ສ.ເມລິກາ ແລະ ນອກແວ ເພີ່ມທຶນຊ່ວຍເຫຼືອລ້າ ມູນຄ່າຫຼາຍກວ່າ 20,8 ລ້ານ ໂດລາສະຫະລັດ ໃນໂຄງການ ສໍາຫຼວດ ແລະ ກວດກູ້ ລບຕ ຢູ່ແຂວງພາກໃຕ້ ສປປ ລາວ

ລັດຖະບານ ສະຫະລັດອາເມລິກາ ແລະ ລັດຖະບານນອກແວ ສືບຕໍ່ຄຳໝັ້ນສັນຍາທີ່ມີມາແຕ່ຍາວນານ ໃນການສະໜັບສະໜູນຂະແໜງການກວດກູ້ລະເບີດທີ່ບໍ່ທັນແຕກ (ລບຕ) ໃນ ສປປ ລາວ, ໂດຍມອບທຶນຊ່ວຍເຫຼືອລ້າ ຫຼາຍກວ່າ 20,8 ລ້ານ ໂດລາສະຫະລັດ ໃຫ້ແກ່ ອົງການຊ່ວຍເຫຼືອລ້າຂອງປະຊາຊົນນອກແວ (ອົງການ ເອັນພີເອ) ເພື່ອສະໜັບສະໜູນໃນການປະຕິບັດງານ ສໍາຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກ ໃນ 4 ແຂວງພາກໃຕ້ ສປປ ລາວ.

ໃນວັນທີ 29 ມະຖຸນາ 2023, ກະຊວງການຕ່າງປະເທດ ສປປ ລາວ ໄດ້ອອກຂໍ້ຕົກລົງອະນຸມັດ ບົດບັນທຶກຄວາມເຂົ້າໃຈ (MOU), ມີຜົນສັກສິດນັບແຕ່ວັນທີໄດ້ຮັບອະນຸມັດ ຈົນເຖິງ ວັນທີ 31 ຕຸລາ 2024.

ພາຍໃຕ້ບົດບັນທຶກຄວາມເຂົ້າໃຈສະບັບນີ້,​ ອົງການ ເອັນພີເອ ຈະໄດ້ເພີ່ມຂີດຄວາມສາມາດໃນການສໍາລວດ ແລະ ກວດກູ້ ເປັນສອງເທົ່າ ແລະ ຈະໄດ້ມີການດໍາເນີນກິດຈະກໍາການໂຄສະນາສຶກສາຄວາມສ່ຽງໄພ ລບຕ ໃນແຂວງອັດຕະປື, ຈໍາປາສັກ, ສາລະວັນ ແລະ ເຊກອງ. ເປົ້າໝາຍດັ່ງກ່າວນີ້ມີຄວາມເປັນໄປໄດ້ ຍ້ອນໄດ້ມີການເພີ່ມທຶນຊ່ວຍເຫຼືອທີ່ມີຄວາມສໍາຄັນຢ່າງຫຍິ່ງ ຈາກ ກະຊວງການຕ່າງປະເທດ ສະຫະລັດອາເມລິກາ ມູນຄ່າເກືອບ 20 ລ້ານ ໂດລາສະຫະລັດ ໃນການປະຕິບັດໂຄງການ ໃຫ້ແກ່ ອົງການ ເອັນພີເອ ຕາມກໍານົດໄລຍະເວລາຂອງ ບົດບັນທຶກຄວາມເຂົ້າໃຈສະບັບນີ້, ຄຽງຄູ່ກັັນນີ້ ກະຊວງການຕ່າງປະເທດນອກແວ ກໍ່ໄດ້ໃຫ້ທຶນສົມທົບຕື່ມອີກຈໍານວນ 850.000 ໂດລາສະຫະລັດ. ການເພີ່ມທຶນຊ່ວຍເຫຼືອໃນຄັ້ງນີ້ ຈະເລັ່ງໃຫ້ວຽກງານທີ່ສໍາຄັນໃນການຊ່ວຍເຫຼືອ ແລະ ຫຼຸດຜ່ອນໄພຂົ່ມຂູ່ຈາກລະເບີດລູກຫວ່ານທີ່ພົບໃນລະຫວ່າງການສໍາຫຼວດ ລວມທັງລະເບີດຊະນິດອື່ນໆ ທີ່ສ້າງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນໄດ້ຢ່າງວ່ອງໄວກວ່າເກົ່າ ແລະ ຍັງຈະໄດ້ສ້າງຜົນປະໂຫຍດທາງດ້ານເສດຖະກິດ-ສັງຄົມ ໃຫ້ແກ່ປະຊາຊົນຫຼາຍພັນຄອບຄົວໃນທົ່ວ 4 ແຂວງພາກໃຕ້.

