ນະຄອນຫຼວງວຽງຈັນ, ວັນທີ 26 ເດືອນມັງກອນ ປີ 2022 – ມື້ນີ້, ພິທີມອບ – ຮັບ ວັກຊີນກັນພະຍາດໂຄວິດ–19 Pfizer BioNTech ຈໍານວນ 1,698,840 ໂດສຢ່າງເປັນທາງການໃຫ້ແກ່ ສປປ ລາວ, ຊຶ່ງການຈັດສົ່ງທີ່ມາຮອດປະເທດລາວ ແມ່ນຜ່ານໂຄງການ COVAX Facility. ໂຄງການ COVAX ແມ່ນການນຳພາຮ່ວມກັນໂດຍອົງການ Gavi, ສຳພັນທະມິດນະວັດຕະກໍາການກຽມຄວາມພ້ອມຕໍ່ການລະບາດຂອງພະຍາດ (CEPI), ແລະ ອົງການອະນາໄມໂລກ (WHO), ພ້ອມດ້ວຍອົງການ UNICEF ທີ່ເປັນຄູ່ຮ່ວມງານສໍາຄັນໃນການຈັດສົ່ງ.
ພິທີມອບ – ຮັບ ດັ່ງກ່າວໂດຍການເຂົ້າຮ່ວມ ແລະ ກ່າວຮັບ ຂອງ ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ການກ່າວມອບ ຂອງທ່ານ ດຣ. ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດແຫ່ງສະຫະລັດອາເມິລິກາ ປະຈໍາ ສປປ ລາວ ທີ່ສະໜາມບິນສາກົນວັດໄຕ, ໂດຍມີ ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ , ທ່ານນາງບີອາເຕ ດາສເຕລ໌, ຮັກສາການຜູ້ຕາງໜ້າອົງການ UNICEF ປະຈຳ ສປປ ລາວ, ທ່ານດຣ. ຢູລີປັກ, ຜູ້ຮັກສາການຫ້ອງການອົງການ WHO ປະຈໍາ ສປປ ລາວ, ບັນດາທ່ານທຸຕານຸທູດ ແລະ ອົງການຈັດຕັ້ງສາກົນ, ບັນດາຄູ່ຮ່ວມພັດທະນາ, ພະນັກງານຂັ້ນສູງຂອງກະຊວງການຕ່າງປະເທດ ແລະ ກະຊວງສາທາລະນະສຸກ ເຂົ້າຮ່ວມ.
ວັກຊີນ Pfizer BioNTech ເຫຼົ່ານີ້ໄດ້ມາຮອດ ສປປ ລາວ ໃນຕົ້ນເດືອນນີ້ ຊຶ່ງມີການຂົນສົ່ງ 2 ຄັ້ງ. ການຂົນສົ່ງຄັ້ງທຳອິດມີ 799,110 ໂດສ ແມ່ນໄດ້ມາຮອດປະເທດລາວ ໃນວັນທີ 2 ເດືອນມັງກອນ ປີ 2022 ແລະ ການຂົນສົ່ງຄັ້ງທີສອງແມ່ນມີ 899,730 ໂດສ ຊຶ່ງມາຮອດໃນວັນທີ 24 ເດືອນມັງກອນ ປີ 2022.
ພະນະທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກ່າວວ່າ: “ລັດຖະບານແຫ່ງ ສປປ ລາວ ຂໍສະແດງຄວາມຂອບໃຈມາຍັງສະຫະລັດອາເມລິກາ ໃນການສະໜັບສະໜູນອັນລ້ຳຄ່ານີ້. ການສະໜອງວັກຊີນ ເຫຼົ່ານີ້ ຈະຊ່ວຍໃຫ້ພວກເຮົາສາມາດບັນລຸເປົ້າໝາຍຂອງຕົນໃນການສັກວັກຊີນກັນພະຍາດໃຫ້ໄດ້ 80% ຂອງປະຊາກອນໃນປີ 2022 ແລະ ສໍາຄັນກວ່ານັ້ນ, ຈະເປັນການ ຊ່ວຍຊີວິດຂອງປະຊາຊົນອີກດ້ວຍ. ການມາຮອດຂອງວັກຊີນ Pfizer ແມ່ນທັນເວລາທີ່ສຸດ ເນື່ອງຈາກວ່າ ປະຈຸບັນນີ້ພວກເຮົາພວມ ດຳເນີນ ສັກວັກຊີນໃຫ້ແກ່ໄວໜຸ່ມ. ຈໍານວນວັກຊີນເຫຼົ່ານີ້ຈະມີບົດບາດສໍາຄັນໃນການສັກວັກຊີນກັນພະຍາດໃຫ້ແກ່ໄວໜຸ່ມອາຍຸ 12 ຫາ 17 ປີ ໂດຍອີງໃສ່ແຜນປະຕິບັດການສັກວັກຊີນກັນພະຍາດໂຄວິດ-19 ແຫ່ງຊາດ (NDVP).”
