ຮອງຜູ້ບັນຊາການກອງທັບສະຫະລັດ ອາເມລິກາ ປະຈຳຂົງເຂດປາຊີຟິກ ຢ້ຽມຢາມ ສປປ ລາວ
ຄະນະຜູ້ແທນທະຫານຂັ້ນສູງ ຈາກສູນບັນຊາການ ກອງທັບສະຫະລັດອາເມລິກາ ປະຈຳຂົງເຂດປາຊີຟິກ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ນັບແຕ່ວັນທີ 10-11 ພຶດສະພາ 2018 ເພື່ອຮັດແໜ້ນຄວາມສາຍພົວພັນທາງທະຫານສອງຝ່າຍລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ທີ່ກຳລັງເຕີບໃຫຍ່ຂະຫຍາຍຕົວ ແລະ ຢືນຢັນຄວາມໝາຍໝັ້ນຂອງສະຫະລັດອາເມລິກາ ທີ່ມີຕໍ່ພາກພື້ນ