ສະຫະລັດອາເມລິກາ ສົ່ງເສີມໂຄງການປ້ອງກັນພະຍາດ ໃນ ສປປ ລາວ
ວ່າການເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈໍາ ສປປ ລາວ ທ່ານ ຄໍລິນ ຄຼອສບີ ກ່າວວ່າ: ສປປ ລາວ ແລະ ສະຫະລັດອາເມລິກາ ໄດ້ຮ່ວມມືກັນຢ່າງສະໝໍ່າສະເໝີ ໃນການຈັດການຝຶກອົບຮົມຕ່າງໆດ້ານສາທາລະນະສຸກ ແລະ ເຮັດວຽກດ້ານການປ້ອງກັນພະຍາດ, ເຝົ້າລະວັງ ແລະ ຕອບໂຕ້ຕໍ່ພະຍາດ, ຄວາມພະຍາຍາມຕ່າງໆ ເພື່ອປົກປ້ອງ ປະຊາຊົນລາວ ແລະ ສະຫະລັດອາເມລິກາ.