ສະຫະລັດອາເມລິກາ ສະແດງຄວາມຍິນດີນຳ ສປປລາວ ໃນການລົບລ້າງພະຍາດຕາສານ
ໃນວັນທີ 26 ມັງກອນທີ່ຜ່ານມາ ທີ່ໂຮງແຮມດອນຈັນພາເລດ, ທ່ານ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ລາວ ໄດ້ຮ່ວມກັບ ເຈົ້າຫນ້າທີ່ຈາກ ສປປລາວ ໃນພິທີສະເຫຼີມສະຫຼອງທີ່ ສປປ ລາວ ໄດ້ເປັນປະເທດທີ 5 ທີ່ສາມາດປະກາດລົບລ້າງພະຍາດຕາສານບໍ່ໃຫ້ເປັນບັນຫາທາງດ້ານສາທາລະນະອິກຕໍ່ໄປ.