ສະເຫຼີມສະຫຼອງຜົນສຳເລັດໂຄງການຊ່ວຍເຫຼືອ 5ປີ ໂຄງການ USAID LUNA II
ໃນວັນທີ 22 ມີນາ ທີ່ຜ່ານມາ, ຕາງໜ້າເຈົ້າໜ້າທີ່ຈາກສະຖານເອກອັກຄະລັດຖະທູດ ສ. ອາເມລິກາ ແລະ ລັດຖະບານແຫ່ງ ສ.ປ.ປ ລາວ ໄດ້ເຂົ້າຮ່ວມງານພິທີປິດໂຄງການຮ່ວມມື ລາວ ສະຫະລັດອາເມລິກາ ເພື່ອການເຊື່ອມໂຍງສາກົນ ແລະ ອາຊຽນ (USAID LUNA II) ເພື່ອທົບທວນຄວາມທ້າທາຍ ແລະ ສະເຫຼີມສະຫຼອງ ຜົນສຳເລັດຂອງໂຄງການ.