ເອກອັກຄະລັດຖະທູດສະຫະລັດອາເມລິກາ ໄດ້ລົງພື້ນຖານຮ່ວມໃຫ້ການຊ່ວຍເຫຼືອປະຊາຊົນແຂວງອັດຕະປື

OLYMPUS DIGITAL CAMERA

ອັດຕະປື, ສ.ປ.ປ.ລາວ: ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳລາວ ໄດ້ລົງພື້ນຖານຢ້ຽມຢາມ ໂຄງການຊ່ວຍເຫຼືອຜູ້ປະສົບໄພຂອງລັດຖະບານອາເມລິກາ ແລະ ເຂົ້າພົບປະ ພະນະທ່ານ ເລດ ໄຊຍະພອນ ເຈົ້າແຂວງແຂວງ ອັດຕະປື ແລະ ຄະນະ ເພື່ອປຶກສາຫາລືກ່ຽວກັບຂະບວນການຊ່ວຍເຫຼືອຜູ້ປະສົບໄພທີ່ແຂວງອັດຕະປື ໃນຊ່ວງວັນທີ 10-11 ກັນຍາ ທີ່ຜ່ານມາ ເຊິ່ງການລົງພື້ນຖານໃນຄັ້ງນີ້ເປັນສ່ວນໜຶ່ງໃນການໃຫ້ການຊ່ວຍເຫຼືອແກ່ຜູ້ປະສົບໄພຂອງລັດຖະບານ ອາເມລິກາ.

ທ່ານນາງ ຣີນາ ບິດເຕີ ໄດ້ລົງຢ້ຽມຢາມ ສະຖານທີ່ເປັນມິດທີ່ຈັດສັນຂຶ້ນສຳລັບເດັກນ້ອຍ ທີ່ໂຮງຮຽນປະຖົມສົມບູນມິດສຳພັນ ແລະ ໂຮງຮຽນມັດຖະຍົມສົມບູນສະໜາມໄຊ, ເມືອງສະໜາມໄຊ. ໂດຍການສະໜັບສະໜຸນຂອງອົງການ USAID, ສະຖານທີ່ດັ່ງກ່າວໄດ້ຖືກຈັດຕັ້ງຂຶ້ນເພື່ອສະໜອງນໍ້າສະອາດ ແລະ ການຊ່ວຍເຫຼືອແກ່ເດັກນ້ອຍຈາກເຫດການນໍ້າຖ້ວມ ທີ່ຜ່ານມາ. ໂຄງການນີ້ແມ່ນຖືກປະຕິບັດຂຶ້ນເພື່ອ ຊ່ວຍບັນເທົາຜົນກະທົບທາງດ້ານຈິດໃຈຂອງເດັກນ້ອຍ ໂດຍສະເພາະຜູ້ ທີ່ສູນເສຍຜູ້ປົກຄອງ.

ທ່ານນາງ ຣີນາ ບິດເຕີ ໄດ້ໃຫ້ຄຳເຫັນວ່າ: ການຊ່ວຍເຫຼືອປະຊາຊົນອັດຕະປື ແມ່ນໜຶ່ງໃນບູລິມະສິດຂອງພວກເຮົາ. ພວກເຮົາຈະຮ່ວມມືກັບລັດຖະບານລາວຢ່າງຄຽງບ່າຄຽງໄລ່ ແລະ ປະຊາຊົນລາວໃນຊ່ວງທີ່ມີຄວາມຫຍຸ້ງຍາກເຊັ່ນນີ້.

ໂດຍການພົບປະກັບປະຊາຊົນ, ທ່ານນາງ ຣີນາ ບິດເຕີ ໄດ້ເຫັນແຈ້ງວ່າການຊ່ວຍເຫຼືອຂອງລັດຖະບານອາເມລິກາ ແມ່ນກໍາລັງຊ່ວຍເຫຼືອໃຫ້ປະຊາຊົນອັດຕະປືກັບຄືນສູ່ສະພາບປົກກະຕິ. ທ່ານນາງ ຣີນາ ບິດເຕີ ຍັງໄດ້ເຫັນປະຊາ ຊົນທ້ອງຖິ່ນໄດ້ຮັບຜົນປະໂຫຍດຈາກຫ້ອງນໍ້າເຄື່ອນທີ່, ປໍ້ານໍ້າ, ຈັກນໍ້າ ແລະ ອຸປະກອນທຳຄວາມສະອາດນໍ້າ ເຊິ່ງໄດ້ຮັບທຶນຊ່ວຍເຫຼືອຈາກອົງການ USAID. ທ່ານຍັງໄດ້ຮ່ວມກິດຈະກໍາລ້າງມືກັບເດັກນ້ອຍທີ່ໄດ້ຮັບຜົນກະທົບ.

ທ່ານນາງ ຣີນາ ບິດເຕີ ຍັງໄດ້ລົງພື້ນຖານໂຮງຮຽນປະຖົມສົມບູນບ້ານໃໝ່ ເຊິ່ງໂຮງຮຽນດັ່ງກ່າວໄດ້ຮັບທຶນການ ຊ່ວຍເຫຼືອກໍ່ສ້າງຈາກລັດຖະບານອາເມລິກາ ໂດຍຜ່ານ U.S. Indo-Pacific Command. ໂຮງຮຽນຫຼັງນີ້ແມ່ນ ໄດ້ຖືກປັບໃຫ້ເປັນບ່ອນລີ້ໄພໃນຊ່ວງນໍ້າຖ້ວມ ແລະ ຍັງໄດ້ຊ່ວຍຮັກສາຊີວິດຂອງປະຊາຊົນອັດຕະປືຈຳນວນໜຶ່ງ. ຫຼັງຈາກນັ້ນ, ທ່ານນາງ ຣີນາ ບິດເຕີ ໄດ້ລົງຢ້ຽມຢາມໂຮງຮຽນປະຖົມໂຄກກອງ ແລະ ຍັງໄດ້ບໍລິການແຈກຢາຍອາຫານທ່ຽງໃຫ້ແກ່ເດັກ ນ້ອຍຕາມສູນລີ້ໄພ.

ການລົງພື້ນຖານຢ້ຽມຢາມແຂວງອັດຕະປືຂອງທ່ານນາງ ຣີນາ ບິດເຕີ ໃນຄັ້ງນີ້ ແມ່ນສືບເນື່ອງມາຈາກການປະກາດໃຫ້ ການຊ່ວຍເຫຼືອທາງດ້ານມະນຸດສະທຳໃຫ້ແກ່ຜູ້ປະສົບໄພຈາກເຫດການນໍ້າຖ້ວມໃນເດືອນກໍລະກົດທີ່ຜ່ານມາ. ສະຫະລັດ ອາເມລິກາ ແລະ ຄູ່ຮ່ວມປະຕິບັດງານສືບຕໍ່ປະຕິບັດໜ້າທີ່ຮ່ວມກັນກັບລັດຖະບານສປປລາວ ແລະ ອົງການຈັດຕັ້ງສາກົນ ເພື່ອໃຫ້ການຊ່ວຍເຫຼືອໂດຍດ່ວນ ແລະ ໄລຍະຍາວໃຫ້ແກ່ປະຊາຂົນທີ່ໄດ້ຮັບຜົນກະທົບ.