ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ແລະ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ຮ່ວມລົງນາມເຊັນສັນຍາຮ່ວມມື ໂຄງການຄູສອນພາສາອັງກິດ

ນະຄອນຫຼວງວຽງຈັນ, ສປປ ລາວ – ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາ ສປປ ລາວ ແລະ ທ່ານນາງ ແສງເດືອນ ຫຼ້າຈັນທະບູນ  ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ຮ່ວມລົງນາມເຊັນສັນຍາຮ່ວມມື ໂຄງການຄູສອນພາສາອັງກິດ ແລະ ຄູຝຶກການສອນພາສາອັງກິດ ພາຍໃນໄລຍະຫ້າປີ. ການລົງນາມສັນຍາຮ່ວມມືໃນຄັ້ງນີ້ແມ່ນຈັດຂື້ນທີ່ນະຄອນຫຼວງວຽງຈັນ ລະຫວ່າງ ສະຖານທູດສະຫະລັດ ອາເມລິກາ ແລະ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ເພື່ອສົ່ງເສີມຄວາມພະຍາຍາມຂອງ ລັດຖະບານສະຫະລັດອາເມລິກາ ໃນການເສີມສ້າງການຮຽນການສອນພາສາອັງກິດ ແລະ ຄວາມເຂົ້າໃຈທາງດ້ານ ວັດທະນະທຳ ໃຫ້ແກ່ນັກສຶກສາໃນ ສປປ ລາວ.

ໃນປີ 2018, ສະຖານທູດສະຫະລັດ ອາເມລິກາ ໄດ້ມີແຜນສືບຕໍ່ສະຫນັບສະຫນູນມອບໝາຍໃຫ້ຜູ້ຊ່ວຍຄູສອນພາສາອັງກິດ (ETAs) ຈຳນວນ 10 ທ່ານ ແລະ ຜູ້ຊ່ຽວຊານທາງດ້ານພາສາອັງກິດ (ELFs) ຈໍານວນ 2 ທ່ານ ເພື່ອເຮັດວຽກຮ່ວມກັນກັບ ລັດຖະບານ ສປປ ລາວ ກໍຄື ກະຊວງສຶກສາທິການ ແລະ ກິລາ, ວິທະຍາໄລຄູ, ມະຫາວິທະຍາໄລແຫ່ງຊາດ, ມັດທະຍົມຕອນປາຍ, ແລະ ສະຖາບັນການສຶກສາອື່ນໆພາຍໃນປະເທດ.   ຜູ້ຊ່ວຍຄູສອນພາສາອັງກິດ ຍັງໄດ້ຖືກມອບໝາຍໃຫ້ຮ່ວມສອນພາສາອັງກິດຢູ່ທີ່ ສະຖາບັນການສຶກສາ ໃນ ສປປ ລາວ ແລະ ສູນອາເມລິກາທີ່ທາດດຳ, ສ່ວນຜູ້ຊ່ຽວຊານທາງດ້ານພາສາອັງກິດ ແມ່ນຈະເຮັດວຽກຮ່ວມກັບກະຊວງສຶກສາທິການ ແລະ ກິລາ ແລະ ຄູ່ຮ່ວມພັດທະນາອື່ນໆ ໃນ ສປປ ລາວ ໃນການທົບທວນດ້ານຫຼັກສູດການຮຽນ, ໃຫ້ຄຳແນະນຳ ແລະ ການພັດທະນາເພື່ອເສີມສ້າງຄວາມສາມາດດ້ານການສິດສອນພາສາອັງກິດ ແລະ  ສ້າງຄວາມເຂົ້າໃຈໃຫ້ແກ່ ຄູສອນພາສາອັງກິດ ແລະ ນັກສຶກສາທີ່ຈະເປັນຄູສອນພາສາອັງກິດໃນອະນາຄົດ.

ທ່ານເອກອັກຄະລັດຖະທູດ ບິດເຕີ ໄດ້ກ່າວວ່າ: ທັກສະພາສາອັງກິດ ແລະ ຄວາມເຂົ້າໃຈທີ່ເລິກເຊິ່ງກ່ຽວກັບວັດທະນະທໍາ ແມ່ນມີຄວາມສຳຄັນສຳລັບນັກສຶກສາ, ຄູອາຈານ ແລະ ບັນດານັກທຸລະກິດ ແລະ ເຈົ້າຫນ້າທີ່ລັດ ເພື່ອຊອກຫາໂອກາດໃຫມ່ໆ ໃນການຮ່ວມມືກັບຜູ້ຄົນຈາກ ສະຫະລັດອາເມລິກາ, ລວມທັງ ຜູ້ຄົນຈາກ ຂົງເຂດອາຊີ ແລະ ໃນທົ່ວໂລກ. ທ່ານເອກອັກຄະລັດຖະທູດ ຍັງໄດ້ກ່າວຕື່ມອິກວ່າ: ໂຄງການດັ່ງກ່າວນີ້ ແມ່ນໄດ້ສະແດງໃຫ້ເຫັນເຖິງການຮ່ວມມືກັນລະຫວ່າງ ລັດຖະບານສະຫະລັດອາເມລິກາ ແລະ ສປປ ລາວ ໃນການສະໜັບສະໜູນຄວາມພະຍາຍາມຂອງພວກເຮົາເພື່ອໃຫ້ບັນລຸເປົ້າໝາຍການພັດທະນາ.

ນັບຕັ້ງແຕ່ປີ 2011, ລັດຖະບານສະຫະລັດອາເມລິກາ ໄດ້ມອບໝາຍໃຫ້ຜູ້ຊ່ວຍຄູສອນພາສາອັງກິດ (ETAs) ຈໍານວນທັງໝົດ 50 ກວ່າທ່ານ ເພື່ອຊ່ວຍໃນການສິດສອນພາສາອັງກິດ ເຊິ່ງເລີ່ມຈາກມະຫາວິທະຍາໄລແຫ່ງຊາດ ແລະ ຄ່ອຍໆຂະຫຍາຍໄປສະຖາບັນການສຶກສາຫຼາຍແຫ່ງ ລວມທັງໃນ ນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆ. ຈຳນວນຂອງ ຜູ້ຊ່ຽວຊານທາງດ້ານພາສາອັງກິດ (ELFs) ກໍມີການຂະຫຍາຍ ແລະ ເຕີບໂຕຂຶ້ນເລື້ອຍໆ, ໂດຍຫຼັກໆແມ່ນໃຫ້ຄຳແນະນຳໃນ ການພັດທະນາຫຼັກສູດການຮຽນການສອນ, ການຝຶກອົບຮົມຄູອາຈານໃຫ້ແກ່ກະຊວງສຶກສາ ແລະ ກິລາ ແລະ ອົງການທີ່ກ່ຽວຂ້ອງໃນ ສປປ ລາວ.

ການລົງນາມສັນຍາຮ່ວມມືໃນຄັ້ງນີ້ແມ່ນຈະຊ່ວຍຢັ້ງຢືນເຖິງຄວາມໝັ້ນຄົງຂອງຄະນະບໍລິຫານງານສະຫະລັດອາເມລິກາ ຕໍ່ກັບໂຄງການຜູ້ຊ່ວຍຄູສອນພາສາອັງກິດ ໃຫ້ແກ່ບັນດາສະຖາບັນການສຶກສາຕ່າງໆ ໃນ ສປປ ລາວ ແລະ ທັງເປັນການສ້າງຜົນປະໂຫຍດໃຫ້ແກ່ຜູ້ເຂົ້າຮ່ວມໂຄງການນີ້ດ້ວຍ.