ການຢ້ຽມຢາມຄັ້ງປະຫວັດສາດ ຂອງປະທານາທິບໍດີ ໂອບາມາ ຢູ່ ສປປ ລາວ ແມ່ນກົງກັບໄລຍະທີ່ຂ້າພະເຈົ້າຈະສີ້ນສຸດການປະຕິບັດໜ້າທີ່ ເປັນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ກໍ່ເປັນໄລຍະເວລາທີ່ເໝາະສົມໃນການເລີ່ມສັງກາດໃໝ່ໃນການພົວພັນ ລະຫວ່າງ ສ. ອາເມລິກາ-ລາວ, ເຊິ່ງເປັນການຮຳບາດແຜທີ່ມີມາໃນອະດີດ ແລະ ສ້າງພື້ນຖານສຳລັບອະນາຄົດ.
ໃນລະຫວ່າງການຢ້ຽມຢາມ, ທ່ານປະທານປະເທດ ບຸນຍັງ ວໍລະຈິດ ແລະ ທ່ານປະທານາທິບໍດີ ໂອບາມາ ໄດ້ຖະແຫລງການ ໃນການເປັນຄູ່ຮ່ວມມືແບບກວມລວມ ລະຫວ່າງ ສ. ອາເມລິກາ-ລາວ, ທີ່ຈະສ້າງໃຫ້ມີກົນໄກຂອງການຮ່ວມມືໃນຫລາຍຂົງເຂດວຽກງານ ລວມທັງດ້ານການເມືອງ ແລະ ການພົວພັນທາງການທູດ, ການພົວພັນທາງການຄ້າ ແລະ ເສດຖະກິດ, ການສຶກສາ ແລະ ການຝຶກອົບຮົມ, ສິ່ງແວດລ້ອມ ແລະ ສາທາລະນະສຸກ, ການແກ້ໄຂຂໍ້ຄົງຄ້າງທີ່ມາຈາກສົງຄາມ, ຄວາມໝັ້ນຄົງ, ສິດທິມະນຸດ ແລະ ການພົວພັນລະຫວ່າງປະຊາຊົນຕໍ່ປະຊາຊົນ.
ຕັ້ງແຕ່ຂ້າພະເຈົ້າໄດ້ມາປະຈຳການຢູ່ລາວ ໃນປີ 2013, ຂ້າພະເຈົ້າໄດ້ຕັ້ງໝັ້ນວ່າຈະຊ່ວຍໃຫ້ປະເທດລາວ ໄດ້ຮັບຄວາມປອດໄພ ຈາກໄພຄຸກຄາມຂອງລະເບີດທີ່ຍັງບໍ່ທັນແຕກ. ຕະຫລອດໄລຍະ 3 ປີ ທີ່ຜ່ານມາ, ພວກຂ້າພະເຈົ້າໄດ້ເພີ່ມງົບປະມານ ໃນການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ຈາກຈຳນວນເງິນຊ່ວຍເຫລືອ 9 ລ້ານ ມາເປັນ 30 ລ້ານໂດລາສະຫະລັດຕໍ່ປີ. ດັ່ງທີ່ ປະທານາທິບໍດີ ໂອບາມາ ໄດ້ລະບຸໄວ້ວ່າ, ສະຫະລັດອາເມລິກາ ໄດ້ໃຫ້ຄຳໝັ້ນສັນຍາຈະໃຫ້ເງິນຊ່ວຍເຫລືອ ຈຳນວນ 90 ລ້ານໂດລາສະຫະລັດ ໃນສາມປີຕໍ່ໜ້າ ເພື່ອຈັດຕັ້ງການສຳຫລວດຮອບດ້ານຂອງວຽກງານເກັບກູ້ລະເບີດທີ່ຍັງບໍ່ທັນແຕກ (UXO), ສືບຕໍ່ວຽກງານການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ແລະ ຊ່ວຍເຫລືອຜູ້ຖືກເຄາະຮ້າຍຈາກລະເບີດ ທີ່ຍັງບໍ່ທັນແຕກ ແລະ ໃຫ້ຄວາມຮູ້ຕໍ່ຄວາມສ່ຽງທີ່ຈະເກີດຂຶ້ນ.
