ສະຫະລັດອາເມລິກາສົ່ງເສີມການສຶກສາໃນຊັ້ນປະຖົມສຶກສາ ທີ່ ແຂວງສະຫວັນນະເຂດ
ໃນວັນທີ່ 15 ສິງຫາ, ທ່ານ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ຣີນາ ບິດເຕີ ຮ່ວມກັບ ທ່ານ ບຸນກອງ ແສງມະນີ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ເບີນີ ເອຟ໌ ຊາເວຊ໌ ຜູ້ຕາງຫນ້າອົງການບັນເທົາທຸກກາໂຕລິກ CRS ປະຈຳ ສປປ ລາວ ໄດ້ເຊັນບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ CRS.