General Electric ນຳເອົາຄວາມຊຳນານ ທາງດ້ານອຸດສະຫະກຳ ແລະ ລະບົບດິຈີຕອນຂອງໂລກມາສູ່ ສປປ ລາວ
ໃນວັນທີ 9 ມິຖຸນາ 2017, General Electric ຫຼື GE ແມ່ນໄດ້ຂະຫຍາຍການບໍລິການໃນພາກພື້ນອາຊຽນ ໂດຍການເປີດຫ້ອງການຕາງໜ້າຂື້ນຢ່າງເປັນທາງການທີ່ ນະຄອນຫຼວງວຽງຈັນ, ສປປ ລາວ. ໃນງານດັ່ງກ່າວ, ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປ ລາວ ກໍໄດ້ເຂົ້າຮ່ວມໃນການຕັບແຖບຜ້າ ພ້ອມທັງໄດ້ເນັ້ນໜັກໃຫ້ເຫັນຄວາມສຳຄັນ