ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 26 ມັງກອນທີ່ຜ່ານມາ ທີ່ໂຮງແຮມດອນຈັນພາເລດ, ທ່ານ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ລາວ ໄດ້ຮ່ວມກັບ ເຈົ້າຫນ້າທີ່ຈາກ ສປປລາວ ໃນພິທີສະເຫຼີມສະຫຼອງທີ່ ສປປ ລາວ ໄດ້ເປັນປະເທດທີ 5 ທີ່ສາມາດປະກາດລົບລ້າງພະຍາດຕາສານບໍ່ໃຫ້ເປັນບັນຫາທາງດ້ານສາທາລະນະອິກຕໍ່ໄປ.
ພະຍາດຕາສານແມ່ນພະຍາດທາງສາຍຕາທີ່ສາມາດຕິດຕໍ່ໄດ້ຜ່ານແບັກທິວເລຍທີ່ເຮັດໃຫ້ຂົນຕາປົ່ງກັບເຂົ້າໄປໃນຕາ. ພະຍາດຕາສານໂດຍທົ່ວໄປແລ້ວແມ່ນຈະຕິດຕໍ່ຈາກຄົນສູ່ຄົນໂດຍຜ່ານການສຳພັດກັບບັນດາແມງໄມ້ ແລະ ມືທີ່ມີເຊື້ອ.
ໃນໄລຍະ 5 ປີທີ່ຜ່ານມາ, ລັດຖະບານສະຫະລັດອາເມລິກາ ໂດຍຜ່ານອົງການພັດທະນາສາກົນອາເມລິກາ USAID ໄດ້ຊ່ວຍເຫຼືອ ສປປລາວ ໂດຍການມອບທຶນ ຈຳນວນ 2.7 ລ້ານໂດລາ ໃນການປະຕິບັດວຽກງານເພື່ອລົບລ້າງບັນດາພະຍາດເຂດຮ້ອນທີ່ຖືກລະເລີຍເຊັ່ນພະຍາດຕາສານ.
ທ່ານທູດ ຣີນາ ໄດ້ກ່າວໃນພິທີວ່າ: ສະຫະອາເມລິກາ ມີຄວາມພາກພູມໃຈຫຼາຍທີ່ໄດ້ຊ່ວຍເຫຼືອ ສປປ ລາວໃນວຽກງານການລົບລ້າງພະຍາດຕາສານ, ເຊິ່ງນີ້ເປັນໜຶ່ງໃນບັນດາຕົວຢ່າງຂອງການຮ່ວມມືທີ່ເຂັ້ມແຂງ ແລະ ແໜ້ນແຟ້ນຂອງ ສອງປະເທດຂອງພວກເຮົາ. ພວກເຮົາຈະສືບຕໍ່ປະຕິບັດໜ້າທີ່ຢ່າງໃກ້ຊິດເພື່ອສ້າງ ສປປ ລາວໃຫ້ກາຍເປັນປະເທດທີ່ເຂັ້ມແຂງ ແລະ ຜາສຸກ, ປະຊາຊົນມີສຸຂະພາບແຂງແຮງ.
ລັດຖະບານສະຫະລັດອາເມລິກາ ໄດ້ເລີ່ມໃຫ້ການຊ່ວຍເຫຼືອລັດຖະບານ ສປປ ລາວ ໃນວຽກງານນີ້ນັບຕັ້ງແຕ່ປີ 2012 ໂດຍຜ່ານໂຄງການຂອງ USAID ເຊັ່ນ: End in Asia ແລະ ENVISION. ອົງການ USAID ໄດ້ໃຫ້ການຊ່ວຍເຫຼືອ ກະຊວງສາທາລະນະສຸກໃນການເກັບກຳຂໍ້ມູນທີ່ເຊື່ອຖືໄດ້ກ່ຽວກັບສະຖານະຂອງພະຍາດຕາສານໃນລາວ, ແລະ ປະຕິບັດຕາມເງື່ອນໄຂຂອງການລົບລ້າງພະຍາດຕາສານ ເຊິ່ງເປັນຂໍ້ກຳນົດໃນການລົບລ້າງພະບາດຂອງອົງການອະນາໄມໂລກ.
ອົງການ USAID ໄດ້ເປັນຜູ້ນຳໂລກທາງດ້ານການຕອບໂຕ້ກັບບັນດາພະຍາດເຂດຮ້ອນທີ່ຖືກລະເລີຍເຊັ່ນພະຍາດຕາສານ. ອົງການ USAID ຮ່ວມກັບຄູ່ຮ່ວມພັດທະນາ ໄດ້ຊ່ວຍເຫຼືອການປິ່ນປົວພະຍາດເຂດຮ້ອນທີ່ຖືກລະເລີຍ ຫຼາຍກ່ວາ 1 ຕື້ຄົນ ໃນ 25 ປະເທດ ໃນໄລຍະ 10 ປີທີ່ຜ່ານມາ. ຍ້ອນວຽກງານດັ່ງກ່າວ ໄດ້ເຮັດໃຫ້ ຄົນ ຈຳນວນ 84 ລ້ານຄົນສາມາດດຳລົງຊີວິດໃນສະຖານທີ່ທີ່ບໍ່ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດຕາສານ.