ເນື້ອງໃນວັນຄຸ້ມຄອງໂລກ, ທ່ານເອກອັກຄະລັດຖະທູດ ແດນຽວ ຄລູນ ແລະ ພັນລະຍາຂອງທ່ານໄດ້ຮ່ວມກັບນັກສຶກສາຈາກໂຄງການ (Access Scholarship) ເພື່ອປູກຕົ້ນໄມ້ປະຈຳຊາດຕົ້ນດອກຈຳປາທີ່ສູນອາເມລິກາທາດດຳ. ການປູກຕົ້ນໄມ້ໃນຄັ້ງນີ້ແມ່ນເປັນສ່ວນໝຶ່ງໃນຄວາມພະຍາຍາມຂອງສາກົນເພື່ອປູກໃຫ້ໄດ້ 7.8 ພັນລ້ານຕົ້ນ, ຄົນໝຶ່ງປູກຕົ້ນໄມ້ໝຶ່ງຕົ້ນຂອງການຄົບຮອບ50ປີຂອງວັນຄຸ້ມຄອງໂລກຈົນເຖິງປີ 2020.
ວັນຄຸ້ມຄອງໂລກ (Earth Day) ແມ່ນໄດ້ມີການສະເຫຼີມສະຫຼອງໃນວັນທີ22ເດືອນເມສາຂອງທຸກໆປີເພື່ອສົ່ງເສີມການປົກປັກຮັກສາສິ່ງແວດລ້ວມ. ວັນຄຸ້ມຄອງໂລກແມ່ນເລີ່ມຂື້ນທຳອິດໃນປີ1970 ແລະ ຈົນເຖີງປະຈຸບັນລວມມີຫຼາຍກ່ວາ 193 ປະທດ ທົ່ວໂລກ. ຫົວຂໍ້ຂອງວັນຄຸ້ມຄອງໂລກປີນີ້ແມ່ນປູກຕົ້ນໄມ້ສຳລັບໂລກ “Trees for the Earth.”
ໃນພິທີປູກຕົ້ນໄມ້ຄັ້ງນິ້, ທ່ານເອກອັກຄະລັດຖະທູດ ຄລູນ ໄດ້ຊົມເຊີຍນັກສຶກສາທີ່ມີຄວາມສົນໃຈຕໍ່ການຮຽນພາສາອັງກິດເຊິ່ງເປັນພາສາທາງການໃນບັນດາປະເທດອາຊຽນ ແລະ ເປັນພາສາສຳລັບທຸລະກິດສາກົນ. ທ່ານໄດ້ກ່າວຕື່ມອິກວ່າ, ໃນຄະນະທີ່ມີການປູກຕົ້ນໄມ້ທີ່ນະຄອນຫຼວຫງວຽງຈັນ, ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ມີການລົງນາມຂໍ້ຕົກລົງວ່າດ້ວຍການປ່ຽນແປງດ້ານສະພາບອາກາດທີ່ນີວຢອກ. ນີ້ຖືວ່າເປັນບາດກ້າວ ແລະ ເຄື່ອງໝາຍອັນສຳຄັນໃນການຮັກສາໂລກ.
ໂຄງການ (Access Scholarship) ແມ່ນການໃຫ້ທຶນການສຶກສາຈາກປະເທດສະຫະລັດອາເມລິກາແກ່ນັກສຶກສາທີ່ມີອາຍຸ 14-17 ປີ. ໂຄງການນີ້ໄດ້ໃຫ້ທຶນການຮຽນພາສາອັງກິດໂດຍບໍ່ຕ້ອງເສຍຄ່າຮຽນ ແລະ ທັງໄດ້ຮຽນການຝຶກອົບຮົມທັດສະຊີວິດສຳລັບນັກໄວໜຸ່ມໃນນະຄອນຫຼວງວຽງຈັນທີ່ຂາດໂອກາດ. ໃນໂຄງດັ່ງກ່າວນີ້, ນັກສຶກສາຈະໄດ້ມີສ່ວນຮ່ວມໃນຫຼາຍກິດຈະກຳລວມທັງການຮຽພາສາອັງກິດ,ກິລາ, ສິລະປະ ແລະ ການພັດທະນາຊີວິດ.