Flag

An official website of the United States government

ສ.ອາເມລິກາ ແລະ ເຢຍລະມັນ ມອບລົດບັນທຸກຕູ້ເຢັນ ແລະ ອຸປະກອນໄອທີ ເພື່ອສະໜັບສະໜູນວຽກ ງານການສັກວັກຊີນ ໂຄວິດ-19 ຢູ່ ສປ
2 ບົດອ່ານໜຶ່ງນາທີ
ເດືອນມັງກອນ 11, 2022

ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID) ແລະ ກະຊວງສາທາລະນະສຸກເຢຍລະມັນ (BMG) ສືບຕໍ່ໃຫ້ການສະໜັບສະໜູນເປົ້າໝາຍຂອງ ສປປ ລາວ ທີ່ຈະສັກວັກຊີນໃຫ້ປະຊາກອນໃຫ້ໄດ້ 80 ເປີເຊັນ ໂດຍການມອບອຸປະກອນໄອທີ ແລະ ລົດບັນທຸກຕູ້ເຢັນ, ມູນຄ່າ 3,83 ຕື້ກີບ (383,794 ໂດລາ) ໃຫ້ກະຊວງສາທາລະນະສຸກ (MOH), ຜ່ານອົງການອະນາໄມໂລກ (WHO). ອຸປະກອນດັ່ງກ່າວຈະຊ່ວຍໃຫ້ ສປປ ລາວສາມາດນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເພື່ອຂັບເຄື່ອນ ວຽກງານສັກຢາ ແລະ ຮັບປະກັນຄວາມຖືກຕ້ອງຂອງຂໍ້ມູນທົ່ວ ສປປ ລາວ.

ພິທີການມອບ-ຮັບທີ່ກະຊວງສາທາລະນະສຸກ ໂດຍການເປັນປະທານຂອງ ທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ; ທ່ານ ນາງ ຈອຍ ມິຊິໂກະ ຊາກຸໄຣ, ຮອງເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາ ສປປ ລາວ; ທ່ານ ຄະເລັນ ຮີ໋ວ, ຮອງຜູ້ຕາງໜ້າອົງການ USAID ປະຈຳລາວ; ທ່ານ ນາງ Annette Knobloch, ເອກອັກຄະລັດຖະທູດເຢຍລະມັນ ປະຈຳ ສປປ ລາວ ແລະ ທ່ານ ດຣ ຢູລີ, ຮັກສາການຜູ້ຕາງໜ້າ ອົງການອະນາໄມໂລກ ປະຈຳ ສປປ ລາວ.

ອຸປະກອນດັ່ງກ່າວຊ່ວຍຊຸກຍູ້ສູນສຸຂະພາບແມ່ ແລະ ເດັກ (MCHC), ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ແລະ ກົມແຜນການ ແລະ ການຮ່ວມມື, ສາມາດພັດທະນາລະບົບໃໝ່ເພື່ອນັດໝາຍ, ລົງທະບຽນລ່ວງໜ້າ, ແລະ ບັນທຶກຂໍ້ມູນການສັກວັກຊີນລະດັບບຸກຄົນ ແລະ ສະໜອງບັດວັກຊີນທີ່ນຳໃຊ້ QR code ຢູ່ຈຸດບໍລິການໃຫ້ວັກ ຊີນ ແລະໂຮງໝໍສູນກາງ 5 ແຫ່ງ. ດ້ວຍ​ຄວາມ​ສາມາດ​ດ້ານ​ໄອ​ທີ​ທີ່​ເພີ່ມຂຶ້ນ, ລະບົບດັ່ງກ່າວ​ຈະ​ຂະຫຍາຍ​ໄປ​ສູ່​ບັນດາໂຮງໝໍ​ແຂວງ ​ແລະ ໂຮງໝໍ​ເມືອງ.