ອົງການ ເອັນພີເອ ວາງເປົ້າໝາຍໃນການກວດກູ້ເນື້ອທີ່ຫຼາຍກວ່າ 22.9 ກມ2 ຢູ່ໃນພື້ນທີ່ຢັ້ງຢືນຄວາມສ່ຽງບຸລິມະສິດສູງ ແລະ ຄາດວ່າຈະສາມາດທໍາລາຍ ລບຕ ໃຫ້ໄດ້ 35,300 ໜ່ວຍ ໃນ 108 ບ້ານ 22 ເມືອງ ໃນທົ່ວ 4 ແຂວງພາກໃຕ້. ຄາດຄະເນຈະມີຜູ້ໄດ້ຮັບຜົນປະໂຫຍດທາງກົງຈາກກິດຈະກໍາຂອງໂຄງການປະມານ 30.000 ຄົນ. ທັງນີ້ ອົງການ ເອັນພີເອ ຍັງຈະໄດ້ມີການຈ້າງງານ ພະນັກງານໃໝ່ເພີ່ມຕື່ມອີກຫຼາຍກວ່າ 400 ຄົນ, ສັງລວມແລ້ວຈະມີການຈ້າງງານປະຊາຊົນທ້ອງຖິ່ນພາກໃຕ້ ສປປ ລາວ ຫຼາຍກວ່າ 820 ຄົນ.

ພີທີເປີດໂຄງການ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 19 ກໍລະກົດ 2023 ທີ່ ແຂວງ ອັດຕະປື, ໂດຍເປັນກຽດຕາງໜ້າຝ່າຍລັດຖະບານລາວ ເຂົ້າຮ່ວມປະກອບດ້ວຍ ທ່ານ ບຸນເສີດ ເສດທິລາດ,​ ຮອງເຈົ້າແຂວງອັດຕະປື, ທ່ານ ວິລັດສອນ ວີສອນນະວົງ, ຮອງຫົວໜ້າກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ, ທ່ານ ໂຈມແຍງ ແພງທອງສະຫວັດ, ຫົວໜ້າຫ້ອງການ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ພ້ອມດ້ວຍຕາງໜ້າແຂກຜູ້ມີກຽດທັງຂັ້ນສູນກາງ ແລະ ຂັ້ນແຂວງກໍ່ໄດ້ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ.

ດຣ. ປີເຕີ້ ເຮມ້ອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາ ສປປ ລາວ ຍັງໄດ້ຢືນຢັນຄຳໝັ້ນສັນຍາຂອງສະຫະ ລັດອາເມລິກາ ໃນການສະໜັບສະໜູນຂະແໜງການ ລບຕ ໂດຍທ່ານໄດ້ກ່າວວ່າ “ມື້ນີ້ເປັນມື້ພິເສດທີ່ຂ້າພະເຈົ້າຈະປະກາດໃຫ້ທຶນຊ່ວຍເຫຼືອລ້າເກືອບ 20 ລ້ານ ໂດລາສະຫະລັດ ເປັນທຶນສົມທົບຈາກ ລັດຖະບານສະຫະລັດອາເມລິກາ ເພື່ອສືບຕໍ່ຄວາມພະຍາຍາມໃນການ ສໍາຫຼວດ ແລະ ກວດກູ້ ລບຕ ຢູ່ໃນ 4 ແຂວງພາກໃຕ້. ໃນພິທີເປີດໂຄງການໃນວັນນີ້, ສະຫະລັດອາເມລິ ກາ ໄດ້ວາງເປົ້າໝາຍເພື່ອເສີມຂະຫຍາຍຄວາມອາດສາມາດ ໃຫ້ແກ່ ອົງການຊ່ວຍເຫຼືອລ້າປະຊາຊົນນອກແວ ໃນການກວດກູ້ ລບຕ ໃນແຂວງອັດຕະປື, ຈໍາປາສັກ, ສາລະວັນ ແລະ ເຊກອງ. ສະຫະລັດອາເມລິກາ ເປັນຜູ້ໃຫ້ທຶນໃຫຍ່ທີ່ສຸດ ຢູ່ໃນຂະແໜງ ແກ້ໄຂບັນຫາ ລບຕ ຂອງ ສປປ ລາວ, ໂດຍໄດ້ສົມທົບທຶຶນຊ່ວຍເຫຼືອລ້າຫຼາຍກວ່າ 355 ລ້ານ ໂດລາສະຫະລັດ ນັບແຕ່ປີ 1995.”

