ສະຫະລັດອາເມລິກາ ແລະ ສປປ ລາວ ຮ່ວມມື ສະໜັບສະໜູນຊາວກະສິກອນ ແລະ ເສີມຂະຫຍາຍດ້ານການຄ້າ
ໂຄງການ CLEAN ແມ່ນໂຄງການໄລຍະສີ່ປີ ທີ່ໄດ້ຮັບການສະໜັບສະໜູນດ້ານການເງິນຈາກ ກະຊວງກະສິກຳສະຫະລັດອາເມລິກາ ແລະ ຈັດຕັ້ງປະຕິບັດໂດຍ ອົງການວິນຣັອກສາກົນ ປະຈໍາ ນະຄອນຫຼວງວຽງຈັນ. ໂຄງການດັ່ງກ່າວຈະໄດ້ຖືກຈັດຕັ້ງ ຢູ່ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ລວມທັງ ເຂດ ພູພຽງບໍລະເວນ ທີ່ກວາມເອົາແຂວງຈໍາປາສັກ, ສາລະວັນ ແລະ ເຊກອງ.