ດ້ວຍທຶນການຊ່ວຍເຫຼືອຈາກອົງການ USAID ມູນຄ່າ 1,97 ຕື້ກີບ (197,633 ໂດລາ), WHO ໄດ້ຈັດຊື້ໂນດ ບຸກ ຈຳນວນ 81 ເຄື່ອງ ແລະ ປຣິນເຕີ້ 4 ເຄື່ອງ, ແລະ ຈະຈັດຊື້ໂນດບຸກຕື່ມອີກ 81 ເຄື່ອງ ແລະ ແທັບເລັດ 145 ເຄື່ອງ ແລະ ແຈກຢາຍໃຫ້ບັນດາແຂວງໃນຕົ້ນປີນີ້. ພາຍໃຕ້ທຶນການຊ່ວຍເຫຼືອຈາກ BMG ມູນຄ່າ 1,86 ຕື້ກີບ (186,161 ໂດລາ), ອົງການ WHO ຍັງໄດ້ຈັດຊື້ໂນດບຸກ 14 ເຄື່ອງ, ແທັບເລັດ 221 ເຄື່ອງ, ປຣິນເຕີ້ 176 ເຄື່ອງ, ອຸປະກອນ Wi-Fi 176 ເຄື່ອງ, ແລະ ລົດບັນທຸກຕູ້ເຢັນເພື່ອຂົນສົ່ງວັກຊີນຈາກສູນກາງໄປສູ່ສາງເກັບມ້ຽນລະດັບ ພາກພື້ນ. ງົບປະມານການຊ່ວຍເຫຼືອຈາກ BMG ຍັງຈະຈັດຊື້ລົດຕູ້ 3 ຄັນ ເພື່ອໃຫ້ບໍລິການວັກຊີນແບບເຄື່ອນທີ່ຢູ່ ຕາມນະຄອນຫຼວງວຽງຈັນ. ນີ້ແມ່ນສ່ວນໜຶ່ງຂອງວຽກງານ ສູນສຸຂະພາບແມ່ແລະເດັກ ເພື່ອປັບປຸງລະບົບການຈັດ ການຂໍ້ມູນກ່ຽວກັບວັກຊີນ ແລະ ຄວາມສາມາດໃນການຂົນສົ່ງວັກຊີນຂອງ ສປປ ລາວ.

ການສະໜັບສະໜູນດັ່ງກ່າວຈະຊ່ວຍໃຫ້ລັດຖະບານລາວສາມາດສະໜອງການບໍລິການວັກຊີນໃຫ້ປະຊາຊົນໄດ້ໄວ ແລະ ສະດວກ ແລະ ມີປະສິດທິພາບກວ່າເກົ່າ ລວມທັງການບັນທຶກການສັກວັກຊີນທີ່ຖືກຕ້ອງຊັດເຈນຂຶ້ນ. ພ້ອມ ກັນນີ້ກໍຍັງຊ່ວຍຫຼຸດຜ່ອນຄວາມແອອັດຢູ່ບ່ອນໃຫ້ບໍລິການວັກຊີນ ແລະ ຫຼີກລ່ຽງການສະໜອງວັກຊີນບໍ່ພຽງພໍ ແລະ ວັກຊີນທີ່ເກີນຢູ່ແຕ່ສະຖານທີ່ໃຫ້ບໍລິການ.

ພາຍໃນພິທີມອບ-ຮັບ, ທ່ານ ລັດຖະມົນຕີ ບຸນແຝງ ພູມມະໄລສິດ ໄດ້ສະແດງຄວາມຂອບໃຈມາຍັງ USAID ແລະ BMG ທີ່ໄດ້ໃຫ້ການຊ່ວຍເຫຼືອ. ທ່ານ ດຣ ບຸນແຝງ ກ່າວວ່າ: ລົດບັນທຸກຕູ້ເຢັນ ແລະ ອຸປະກອນດັ່ງກ່າວນີ້ ຈະຊ່ວຍຊຸກຍູ້ສົ່ງເສີມສູນສຸຂະພາບແມ່ ແລະ ເດັກ, ໂຮງໝໍສູນກາງ 5 ແຫ່ງ ແລະ ໂຮງໝໍເມືອງ 9 ແຫ່ງ ໃນນະຄອນຫຼວງວຽງຈັນ ໃຫ້ສາມາດປັບປຸງຄຸນະພາບດ້ານຂໍ້ມູນຂ່າວສານ, ປັບປຸງຂະບວນການປ້ອນຂໍ້ມູນ, ການລາຍງານໃຫ້ທັນເວລາ ແລະ ໄວຂຶ້ນໂດຍລະບົບທີ່ຫຼຸດຜ່ອນການນຳໃຊ້ເອກະສານ. ພິທີການມອບ-ຮັບ ຄັ້ງນີ້ແມ່ນສ່ວນຫນຶ່ງຂອງຄວາມພະຍາຍາມຂອງພວກເຮົາທີ່ນໍາໃຊ້ເຕັກໂນໂລຢີເພື່ອຫຼຸດຜ່ອນພາລະຂອງແພດໝໍທີ່ເຄັ່ງຕຶງແລະປັບປຸງການຈັດສົ່ງວັກຊີນ..

