ນະຄອນຫຼວງວຽງຈັນ, ສປປ ລາວ – ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາ ໄດ້ປະກາດ ການຈັດຕັ້ງປະຕິບັດໜ່ວຍງານປະເມີນຜົນ ພ້ອມທັງໄດ້ໃຫ້ການຊ່ວຍເຫຼືອເປັນເງິນທຶນຈຳນວນ $100,000 ໂດລາ ເພື່ອຊ່ວຍເຫຼືອສຸກເສີນທີ່ແຂວງອັດຕະປື ແລະ ພື້ນທີ່ໃກ້ຄຽງທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ພາກໃຕ້ຂອງ ສປປ ລາວ ໃນວັນທີ 27 ກໍລະກົດທີ່ຜ່ານມາ.
ໂດຍຜ່ານອົງການພັດທະນາສາກົນສະຫະລັດອາເມລິກາ (USAID), ລັດຖະບານສະຫະລັດອາເມລິກາ ໄດ້ຈັດຕັ້ງທີມງານຜູ້ຊ່ຽວຊານ ໃນການປະສານ ແລະ ບໍລິຫານງານໃນການຕອບສະໜອງ ຈາກລັດຖະບານສະຫະລັດອາເມລິກາ ພ້ອມທັງໄດ້ຮ່ວມມືກັບອົງການ UNICEF ລາວ ເພື່ອຊ່ວຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບເຂົ້າເຖິງນໍ້າສະອາດ, ອຸປະກອນສຸຂະອານາໄມຂັ້ນພື້ນຖານ ແລະ ບໍລິການສຸກເສີນອື່ນໆ. ເງິນທຶນດັ່ງກ່າວຍັງຈະໄດ້ສະໜັບສະໜູນຄວາມພະຍາຍາມຂອງອົງການ UNICEF ໂດຍກົງໃນການຈັດຫານໍ້າດື່ມສະອາດ ແລະ ວິທີການໃນການບຳບັດນໍ້າ, ຟື້ນຟູແຫຼ່ງນໍ້າສະອາດ ແລະ ສິ່ງອຳນວຍຄວາມສະດວກທາງດ້ານສຸຂະອານາໄມ ທີ່ສູນສຸຂະພາບ ແລະ ໂຮງຮຽນທີ່ໄດ້ຮັບຜົນກະທົບ. ພ້ອມດຽວກັນນັ້ນ ຍັງໄດ້ສະໜັບສະໜຸນຄວາມພະຍາຍາມ ໃນການສົ່ງເສີມຄວາມເຂົ້າໃຈກ່ຽວກັບສຸຂະອານາໄມ ເພື່ອເປັນການປ້ອງກັນພະຍາດທີ່ເກີດຂຶ້ນຢູ່ໃນນໍ້າ ແລະ ຊ່ວຍເຫຼືອໃນການຄົ້ນຫາເດັກນ້ອຍທີ່ພັດພາກ ແລະ ຖືກແຍກຈາກຄອບຄົວ.
ທ່ານ ທູດ ບິດເຕີ ກ່າວວ່າ: ພວກເຮົາໄດ້ຮັບຮູ້ວ່າ ໄພພິບັດໃນຄັ້ງນີ້ຈະສົ່ງຜົນກະທົບໃນໄລຍະຍາວ. ແຕ່ເຖິງຢ່າງໃດກໍຕາມ, ໃນເມື່ອປະລິມານນໍ້າຫຼຸດລົງ, ປະຊາຊົນອາເມລິກາເອງກໍຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ຢືນຄຽງຂ້າງ ສປປ ລາວ.
ລັດຖະບານສະຫະລັດອາເມລິກາໄດ້ໃຫ້ການສະໜັບສະໜູນການບັນເທົາສຸກເສີນແກ່ແຂວງອັດຕະປື ແລະ ພື້ນທີ່ໃກ້ຄຽງທີ່ໄດ້ຮັບຜົນກະທົບ ຈາກໄພນໍ້າຖ້ວມຢູ່ບັນດາແຂວງພາກໃຕ້ ຂອງ ສປປ ລາວ ເຊິ່ງໄດ້ຮັບການປະສານງານໂດຍ USAID ເພື່ອການຊ່ວຍເຫຼືອທາງໄພທຳມະຊາດ ຫຼື USAID’Office of U.S. Foreign Disaster Assistance (OFDA). ໃນເດືອນ ກັນຍາ ປີ 2009, USAID ໄດ້ສະໜອງທຶນຊ່ວຍເຫຼືອສຸກເສີນໃຫ້ແກ່ອົງການ UNICEF ເພື່ອປະກອບສ່ວນເຂົ້າໃນວຽກງານດ້ານມະນຸດສະທຳ ແລະ ຄວາມພະຍາຍາມໃນການຟື້ນຟູໃນໄລຍະຍາວພາຍຫຼັງທີ່ພະຍຸໄດ້ສ້າງຜົນກະທົບອັນຮ້າຍແຮງໃຫ້ບັນດາແຂວງພາກໃຕ້ລວມທັງແຂວງອັດຕະປື.
ໃນທົ່ວປະເທດ, ໂຄງການ USAID ໄດ້ສຶບຕໍ່ສ້າງຄວາມເຂັ້ມແຂງໂດຍຜ່ານໂຄງການຕ່າງໆໃນ ສປປ ລາວ ລວມທັງການພັດທະນາ ແລະ ເສີມສ້າງຄວາມເຂັ້ມແຂງທາງດ້ານຂະແໜງສຸຂະພາບ ແລະ ດ້ານການສຶກສາ, ໃຫ້ການສະໜັບສະໜູນ ຜູ້ທີ່ຖືກເຄາະຮ້າຍ, ສົ່ງເສີມການເຕີບໂຕທາງດ້ານເສດຖະກິດ ແລະ ການຄ້າເພື່ອໃຫ້ມີຄວາມຍືນຍົງ ແລະ ປົກປັກຮັກສາທຳມະຊາດ ແລະ ສະພາບແວດລ້ອມ.