ອົງການ USAID ສະໜັບສະໜຸນຜູ້ປະກອບການເພດຍິງໃນໂຂງເຂດວຽກງານຜ້າໄໝໃນລາວ
ອົງການພັດທະນາສາກົນອາເມລິກາ ຫຼື USAID ປະຈໍາລາວຮ່ວມມືກັບກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ຈັດຝຶກອົບຮົມການຍ້ອມສີທຳມະຊາດ ແລະ ການຕະຫຼາດແບບອອນລາຍໃຫ້ກັບບັນດາຜູ້ປະ ກອບການເພດຍິງນັບຕັ້ງແຕ່ວັນທີ 28 ພຶດສະພາ ເຖິງ ວັນທີ 15 ມິຖຸນາ ທີ່ຜ່ານມາ ທີ່ແຂວງຊຽງຂວາງ ແລະ ຫົວພັນ.