ນອກຈາກໄວໜຸ່ມອາຍຸ 12 ຫາ 17 ປີແລ້ວ, ຍັງຈະໄດ້ສັກວັກຊີນເຫຼົ່ານີ້ໃຫ້ກຸ່ມບູລິມະສິດອື່ນໆ ລວມທັງຜູ້ທີ່ມີອາຍຸ 60 ປີຂຶ້ນ ໄປ, ຜູ້ທີ່ມີບັນຫາສຸຂະພາບ, ແລະ ແມ່ມານອີກດ້ວຍ.
ໃນພິທີມອບ-ຮັບ ຄັ້ງນີ້, ທ່ານ ດຣ. ປີເຕີ ເອັມ. ເຮມອນ, ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳ ສປປ ລາວ ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມພະຍາຍາມ ຂອງລັດຖະບານ ແຫ່ງ ສປປ ລາວ ໃນການປະຕິບັດສັກວັກຊີນກັນພະຍາດ ແລະ ການປົກປ້ອງປະຊາຊົນລາວ ແລະ ໄດ້ຍົກໃຫ້ເຫັນການເປັນຄູ່ຮ່ວມງານແບບຮອບດ້ານລະຫ່ວາງສະຫະລັດອາເມລິກາ – ລາວ. ທ່ານເອກອັກຄະລັດຖະທູດ ເຮມອນ ກ່າວວ່າ: “ສະຫະລັດອາເມລິກາມີຄວາມພູມໃຈທີ່ໄດ້ສະໜັບສະໜູນ ສປປ ລາວດ້ວຍວັກຊີນທີ່ສຳຄັນເຫຼົ່ານີ້ຊຶ່ງຈະຊ່ວຍຊີວິດຂອງປະຊາຊົນ ແລະ ມີຜົນກະທົບໃນທາງບວກຕໍ່ການເປີດໂຮງຮຽນຄືນໃໝ່ຢ່າງປອດໄພ,” ທ່ານ ເອກອັກຄະລັດຖະທູດ ເຮມອນ ຍັງກ່າວຕື່ມວ່າ: “ໃນຂະນະທີ່ພວກເຮົາເຮັດວຽກຮ່ວມກັນເພື່ອຢຸດຕິການລະບາດຂອງພະຍາດນີ້, ພວກເຮົາຍັງຈະສືບຕໍ່ສະໜັບສະໜູນ ສປປ ລາວ ໃນການຫຼຸດຜ່ອນຜົນກະທົບຂອງພະຍາດໂຄວິດ-19 ຕໍ່ເສດຖະກິດ ແລະ ສັງຄົມໃນວົງກວ້າງຕື່ມອີກ. ສະຫະລັດອາເມຣິກາຈະສືບຕໍ່ສະໜັບສະໜູນດ້ານທຸລະກິດ, ລະບົບການສຶກສາ, ການຮັກສາສຸຂະພາບ, ຄົນພິການ, ແລະ ດ້ານລະບຽບກົດໝາຍ.”
ການ ສະໜັບສະໜູນ ຄັ້ງຫຼ້າສຸດນີ້ແມ່ນສືບຕໍ່ມາຈາກການບໍລິຈາກວັກຊີນ Johnson & Johnson ຈໍານວນໜຶ່ງລ້ານໂດສ ຂອງສະຫະລັດອາເມລິກາໃຫ້ແກ່ ສປປ ລາວ ເມື່ອເດືອນກໍລະກົດ ປີ 2021 ທີ່ຜ່ານມາ, ແລະ ຍັງໄດ້ສົ່ງມອບໂດຍຜ່ານໂຄງການ COVAX Facility. ມາເຖິງປະຈຸບັນນີ້, ດ້ວຍການຈັດສົ່ງວັກຊີນ Pfizer BioNTech ຫຼ້າສຸດນີ້ສະຫະລັດອາເມລິກາໄດ້ສະໜອງວັກຊີນກັນພະຍາດໂຄວິດ-19 ລວມເປັນ 2.706.840 ໂດສ ໃຫ້ແກ່ ສປປ ລາວແລ້ວ.
