ໃນນາມຕາງໜ້າໃຫ້ປະທານາທິບໍດີ ໂອບາມາ ແລະ ປະຊາຊົນ ອາເມຣິກາ, ຂ້າພະເຈົ້າ ຂໍອວຍພອນໄຊມາຍັງ ປະທານປະເທດແຫ່ງ ສປປ ລາວ ທ່ານ ບຸນຍັງ ວໍລະຈິດ ແລະ ປະຊາຊົນລາວ ເນື່ອງໃນໂອກາດວັນຊາດທີ 2 ທັນວາ.
ປີນີ້ຖືເປັນປີທີ່ສຳຄັນທີ່ສຸດອິກປີໜຶ່ງໃນດ້ານການຮ່ວມມືຂອງທັງສອງຝ່າຍ, ເຊິ່ງປະທານາທິບໍດີ ບາຣັກ ໂອບາມາ ໄດ້ມາຢ້ຽມຢາມ ສປປ ລາວ ເປັນຄັ້ງປະຫວັດສາດ ແລະ ໄດ້ປະກາດການຮ່ວມມືແບບກວມລວມ ລະຫວ່າງສອງປະເທດ. ພວກເຮົາໄດ້ສ້າງສາຍພົວພັນທີ່ເຂັມແຂງ ແລະ ກ້າວໜ້າຮ່ວມກັນ ແລະ ທັງໄດ້ສ້າງເສດຖະກິດ, ການເມືອງ ແລະ ສາຍພົວພັນລະຫວ່າງປະຊາຊົນໃຫ້ໃກ້ຊິດກວ່າເກົ່າ.
ຂ້າພະເຈົ້າຂໍສະແດງຄວາມຍີນດີກັບ ສປປ ລາວ ໃນຜົນສຳເລັດຂອງການເປັນປະທານກອງປະຊຸມສຸດຍອດອາຊຽນ ທີ່ຈັດຂື້ນໃນປີນີ້. ການນຳຂອງ ສປປ ລາວ ໄດ້ເຮັດບົດບາດອັນສຳຄັນໃນວຽກງານປົກປັກຮັກຄວາມສະຫງົບ, ຄວາມປອດໄພ ແລະ ສົ່ງເສີມຄວາມຈະເລີນໃນບັນດາໂຂງເຂດພາກພື້ນ.
ພວກຂ້າພະເຈົ້າຫວັງຢ່າງຍິ່ງໃນການຮັດແໜ້ນຄູ່ຮ່ວມພັດທະນາເພື່ອຜົນປະໂຫຍດຂອງປະຊາຊົນທັງສອງຊາດ, ໃນພາກພື້ນ ແລະ ທົ່ວໂລກ. ຂ້າພະເຈົ້າຂໍອວຍພອນໄຊໃຫ້ປີນີ້ເປັນປີທີມີຄວາມຜາສຸກ ແລະ ຄວາມຈະເລີນແກ່ປະຊາຊົນລາວ.