Flag

An official website of the United States government

ສະຫະລັດອາເມລິກາ ສະໜອງວັກຊີນກັນພະຍາດໂຄວິດ-19 Pfizer ຈໍານວນ 1,698,840 ໂດສ ໃຫ້ແກ່ ສປປ ລາວ
2 ບົດອ່ານໜຶ່ງນາທີ
ເດືອນມັງກອນ 26, 2022

ນະຄອນຫຼວງວຽງຈັນວັນທີ 26 ເດືອນມັງກອນ ປີ 2022 – ມື້ນີ້ພິທີມອບ – ຮັບ ວັກຊີນກັນພະຍາດໂຄວິດ​19  Pfizer BioNTech ຈໍານວນ 1,698,840 ໂດສ​ຢ່າງເປັນທາງການໃຫ້ແກ່ ສປປ ລາວ, ຊຶ່ງການ​​ຈັດສົ່ງທີ່ມາຮອດປະເທດລາວ ແມ່ນຜ່ານໂຄງການ COVAX Facility. ໂຄງການ ​COVAX ແມ່ນການນຳພາຮ່ວມກັນໂດຍອົງການ Gavi, ​ສຳພັນທະມິດ​ນະວັດຕະກໍາ​ການກຽມຄວາມພ້ອມຕໍ່​ການລະບາດຂອງພະຍາດ​ (CEPI), ແລະ ອົງການອະນາໄມໂລກ (WHO), ພ້ອມດ້ວຍອົງການ UNICEF ທີ່ເປັນຄູ່ຮ່ວມງານສໍາຄັນໃນການຈັດສົ່ງ​.

ພິທີມອບ – ຮັບ ດັ່ງກ່າວໂດຍການເຂົ້າຮ່ວມ ແລະ ກ່າວຮັບ ຂອງ ພະນະທ່ານ​ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ  ແລະ ການກ່າວມອບ ຂອງທ່ານ ດຣ. ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດແຫ່ງສະຫະລັດອາເມິລິກາ ປະຈໍາ ສປປ ລາວ ທີ່ສະໜາມບິນສາກົນວັດໄຕ, ໂດຍມີ ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ , ທ່ານນາງບີອາເຕ ດາສເຕລ໌, ຮັກສາການຜູ້ຕາງໜ້າອົງການ UNICEF ປະຈຳ ສປປ ລາວ, ທ່ານດຣ. ຢູລີປັກ​, ຜູ້ຮັກສາການຫ້ອງການອົງການ​ WHO ປະຈໍາ ສປປ ລາວ, ບັນດາທ່ານທຸຕານຸທູດ ແລະ ອົງການຈັດຕັ້ງສາກົນ, ບັນດາຄູ່ຮ່ວມພັດທະນາ, ພະນັກງານຂັ້ນສູງຂອງກະຊວງການຕ່າງປະເທດ ແລະ ກະຊວງສາທາລະນະສຸກ ເຂົ້າຮ່ວມ.

ວັກຊີນ Pfizer BioNTech ເຫຼົ່ານີ້ໄດ້ມາຮອດ ສປປ ລາວ ໃນຕົ້ນເດືອນນີ້ ຊຶ່ງມີ​ການ​ຂົນສົ່ງ 2 ຄັ້ງ​. ການ​ຂົນສົ່ງ​​ຄັ້ງ​ທຳ​ອິດ​ມີ 799,110 ​ໂດ​ສ ແມ່ນ​ໄດ້​ມາຮອດ​ປະ​ເທດລາວ ​ໃນ​ວັນ​ທີ 2 ເດືອນມັງກອນ ປີ 2022 ແລະ​ ການຂົນ​ສົ່ງ​​ຄັ້ງ​ທີ​ສອງ​ແມ່ນມີ 899,730 ​ໂດສ ຊຶ່ງມາຮອດ​ໃນ​ວັນ​ທີ 24 ເດືອນມັງກອນ ປີ 2022.

ພະນະທ່ານ  ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກ່າວວ່າ: “ລັດຖະບານແຫ່ງ ສປປ ລາວ ຂໍສະແດງຄວາມຂອບໃຈມາຍັງສະຫະລັດອາເມລິກາ ໃນການສະໜັບສະໜູນອັນລ້ຳຄ່ານີ້. ​ ການສະໜອງວັກຊີນ ​ເຫຼົ່ານີ້ ຈະຊ່ວຍໃຫ້ພວກເຮົາສາມາດບັນລຸເປົ້າໝ​າຍຂອງຕົນ​ໃນການສັກ​ວັກຊີນກັນພະຍາດໃຫ້ໄດ້ 80% ​ຂອງປະຊາກອນໃນປີ 2022 ແລະ ສໍາຄັນກວ່ານັ້ນ, ​ຈະເປັນການ ຊ່ວຍຊີວິດຂອງປະຊາຊົນອີກດ້ວຍ.​ ການມາຮອດຂອງວັກຊີນ Pfizer ແມ່ນທັນເວລາທີ່ສຸດ​ ເນື່ອງຈາກວ່າ ປະຈຸບັນນີ້ພວກເຮົາພວມ ດຳເນີນ ສັກ​ວັກຊີນໃຫ້ແກ່ໄວໜຸ່ມ​. ຈໍານວນວັກຊີນ​ເຫຼົ່ານີ້ຈະມີບົດບາດສໍາຄັນໃນການສັກ​ວັກຊີນກັນພະຍາດໃຫ້ແກ່ໄວໜຸ່ມ​ອາຍຸ​ 12 ຫາ 17 ປີ ໂດຍອີງໃສ່​ແຜນປະຕິບັດການສັກວັກຊີນກັນພະຍາດໂຄວິດ-19 ແຫ່ງຊາດ (NDVP).”​

