ທີ່ ຫຼວງພະບາງ, ສປປ ລາວ – ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ໄດ້ເຂົ້າຮ່ວມພິທີ ສະເຫຼີມສະຫຼອງ ຜົນສຳເລັດ ການບູລະນະປະຕິສັງຂອນອາຮາມວັດວິຊຸນ ທີ່ແຂວງຫຼວງພະບາງ ໃນໄລຍະ ທີ່ເດີນທາງໄປຢ້ຽມຢາມ ໃນຂົງເຂດນີ້. ວັດເກົ່າແກ່ແຫ່ງນີ້ ໄດ້ຮັບການປະຕິສັງຂອນ ຈາກລັດຖະບານສະຫະລັດອາເມລິກາ ເປັນຈຳນວນ $257,000 (ສອງແສນຫ້າສິບເຈັດພັນໂດລາສະຫະລັດຖ້ວນ) ພາຍໃຕ້ ກອງທຶນທ່ານທູດ ເພື່ອການອະນຸລັກວັດທະນະທຳ.
ໄດ້ຖືກສ້າງຂຶ້ນ ໃນສັດຕະວັດ ທີ16 ໃນໄລຍະການປົກຄອງ ສະໄໝເຈົ້າຊີວິດວິຊຸນນະຣາດ, ວັດວິຊຸນ ແມ່ນວັດໜື່ງທີ່ເກົ່າແກ່ທີ່ສຸດ ຢູ່ໃນແຂວງຫຼວງພະບາງ ແລະ ແມ່ນສູນລວມໃນການສຶກສາຮຽນຮູ້ ກ່ຽວກັບຫຼັກທຳ ແລະ ການເຄົາລົບບູຊາ ໃນພຸດທະສາສະໜາ ມາເປັນເວລາຫຼາຍກວ່າຫ້າຮ້ອຍປີມາແລ້ວ. ວັດແຫ່ງນີ້ ມີຊື່ສຽງເປັນທີ່ຮູ້ຈັກກັນດີວ່າ ມີອົງພະທາດທີ່ເປັນຮູບດອກບົວ, ທີ່ເອີ້ນວ່າ “ທາດໝາກໂມ” ຊື່ງເປັນທີ່ເລົ່າຂານກັນມາແຕ່ບູຮານວ່າ ແມ່ນມະເຫສີຂອງເຈົ້າຊີວິດເປັນຜູ້ນຳພາ ໃນການກໍ່ສ້າງອົງພະທາດໝາກໂມນີ້.
ທ່ານ ທູດ ບິດເຕີ ກ່າວວ່່າ: “ລັດຖະບານ ແລະ ປະຊາຊົນ ສະຫະລັດອາເມຣິກາ ຮັບຮູ້ ແລະ ຮູ້ຄຸນຄ່າຜົນງານໃນການປະກອບສ່ວນຂອງວັດທະນະທຳລາວ ໃຫ້ແກ່ ວັດທະນະທຳໂລກ, ໂຄງການນີ້ ແມ່ນສັນຍາລັກແຫ່ງໄມຕີຈິດ ມິດຕະພາບ ລະຫວ່າງ ສະຫະລັດອາເມຣິກາ ແລະ ລັດຖະບານແລະປະຊາຊົນລາວ ໃນຫຼາຍທົດສະວັດທີ່ຜ່ານມາ.
ນັບແຕ່ປີ 2001, ລັດຖະບານ ສະຫະລັດອາເມຣິກາ ໄດ້ໃຫ້ທຶນຊ່ວຍເຫຼືອສະໜັບສະໜູນ ຫຼາຍກວ່າ ໜຶ່ງລ້ານໂດລາ ເພື່ອນຳໃຊ້ເຂົ້າໃນການອະນຸລັກຮັກສາມໍລະດົກທາງວັດທະນະທຳ ຢູ່ໃນ ສປປ ລາວ ພາຍໃຕ້ ກອງທຶນທ່ານທູດ ເພື່ອການອະນຸລັກວັດທະນະທຳ.
ມາຈົນເຖິງປັດຈຸບັນ ສະຫະລັດອາເມຣິກາ ໄດ້ໃຫ້ທຶນສະໜັບສະໜູນຊ່ວຍເຫຼືອ ທັງໝົດ ຈຳນວນ 19 ໂຄງການ, ຊື່ງແຕ່ລະໂຄງການມີຄວາມຫຼາກຫຼາຍແຕກຕ່າງກັນ ເຊັ່ນ ບູລະນະປະຕິສັງຂອນວັດວາອາຮາມທີ່ສັກສິດແລະເກົ່າແກ່, ການອະນຸລັກຮັກສາສະຖານໂບຮານຄະດີ ແລະ ວັດຖຸບູຮານ, ການເຮັດສຳເນົາເອກກະສານກ່ຽວກັບວັດທະນະທຳປະເພນີ ແລະ ການອະນຸລັກເຄື່ອງສະສົມວັດຖຸບູຮານໃນຫໍພິພິດທະພັນ. ສ່ວນໂຄງການທີ່ໃຫຍ່ທີ່ສຸດ ແມ່ນ ໂຄງການບູລະນະປະຕິສັງຂອນວັດຊຽງທອງທີ່ສຳເລັດແລ້ວ ຊື່ງໃຊ້ເວລາໃນການດຳເນີນໂຄງການມາເປັນເວລາຫຼາຍກວ່າ ສາມປີ ໃນມູນຄ່າຫຼາຍກວ່າ ຫົກແສນຫ້າສິບພັນໂດລາ $650,000 ໃນໂຄງການນີ້.
ທ່ານ ທູດ ບິດເຕີ ກ່າວວ່່າ: “ມໍລະດົກທາງວັດທະນະທຳຂອງຊາດ ແມ່ນ ມີຄຸນຄ່າແລະບໍ່ສາມາດທົດແທນໄດ້. ພວກເຮົາຕ້ອງການໃຫ້ກຽດ ມໍລະດົກທາງວັດທະນະທຳອັນອຸດົມຮັ່ງມີ ຂອງລາວ, ດ້ວຍການໃຫ້ການຊ່ວຍເຫຼືອ ວັດເກົ່າແກ່ແຫ່ງນີ້ ໃຫ້ມີຄວາມສວຍງາມຄົງທົນ ຢູ່ສືບຕໍ່ໄປອີກໃນອີກຫ້າຮ້ອຍປີຂ້າງໜ້າ.”
ໃນປີ 2017 ກອງທືນນີ້ ກຳລັງໃຫ້ການສະໜັບສະໜູນຊ່ວຍເຫຼືອໂຄງການ ຂອງສູນສິນລະປະແລະຊົນເຜົ່າວິທະຍາ ທີ່ແຂວງຫຼວງພະບາງ ເພື່ອອະນຸລັກຮັກສາຄຸນຄ່າດົນຕີແບບດັ້ງເດີມຂອງຊົນເຜົ່າຕ່າງໆ ຢູ່ໃນລາວ.