ນະຄອນຫຼວງວຽງຈັນ, ສປປ ລາວ— ໃນວັນທີ 14 ມິຖຸນາ, ທ່ານເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ທ່ານ ປອ. ປີເຕີ ເອັມ ເຮມ໋ອນ ໄດ້ເຂົ້າຮ່ວມກັບຜູ້ອຳນວຍການໃຫຍ່ຂອງອົງການຮັບຜິດຊອບຊະເລີຍເສິກ ແລະ ທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມ ຂອງກະຊວງປ້ອງກັນປະເທດສະຫະລັດອາເມລິກາ ຫຼື ເອີ້ນຫຍໍ້ວ່າ (DPAA), ທ່ານ ແຄລລີ່ ເຄ. ແມັກເຄຍ, ໂດຍມີການພົບປະສຳຄັນກັບຜູ້ນຳຂັ້ນສູງຂອງກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ ສປປ ລາວ ຊຶ່ງໄດ້ເນັ້ນເຖິງຄວາມພະຍາຍາມຂອງທັງສອງຝ່າຍ (ສະຫະລັດ – ລາວ) ໃນການແກ້ໄຂບັນຫາມະນຸດສະທຳຂອງທະຫານອາເມລິກາທີ່ເສຍຊີວິດຢູ່ລາວໃນປາງສົງຄາມອິນດູຈີນ.
ລັດຖະບານ ສະຫະລັດພ້ອມດ້ວຍລັດຖະບານ ສປປ ລາວ ໄດ້ເຮັດວຽກ ຮ່ວມກັນ ຢ່າງໃກ້ຊິດ ເປັນເວລາກວ່າ 37 ປີ ໃນວຽກງານດ້ານມະນຸດສະທຳ ເພື່ອຊອກຫາ ແລະ ຂຸດຄົ້ນທະຫານອະເມລິກາທີ່ຫາຍສາບສູນໃນປາງສົງຄາມ. ນັບແຕ່ປີ 1985 ເປັນຕົ້ນມາ, ລັດຖະບານທັງສອງຝ່າຍ ໄດ້ຄົ້ນພົບສິ່ງເສດເຫຼືອຂອງທະຫານອາເມລິກາຈຳນວນ 288 ຄົນຈາກບັນດາທະຫານອາເມລິກັນທັງໝົດ 573 ຄົນ ທີ່ຫາຍສາບສູນຢູ່ໃນລາວໃນຕອນທ້າຍຂອງສົງຄາມ. “ເວລາຄືສິ່ງທ້າທາຍທີ່ສຸດຂອງພວກເຮົາ ເພາະມີພະຍານ ແລະ ນັກຮົບທີ່ນັບມື້ຍິ່ງອາຍຸຫຼາຍຂຶ້ນ, ເຊັ່ນດຽວກັນກັບຜົນກະທົບຈາກດິນເປັນກົດ, ມັນເປັນສິ່ງສໍາຄັນຫຼາຍທີ່ຈະເຮັດພາລະກິດນີ້ໃຫ້ສໍາເລັດກ່ອນໂອກາດຈະຜ່ານໄປ,” ກ່າວໂດຍທ່ານ ຜູ້ອໍານວຍການ ແຄລລີ່ ເຄ. ແມັກເຄຍ.
ພາລະກິດຂຸດຄົ້ນ ແລະ ຊອກຫາທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມ ໄດ້ສະໜອງກາລະໂອກາດໃນການເສີມຂະຫຍາຍສາຍພົວພັນຂອງທັງສອງຝ່າຍ ເຖິງຈະມີຄວາມບໍ່ແນ່ນອນຈາກຜົນກະທົບຂອງການລະບາດພະຍາດໂຄວິດ-19, ແຕ່ທີມງານຮ່ວມຂອງອາເມລິກາ ແລະ ລາວ ໄດ້ສໍາເລັດ 5 ພາລະກິດຕິດຕໍ່ກັນນັບຕັ້ງແຕ່ເດືອນເມສາ ປີ2021.
ການປະຕິບັດຮ່ວມໃນພາກສະໜາມ ຫຼື ເອີ້ນຫຍໍ້ວ່າ (JFA) ແຕ່ລະຄັ້ງ ແມ່ນມີສ່ວນຮ່ວມຂອງບຸກຄະລາກອນ ສະຫະລັດ ລວມທັງ ຄູ່ຮ່ວມງານລາວເຖິງ 65 ຄົນ. ທັງສອງປະເທດໄດ້ເຮັດວຽກຮ່ວມກັນໃນການສືບສວນ ແລະ ການຂຸດຄົ້ນໃນທົ່ວປະເທດເປັນໄລຍະເວລາລະຫວ່າງ 30 – 45 ມື້ຕໍ່ສະໜາມ. ສ່ວນສິ່ງເສດເຫຼືອທີ່ເຊື່ອກັນວ່າແມ່ນຂອງທະຫານອາເມຣິກາກໍ່ຖືກສົ່ງໄປຫ້ອງທົດລອງຢູ່ທີ່ສໍານັກງານໃຫຍ່ຂອງ DPAA ໃນລັດຮາວາຍ ເພື່ອວິເຄາະເພີ່ມເຕີມ ແລະ ກໍານົດຕົວຕົນໂດຍນັກວິທະຍາສາດດ້ານມະນຸດສາດ.