ນອກຈາກໄວໜຸ່ມ​​ອາຍຸ 12 ຫາ 17 ປີແລ້ວ, ຍັງຈະໄດ້ສັກວັກຊີນເຫຼົ່ານີ້ໃຫ້​ກຸ່ມບູລິມະສິດອື່ນໆ ລວມທັງຜູ້ທີ່ມີ​ອາຍຸ 60 ປີຂຶ້ນ ໄປ, ຜູ້ທີ່ມີບັນຫາ​ສຸຂະພາບ​, ແລະ ແມ່ມານ​ອີກດ້ວຍ.

ໃນ​​ພິທີ​ມອບ-ຮັບ​ ຄັ້ງນີ້, ທ່ານ ​ດຣ. ປີເຕີ​ ​ເອັມ. ​ເຮ​ມອນ, ​ເອກ​ອັກຄະ​ລັດຖະທູດ​ສະຫະລັດອາ​ເມ​ຣິ​​ກາ ປະຈຳ ສປປ ລາວ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຄວາມພະຍາຍາມ ຂອງລັດຖະບານ ​ແຫ່ງ ສປປ ລາວ ​ໃນການ​​ປະຕິບັດ​ສັກວັກຊີນກັນພະຍາດ​ ​ແລະ ການ​ປົກປ້ອງ​​ປະຊາຊົນ​ລາວ ​ແລະ ​ໄດ້​ຍົກ​ໃຫ້​ເຫັນ​ການເປັນ​​ຄູ່​ຮ່ວມງານແບບ​ຮອບດ້ານລະຫ່ວາງ​​ສະຫະລັດອາ​ເມ​ລິ​ກາ – ລາວ. ທ່ານເອກອັກຄະລັດຖະທູດ ເຮ​ມອນ ກ່າວວ່າ: “ສະຫະລັດອາເມລິກາມີຄວາມພູມໃຈທີ່ໄດ້ສະໜັບສະໜູນ ສປປ ລາວດ້ວຍວັກຊີນທີ່ສຳຄັນເຫຼົ່ານີ້ຊຶ່ງ​ຈະຊ່ວຍຊີວິດຂອງປະຊາຊົນ​ ແລະ ມີຜົນກະທົບໃນທາງບວກຕໍ່​ການເປີດໂຮງຮຽນຄືນໃໝ່ຢ່າງ​ປອດໄພ,” ທ່ານ ເອກອັກຄະລັດຖະທູດ ເຮ​ມອນ ຍັງກ່າວຕື່ມວ່າ:​ “ໃນຂະນະທີ່​​​ພວກ​ເຮົາ​ເຮັດວຽກຮ່ວມ​​ກັນ​ເພື່ອ​ຢຸດຕິ​ການ​​ລະບາດ​ຂອງ​ພະຍາດນີ້, ພວກ​ເຮົາຍັງ​ຈະ​ສືບ​ຕໍ່​ສະໜັບສະໜູນ ສປປ ລາວ ​ໃນ​ການ​ຫຼຸດຜ່ອນ​ຜົນ​ກະທົບ​ຂອງ​ພະຍາດ​ໂຄ​ວິດ-19 ຕໍ່​​ເສດຖະກິດ ​ແລະ ສັງຄົມ​ໃນ​ວົງ​ກວ້າງຕື່ມອີກ. ສະຫະລັດອາ​ເມ​ຣິ​​ກາຈະສືບຕໍ່ສະໜັບ​ສະໜູນດ້ານ​ທຸລະກິດ, ລະບົບການສຶກສາ, ການຮັກສາ​ສຸຂະພາບ, ຄົນພິການ, ແລະ ດ້ານ​ລະບຽບກົດໝາຍ​.”

