ທີ່ນະຄອນຫຼວງວຽງຈັນ, ສປປ ລາວ – ສອງຄະນະຜູ້ແທນຂັ້ນສູງ ລັດຖະສະພາສະຫະລັດອາເມລິກາໄດ້ ເດີນທາງ ມາຢ້ຽມຢາມ ສປປ ລາວ ໃນລະຫວ່າງ ວັນທີ 21-25 ກຸມພານີ້. ບັນດາທ່ານສະມາຊິກລັດຖະສະພາ ໄດ້ພົບປະກັບຄູ່ຮ່ວມງານໃນຄະນະລັດຖະບານ ແລະ ໄດ້ປຶກສາຫາລື ກ່ຽວກັບຄວາມຄືບໜ້າ ໃນການພົວພັນຮ່ວມມືສອງຝ່າຍ ພາຍໃຕ້ຂອບການຮ່ວມມືແບບກວມລວມ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ.
ທັງສອງຄະນະຜູ້ແທນທີ່ມາຢ້ຽມຢາມແມ່ນຄະນະຜູ້ແທນຂັ້ນສູງສຸດພ້ອມດ້ວຍສະມາຊິກລັດຖະສະພາລະດັບສູງຫຼາຍໆທ່ານເຊິ່ງເປັນຄະນະໃຫຍ່ທີ່ສຸດຂອງລັດຖະສະພາສະຫະລັດອາເມລິກາ ທີ່ເຄີຍເດີນທາງມາຢ້ຽມຢາມ ສປປ ລາວ.
ຄະນະທຳອິດ ແມ່ນຄະນະຜູ້ແທນລັດຖະສະພາ ຈາກຄະນະກຳມະການດ້ານງົບປະມານເຊິ່ງມາຮອດວັນທີ 21 ກຸມພາ. ຫົວໜ້າຄະນະຜູ້ແທນ ນຳໂດຍ ທ່ານ ປະທານ ຣອດນີ ເຟຣລິງຮູເຊນ, ຕົວແທນ ພັກຣີພັບບະລີກັນ ລັດນິວເຈີຊີ, ລັດຖະສະພາເຂດ 11th. ທ່ານ ພີດ ອາກີລາ, ພັກເດໂມແຄຣດ ຈາກ ລັດຄາລີຟໍເນັຍ, ລັດຖະສະພາ ເຂດ 31st ກໍໄດ້ເຂົ້າຮ່ວມນຳຄະນະຜູ້ແທນ ໃນການມາຢ້ຽມຢາມໃນຄັ້ງນີ້.
ຄະນະກຳມະການດ້ານງົບປະມານ ແມ່ນມີຄວາມສຳຄັນທີ່ສຸດໃນລັດຖະສະພາຍ້ອນບົດບາດອັນສຳຄັນໃນການກຳນົດງົບປະມານ ຂອງລັດຖະບານສະຫະລັດອາເມລິກາ ແລະ ການຊ່ວຍເຫລືອ ທາງດ້ານການຕ່າງປະເທດ.
ຄະນະທີ່ສອງແມ່ນ 7 ຜູ້ແທນຈາກຄະນະກຳມະການທາງດ້ານຄວາມຍຸຕິທຳ ເຊິ່ງໄດ້ມາຮອດໃນວັນທີ 23 ກຸມພາ ນຳພາໂດຍ ທ່ານປະທານ ບ໋ອບ ກູດເລດ, ພັກຣີພັບບະລີກັນ ຈາກລັດ ເວີຈີເນຍ, ລັດຖະສະພາເຂດ 6th .
ຄະນະກຳມະການທາງດ້ານຄວາມຍຸຕິທຳ ຮັບຜິດຊອບຫຼັກໃນການກວດກາຄວບຄຸມການບໍລິຫານງານທາງດ້ານຄວາມຍຸຕິທຳພາຍໃນສານ ສະຫະລັດອາເມລິກາ ແລະ ອົງການບັງຄັບໃຊ້ກົດໝາຍຂອງລັດຖະບານກາງ.
ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາ ກ່າວວ່າ: ການມາຢ້ຽມຢາມ ຂອງທັງສອງຄະນະຜູ້ແທນຂັ້ນສູງໃນຄັ້ງນີ້ ແມ່ນຂີດໝາຍອັນສຳຄັນທີ່ເນັ້ນໜັກໃຫ້ເຫັນວ່າ ສະຫະລັດອາເມລິກາໃຫ້ການສະໜັບສະໜູນ ການພົວພັນຮ່ວມມືສອງຝ່າຍ ພາຍໃຕ້ຂອບການຮ່ວມມືແບບກວມລວມ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ແລະ ຄວາມມຸ່ງໝັ້ນ ໃນການເສີມສ້າງ ສາຍພົວພັນໃຫ້ແໜ້ນແຟ້ນຂື້ນຕື່ມ ລະຫວ່າງປະຊາຊົນສອງຊາດຂອງພວກເຮົາ.
ທັງສອງຄະນະຜູ້ແທນ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ປະທານສະພາແຫ່ງຊາດ ທ່ານນາງ ປານີ ຢາທໍຕູ້ ພ້ອມດ້ວຍຄະນະຈາກ ສະພາແຫ່ງຊາດ. ໃນໄລຍະການຢ້ຽມຢາມ ຍັງໄດ້ພົບປະກັບ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ.
ພ້ອມດຽວກັນນີ້ ຄະນະຜູ້ແທນ ຍັງໄດ້ພົບປະກັບ ທ່ານ ດຣ. ວິໄລວົງ ບຸດດາຄຳ, ປະທານຄະນະກຳມາທິການແຜນການ, ການເງິນ ແລະ ການກວດສອບສະພາແຫ່ງຊາດ ແລະ ທ່ານ ດຣ. ເອກສະຫວ່າງ ວົງວິຈິດ, ປະທານຄະນະກຳມາທິການພົວພັນຕ່າງປະເທດ ສະພາແຫ່ງຊາດ. ໃນໄລຍະການພົບປະ ທັງສອງຝ່າຍ ໄດ້ແລກປ່ຽນຄຳຄິດຄຳເຫັນໃນພາລະບົດບາດທາງດ້ານນິຕິບັນຍັດ ໃນການບໍລິຫານງານ ແລະ ຮັບປະກັນຄວາມຮັບຜິດຊອບໃນຂະແໜງການຕ່າງໆຂອງລັດຖະບານ. ທັງສອງຝ່າຍຍັງໄດ້ປຶກສາຫາລືຊອກຊ່ອງທາງເພື່ອເພີ່ມທະວີສາຍພົວພັນລະຫວ່າງລັດຖະສະພາສະຫະລັດ ແລະ ສະພາແຫ່ງຊາດ, ລວມທັງການແລກປ່ຽນທັດສະນະທາງດ້ານນິຕິບັນຍັດໃນອະນາຄົດ.
ຄະນະຜູ້ແທນຂັ້ນສູງ ສະຫະລັດອາເມລິກາ ມີຄວາມປະທັບໃຈ ຕໍ່ຄວາມກ້າວໜ້າອັນສຳຄັນ ໃນການເສີມຂະຫຍາຍການຮ່ວມມືສອງຝ່າຍ ໃນທຸກໆຂະແໜງການວຽກງານ. ຄະນະຜູ້ແທນຍັງໄດ້ ສະແດງຄວາມຍ້ອງຍໍຊົມເຊີຍ ໃນຄວາມມຸ່ງໝັ້ນຂອງລັດຖະບານ ສປປ ລາວ ໃນການສ້າງຄວາມເຂັ້ມແຂງໃຫ້ເປັນລັດແຫ່ງກົດໜາຍ, ຫຼຸດຜ່ອນການສໍ້ລາດບັງຫຼວງ ແລະ ເສີມຂະຫຍາຍວຽກງານດ້ານທຸລະກິດແລະການລົງທຶນ.