ໃນປີນີ້, ພວກເຮົາຈະເລີ່ມຕົ້ນໂຄງການໃໝ່ ໃນໄລຍະຫ້າປີ ຄື ໂຄງການການສຶກສາຂັ້ນພື້ນຖານ ທີ່ເລັງໃສ່ປັບປຸງການອ່ານຂອງຊັ້ນປະຖົມຂັ້ນຕົ້ນ. ທຳນຽບຂາວໄດ້ເລືອກໃຫ້ ສປປ ລາວ ເປັນປະເທດທີ່ໄດ້ຮັບທືນຈາກລັດຖະບານສະຫະລັດອາເມລິກາ ສຳລັບໂຄງການສົ່ງເສີມການສຶກສາແກ່ເດັກຍິງ (Let Girls Learn), ເພື່ອຈະສາມາດແກ້ໄຂບັນຫາຫລາຍຢ່າງທີ່ເດັກຍິງໄດ້ປະສົບພົບພໍ້ ຕໍ່ການເຂົ້າໂຮງຮຽນ ແລະ ສຳເລັດການສຶກສາ. ໃນຖານະທີ່ເປັນພໍ່ຜູ້ທີ່ມີຄວາມພາກພູມໃຈຕໍ່ລູກສາວທັງສາມຄົນຂອງຂ້າພະເຈົ້າ, ຂ້າພະເຈົ້າຖືວ່າມັນມີຄວາມສຳຄັນຢ່າງຍິ່ງທີ່ໃຫ້ລູກສາວຂອງພວກເຮົາໄດ້ຮັບໂອກາດເທົ່າທຽມກັນກັບລູກຊາຍ.
ຂ້າພະເຈົ້າຮູ້ສຶກຍິນດີຢ່າງຍິ່ງ ທີ່ກະຊວງກະສິກຳຂອງສະຫະລັດອາເມລິກາ ໄດ້ໃຫ້ງົບປະມານເພີ່ມຕື່ມ 27 ລ້ານໂດລາ ສະຫະລັດອາເມລິກາ ເພື່ອສືບຕໍ່ໃນການຈັດຕັ້ງປະຕິບັດໂຄງການອາຫານໂຮງຮຽນ. ພັນລະຍາຂ້າພະເຈົ້າ, ທ່ານ ນາງ ຈູດີ ແລະ ຂ້າພະເຈົ້າເອງ ໄດ້ໄປຢ້ຽມຢາມຫລາຍໂຮງຮຽນທີ່ຢູ່ພາຍໃຕ້ໂຄງການດັ່ງກ່າວ ແລະ ສິ່ງທຳອິດທີ່ພວກຂ້າພະເຈົ້າໄດ້ເຫັນ ນັ້ນກໍຄື ຜົນໄດ້ຮັບທີ່ມີຕໍ່ອັດຕາການເຂົ້າຮຽນ. ເພື່ອປັບປຸງວຽກງານດ້ານໂພຊະນາການ, ພວກຂ້າພະເຈົ້າໄດ້ລິເລີ່ມໂຄງການໃໝ່ຂອງອົງການ USAID ມູນຄ່າ 6 ລ້ານໂດລາສະຫະລັດ ເພື່ອຫລຸດຜ່ອນການຂາດສານອາຫານໃນເດັກນ້ອຍ ແລະ ຍັງໄດ້ຮ່ວມມືກັບມະຫາວິທະຍາໄລວິທະຍາສາດ ແລະ ສຸຂະພາບ ຂອງ ອໍຣິກອນ, ສະຫະລັດອາເມລິກາ ແລະ ກະຊວງສາທາລະນະສຸກ ຂອງ ສປປ ລາວ ໃນການສ້າງສະຖາບັນໂພຊະນາການ ລາວ-ອາເມລິກາ.
ເພື່ອຮັດແໜ້ນສາຍພົວພັນລະຫວ່າງປະຊາຊົນຕໍ່ປະຊາຊົນ, ສະຫະລັດອາເມລິກາ ແມ່ນກຳລັງເພີ່ມໂຄງການສິດສອນພາສາອັງກິດໂດຍການນຳເອົາຄູສອນ ແລະ ຜູ້ຊ່ຽວຊານດ້ານພາສາ ມາປະເທດລາວໃຫ້ຫລາຍຂື້ນ ແລະ ການສົ່ງເຈົ້າໜ້າທີ່ຂັ້ນສາມັນສຶກສາ ແລະ ມະຫາວິທະຍາໄລໄປສະຫະລັດອາເມລິກາ ເພື່ອພັດທະນາທັກສະດ້ານພາສາອັງກິດຂອງເຂົາເຈົ້າ.