ການ ສະໜັບສະໜູນ ຄັ້ງຫຼ້າ​ສຸດນີ້ແມ່ນສືບຕໍ່ມາຈາກການບໍລິຈາກວັກຊີນ Johnson & Johnson ຈໍານວນໜຶ່ງລ້ານໂດສ ຂອງສະຫະລັດອາເມລິກາໃຫ້ແກ່​ ສປປ ລາວ ເມື່ອເດືອນກໍລະກົດ ປີ 2021 ທີ່ຜ່ານມາ​, ແລະ ຍັງໄດ້ສົ່ງມອບໂດຍຜ່ານໂຄງການ​ COVAX Facility. ມາເຖິງປະຈຸບັນນີ້, ດ້ວຍການຈັດສົ່ງວັກຊີນ Pfizer BioNTech ຫຼ້າ​ສຸດນີ້​​ສະຫະລັດອາເມລິກາໄດ້ສະໜອງວັກຊີນ​ກັນພະຍາດໂຄວິດ-19 ລວມເປັນ 2.706.840 ໂດສ​ ໃຫ້ແກ່ ສປປ ລາວແລ້ວ.

ທ່ານດຣ. ຢູລີປັກ​, ຜູ້ຮັກສາການຫ້ອງການອົງການ​ WHO ປະຈໍາ ສປປ ລາວກ່າວ​ວ່າ: “ໄດ້​ທົດສອບວັກຊີນ Pfizer BioNTech ໃນການທົດລອງ​ດ້ານຄລີນິກ​ສໍາລັບໄວໜຸ່ມ​ອາຍຸລະຫວ່າງ 12-17 ປີ ແລ້ວ ແລະ ໄດ້ຮັບການພິສູດແລ້ວວ່າມີຄວາມປອດໄພ ແລະ ມີປະສິດທິພາບສໍາລັບກຸ່ມອາຍຸນີ້. ວັກຊີນດັ່ງກ່າວຍັງໄດ້ຮັບການກວດກາຢ່າງລະອຽດຈາກອົງການ WHO ​ແລະ ໄດ້ຈັດເຂົ້າໃນບັນຊີເພື່ອນຳໃຊ້ແບບສຸກເສີນໃນເດືອນທັນວາ ປີ 2020 ແລ້ວ. ວັກຊີນເຫຼົ່ານີ້ຈະຊ່ວຍປົກປ້ອງຊີວິດຂອງປະຊາຊົນ​ໃນ ສປປ ລາວ ແລະ ຊ່ວຍປ້ອງກັນພະຍາດທີ່ກາຍພັນ​ໃໝ່ທີ່ເປັນອັນຕະລາຍຈາກການແຜ່ລະບາດໃນປະເທດ.”​

ທ່ານນາງບີອາເຕ ດາສເຕລ໌, ວ່າການແທນຜູ້ຕາງໜ້າອົງການ UNICEF ປະຈຳ ສປປ ລາວກ່າວວ່າ: “ອົງການ UNICEF ມີຄວາມພູມໃຈທີ່ໄດ້ມີບົດບາດໃນການຈັດສົ່ງວັກຊີນກັນພະຍາດໂຄວິດ-19 ​ໃຫ້ແກ່ ສປປ ລາວ ໃນນາມເປັນສ່ວນໜຶ່ງຂອງໂຄງການ COVAX Facility. ດັ່ງທີ່ເຄີຍເປັນມາ, ພວກເຮົາ ແລະ ບັນດາຄູ່ຮ່ວມງານຂອງພວກເຮົາ ພ້ອມແລ້ວທີ່ຈະສະໜັບສະໜູນລັດຖະບານ ສປປ ລາວ ໃນການເຄື່ອນໄຫວຮັບມືກັບພະຍາດໂຄວິດ-19 ແລະ ເພື່ອຮັບປະກັນວ່າບໍ່ມີ​ຜູ້ໃດຖືກປ່ອຍປະໃຫ້ຢູ່ເບື້ອງຫຼັງ​ໃນຊ່ວງ​ການ​ລະບາດຂອງພະຍາດດັ່ງກ່າວ.​”

ນອກ​ນັ້ນ, ໂດຍຜ່ານອົງການ USAID, ສະຫະລັດອາເມຣິ​ກາຍັງ​ເປັນຄູ່ຮ່ວມງານ​ກັບອົງການ UNICEF ແລະ ອົງການ WHO ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ສປປ ລາວ ໃນການແຈກຢາຍວັກຊີນ​ກັນພະຍາດໂຄວິດ​-19 ຢ່າງປອດໄພ ແລະ ມີປະສິດທິຜົນ. ນັບຕັ້ງແຕ່ການລະບາດຂອງພະຍາດ​ໄດ້ເລີ່ມຂຶ້ນ​ຈົນມາຮອດປັດຈຸບັນນີ້, ສະຫະລັດອາເມຣິ​ກາໄດ້ໃຫ້ການສະໜັບສະໜູນແກ່ ສປປ ລາວ ຫຼາຍກວ່າ 13 ລ້ານໂດລາສະຫະລັດເພື່ອຂະຫຍາຍການກວດຫາພະຍາດໂຄວິດ-19, ເຮັດໃຫ້ພະນັກງານສາທາລະນະສຸກ​ມີຄວາມປອດໄພດ້ວຍອຸປະກອນປ້ອງກັນສ່ວນຕົວ ແລະ ສ້າງຄວາມເຂັ້ມແຂງໃນການເຝົ້າລະວັງພະຍາດ.