ສະຫະລັດອາເມລິກາ ໃຫ້ການຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ ຢູ່ພາກໃຕ້ຂອງ ສປປ ລາວ

ທີ່ນະຄອນຫລວງວຽງຈັນ, ສ ປປ ລາວ – ໃນວັນທີ 13 ກັນຍາ 2019, ທ່ານ ຣີນາ ບິດເຕີ, ເອກອັກຄະລັດຖະທູດຂອງ ສະຫະລັດອາເມລິກາ ປະຈຳ ສ ປ ປ ລາວ ໄດ້ປະກາດແຈ້ງ ການຊ່ວຍເຫລືອຜູ້ປະສົບ ໄພນ້ຳຖ້ວມຢູ່ພາກໃຕ້ຂອງ ສ ປ ປ ລາວ ເປັນມູນຄ່າຈຳນວນ 100,000 ດອນລາ ສະຫະລັດ. ໃນນີ້, ປະຊາຊົນສະຫະລັດອາເມລິກາທຸກຄົນ ມີຄວາມເປັນຫ່ວງເປັນໄຍ ແລະ ພ້ອມທີ່ຈະຊ່ວຍເຫລືອປະຊາຊົນລາວ ໂດຍສະເພາະໃນໄລຍະທີ່ປະສົບໄພ ດັ່ງກ່າວ.

ໂດຍຜ່ານອົງການພັດທະນາສາກົນ ຂອງປະເທດສະຫະລັດອາເມລິກາ (USAID) ການຊ່ວຍເຫລືອ ໄດ້ແບ່ງອອກ ເປັນແຕ່ລະໄລຍະ, ເຊິ່ງໃນຂະນະນີ້້ ແມ່ນກຳລັງດຳເນີນການຈັດຊື້ອາຫານ ແລະ ເຄື່ອງສຸຂະອະນາໄມ ເພື່ອຈັດສົ່ງໃຫ້ ຜູ້ປະສົບໄພ ໃຫ້ທ່ວງທັນ.   ເຄື່ອງຊ່ວຍເຫລືອດັ່ງກ່າວຈະນຳໄປມອບໃຫ້ຄອບຄົວຂອງຜູ້ຖືກກະທົບຈາກນ້ຳຖ້ວມ ທີ່ຍ້າຍມາອາໄສໃນບ່ອນພັກເຊົາຊົ່ວຄາວ, ອາໄສກັບຍາດຕິພີ່ນ້ອງ ແລະ ຜູ້ທີ່ຍັງຕິດຄ້າງຢູ່ໃນເຂດນ້ຳຖ້ວມ. ນອກຈາກນີ້, ສະຫະລັດອາເມລິກາ ຍັງໄດ້ສົ່ງທິມງານຜູ້ຊ່ຽວຊານ ເພື່ອເຮັດວຽກຮ່ວມກັບລັດຖະບານ ສ ປ ປ ລາວ ໃນການປະເມີນສະຖານະການ ແລະ ຄວາມຕ້ອງການຊ່ວຍເຫລືອໃນຂົງເຂດປະສົບໄພ. ໃນຕົ້ນອາທິດທີ່ຜ່ານມາ, ໂດຍຜ່ານອົງການ Norwegian People’s Aid, ລັດຖະບານສະຫະລັດອາເມລິກາ ໄດ້ນຳໃຊ້ກອງທຶນ ເກັບກູ້ລະເບີດບໍ່ທີ່ທັນແຕກ (UXO funding) ເພື່ອຊ່ວຍເຫລືອ ແຈກຢາຍນ້ຳດື່ມ, ອາຫານ ແລະ ເຄື່ອງໃຊ້ສອຍທີ່ຈຳເປັນ ໃຫ້ແກ່ປະຊາຊົນທີ່ປະສົບໄພນ້ຳຖ້ວມ ຢູ່ແຂວງ ສາລະວັນ.

ຫ້ອງການຊ່ວຍເຫລືອໄພພິພັດສາກົນ (OFDA) ຂອງ USAID ເຮັດຫນ້າທີ່ເປັນສູນກາງໃນ ການປະສານງານວຽກງານ ຊ່ວຍເຫລືອເຫດການໄພພິບັດທົ່ວໂລກ, ເຊິ່ງຜ່ານມາ ສະຫະລັດອາເມລິກາກໍ່ເຄີຍ ໃຫ້ການຊ່ວຍເຫລືອ ກໍລະນີນ້ຳຖ້ວມຢູ່ແຂວງອັດຕະປື ໃນເດືອນກໍລະກົດ 2018 ທີ່ຜ່ານມາ (ຜ່ານອົງການ UNICEF ແລະ IOM)  ແລະ ໃນເດືອນ ມີນາ 2019 ກໍ່ໄດ້ປະກອບທຶນຕື່ມໃນການຫລຸດຜ່ອນຄວາມສ່ຽງ ແລະ ຟື້ນຟູໄລຍະຍາວ. ນອກຈາກນີ້, ກໍ່ຍັງໃຫ້ການຊ່ວຍເຫລືອໂຄງການອາຫານເດັກ ໃນໂຮງຮຽນທີ່ເຄີຍຖືກນ້ຳຖ້ວມ ໂດຍຜ່ານໂຄງການຂອງອົງການອາຫານໂລກ World Food Program (WFP) ແລະ ອົງການ Catholic Relief Services (CRS). ໃນ ສ ປ ປ ລາວ, ສະຫະລັດອາເມລິກາ ໃຫ້ການສະຫນັບສະຫນູນຫລາຍຂົງເຂດ ບໍ່ວ່າຈະເປັນ ສຶກສາ, ສາທາລະນະສຸກ, ຊ່ວຍເຫລືອຜູ້ທຸກຍາກ ແລະ ດ້ອຍໂອກາດ, ສົ່ງເສີມການຄ້າ ແລະ ເສດຖະກິດ, ແລະ ປົກປັກຮັກສາສິ່ງແວດລ້ອມ.