ໃນໄລຍະ 3 ປີ ທີ່ຜ່ານມາ ຂ້າພະເຈົ້າໄດ້ປະຕິບັດວຽກເພື່ອສົ່ງເສີມການພັດທະນາທາງດ້ານເສດຖະກິດໃນປະເທດລາວ ແລະ ສ້າງໂອກາດໃນການລົງທຶນຂອງບໍລິສັດອາເມລິກາ. ກ່ອນໜ້າທີ່ປະທານາທິບໍດີ ໂອບາມາ ຈະເດີນທາງມາຮອດລາວ, ບໍລິສັດ ເຈໂນໂຣ ເອເລັກທຣິກ (General Electric) ໄດ້ປະກາດຢ່າງເປັນທາງການໃນການເປີດຫ້ອງການຢູ່ນະຄອນຫລວງວຽງຈັນ, ແລະ ໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ກັບ ລັດວິສາຫະກິດ ໄຟຟ້າລາວ ເພື່ອຍົກສູງສູນຝຶກອົບຮົມທາງເຕັກນິກ ແລະ ຈັດຕັ້ງການສຳຫລວດລາຍລະອຽດທາງດ້ານເຕັກນິກ ທີ່ຈະຊ່ວຍໃຫ້ປະເທດລາວລົງທຶນດ້ານລະບົບຕາຂ່າຍໄຟຟ້າຢ່າງມີປະສິດທິພາບ. ບໍລິສັດ ໄມໂຄຣຊ໋ອບ (Microsoft) ໄດ້ຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເພື່ອຊ່ວຍນັກສຶກສາ ແລະ ຜູ້ປະກອບການໃນລາວ ຈຳນວນຫລາຍພັນຄົນ ໃຫ້ສາມາດເຂົ້າເຖິງຫລັກສູດການຝຶກອົບຮົມຜ່ານລະບົບອອນລາຍ (Cloud) ຫລາຍສາຂາວິຊາ ລຽງລຳດັບຈາກສາຂາເຕັກໂນໂລຊີ ແລະ ວິສະວະກຳທາງດ້ານການບັນຊີ ແລະ ພາສາອັງກິດ ແບບບໍ່ເສຍຄ່າໃຊ້ຈ່າຍ. ຂະແໜງການພັດທະນາ ແລະ ການຄ້າຂອງສະຫະລັດອາເມລິກາ ແມ່ນໄດ້ໃຫ້ທຶນຊ່ວຍເຫລືອໃນການສຶກສາຄວາມເປັນໄປໄດ້ ສຳລັບໂຄງການນຳໃຊ້ພະລັງງານແສງອາທິດ (Solar) ຄວາມແຮງ 20 ເມກາວັດ ຢູ່ໃນລາວ, ທີ່ຈະເປັນໂຄງການທຳອິດ, ເປັນໂຄງການຂະໜາດໃຫຍ່, ນຳໃຊ້ພະລັງງານທົດແທນ ທີ່ບໍ່ແມ່ນພະລັງງານໄຟຟ້ານ້ຳຕົກ ຢູ່ໃນລາວ ແລະ ເພື່ອສົ່ງເສີມເປົ້າໝາຍຂອງປະເທດໃນການນຳໃຊ້ພະລັງງານທີ່ຫລາກຫລາຍແບບປະສົມປະສານ.
ຂ້າພະເຈົ້າມີຄວາມຍິນດີເປັນຢ່າງຍິ່ງຕໍ່ຄວາມຄືບໜ້າອັນພິເສດທີ່ພວກເຮົາໄດ້ປະຕິບັດຮ່ວມກັນ. ຂ້າພະເຈົ້າແມ່ນໂຊກດີທີ່ສຸດທີ່ໄດ້ມີໂອກາດເປັນຕົວແທນຂອງລັດຖະບານສະຫະລັດອາເມລິກາປະຈຳຢູ່ປະເທດລາວ, ແລະ ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງປະຊາຊົນລາວ ແລະ ຕໍ່ລັດຖະບານລາວ ສຳລັບການສະໜັບສະໜຸນ ແລະ ການຮັບຕ້ອນອັນອົບອຸ່ນ. ຕະຫລອດໄລຍະເວລາຂອງພວກຂ້າພະເຈົ້າຢູ່ລາວ, ພັນລະຍາຂ້າພະເຈົ້າ, ທ່ານ ນາງ ຈູດີ ແລະ ຂ້າພະເຈົ້າໄດ້ເດີນທາງໄປຢ້ຽມຢາມທັງ 18 ແຂວງຂອງລາວ, ແລະ ແຕ່ລະແຂວງໄດ້ສ້າງຄວາມປະທັບໃຈໃຫ້ແກ່ພວກຂ້າພະເຈົ້າຫລາຍ ບໍ່ວ່າຈະເປັນຄວາມສວຍງາມຂອງທິວທັດທຳມະຊາດ, ຄວາມສວຍງາມຂອງວັດທະນະທຳ, ແຕ່ສິ່ງທີ່ສຳຄັນໄປກວ່ານັ້ນ ກໍຄືຈິດໃຈທີ່ດີງາມ ແລະ ນ້ຳໃຈອັນອົບອຸ່ນຂອງຄົນລາວນັ້ນເອງ.