ທ່ານດຣ. ຢູລີປັກ, ຜູ້ຮັກສາການຫ້ອງການອົງການ WHO ປະຈໍາ ສປປ ລາວກ່າວວ່າ: “ໄດ້ທົດສອບວັກຊີນ Pfizer BioNTech ໃນການທົດລອງດ້ານຄລີນິກສໍາລັບໄວໜຸ່ມອາຍຸລະຫວ່າງ 12-17 ປີ ແລ້ວ ແລະ ໄດ້ຮັບການພິສູດແລ້ວວ່າມີຄວາມປອດໄພ ແລະ ມີປະສິດທິພາບສໍາລັບກຸ່ມອາຍຸນີ້. ວັກຊີນດັ່ງກ່າວຍັງໄດ້ຮັບການກວດກາຢ່າງລະອຽດຈາກອົງການ WHO ແລະ ໄດ້ຈັດເຂົ້າໃນບັນຊີເພື່ອນຳໃຊ້ແບບສຸກເສີນໃນເດືອນທັນວາ ປີ 2020 ແລ້ວ. ວັກຊີນເຫຼົ່ານີ້ຈະຊ່ວຍປົກປ້ອງຊີວິດຂອງປະຊາຊົນໃນ ສປປ ລາວ ແລະ ຊ່ວຍປ້ອງກັນພະຍາດທີ່ກາຍພັນໃໝ່ທີ່ເປັນອັນຕະລາຍຈາກການແຜ່ລະບາດໃນປະເທດ.”
ທ່ານນາງບີອາເຕ ດາສເຕລ໌, ວ່າການແທນຜູ້ຕາງໜ້າອົງການ UNICEF ປະຈຳ ສປປ ລາວກ່າວວ່າ: “ອົງການ UNICEF ມີຄວາມພູມໃຈທີ່ໄດ້ມີບົດບາດໃນການຈັດສົ່ງວັກຊີນກັນພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ ໃນນາມເປັນສ່ວນໜຶ່ງຂອງໂຄງການ COVAX Facility. ດັ່ງທີ່ເຄີຍເປັນມາ, ພວກເຮົາ ແລະ ບັນດາຄູ່ຮ່ວມງານຂອງພວກເຮົາ ພ້ອມແລ້ວທີ່ຈະສະໜັບສະໜູນລັດຖະບານ ສປປ ລາວ ໃນການເຄື່ອນໄຫວຮັບມືກັບພະຍາດໂຄວິດ-19 ແລະ ເພື່ອຮັບປະກັນວ່າບໍ່ມີຜູ້ໃດຖືກປ່ອຍປະໃຫ້ຢູ່ເບື້ອງຫຼັງໃນຊ່ວງການລະບາດຂອງພະຍາດດັ່ງກ່າວ.”
ນອກນັ້ນ, ໂດຍຜ່ານອົງການ USAID, ສະຫະລັດອາເມຣິກາຍັງເປັນຄູ່ຮ່ວມງານກັບອົງການ UNICEF ແລະ ອົງການ WHO ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ສປປ ລາວ ໃນການແຈກຢາຍວັກຊີນກັນພະຍາດໂຄວິດ-19 ຢ່າງປອດໄພ ແລະ ມີປະສິດທິຜົນ. ນັບຕັ້ງແຕ່ການລະບາດຂອງພະຍາດໄດ້ເລີ່ມຂຶ້ນຈົນມາຮອດປັດຈຸບັນນີ້, ສະຫະລັດອາເມຣິກາໄດ້ໃຫ້ການສະໜັບສະໜູນແກ່ ສປປ ລາວ ຫຼາຍກວ່າ 13 ລ້ານໂດລາສະຫະລັດເພື່ອຂະຫຍາຍການກວດຫາພະຍາດໂຄວິດ-19, ເຮັດໃຫ້ພະນັກງານສາທາລະນະສຸກມີຄວາມປອດໄພດ້ວຍອຸປະກອນປ້ອງກັນສ່ວນຕົວ ແລະ ສ້າງຄວາມເຂັ້ມແຂງໃນການເຝົ້າລະວັງພະຍາດ.