ປະເທດສະຫະລັດອາເມຣິກາ ສະໜັບສະໜູນເຂດອິນໂດ-ປາຊີຟິກແບບເສລີ ແລະ ເປີດກວ້າງ. ປະຈຸບັນ, ສະຫະລັດກໍາລັງເພີ່ມທະວີນະໂຍບາຍຕໍ່ກັບເຂດພິິພາດແຫ່ງນີ້ ນັ້ນກໍຄື ທະເລຈີນໃຕ້. ພວກເຮົາຂໍເນັ້ນຍໍ້າວ່າ: ການອ້າງສິດຂອງ ປັກກິ່ງ ຕໍ່ກັບແຫຼ່ງຊັບພະຍາກອນນອກຊາຍຝັ່ງເກືອບທັງໝົດຢູ່ທະເລຈີນໃຕ້ ແມ່ນບໍ່ຖືກກົດໝາຍ ໂດຍນໍາໃຊ້ວິທີການຂົ່ມເຫງເພື່ອຄອບຄອງແຫຼ່ງຊັບພະຍາກອນເຫຼົ່ານັ້ນ.
ຢູ່ທະເລຈີນໃຕ້, ພວກເຮົາພະຍາຍາມຮັກສາຄວາມສະຫງົບ ແລະ ສະຖຽນລະພາບ, ສົ່ງເສີມອິດສະລະດ້ານທະເລ ໃນລັກສະນະທີ່ສອດຄ່ອງກັບກົດໝາຍສາກົນ, ຮັກສາການໄຫຼວຽນທາງດ້ານການຄ້າທີ່ບໍ່ຖືກກີດຂວາງ ແລະ ຄັດຄ້ານທຸກຄວາມພະຍາຍາມໃນການບັງຄັບ ຫຼື ໃຊ້ກໍາລັງ ເພື່ອແກ້ໄຂຂໍ້ຂັດແຍ່ງ. ພວກເຮົາຮ່ວມກັນແບ່ງປັນຜົນປະໂຫຍດທີ່ເລິກເຊິ່ງ ແລະ ມີພັນທະຜູກພັນເຫຼົ່ານີ້ ກັບຫຼາຍປະເທດພັນທະມິດ ແລະ ຄູ່ຮ່ວມງານ ເຊິ່ງພວກເຂົາຍືດເອົາກົດລະບຽບສາກົນເປັນຫຼັກການພື້ນຖານ.
ຜົນປະໂຫຍດຮ່ວມເຫຼົ່ານີ້ ກໍາລັງປະເຊີນກັບໄພຂົ່ມຂູ່ຢ່າງບໍ່ເຄີຍມີມາກ່ອນ ຈາກ ສາທາລະນະລັດ ປະຊາຊົນຈີນ (ສປ ຈີນ). ປັກກິ່ງນໍາໃຊ້ການຂົ່ມຂູ່ ເພື່ອທໍາລາຍສິດອະທິປະໄຕຂອງບັນດາປະເທດຊາຍຝັ່ງທະເລຂອງອາຊີຕາເວັນອອກ ສຽງໃຕ້ຢູ່ທະເລຈີນໃຕ້, ຂົ່ມເຫງ ປະເທດເຫຼົ່ານີ້ ໃຫ້ອອກຈາກຊັບພະຍາກອນນອກຊາຍຝັ່ງ, ນໍາໃຊ້ການຄອບຄອງພຽງ ຝ່າຍດຽວ ແລະ ປ່ຽນແທນກົດໝາຍສາກົນ ດ້ວຍ “ການໃຊ້ອໍານາດສ້າງຄວາມຖືກຕ້ອງ.” ນີ້ແມ່ນວິທີການຂອງປັກກິ່ງ ທີ່ໄດ້ນໍາໃຊ້ຢ່າງຈະແຈ້ງໃນຫຼາຍປີທີ່ຜ່ານມາ. ໃນປີ 2010, ລັດຖະມົນຕີກະຊວງການຕ່າງປະເທດ ສປ ຈີນ ໃນເວລານັ້ນ ໄດ້ກ່າວຕໍ່ຄູ່ຮ່ວມງານອາຊຽນວ່າ “ປະເທດຈີນ ແມ່ນປະເທດໃຫຍ່ ແລະ ປະເທດອື່ນໆ ແມ່ນປະເທດນ້ອຍ ເຊິ່ງນັ້ນຄືຄວາມເປັນຈິງ.” ທັດສະນະຂອງ ສປ ຈີນ ທີ່ມີລັກສະນະເອົາຮັດເອົາປຽບ ແມ່ນບໍ່ສາມາດມີທີ່ຢືນໄດ້ ຢູ່ສັດຕະວັດ ທີ 21.
