ສ. ອາເມລິກາ ພົບປະໂອ້ລົມ ກ່ຽວກັບການຄ້າ ແລະ ການລົງທຶນ ກັບ ສປປ ລາວ

ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 31 ມັງກອນ, ຜູ້ຕາງຫນ້າການຄ້າ ສະຫະລັດອາເມລິກາ ປະຈໍາຂົງເຂດອາຊີຕາເວັນອອກສ່ຽງໃຕ້ ແລະ ປາຊີຟິກ ທ່ານ Karl Ehlers ໄດ້ນຳພາຄະນະຜູ້ແທນ ເຂົ້າພົບກັບ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ແລະ ບັນດາເຈົ້າຫນ້າທີ່ລາວ ເພື່ອຮັດແໜ້ນສາຍພົວພັນທາງດ້ານເສດຖະກິດ, ການຄ້າ, ແລະ ການລົງທຶນ. ນີ້ຖືເປັນການພົບປະປຶກສາຫາລືຄັ້ງລ່າສຸດ ພາຍຫຼັງທີ່ທັງສອງປະເທດໄດ້ເຊັນສັນຍາຂອບການຮ່ວມມື ການຄ້າ ແລະ ການລົງທຶນ ໃນປີ 2016. ການປຶກສາຫາລືໃນຄັ້ງນີ້ຍັງໄດ້ເນັ້ນເຖິງບັນດາໂອກາດຕ່າງໆເພື່ອເພີ່ມທະວີການຮ່ວມມືຂອງທັງສອງປະເທດ. ນອກຈາກນີ້, ສອງຝ່າຍຍັງໄດ້ປຶກສາຫາລືໃນຫົວຂໍ້ທີ່ສຳຄັນຕ່າງໆເຊັ່ນ: ການຈ່າຍເງິນແບບອີເລັກໂຕນິກ, ມາດຕະຖານທາງດ້ານລົດຍົນ, ການຄ້າດິຈິຕອນ ແລະ ສັບສິນທາງປັນຍາ.

ສປປ ລາວ ຖືເປັນຄູ່ຮ່ວມມືທາງດ້ານການຄ້າ ແລະ ການລົງທຶນທີ່ສຳຄັນຕໍ່ ສະຫະລັດອາເມລິກາ ແລະ ບັນດາປະເທດອາຊຽນ. ສັນຍາຂອບການຮ່ວມມື ການຄ້າ ແລະ ການລົງທຶນ ໄດ້ສ້າງກົນໄກເພື່ອຂະຫຍາຍ ແລະ ຮັດແໜັນສາຍພົວພັນ. ການພົບປະລະດັບສູງຄັ້ງນີ້ແມ່ນມີຄວາມສຳຄັນລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ໃນການຮ່ວມມືດ້ານການຄ້າສອງຝ່າຍ ແລະ ຍັງເປັນ ການຊ່ວຍໃນການປະສານງານກ່ຽວກັບບັນຫາອັນສຳຄັນໃນພາກພື້ນ ລວມທັງ ອາຊຽນ ແລະ ອົງການການຄ້າໂລກ.

ກ່ອນການເດີນທາງມາຮອດ ສປປ ລາວ, ທ່ານ Ehlers ຜູ້ຕາງຫນ້າການຄ້າ ໄດ້ນໍາພາຄະນະຜູ້ແທນສະຫະລັດອາເມລິກາເຂົ້າຢ້ຽມຢາມບັນດາປະເທດຄູ່ຄ້າອາຊຽນນັ້ນກໍຄືວຽດນາມ ແລະ ກຳປູເຈຍ. ຂອບຂໍ້ຕົກລົງການຄ້າ ແລະ ການລົງທຶນກັບສປປ ລາວ ແລະ ບັນດາປະເທດຄູ່ຄ້າອາຊຽນແມ່ນມີຄວາມຈໍາເປັນ ແລະ ສຳຄັນຢ່າງຍິ່ງຕໍ່ກັບການວາງຍຸດທະສາດອິນໂດ-ປາຊີຟິກ ເຊິ່ງສະຫະລັດອາເມລິກາ ກຳລັງດຳເນີນການຢູ່. ທັງນີ້ກໍເພື່ອເປັນການເສີມສ້າງຄວາມສຳພັນທາງດ້ານການຄ້າທີ່ເປັນທຳ ແລະ ການແລກປ່ຽນເຊິ່ງກັນແລະກັນ ລະຫວ່າງປະເທດຄູ່ຄ້າໃນພາກພື້ນ ລວມທັງ ສປປ ລາວນຳອີກ.