ບົດຖະແຫຼງຂ່າວ ທ່ານ ໄມເຄິລ ປອມແປວ ລັດຖະມົນຕີການຕ່າງປະເທດ
ເປັນເວລາຫຼາຍກວ່າເຄິ່ງສະຕະວັດແລ້ວທີ່ປະເທດສະຫະລັດເປັນຜູ້ໃຫ້ການຊ່ວຍເຫຼືອຫຼາຍທີ່ສຸດດ້ານຄວາມໝັ້ນຄົງທາງດ້ານສຸຂະພາບ ແລະ ດ້ານມະນຸດສະທຳໃນທົ່ວໂລກ. ດ້ວຍນໍ້າໃຈອັນກວ້າງຂວາງຂອງປະຊາຊົນອາເມຣິກາ ແລະ ພາຍໃຕ້ການນຳພາຂອງທ່ານປະທານາທິບໍດີ ທຣໍ້າ, ສະຫະລັດຈະສືບຕໍ່ຮັກສາຜົນງານອັນໂດດເດັ່ນທີ່ກ່າວມານີ້ ທ່າມກາງສະພາວະທີ່ພວມປະເຊີນໜ້າກັບການແແຜ່ລະບາດຂອງພະຍາດ COVID-19 ໂດຍການປະກາດໃຫ້ທຶນຊ່ວຍເຫຼືອຕ່າງປະເທດເພີ່ມຕື່ມອີກຫຼາຍກວ່າ 270 ລ້ານໂດລາ ຈາກລັດຖະສະພາ ເຊິ່ງເປັນການໃຫ້ທຶນເພີ່ມຕື່ມສະເພາະແນໃສ່ໂຕ້ຕອບກັບການແພ່ລະບາດ.
ການໃຫ້ທຶນງວດໃໝ່ນີ້ຈະຈັດສັນເປັນການຊ່ວຍເຫຼືອດ້ານມະນຸດສະທຳປະມານ 170 ລ້ານໂດລາເພື່ອຊ່ວຍໃຫ້ຊຸມຊົນຕ່າງໆໃນບາງປະເທດທີ່ມີຄວາມສ່ຽງສູງສາມາດກະກຽມ ແລະ ຕອບໂຕ້ຕໍ່ການແຜ່ລະບາດ. ໃນຂະນະດຽວກັນ, ພວກເຮົາຍັງຈັດສັນທຶນອີກຫຼາຍກວ່າ 100 ລ້ານໂດລາເພື່ອຊ່ວຍບັນດາລັດຖະບານ, ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນໃຫ້ສາມາດກະກຽມ, ຫຼດຜ່ອນ ແລະ ແກ້ໄຂຜົນກະທົບດ້ານເສດຖະກິດ, ຄວາມປອດໄພຂອງປະຊາຊົນ, ສະຖຽນລະພາບ ແລະ ການປົກຄອງ ທີ່ເປັນຜົນເນື່ອງຈາກ COVID-19.
ການປະກາດໃຫ້ການຊ່ວຍເຫຼືອຈາກລັດຖະບານສະຫະລັດໃນມື້ນີ້ ເຮັດໃຫ້ເກີດການລົງທຶນໃນທົ່ວໂລກນັບແຕ່ການລະບາດຂອງ COVID-19 ມາຮອດປັດຈຸບັນ ເປັນຈຳນວນເງິນທັງໝົດຫຼາຍກວ່າ 775 ລ້ານໂດລາຢູ່ໃນຂົງເຂດສາທາລະນະສຸກ, ມະນຸດສະທຳ ແລະ ການຊ່ວຍເຫຼືອທາງດ້ານເສດຖະກິດ, ໂດຍສະເພາະແມ່ນແນໃສ່ການຕໍ່ສູ້ສະກັດກັ້ນການແຜ່ລະບາດຢູ່ປະເທດຕ່າງໆໃນທຸກໆພາກພື້ນທົ່ວໂລກຫຼາຍກວ່າ 100 ປະເທດ.