ສປ ຈີນ ບໍ່ມີຈຸດຢືນທາງກົດໝາຍ ທີ່ອະນຸຍາດໃຫ້ນໍາໃຊ້ເຈດຈໍານົງພຽງຝ່າຍດຽວຢູ່ພາກພື້ນ. ປັກກິ່ງ ບໍ່ສາມາດສະແດງຈຸດຢືນທາງດ້ານກົດໝາຍທີ່ມີຄວາມສອດຄ່ອງ ໃນການອ້າງສິດອີງຕາມ “ເສັ້ນ 9 ຈຸດ” ຂອງຕົນ ຢູ່ທະເລຈີນໃຕ້ ນັບຕັ້ງແຕ່ປະກາດຢ່າງເປັນທາງການ ໃນປີ 2009. ອີງຕາມຄໍາສັ່ງຕັດສິນຢ່າງເປັນເອກະສັນ ໃນວັນທີ 12 ເດືອນກໍລະກົດ, 2016, ຄະນະກໍາມະການໄກ່ເກ່ຍ ໂດຍອີງຕາມກົດໝາຍວ່າດ້ວຍສົນທິສັນຍາວ່າດ້ວຍທະເລ – ເຊິ່ງປະເທດຈີນເອງກໍ ເປັນພາຄີ – ໄດ້ປະຕິເສດການອ້າງສິດທາງທະເລຂອງ ສປ ຈີນ ເຊິ່ງບໍ່ມີຈຸດຢືນໃນກົດໝາຍສາກົນ. ຄະນະກໍາມະການ ໄກ່ເກ່ຍ ໄດ້ຢູ່ຂ້າງປະເທດຟິລິປິນ ເຊິ່ງເປັນປະເທດທີ່ໄດ້ນໍາເອົາການອ້າງສິດເກືອບທັງໝົດຂຶ້ນສານ.
ດັ່ງປະເທດສະຫະລັດ ໄດ້ກ່າວໄວ້ກ່ອນນີ້ ແລະ ຕາມທີ່ໄດ້ກໍານົດຢ່າງສະເພາະຢູ່ສົນທິສັນຍາ, ຄໍາຕັດສິນຂອງຄະນະກໍາ ມະການໄກ່ເກ່ຍ ແມ່ນມີຜົນສັກສິດສຸດທ້າຍ ແລະ ມີຜົນສັກສິດທາງດ້ານກົດໝາຍ ຕໍ່ກັບຄູ່ກໍລະນີທາງສອງຝ່າຍ. ປະຈຸບັນ, ພວກເຮົາຂໍສະແດງຈຸດຢືນຂອງພວກເຮົາຕໍ່ກັບການອ້າງສິດທາງທະເລຂອງ ສປ ຈີນ ຢູ່ທະເລຈີນໃຕ້ ແມ່ນສອດຄ່ອງກັບຄໍາຕັດສິນຂອງຄະນະກໍາມະການໄກ່ເກ່ຍ. ໂດຍສະເພາະ:
• ສປ ຈີນ ອີງຕາມກົດໝາຍ ບໍ່ສາມາດອ້າງເອົາສິດທາງທະເລ – ລວມທັງທຸກການອ້າງສິດຢູ່ເຂດເສດຖະກິດ ສະເພາະ (EEZ) ຈາກເກາະປະກາລັງສະກາໂບໂຣ (Scarborough Reef) ແລະ ໝູ່ເກາະສະແປຼດລີ (the Spratly Islands) – ເຊິ່ງກ່ຽວຂ້ອງເຖິງບັນດາເຂດພື້ນທີ່ຂອງປະເທດຟິລິປິນ ທີ່ຄະນະກໍາມະການ ໄກ່ເກ່ຍຕັດສິນວ່າ ແມ່ນນອນຢູ່ໃນເຂດເສດຖະກິດສະເພາະຂອງປະເທດຟິລິປິນ ຫຼື ເຂດທະວີບ. ການສະກັດກັ້ນບັນດາເຮືອປະມົງຂອງປະເທດຟິລິປິນ ແລະ ການພັດທະນາແຫຼ່ງພະລັງງານນອກຊາຍຝັ່ງ ພາຍໃນບັນດາເຂດເຫຼົ່ານັ້ນ ແມ່ນບໍ່ຖືກກົດໝາຍ ລວມທັງ ທຸກການກະທໍາຝ່າຍດຽວຂອງ ສປ ຈີນ ເພື່ອຂຸດຄົ້ນແຫຼ່ງຊັບພະຍາກອນເຫຼົ່ານັ້ນ. ໂດຍສອດຄ່ອງກັບຄໍາຕັດສິນຂອງຄະນະກໍາມະການໄກ່ເກຍທີ່ມີ ຜົນສັກສິດທາງກົດໝາຍ, ສປ ຈີນ ບໍ່ສາມາດອ້າງສິດອານາເຂດ ຫຼື ທະເລຕາມກົດໝາຍ ຕໍ່ກັບເກາະປະກາລັງ ມິດຊີບ (Mischief Reef) ຫຼື ເກາະເຊເກີນໂທມັດ (Second Thomas Shoal) ເຊິ່ງທັງສອງເກາະແມ່ນ ຢູ່ພາຍໃຕ້ສິດອະທິປະໄຕ ແລະ ເຂດກົດໝາຍຂອງປະເທດຟິລິປິນ ຢ່າງເຕັມສ່ວນ ແລະ ປັກກິ່ງບໍ່ສາມາດ ອ້າງສິດດ້ານດິນແດນ ແລະ ທະເລ ຈາກສິ່ງຕ່າງໆ ທີ່ເກີດຈາກເຂດເຫຼົ່ານີ້ໄດ້.
• ເນື່ອງຈາກ ປັກກິ່ງບໍ່ສາມາດຢັ້ງຢືນການອ້າງສິດທາງທະເລໃຫ້ສອດຄ່ອງຕາມກົດໝາຍຢູ່ທະເລຈີນໃຕ້, ສະຫະລັດອາເມຣິກາ ປະຕິເສດທຸກການອ້າງສິດຂອງ ສປ ຈີນ ຕໍ່ໝູ່ເກາະສະແປຼດລີ້ (the Spratly Islands) ໃນນ່ານນໍ້າ ທີ່ຢູ່ກາຍເຂດ 12 ໄມ ຂອງທະເລອານາເຂດ (ໂດຍບໍ່ເລືອກປະຕິບັດຕໍ່ກັບການອ້າງສິດອະທິປະໄຕຂອງປະເທດອື່ນໆຕໍ່ກັບໝູ່ເກາະດັ່ງກ່າວ). ດັ່ງນັ້ນ, ສະຫະລັດອາເມຣິກາ ປະຕິເສດການອ້າງ ສິດຂອງ ສປ ຈີນ ໃນນ່ານນໍ້າທີ່ຢູ່ອ້ອມຮອບ ເຂດ ທະ ເລ ບ້າຍ ຕື ຈິ໋ງ (ອອກຈາກ ປະເທດຫວຽດນາມ), ກຸ່ມຊາຍຫາດຕື້ນ ລູໂກເນຍ (ອອກຈາກ ປະເທດມາເລເຊຍ), ນ່ານນໍ້າຢູ່ເຂດເສດຖະກິດສະເພາະ (EEZ) ຂອງປະເທດບຼູໄນ ແລະ ເກາະນາຕູນາ ເບຊາ (ອອກຈາກ ປະເທດອິນໂດເນເຊຍ). ທຸກການກະທໍາຂອງ ສປ ຈີນ ທີ່ຄຸກຄາມການປະມົງ ຫຼື ການພັດທະນາຮີໂດຣກາກບອນ (hydrocarbon) ຂອງປະເທດອື່ນ ໃນນ່ານນໍ້າເຫຼົ່ານີ້ – ຫຼື ປະຕິບັດກິດຈະກໍາດັ່ງກ່າວພຽງຝ່າຍດຽວ – ແມ່ນບໍ່ຖືກກົດໝາຍ.
