ນະຄອນຫຼວງວຽງຈັນ – ເພື່ອເປັນການສົ່ງເສີມການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍໃນ ສປປ ລາວ, ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID) ຮ່ວມກັບ ມູນນິທິເອເຊຍ ສະຫນັບສະຫນູນກະຊວງຍຸຕິທໍາ ພັດທະນາເວັບເພຈກ່ຽວກັບການຊ່ວຍເຫຼືອທາງດ້ານກົດໝາຍ ເຊິ່ງໄດ້ເປີດນຳໃຊ້ຢ່າງເປັນທາງການ ໃນວັນທີ 26 ສິງຫາ 2021 ທີ່ຜ່ານມາ. ເພຈຊ່ວຍເຫຼືອທາງດ້ານກົດໝາຍ ແມ່ນຫນ້າ ທີ່ພັດທະນາຂຶ້ນມາໃຫມ່ ແລະ ເພີ່ມເຂົ້າໃນເວັບໄຊ໌ຫຼັກຂອງກະຊວງຍຸຕິທໍາ ທີ່ມີຢູ່ແລ້ວ (www.moj.gov.la). ກະຊວງຍຸຕິທໍາ ຈະນໍາໃຊ້ເພຈດັ່ງກ່າວ ເພື່ອສະໜອງຂໍ້ມູນຂ່າວສານໃຫ້ແກ່ປະຊາຊົນລາວທົ່ວໄປ ກ່ຽວກັບການບໍລິການທາງດ້ານ ກົດໝາຍ. ເຂົາເຈົ້າສາມາດສົ່ງຄໍາຖາມ, ຂໍຄວາມຊ່ວຍເຫລືອ, ຂໍຄໍາແນະນໍາ ແລະ ຄໍາປຶກສາທາງດ້ານກົດຫມາຍ ຈາກກະຊວງໄດ້ ແບບບໍ່ເສຍຄ່າໃຊ້ຈ່າຍ. ການຊ່ວຍເຫຼືອທາງດ້ານກົດໝາຍຜ່ານບັນດາ ຫ້ອງການຕ່າງໆ ປະຈຳທ້ອງຖິ່ນ, ລວມເຖິງ ການນຳໃຊ້ເພຈ ດັ່ງກ່າວ ຖືເປັນການຊ່ວຍປະຊາຊົນໃຫ້ເຂົ້າເຖິງລະບົບຍຸຕິທໍາ ໄດ້ງ່າຍ ແລະ ທົ່ວເຖິງຂຶ້ນ ໂດຍສະເພາະ ກູ່ມທີ່ດ້ອຍໂອກາດ ເຊັ່ນ ຜູ້ທຸກຍາກ, ຄົນພິການ, ເດັກ, ລວມທັງ ຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ຫລື ຈາກການຄ້າມະນຸດ.
ເປັນກຽດເຂົ້າຮ່ວມເປັນສັກຂີພິຍານໃນພິທີເປີດນໍາໃຊ້ເພຈຢ່າງເປັນທາງການ ໂດຍ ທ່ານ ບຸນທາ ຊົງເຢີທ່າວ ຮອງລັດຖະມົນຕີກະຊວງຍຸຕິທໍາ, ທ່ານ ໄມເຄິລ ຣອນນິ້ງ ຜູ້ຕາງໜ້າອົງການພັດທະນາສາກົນປະເທດ ສະຫະລັດອາເມລິກາ (USAID), ທ່ານ ທອດ ວໍເຊວ ຜູ້ຕາງໜ້າອົງການມູນນິທິເອເຊຍ ແລະ ມີບັນດາທ່ານຫົວໜ້າກົມ, ຮອງກົມຈາກກະຊວງຍຸຕິທໍາ, ບັນດາກະຊວງທີ່ກ່ຽວຂ້ອງ, ອົງການຈັດຕັ້ງມະຫາຊົນ, ສະພາທະນາຍຄວາມ, ສື່ມວນຊົນ, ສະຖານທູດອາເມລິກາ ແລະ ຄູ່ຮ່ວມພັດທະນາອື່ນໆ ເຂົ້າຮ່ວມທັງຫມົດ ຫຼາຍກວ່າ 60 ຄົນ.
“ພິທີເປີດນໍາໃຊ້ເພຈຊ່ວຍເຫຼືອທາງດ້ານກົດໝາຍໃນມື້ນີ້ ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງສະຫະລັດ ອາເມລິກາ ພາຍໃຕ້ການຮ່ວມມືລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ເພື່ອສົ່ງເສີມການ ຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ ດ້ວຍການຊ່ວຍໃຫ້ປະຊາຊົນສາມາດເຂົ້າເຖິງລະບົບ ກົດຫມາຍ ແລະ ຍຸຕິທໍາ ໃຫ້ຫຼາຍຂຶ້ນ,” ທ່ານ ໄມໂຄ ຣອນນິ້ງ ຜູ້ຕາງໜ້າອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ, ກ່າວ. “ໃນປີນີ້, ສະຫະລັດອາເມລິກາ ແລະ ສປປ ລາວ ກຳລັງສະເຫຼີມສະຫຼອງກອບ ການຮ່ວມມືແບບກວມລວມ ຄົບຮອບ 5 ປີ, ສະຫະລັດອາເມລິກາ ມີຄວາມຍິນດີທີ່ຈະສືບຕໍ່ສະໜັບສະໜູນ ສປປ ລາວ ເພື່ອບັນລຸເປົ້າໝາຍການພັດທະນາປະເທດ”.
ເພຈຊ່ວຍເຫຼືອທາງດ້ານກົດໝາຍນີ້ ຈະເຮັດໃຫ້ປະຊາຊົນລາວ ສາມາດເຂົ້ງເຖິງການບໍລິການຊ່ວຍເຫຼືອທາງດ້ານ ກົດໝາຍ ເຊັ່ນ ສອບຖາມຂໍ້ມູນຂ່າວສານກ່ຽວກັບກົດໝາຍ, ການໃຫ້ຄໍາປຶກສາ ແລະ ການຮ່າງເອກະສານທາງດ້ານກົດໝາຍ, ໄດ້ຫຼາຍຂຶ້ນກ່ວາເກົ່າ. ເພຈຊ່ວຍເຫຼືອທາງດ້ານກົດໝາຍ ຍັງຊ່ວຍຜັນຂະຫຍາຍ ການຈັດຕັ້ງປະຕິບັດດໍາລັດ ວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ ເພີ່ມທະວີ ການເຂົ້າເຖິງລະບົບຍຸຕິທໍາ ແລະ ຮັບປະກັນສິດເທົ່າທຽມກັນຕໍ່ຫນ້າກົດໝາຍ.