ເມື່ອໂລກມີສຸຂະພາບທີ່ດີກໍ່ໝາຍຄວາມວ່າ ສະຫະລັດກໍ່ມີສຸຂະພາບດີເຊັ່ນກັນ. ຫຼາຍທົດສະວັດແຫ່ງການຊ່ວຍເຫຼືອຕ່າງປະເທດທີ່ເອົາໃຈໃສ່ ແລະ ມີຍຸດທະສາດ ໄດ້ພິສູດໃຫ້ເຫັນແລ້ວວ່າ ສາມາດຫຼຸດຜ່ອນຜົນກະທົບທີ່ຈະມີຕໍ່ຄົນອາເມຣິກາຢູ່ຕ່າງປະເທດ ແລະ ຍິ່ງເພິ່ມທະວີການປົກປ້ອງຄົນອາເມຣິກາພາຍໃນປະເທດຈາກພະຍາດທີ່ສາມາດຕິດຕໍ່ຂ້າມຊາຍແດນຂອງພວກເຮົາໃນຕໍ່ໜ້າ.
ອົງການພັດທະນາສາກົນຂອງກະຊວງການຕ່າງປະເທດ, ສູນຄວບຄຸມ ແລະ ປ້ອງກັນພະຍາດ ແລະ ກະຊວງປ້ອງກັນປະເທດ ຂອງສະຫະລັດກຳລັງເຮັດວຽກຮ່ວມກັນເປັນຈິດໜຶ່ງໃຈດຽວເພື່ອສະໜັບສະໜູນຄວາມພະຍາຍາມດ້ານສາທາລະນະສຸກ, ການຊ່ວຍເຫຼືອທາງດ້ານມະນຸດສະທຳ ແລະ ຄວາມໝັ້ນຄົງທາງດ້ານເສດຖະກິດ ແລະ ສະຖຽນລະພາບໃນທົ່ວໂລກດ້ວຍການສະໜອງທຶນສຸກເສີນເພິ່ມຕື່ມຈໍານວນ 2.4 ຕື້ໂດລາ ໂດຍໄດ້ຮັບການອະນຸມັດຈາກ ລັດຖະສະພາ.
ສະຫະລັດເປັນຜູ້ນໍາແຖວໜ້າດ້ານການຊ່ວຍເຫຼືອມະນຸດສະທຳ. ນອກຈາກການຊ່ວຍເຫຼືອຈາກລັດຖະບານຂອງພວກເຮົາ ແລະ ການປະກອບສ່ວນຊ່ວຍເຫຼືອທີ່ຜ່ານສະຖາບັນຫຼາຍຝ່າຍຕ່າງໆ ປະຊາຊົນອາເມຣິກາໄດ້ພ້ອມໃຈກັນໃຫ້ການຊ່ວຍເຫຼືອແກ່ປະຊາກອນທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ COVID-19 ໃນທົ່ວໂລກເປັນຈຳນວນເງິນຫຼາຍກວ່າ 3 ຕື້ໂດລາຜ່ານທາງທຸລະກິດຂອງເອກະຊົນ, ອົງການບໍ່ຫວັງຜົນກຳໄລ, ອົງການຈັດຕັ້ງດ້ານສາສະໜາ ແລະ ອົງການເພື່ອການກຸສົນຕ່າງໆ ໂດຍຖືເປັນການເພີ່ມທະວີໃສ່ທຶນຊ່ວຍເຫຼືອທີ່ລັດຖະບານສະຫະລັດໄດ້ສະໜອງໃຫ້.
ສະຫະລັດ ມີຄວາມຍິນດີຮັບເອົາການປະກອບສ່ວນທີ່ມີຄຸນນະພາບສູງ, ໂປ່ງໄສຈາກຜູ້ໃຫ້ທຶນອື່ນໆເພື່ອຊ່ວຍຕໍ່ສູ້ກັບການແຜ່ລະບາດຂອງພະຍາດ COVID-19.