ທີ່ນະຄອນຫຼວງພະບາງ, ສປປ ລາວ – ທ່ານເອກອັກຄະລັດຖະທູດ ປອ ປີເຕີ ເຮມ໋ອນ ໄດ້ເຂົ້າຮ່ວມສະເຫຼີມສະຫຼອງ ຜົນສໍາເລັດຂອງການບູລະນະປະຕິສັງຂອນວັດວິຊຸນທີ່ຫຼວງພະບາງ ແລະ ໄດ້ມອບໂຄງການບູລະນະທີ່ສໍາເລັດນີ້ໃຫ້ແກ່ລັດຖະບານແລະປະຊາຊົນຫຼວງພະບາງເຊິ່ງພິທີດັ່ງກ່າວໄດ້ຈັດຂື້ນທີ່ວັດວິຊຸນໃນວັນທີ6ຕຸລາ.ສະຖານທີ່ອັນສໍາຄັນທາງດ້ານປະຫວັດສາດແຫ່ງນີ້ແມ່ນໄດ້ຮັບການບູລະນະໂດຍທຶນຂອງລັດຖະບານສະຫະລັດອາເມລິກາ ພາຍໃຕ້ກອງທຶນທ່ານທູດເພື່ອການອະນຸລັກວັດທະນະທໍາ (AFCP) ລວມເປັນມູນຄ່າ 347,000 ໂດລ່າ.
ວັດແຫ່ງນີ້ແມ່ນໄດ້ສ້າງຂື້ນໃນສັດຕະວັດທີ່16 ໃນຍຸກພະເຈົ້າ ວິຊຸນນະລາດ,ເຊິ່ງເປັນໜຶ່ງໃນວັດທີ່ເກົ່າແກ່ທີ່ສຸດຢູ່ໃນຫລວງພະບາງ ແລະເປັນຈຸດສູນກາງແຫ່ງການຮຽນຮູ້ທາງດ້ານພຸດທະຊາດສະໜາ ແລະ ເປັນບ່ອນສຳລັບສັກກະລະບູຊາຫລາຍກວ່າ 500ປີ. ກອງທຶນທ່ານທູດເພື່ອການອະນຸລັກວັດທະນະທໍາ AFCPໄດ້ສົ່ງເສີມບັນດາເຂົ້າຫນ້າວຽກທີ່ໄດ້ແບ່ງເປັນສາມສ່ວນຂອງໂຄງການບູລະນະວັດຊຸນເຊິ່ງປະກອບມີສອງຈຸດໃຫຍ່ຂອງຕົວອາຄານວັດລວມທັງພະທາດໝາກໂມ.ທ່ານເອກອັກຄະລັດຖະທູດ ເຮມ໋ອນ ກ່າວວ່າ: ນີ້ຖືເປັນກຽດຫຼາຍທີ່ພວກເຮົາໄດ້ສົ່ງເສີມໃນການບູລະນະ ແລະ ປົກປັກຮັກສາໜຶ່ງໃນສະຖານທີ່
ອັນສໍາຄັນທາງດ້ານປະຫວັດສາດໃນທົ່ວ ສປປ ລາວ. ການຮ່ວມມືລະຫວ່າງສະຫະລັດອາເມລິກາກັບນະຄອນຫຼວງພະບາງໃນການບູລະນະວັດວິຊຸນ ຖືເປັນເຄື່ອງໝາຍແຫ່ງສາຍພົວພັນລະຫວ່າງສອງຊາດ ແລະ ຄວາມໝາຍໝັ້ນໃນການ ຊ່ວຍເຫຼືອປະຊາຊົນລາວໃນການປົກປັກຮັກສາຮິດຄອງອັນລໍ້າຄ່າ.ນັບຕັ້ງແຕ່ 2001, ລັດຖະບານສະຫະລັດອາເມລິກາໄດ້ປະກອບສ່ວນຫຼາຍກວ່າ 1ລ້ານໂດລາເພື່ອເປັນການປົກປັກຮັກສາມໍ
ລະດົກທາງດ້ານວັດທະນະທໍາໃນ ສປປ ລາວ ໂດຍການນຳໃຊ້ກອງທຶນທ່ານທູດເພື່ອການອະນຸລັກວັດທະນະທໍາ. ທຶນດັ່ງກ່າວໄດ້ໃຫ້ການສະໜັບສະໜູນລວມທັງໝົດ20ໂຄງການເຊິ່ງລວມທັງການປະຕິສັງຂອນວັດວາອາຮາມອັນສັກສິດ,ການປົກປັກຮັກສາມໍລະດົກແລະວັດຖຸບູຮານພ້ອມທັງການບັນທຶກວັດທະນະທຳຮິດຄອງປະເພນີລວມໄປເຖິງການປົກປັກຮັກສາຫໍສະມຸດ. ຈົນມາເຖິງປະຈູບັນການບູລະນະວັດຊຽງທອງຢູ່ຫຼວງພະບາງຖືເປັນໂຄງການໃຫຍ່ທີ່ສຸດເຊິ່ງໄດ້ດຳເນີນການເປັນເວລາ 3 ປີໂດຍໄດ້ຮັບການຊ່ວຍເຫຼືອຫຼາຍກວ່າ 650,000 ໂດລ່າ.
ທ່ານເອກອັກຄະລັດຖະທູດ ເຮມ໋ອນ ໄດ້ກ່າວເພີ່ມອິກວ່າ: ໂຄງການນີ້ໄດ້ຊ່ວຍໃຫ້ປະຊາຊົນລາວມີສ່ວນຮ່ວມຫຼາຍຂື້ນກັບທາງດ້ານວັດທະນະທໍາ ແລະ ທາງປະຫວັດສາດ ພ້ອມທັງຊ່ວຍໃຫ້ຄົນທົ່ວໂລກມີຄວາມເພິ່ງພໍໃຈກັບຄວາມງາມ ແລະ ຄວາມເປັນເອກະລັກທາງດ້ານຮິດຄອງປະເພນີ ຂອງ ສປປ ລາວ. ວຽກງານບູລະນະທີ່ພວກເຮົາເຮັດຈະມີສ່ວນຊ່ວຍທີ່ສໍາຄັນເພື່ອຮັບປະກັບວ່າວັດວິຊຸນອັນເປັນສະຖານທີ່ສໍາຄັນແຫ່ງນີ້ຈະຢູ່ຄູ່ວັດທະນະທໍາ ແລະ ຈິດໃຈໃນອີກຫຼາຍປີຕໍ່ໜ້າ.