ສປປ ລາວ ແລະ ສະຫະລັດ ອາເມລິກາ ຮ່ວມມືກັນເພື່ອປັບປຸງການເປັນຢູ່ທີ່ດີຂອງຄົນພິການ

ນະຄອນຫຼວງວຽງຈັນ, ສປປ ລາວ ສະຫະລັດ ອາເມລິກາ ສືບຕໍ່ນຳໜ້າໃນການປັບປຸງຊີວິດການເປັນຢູ່ທີ່ດີຂຶ້ນຂອງຄົນພິການ ໃນ ສປປ ລາວ. ໃນວັນທີ 16 ພຶດສະພາ 2019 ທີ່ ນະຄອນຫຼວງວຽງຈັນ, ລັດ​ຖະ​ບານ ແຫ່ງ ສປປ ລາວ ແລະ ອົງການ ເວີລດ໌ເອດຢູເຄຊັນ ປະຈຳ ສ​ປ​ປ ລາວ ໄດ້ລົງນາມ ບົດບັນທຶກຄວາມເຂົ້າໃຈ (MoU) ເພື່ອປັບປຸງ ການເປັນຢູ່ທີ່ດີ ຂອງຄົນພິການ ຢູ່ ສ​ປ​ປ ລາວ ໂດຍຜ່ານໂຄງການຢູ່ເສດໂອກາດ ຫຼື USAID Okard ເຊິ່ງເປັນໂຄງການໄລຍະ 5 ປີ ທີ່ໄດ້ຮັບທຶນຊ່ວຍເຫຼືອ ສະໜັບ ສະໜຸນຈາກ ລັດຖະບານ ສະຫະລັດ ອາເມລິກາ ຜ່ານ ອົງການພັດທະນາສາກົນ ປະເທດ ສະຫະລັດ ອາເມລິກາ (USAID) ແລະ ຈັດຕັ້ງປະຕິບັດ ໂດຍ ອົງການ ເວີລດ໌ເອດຢູເຄຊັນ.

ບົດບັນທຶກຄວາມເຂົ້າໃຈໂຄງການ ໄດ້ຖືກຮ່ວມລົງນາມ ໂດຍ ທ່ານ ຄຳປິງ ແສງຕານນະລາດ, ຫົວໜ້າກົມນະໂຍບາຍ ຕໍ່ຜູ້ມີຜົນງານ, ພິການ ແລະ ຜູ້ອາຍຸສູງ ທັງເປັນຫົວໜ້າກອງເລຂາ ຄະນະກຳມະແຫ່ງຊາດ ເພື່ອຄົນພິການ ແລະ ຜູ້ອາຍຸສູງ, ຂອງກະຊວງແຮງງານ ແລະ ສະຫວັດການສັງຄົມ ແລະ ສະຫວັດການສັງຄົມ ແລະ ທ່ານ ນາງ ຊາຣ່າ ບຣູນາກີ, ຫົວໜ້າອົງການ ເວີລດ໌ເອດຢູເຄຊັນ ປະຈຳລາວ. ທ່ານນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທຸດ ສະຫະລັດ ອາເມລິກາ ປະຈຳລາວ ໄດ້ໃຫ້ກຽດເປັນສັກຂີພະຍານ ໃນພິທີເຊັນບົດບັນທຶກ ຄວາມເຂົ້າໃຈໂຄງການໃນຄັ້ງນີ້.

ອົງການ USAID ເຮັດວຽກຮ່ວມກັບ ລັດຖະບານລາວ, ອົງການ ເວີລດ໌ເອດຢູເຄຊັນ, ອົງການ ມະນຸດສະທຳ ແລະ ການມີສ່ວນຮ່ວມ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອ ພັດທະນາ ແລະ ຈັດຕັ້ງປະຕິບັດ ບັນດາ ນະໂຍບາຍການມີສ່ວນຮ່ວມ ຂອງຄົນພິການ ເພື່ອຮັບປະກັນວ່າ ບໍ່ມີໃຜຖືກປະຖີ້ມໄວ້ຢູ່ເບື້ອງຫລັງ. ໂຄງການ USAID Okard ມີເປົ້າໝາຍ ໃນການປັບປຸງ ການເຂົ້າເຖິງ ການບໍລິການທີ່ມີ ດ້ານສຸຂະພາບ ແລະ ການຟື້ນຟູໜ້າທີ່ການ ທີ່ມີຄຸນນະພາບ, ເພີ່ມໂອກາດ ດ້ານການມີ ວຽກເຮັດງານທຳ ໃຫ້ແກ່ຄົນພິການ ແລະ ເສີມສ້າງຄວາມເຂັ້ມແຂງວຽກງານທາງດ້ານສຸຂະພາບ ແລະ ເສດຖະກິດ ໂດຍຜ່ານການ ມີສ່ວນຮ່ວມຂອງພາກສ່ວນທີ່ກ່ຽວຂ້ອງ.

ທ່ານ ນາງ ຣີນາ ບິດເ​ຕີ ກ່າວວ່າ: “ບົດບັນທຶກຄວາມເຂົ້າໃຈໃໝ່ສະບັບນີ້ ເປັນຂີດໝາຍຂອງການຮ່ວມມືທີ່ສຳຄັນ ສຳລັບສອງປະ ເທດຂອງພວກເຮົາ, ແນໃສ່ສົ່ງເສີມໃຫ້ຄົນພິການສາມາດຊ່ວຍຕົນເອງໄດ້ ແລະ ມີຄວາມສາມາດຂອງພວກເຂົາ ໂດຍການເຂົ້າເຖິງ ການບໍລິການ ທາງດ້ານສຸຂະພາບ ແລະ ສັງຄົມຢ່າງເທົ່າທຽມກັນ ຢູ່ໃນ ສປປ ລາວ. ສະຫະລັດ ອາເມລິກາ ມີຄວາມມຸ່ງໝັ້ນ ທີ່ຈະໃຫ້ການສະໜັບສະໜຸນ ລັດຖະບານ ແຫ່ງ ສປປ ລາວ ເພື່ອຊ່ວຍໃຫ້ຄົນ​ພິການສາມາດດໍາລົງຊີວິດໄດ້ຢ່າງເຕັມທີ່ ແລະ ມີປະສິດທິຜົນ.”

ໂຄງການ USAID Okard ແມ່ນໂຄງການສືບເນື່ອງມາຈາກຜົນສຳເລັດທີ່ຜ່ານມາຂອງ ໂຄງການ TEAM (ຝຶກອົບຮົມ, ການສ້າງ ຄວາມເຂັ້ມແຂງດ້ານເສດຖະກິດ, ການ​ສະ​ໜອງ​ເຄື່ອງອໍານວຍຄວາມສະດວກດ້ານເຕັກໂນໂລຊີ ແລະ ການຟື້ນຟູ ໜ້າທີ່ການທາງ ການແພດ) ພາຍໃຕ້ ການສະໜັບສະໜູນຂອງ ອົງການ USAID, ຊຶ່ງໄດ້ຊ່ວຍເຫຼືອຄົນພິການ ຫລື ​ຄວາມບົກຜ່ອງ ເກືອບເຖິງ 6,000 ຄົນ. ໂຄງການ TEAM ຍັງໄດ້ຝຶກອົບຮົມໃຫ້ແກ່ ພະນັກງານສາທາລະນະສຸກ ແລະ ຄູ່ຮ່ວມງານຂັ້ນທ້ອງຖິ່ນຫລາຍກວ່າ 500 ທ່ານ.

ນອກຈາກໂຄງການ USAID Okard, ລັດຖະບານອາເມລິກາ ຍັງມີຫຼາຍແຜນງານທີ່ໄດ້ຖືກຈັດຕັ້ງປະຕິິບັດຮ່ວມກັບລັດຖະບານ ແລະ ປະຊາຊົນລາວ ເພື່ອປັບປຸງການສຶກສາ, ​ສົ່ງເສີມວຽກງານສາ​ທາ​ລະ​ນະ​ສຸກ ແລະ ໂພຊະນາການ, ອຳນວຍຄວາມສະດວກທາງ ດ້ານການຄ້າ ແລະ ການລົງທຶນ ແລະ ເສີມສ້າງຄວາມເຂັ້ມແຂງດ້ານລະບຽບກົດໝາຍ.