EDL-Gen ແລະ GE ລົງນາມເຊັນສັນຍາພັດທະນາໂຄງການທົດລອງເຂື່ອນໄຟຟ້າພະລັງນ້ຳແບບດິຈິຕອນ ໃນ ສປປ ລາວ
ພາຍໃຕ້ MoU, GE ຈະໄດ້ເປັນເຈົ້າພາບ ຈັດກອງປະຊຸມອຸດສາຫະກໍາດິຈິຕອນຮ່ວມກັບພະນັກງານຂອງ EDL-Gen ກ່ອນທີ່ຈະດໍາເນີນການປະເມີນທາງດ້ານເຕັກນິກຂອງໂຄງການພັດທະນາໄຟຟ້ານໍ້າຕົກ EDL-Gen ເພື່ອເປັນການວາງໂຄງລ່າງພື້ນຖານສໍາລັບໂຄງການທົດລອງ Asset Performance Management (APM).