ເອກອັກຄະລັດຖະທູດສະຫະລັດອາເມລິກາຢ້ຽມຢາມໂຄງການເຄື່ອນທີ່ອົງຄະທຽມ ແລະ ເຄື່ອງຄໍ້າຊູ ທີ່ແຂວງໄຊຍະບູລີ

ໃນຕົ້ນເດືອນນີ້, ທ່ານ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາ ໄດ້ໄປຢ້ຽມຢາມໂຄງການເຄື່ອນທີ່ອົງຄະທຽມ ແລະ ເຄື່ອງຄໍ້າຊູ Cooperative Orthotic and Prosthetic Enterprise (COPE) Mobile Clinic ທີ່ໄດ້ຮັບທຶນການຊ່ວຍເຫຼືອຈາກລັດຖະບານສະຫະລັດອາເມລິກາ ເພື່ອຊ່ວຍເຫຼືອຜູ້ເສຍອົງຄະແລະ ຍັງໄດ້ພົບປະກັບອຳນາດການປົກຄອງແຂວງໄຊຍະບູລີ.

ທ່ານ ຣີນາ ບິດເຕີ ໄດ້ເຂົ້າຢ້ຽມຢາມໂຮຽໝໍເມືອງຊຽງພອນເຊິ່ງເປັນບ່ອນທີ່ບັນດາພະນັກງານຈາກໂຄງການເຄື່ອນທີ່ອົງຄະທຽມ ແລະ ເຄື່ອງຄໍ້າຊູໄດ້ໃຫ້ການບໍລິການການຟື້ນຟູໂດຍບໍ່ເສຍຄ່າ.ໃນໄລຍະຂອງການຢ້ຽມຢາມ, ທ່ານໄດ້ປຶກສາຫາລືກັບອຳນາດການປົກຄອງທ້ອງຖິ່ນກ່ຽວກັບການຊ່ວຍເຫຼືອໃນຕໍ່ຫນ້າຂອງລັດຖະບານສະຫະລັດອາເມລິກາເພື່ອຊ່ວຍໃຫ້ຜູ້ທີ່ເສຍອົງຄະຢູ່ຢ່າງມີຄວາມຫ້າວຫັນ ແລະ ມີປະສິດທິພາບ.

ທ່ານ ຣີນາ ບິດເຕີ ໄດ້ກ່າວວ່າ: ການຊ່ວຍເຫຼືອຂອງພວກເຮົາໄດ້ສ້າງຄວາມແຕກຕ່າງຢ່າງແທ້ຈິງໃນພື້ນທີ່ຫ່າງໄກສອກຫຼີກເຊີ່ງເປັນບ່ອນມີການບໍລິການຂ້ອນຂ້າງບໍ່ສະໝຳສະເໝີ. ທ່ານຍັງໄດ້ກ່າວຕື່ມອິກວ່າ: ຂ້າພະເຈົ້າຮູ້ສືກປະທັບໃຈຕໍ່ກັບທັກສະ ແລະ ຄວາມທຸ້ມເທຂອງບັນດາພະນັກງານຈາກໂຄງການເຄື່ອນທີ່ອົງຄະທຽມ ແລະ ເຄື່ອງຄໍ້າຊູ ແລະ ມີຄວາມດີໃຈທີ່ໄດ້ເຫັນຜູ້ທີ່ໄດ້ຮັບການຊ່ວຍເຫຼືອມີຄວາມເບີກບານໃຈ.

COPE ໄດ້ໃຫ້ການສະໜັບສະໜູນແກ່ບັນດາອ້າຍນ້ອງຍິງ, ຊາຍ, ເດັກຍິງ ແລະ ເດັກຊາຍ ເສຍອົງຄະໂດຍໃຫ້ການຊ່ວຍເຫຼືອພວກເຂົາໃຫ້ເຂົ້າເຖີງການນຳໃຊ້ຂາທຽມ, ເຄື່ອງຄໍ້າຊູ ແລະ ການປິ່ນປົວຟື້ນຟູທາງດ້ານຮ່າງກາຍໂດຍບໍ່ເສຍຄ່າ. USAID ຍັງໄດ້ໃຫ້ທຶນການຟຶກອົບຮົມເພື່ອພັດທະນາຄຸນະພາບມາດຕະຖານຂອງການປິ່ນປົວເຊີ່ງລວມທັງການພັດຖະນາຄຸນນະພາບຂາທຽມ ແລະ ສ້າງຄວາມເພິ່ງພໍໃຈໃຫ້ແກ່ຜູ້ປ່ວຍ.ນັບຕັ້ງແຕ່ປີ 2015, ຫຼາຍກວ່າ 3000ຄົນ ທີ່ໄດ້ຮັບການຊ່ວຍເຫຼືອໂດຍບໍ່ເສຍຄ່າຈາກໂຄງການເຊິ່ງພວກເຂົາໄດ້ມີຂາທຽມ ແລະ ເຄື່ອງຄໍ້າຊູ. ນອກນັ້ນ, ຍັງມີການຈັດຝຶກອົບຮົມຫຼາຍຄັ້ງໃຫ້ແກ່ພະນັກງານວິຊາການ ແລະ ພະນັກງານຜູ້ບໍລິຫານໃນການພັດທະນາຄຸນນະພາບຂອງການປິ່ນປົວ.