ທ່ານ ​ນາງ ຊາກຸໄຣ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ ສປປ ລາວ ​ຕໍ່ຄວາມສຳ​ເລັດ​ໃນ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ປະ​ຊາ​ຊົນ​ລາວ​ ​ແລະ ​ໄດ້​ຍົກໃຫ້ເຫັນເຖິງຄວາມສຳຄັນ​ດ້ານ​ສາຍ​ພົວພັນ​ຮ່ວມ​ມື​ແບບກວມລວມລະຫວ່າງ ສປປ ລາວ ແລະ ​​ສະຫະລັດອາເມລິກາ. ນາງ ຊາກຸໄຮ ກ່າວວ່າ: ນອກຈາກການຊ່ວຍເຫຼືອດ້ານວັກຊີນແລ້ວ, ອຸປະກອນນີ້ແມ່ນເປັນສ່ວນໜຶ່ງໃນງົບປະມານ 13 ລ້ານໂດລາສະຫະລັດ ທີ່ທາງລັດຖະບານສະຫະລັດອາ ເມລິກາໄດ້ປະກອບສ່ວນເຂົ້າໃນວຽກງານຮັບມືກັບພະຍາດໂຄວິດ-19 ຢູ່ໃນ ສປປ ລາວ. ເປົ້າໝາຍຂອງພວກ ເຮົາແມ່ນເພື່ອຊ່ວຍໃຫ້ ສປປ ລາວ ບັນລຸເປົ້າໝາຍການສັກວັກຊີນ, ປ້ອງກັນການເຈັບເປັນຮ້າຍແຮງ ແລະ ຊ່ວຍຮັກສາຊີວິດ.

ກ່ອນວັນຄົບຮອບ 64 ປີ ແຫ່ງການພົວພັນທາງການທູດລະຫວ່າງ ເຢຍລະມັນ- ສປປ ລາວ, ທ່ານນາງ Knobloch ຍັງໄດ້ຊົມເຊີຍຜົນສຳເລັດອັນໃຫຍ່ຫຼວງຂອງລັດຖະບານລາວ ທ່ານ ນາງ Knobloch ກ່າວວ່າ: ໃນການຮັບມືກັບການລະບາດຂອງພະຍາດໂຄວິດ-19: ພະຍາດລະບາດສາມາດຮັບມືໄດ້ຖ້າພວກເຮົາຮ່ວມແຮງ ຮ່ວມໃຈກັນ. ປະຈຸບັນນີ້ເຢຍລະມັນແລະສະຫະລັດອາເມລິກາແມ່ນສອງຜູ້ໃຫ້ທຶນທີ່ໃຫຍ່ທີ່ສຸດຂອງໂຄງການ COVAX. ພວກເຮົາທັງສອງປະເທດໃຫ້ຄຳໝັ້ນສັນຍາທີ່ຈະຊອກເອົາການຊ່ວຍເຫຼືອຈາກຫຼາຍຝ່າຍເພື່ອຕໍ່ສູ້ກັບ ພະຍາດລະບາດ ແລະ ຮັບປະກັນການໃຫ້ບໍລິການວັກຊີນໂຄວິດ-19 ທີ່ເທົ່າທຽມ, ໂປ່ງໃສ ແລະ ສາມາດເຂົ້າເຖິງໄດ້, ລວມໄປເຖິງຢາປົວພະຍາດ ແລະ ການວິນິດໄສພະຍາດໃນທົ່ວໂລກ. ຂ້າພະ​ເຈົ້າຮູ້ສຶກດີໃຈທີ່ເຫັນວ່າ​ອຸປະກອນ​ຂອງ​ລັດຖະບານ​ເຢຍລະ​ມັນ​ສາມາດ​ປະກອບສ່ວນ​ປັບປຸງ​ສະຖານ​ທີ່ບໍລິການດ້ານສຸຂະພາບ​ຂອງ ສປປ ລາວ ​ໃນ​ຊ່ວງເວລາທີ່ຫຍຸ້ງຍາກເຊັ່ນນີ້.

ດຣ. ຢູລີ ກ່າວວ່າ: ພວກເຮົາມີຄວາມຍິນດີທີ່ໄດ້ມີໂອກາດສະໜັບສະໜູນກະຊວງສາທາລະນະສຸກ ເພື່ອຊຸກຍູ້ສົ່ງເສີມໂຄງການສັກວັກຊີນປ້ອງກັນພະຍາດໂຄວິດ-19, ຂອບໃຈການສະໜັບສະໜູນອັນ ໃຫຍ່ຫຼວງຈາກລັດຖະບານສະຫະລັດອາເມລິກາ ແລະ ເຢຍລະມັນ. ການຊ່ວຍເຫຼືອດັ່ງກ່າວນີ້ຖືວ່າທັນເວລາ ໂດຍສະເພາະພາຍຫຼັງທີ່ວັກຊີນ ໂຄວິດ-19 ມາຮອດຜ່ານໂຄງການ COVAX. ພວກເຮົາຂໍສະແດງຄວາມຊົມ ເຊີຍຕໍ່ລັດຖະບານ ສປປ ລາວ ໂດຍສະເພາະກະຊວງສາທາລະນະສຸກ ກັບຄວາມຄືບໜ້າຢ່າງບໍ່ຢຸດຢັ້ງ ໃນການປົກປ້ອງທຸກຄົນທີ່ມີສິດໄດ້ຮັບວັກຊີນ ໂຄວິດ-19.