ສະຫະລັດ ປະກາດ ການສະຫນັບສະຫນູນ ສປປ ລາວ ໃນການສ້າງເຄືອຂ່າຍການເຝົ້າລະວັງພະຍາດໃນສັດປ່າ ລະດັບຊາດ
ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ມີການຮ່ວມມືກັນມາຫລາຍກ່ວາສິບປີໃນການສ້າງຄວາມເຂັ້ມແຂງດ້ານສາທາລະນະສຸກໃນປະເທດນີ້, ແລະ ພວກເຮົາມີຄວາມຕື່ນເຕັ້ນໃນການສະຫນັບສະຫນູນໂຄງການໃຫມ່ ເພື່ອສ້າງຄວາມເຂັ້ມແຂງ ດ້ານສຸຂະພາບ ແລະ ສະຫວັດດີພາບ ຂອງຄົນ ແລະ ສັດ ໂດຍຜ່ານການຄົ້ນພົບພະຍາດແຕ່ຫົວທີ ແລະ ຖືກຕ້ອງ