ສະຫະລັດອາເມລິກາ ສືບຕໍ່ຂະຫຍາຍການຊ່ວຍເຫຼືອໃຫ້ແກ່ຜູ້ປະສົບໄພແຂວງອັດຕະປື

ນະຄອນຫຼວງວຽງຈັນ, ສປປ ລາວ: ໃນລະຫວ່າງເດືອນສິງຫາທີ່ຜ່ານມາ, ລັດຖະບານສະຫະລັດອາເມລິກາ ໄດ້ເພີ່ມການຊ່ວຍເຫຼືອຕໍ່ຜູ້ປະສົບໄພແຂວງອັດຕະປື ແລະ ຂົງເຂດອ້ອມຂ້າງທີ່ໄດ້ຮັບຜົນກະທົບຈາກເຫດການນໍ້າຖ້ວມທີ່ຮຸນແຮງໃນເດືອນກໍລະກົດທີ່ຜ່ານມາ.

ອົງການພັດທະນາສາກົນສະຫະລັດອາເມລິກາ ຫຼື USAID ໂດຍຜ່ານຫ້ອງການຊ່ວຍເຫຼືອຜູ້ປະສົບໄພພິບັດຂອງສະຫະລັດ ຮ່ວມມືກັບອົງການຈັດຕັ້ງສາກົນເພື່ອການຍົກຍ້າຍຖິ່ນຖານ ຫຼື IOM ປະຈຳລາວ ເພື່ອມອບອຸປະກອນເຄື່ອງມືເພື່ອການຟື້ນຟູທີ່ຢູ່ອາໃສໃຫ້ແກ່ຄອບຄົວຜູ້ປະສົບໄພພິບັດ ຈຳນວນ 250 ຄອບຄົວ. ໂດຍຜ່ານການປຶກສາຫາລືກັບລັດຖະບານລາວ, ອຸປະກອນເຫຼົ່ານີ້ລວມມີ ໄມ້ຄ້ອນ, ຕະປູ, ສາຍໄຟ, ເຊືອກ, ເລື່ອຍ, ຊ້ວນ ແລະ ອື່ນໆທີ່ຈະຊ່ວຍໃຫ້ພວກເຂົາສາມາດປົວແປງເຮືອນຊານຂອງຕົນເອງ.

ໃນເດືອນສິງຫາ, ທ່ານ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳລາວ ໄດ້ເນັ້ນໜັກເຖິງຄວາມຕັ້ງໃຈຂອງສະຫະລັດອາເມລິກາໃນການໃຫ້ຄວາມຊ່ວຍເຫຼືອຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງນີ້. ທ່ານ ຣີນາ ບິດເຕີ ໄດ້ກ່າວວ່າ: ພວກເຮົາຮູ້ວ່າເຫດການຄັ້ງນີ້ມີຜົນກະທົບໄລຍະຍາວ. ປະຊາຊົນອາເມລິກາຈະສືບຕໍ່ຊ່ວຍເຫຼືອປະຊາຊົນລາວ.

ອຸປະກອນເຫຼົ່ານີ້ຈະໄດ້ຖືກແຈກຢາຍໃຫ້ປະຊາຊົນທີ່ເຫັນວ່າມີຄວາມຕ້ອງການຫຼາຍທີ່ສຸດ.

ທ່ານ ມິສາໂຕ ຢູ່ອາສາ, ຫົວໜ້າຫ້ອງການ IOM ໄດ້ກ່າວວ່າ: ປະຊາຊົນຈໍານວນຫຼາຍໄດ້ສູນເສຍທຸກຢ່າງຈາກເຫດການໃນຄັ້ງນີ້. ອົງການ IOM ມຸ່ງໝັ້ນເພື່ອຊ່ວຍເຫຼືອໃຫ້ພວກເຂົາສາມາດເລີ່ມຕົ້ນຊີວິດໃໝ່.

ທຶນຊ່ວຍເຫຼືອຂອງອົງການ USAID ໃນຄັ້ງນີ້ ແມ່ນເພີ່ມເຕີມເພື່ອສົບທົບກັບທຶນຊ່ວຍເຫຼືອຜູ້ປະສົບໄພໃນຄັ້ງກ່ອນທີ່ໄດ້ມອບຜ່ານອົງການ UNICEF ທີ່ປະຈຸບັນກໍາລັງຊ່ວຍເຫຼືອຜູ້ປະສົບໄພເພື່ອໃຫ້ພວກເຂົາສາມາດເຂົ້າເຖິງນໍ້າສະອາດ, ອຸປະກອນສຸຂະອະນາໄມພື້ນຖານ ແລະ ການໃຫ້ການຊ່ວຍເຫຼືອຜູ້ປະສົບໄພດ້ານອື່ນໆອີກ.

ໃນເດືອນກັນຍາ ປີ 2009, ອົງການ USAID ຍັງໄດ້ເຄີຍໃຫ້ການຊ່ວຍເຫຼືອຜູ້ປະສົບໄພໄລຍະຍາວຫຼັງຈາກທີ່ຫຼາຍແຂວງທາງພາກໃຕ້ໄດ້ປະສົບກັບພະຍຸໃຕ້ຝຸ່ນທີ່ຮຸ່ນແຮງ, ເຊິ່ງໜຶ່ງໃນນັ້ນກໍແມ່ນແຂວງອັດຕະປື.

ໃນທົ່ວ ສປປ ລາວ ອົງການ USAID ຍັງໄດ້ສືບຕໍ່ຊ່ວຍເຫຼືອ ສປປ ລາວ ທາງດ້ານການພັດທະນາ ບໍ່ວ່າຈະເປັນທາງດ້ານການສ້າງຄວາມເຂັ້ມແຂງຂະແໜງການສາທາລະນະສຸກ, ໃຫ້ການຊ່ວຍເຫຼືອຕໍ່ບັນດາປະຊາຊົນທີ່ມີຄວາມສ່ຽງ, ສະໜັບສະໜຸນການພັດທະນາ ເສດຖະກິດ ແລະ ການຄ້າແບບຍືນຍົງ, ແລະ ປົກປັກຮັກສາສິ່ງແວດລ້ອມທາງທຳມະຊາດ.