ໃນນາມຕາງຫນ້າໃຫ້ລັດຖະບານ ສະຫະລັດອາເມຣິກາ ຂ້າພະເຈົ້າຂໍອວຍໄຊໃຫ້ພອນອັນປະເສີດມາຍັງປະຊາຊົນ ແຫ່ງ ສປປ ລາວ ເນື່ອງໃນໂອກາດການສະເຫຼີມສະຫຼອງ ປີໃໝ່ລາວ 2560 ນີ້.
ໃນປີທີ່ຜ່ານມາ, ສອງຊາດຂອງພວກເຮົາ ( ສະຫະລັດອາເມຣິກາ ແລະ ສປປ ລາວ) ໄດ້ປະກາດ ການຮ່ວມມືແບບກວມລວມ ເຊິ່ງເປັນການເປີດສັງກາດໃໝ່ ແຫ່ງ ສາຍພົວພັນ ສະຫວ່າງ ສະຫະລັດອາເມຣິກາ ແລະ ສປປ ລາວ ແລະ ຍັງເປັນການ ຮັດແໜ້ນ ສາຍພົວພັນດ້ານການທູດ, ການຄ້າ ແລະ ສາຍພົວພັນ ລະຫວ່າງ ປະຊາຊົນດ້ວຍກັນ. ພວກເຮົາຫວັງຢ່າງຍິ່ງໃນການສ້າງໂອກາດໃໝ່ໆ ແລະ ການຮ່ວມມືເຊິ່ງກັນສະກັນ ລະຫວ່າງສອງຊາດຂອງພວກເຮົາ.
ຂໍອວຍໄຊໃຫ້ບັນດາທ່ານຈົ່ງມີແຕ່ຄວາມສຸກຄວາມຈະເລີນໃນວັນປີໃໝ່ນີ້.