປະກາດເອກກະລາດ ພ້ອມດ້ວຍ ບັນດາທ່ານຜູ້ນຳລາວ
ທ່ານ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ເນັ້ນເຖິງສາຍພົວພັນອັນເຂັ້ມແຂງ ຂອງ ສະຫະລັດອາເມລິກາ ແລະ ສປປ ລາວ ແລະ ຜົນສຳເລັດທີ່ຍາດມາໄດ້ໃນໄລຍະຊຸມປີທີ່ຜ່ານມາ ທີ່ສອງປະເທດໄດ້ເຮັດວຽກຮ່ວມກັນເພື່ອໃຫ້ບັນລຸເປົ້າໝາຍຮ່ວມກັນ.