ໃນລະຫວ່າງວັນທີ 9-10 ພຶດສະພາທີ່ຜ່ານມານີ້, ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາ ສປປ ລາວ ທ່ານນາງ ຣີນາ ບິດເຕີ້ ໄດ້ລົງຢ້ຽມຢາມ ໂຄງການອາຫານ ແລະ ສຸຂະພາບ ຂອງສະຫະລັດອາເມລິກາ ແລະ ທ່ານຍັງໄດ້ພົບປະກັບບັນດາເຈົ້າຫນ້າທີ່ພາກລັດ ຢູ່ທີ່ແຂວງ ເຊກອງ, ສາລາວັນ ແລະ ຈຳປາສັກ.
ຢູ່ທີ່ແຂວງເຊກອງ, ເອກອັກຄະລັດຖະທູດ ຣີນາ ບິດເຕີ້ ໄດ້ໄປຢ້ຽມຢາມ ໂຮງຮຽນຈຸງຮຸງເໜືອ ແລະ ໂຮງຮຽນກົກໄຮ ເພື່ອມອບອຸປະກອນເຄື່ອງໃຊ້ພາຍໃນໂຮງຮຽນ ແລະ ໄດ້ຮ່ວມຮັບປະທານອາຫານກັບບັນດານ້ອງໆນັກສຶກສາຜູ້ທີ່ໄດ້ຮັບການຊ່ວຍເຫຼືອທາງດ້ານອາຫານທີ່ມີໂພສະນາການຈາກໂຄງການ (The U.S. Government’s McGovern-Dole Food for Education Program) ເຊິ່ງໂຄງການນີ້ແມ່ນຈັດຕັ້ງປະຕິບັດໂດຍໂຄງການອາຫານໂລກ (The World Food Programme).
ໃນໄລຍະ 10 ທ່ານຜ່ານມາ, ສະຫະລັດອາເມລິກາ ໄດ້ປະກອບສ່ວນຈຳນວນເງິນມູນຄ່າຫຼາຍກວ່າ 100 ລ້ານ ໂດລາສະຫະລັດ ໂດຍຜ່ານໂຄງການ (The U.S. Government’s McGovern-Dole Food for Education Program) ທີ່ ສປປ ລາວ ແລະ ນ້ອງນັກສຶກສາຈໍານວນຫຼາຍກວ່າ 200,000 ຄົນ ໃນທົ່ວປະເທດທີ່ໄດ້ຮັບຜົນປະໂຫຍດຈາກໂຄງການນີ້. ການຊ່ວຍເຫຼືອທາງດ້ານໂຄງການອາຫານສຳລັບໂຮງຮຽນໄດ້ເປັນສ່ວນຊ່ວຍອັນສຳຄັນໃນການສົ່ງເສີມການມາໂຮງຮຽນຂອງນັກສຶກສາ, ຊ່ວຍຫຼຸດຜ່ອນອັດຕາການອອກໂຮຽຮຽນຂອງນັກຮຽນ ແລະ ສ້າງໂອກາດໃຫ້ນ້ອງໆນັກສຶກສາ ເພື່ອພວກເຂົາຈະໄດ້ຮັບການສຶກສາທີ່ດີ.
ທ່ານ ເອກອັກຄະລັດຖະທູດ ບິດເຕີ້ ໄດ້ກ່າວວ່າ: ການທີ່ພວກເຮົາໃຫ້ການສະໜັບສະໜູນໂຄງການດັ່ງກ່າວ ແລະ ສົ່ງເສີມໃຫ້ພວກເຂົາເອົາໃຈໃສຕໍ່ການສຶກສາ ນັ້ນປຽບສະເໝືອນກັບພວກເຮົາລົງທຶນໃນໄລຍະຍາວທາງດ້ານການພັດທະນາເສດຖະກິດ-ສັງຄົມ ໃນ ສປປ ລາວ.
ນອກເໜືອຈາກການສະໜັບສະໜູນດ້ານໂຄງການອາຫານສຳລັບໂຮງຮຽນ, (the McGovern-Dole program) ຍັງໄດ້ຊ່ວຍສ້າງ ເຮືອນຄົວ, ກໍ່ຕັ້ງຫໍສະມຸດ, ສະໜອງປື້ມຕຳລາຮຽນ, ຝຶກອົບຮົມໃຫ້ແກ່ບັນດາຄູອາຈານ ແລະ ຍັງໄດ້ເຮັດສວນຄົວໃຫ້ແກ່ໂຮງຮຽນ. ໂດຍຜ່ານໂຄງການ (the Local and Regional Purchase Program) ເຊິ່ງໄດ້ຮັບທຶນຈາກ ລັດຖະບານສະຫະລັດອາເມຣິກາ, ໂຄງການອາຫານສໍາລັບໂຮງຮຽນຈະມີສ່ວນພົວພັນອັນສໍາຄັນຕໍ່ກັບຜະລິດຕະພັນດ້ານການກະເສດ. ໂຄງການດັງກ່າວແມ່ນມີຈຸດປະສົງໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຊາວກະຊິກອນຂະໜາດນ້ອຍ ໂດຍສະເພາະແມ່ນບັນດາເອື້ອຍນ້ອງຍິງໃນການເພີ່ມຜົນຜະລິດສິນຄ້າຂອງພວກເຂົາ ແລະ ສ້າງຕະຫຼາດໃນທ້ອງຖິ່ນໃຫ້ແກ່ສິນຄ້າຂອງພວກເຂົາອີກດ້ວຍ. ສຳລັບໂຮງຮຽນແມ່ນພວກເຂົາຈະສາມາດຊື້ອາຫານສົດ, ແລະ ໃນໄລຍະຍາວໂຄງການນີ້ຈະໄດ້ຊ່ວຍໃຫ້ພວກເຂົາມີຄວາມເປັນເຈົ້າການ ແລະ ມີຄວາມຍືນຍົງ ຫຼາຍຂື້ນ.
ຢູ່ແຂວງຈຳປາສັກ, ທ່ານ ເອກອັກຄະລັດຖະທູດ ຣີນາ ບິດເຕີ້ ໄດ້ໄປຢ້ຽມຢາມ Jhai Coffee House ແລະ ພົບປະກັບ ທ່ານ Tyson Adam ຄົນອາເມລິກາເຊິງເປັນຜູ້ກໍ່ຕັ້ງອົງການ (the philanthropic coffee organization) ເຊິ່ງໄດ້ໃຫ້ການຊ່ວຍເຫຼືອໂດຍບໍ່ຫວັງຜົນກຳໄລ. Jhai Coffee ໄດ້ໃຫ້ຄວາມຮູ້ແບບພິເສດແກ່ຜູ້ປູກກະເຟ ແລະ ຍັງໄດ້ຮັບຊື້ໂດຍກົງຈາກຜູ້ປູກ. ກຳໄລທັງຫມົດຂອງ Jhai Coffee House ແມ່ນຈະໄດ້ຖືກລົງທຶນກັບຄືນສູ່ຊຸມຊົນອີກຄັ້ງເພື່ອສ້າງໂປ້ມນໍ້າສະອາດ ແລະ ພັດທະນາທາງດ້ານສຸຂະພາບຂອງບັນດາຄອບຄົວ ແລະ ເດັກນ້ອຍ ພາຍໄຕ້ ໂຄງການການສຶກສາດ້ານສຸຂະພາບ.