• ສປ ຈີນ ບໍ່ມີການອ້າງສິດດ້ານອານາເຂດ ຫຼື ທະເລຢ່າງຖືກຕ້ອງຕາມກົດໝາຍ (ຫຼື ໄດ້ຮັບຈາກ) ຕໍ່ກັບຫາດນໍ້າຕື້ນເຈມ (James Shoal), ສິ່ງທີ່ຢູ່ພື້ນນໍ້າທັງໝົດໃນໄລຍະ 50 ໄມທະເລຈາກ ປະເທດມາເລເຊຍ ຫຼື ປະມານ 1000 ໄມທະເລ ຈາກຊາຍຝັ່ງປະເທດຈີນ. ຫາດນໍ້າຕື້ນເຈມ (James Shoal) ມັກຈະຖືກກ່າວເຖິງໃນການໂຄສະນາອົບຮົມຂອງ ສປ ຈີນວ່າເປັນ “ອານາເຂດໃຕ້ສຸດຂອງປະເທດຈີນ.” ກົດໝາຍສາກົນໄດ້ບອກຢ່າງຈະແຈ້ງ: ສິ່ງທີ່ຢູ່ພື້ນນໍ້າ ເຊັ່ນ ຫາດຕື້ນນໍ້າເຈມ (James Shoal) ບໍ່ສາມາດຖືກອ້າງສິດໂດຍປະເທດໃດກໍຕາມ ແລະ ບໍ່ສາມາດສ້າງເປັນເຂດທະຫານ. ຫາດນໍ້າຕື້ນເຈມ (James Shoal) (ປະມານ 20 ແມັດຕໍ່າກວ່າພື້ນຜິວ) ບໍ່ແມ່ນ ແລະ ບໍ່ເຄີຍແມ່ນອານາເຂດຂອງ ສປ ຈີນ ແລະ ປັກກິ່ງບໍ່ສາມາດອ້າງສິດທາງທະເລຕາມກົດໝາຍໃດກໍຈາກຫາດນີ້.
ໂລກ ຈະບໍ່ອະນຸຍາດໃຫ້ ປັກກິ່ງ ປະຕິບັດກັບທະເລຈີນໃຕ້ ຄືເປັນດັ່ງອານາຈັກທະເລຂອງຕົນ. ອາເມຣິກາຈະຢືນຄຽງຂ້າງບັນດາປະເທດພັນທະມິດ ແລະ ຄູ່ຮ່ວມງານອາຊີຕາເວັນອອກສຽງໃຕ້ ໃນການປົກປ້ອງສິດອາທິປະໄຕຂອງພວກເຂົາຕໍ່ກັບຊັບພະຍາກອນນອກຊາຍຝັ່ງ ເຊິ່ງສອດຄ່ອງກັບສິດ ແລະ ພັນທະຜູກພັນຂອງພວກເຂົາພາຍໃຕ້ກົດໝາຍສາກົນ. ພວກເຮົາຈະຢືນຄຽງຂ້າງ ປະຊາຄົມສາກົນ ໃນການປົກປ້ອງອິດສະລະດ້ານທະເລ ແລະ ເຄົາລົບຕໍ່ກັບອະທິປະໄຕ ແລະ ປະຕິເສດທຸກການພະຍາຍາມບັງຄັບໃຊ້ “ການໃຊ້ອໍານາດສ້າງຄວາມຖືກຕ້ອງ.” ຢູ່ທະເລຈີນໃຕ້ ຫຼື ພາກພື້ນໃນວົງກວ້າງ.