ພະນະທ່ານ ຮິລເດີ ໂຊລບັກເຄນ ເອກອັກຄະລັດຖະທູດນອກເວ ປະຈໍາຫວຽດນາມ ຜູ້ຮັບຜິດຊອບວຽກງານການທູດຂອງນອກເເວ ໃນ ສປປ ລາວ ໄດ້ກ່າວຄໍາປາໄສຜ່ານທາງວີດີໂອ ເພື່ອສະແດງຄວາມຍິນດີກັບ ອົງການ ເອັນພີເອ ໃນພິທີຄັ້ງນີ້ ເຊິ່ງມີຄວາມໝາຍສໍາຄັນຕໍ່ບາດກ້າວກະໂດດທີ່ສໍາຄັນໃນການປະຕິບັດໜ້າທີ່ໃນລາວ. ທ່ານເອກອັກຄະລັດຖະທູດ ໂຊລບັກເຄນ ຍັງໄດ້ຢັ້ງຢືນຕື່ມຕໍ່ຄໍາໝັ້ນສັນຍາຈາກລັດຖະບານນອກແວ ໃນການສືບຕໍ່ໃຫ້ການສະໜັບສະໜູນ ໃນວຽກງານການແກ້ໄຂບັນຫາ ລບຕ ໃນ ສປປ ລາວ. ທ່ານໄດ້ກ່າວວ່າ “ກວ່າ 32 ປີ ທີ່ການຊ່ວຍເຫຼືອດ້ານມະນຸດສະທໍາໄດ້ກາຍມາເປັນວຽກງານສໍາຄັນຕົ້ນຕໍ ໃນການຮ່ວມມືສອງຝ່າຍລະຫວ່າງ ນອກແວ ແລະ ສປປ ລາວ. ເມື່ອກ່າວເຖິງວຽກງານການແກ້ໄຂບັນຫາ ລບຕ, ນອກແວມີຄວາມພາກພູມໃຈຢ່າງໜັກແໜ້ນຕໍ່ການປະຕິບັດວຽກງານຂອງ ອົງການ ເອັນພີເອ ໃນ ສປປ ລາວ ລວມທັງການປະຕິບັດງານໃນປະເທດອື່ນໆ”.

ທ່ານຍັງໄດ້ກ່າວຕື່ມອີກວ່າ “ຜົນກະທົບຈາກລະເບີດ ແລະ ລະເບີດຝັງດິນ ສ້າງຄວາມເສຍຫາຍຢ່າງຮ້າຍແຮງ ແລະ ຍາວນານ. ບັນຫາ ລບຕ ບໍ່ພຽງແຕ່ເຮັດໃຫ້ປະຊາຊົນບາດເຈັບ ແລະ ເສຍຊີວິດ, ແຕ່ຍັງເຮັດໃຫ້ຊຸມຊົນທ້ອງຖິ່ນບໍ່ສາມາດນໍາໃຊ້ທີ່ດິນຂອງເຂົາເຈົ້າໃນການຜະລິດກະສິກໍາ, ການກໍ່ສ້າງໂຮງຮຽນ,​ ການສ້າງເສດຖະກິດ ແລະ ທີ່ຢູ່ອາໃສ-ເຊິ່ງອາດແກ່ຍາວເວລາຫຼາຍ ເຊັ່ນຄົນ. ເປັນທີ່ຈະແຈ້ງທີ່ພວກເຮົາຈະຕ້ອງສືບຕໍ່ແກ້ໄຂບັນຫາ ແລະ ການຮ່ວມມືໃນເວທີສາກົນ ເພື່ອເລັ່ງຂະບວນການສໍາຫຼວດ ແລະ ກວດກູ້ ເພື່ອຮັບປະກັນໃຫ້ປະຊາຊົນສາມາດນໍາໃຊ້ທີ່ດິນ ຂອງເຂົາເຈົ້າໄດ້ຢ່າງປອດໄພ ແລະ ປັດສະຈາກຄວາມຢ້ານກົວ”.

ການຕົກຄ້າງຂອງລະເບີດລູກຫວ່ານ  ໃນ ສປປ ລາວ ແມ່ນຢູ່ໃນອັນດັບສູງສຸດໃນໂລກ ເມື່ອທຽບກັບຈຳນວນປະຊາກອນ, ແລະ ການຕົກຄ້າງໃນພື້ນທີ່ໆກ້ວາງຂວາງກໍ່ໃຫ້ເກີດຄວາມສ່ຽງຕໍ່ການດຳລົງຊີວິດ, ການພັດທະນາເສດຖະກິດ-ສັງຄົມ ແລະ ຄຸນນະພາບຊີວິດຂອງຜູ້ທີ່ອາໄສຢູ່ໃນຊຸມຊົນທີ່ໄດ້ຮັບຜົນກະທົບ. ກິດຈະກໍາການສໍາຫຼວດ ແລະ ກວດກູ້ທີ່ດໍາເນີນການໂດຍ ອົງການ ເອັນພີເອ ຈະສ້າງຜົນປະໂຫຍດຢ່າງໃຫຍ່ຫຼວງ ຕໍ່ປະຊາຊົນທີ່ອາໃສຢູ່ຕາມພື້ນທີ່ທີ່ມີຄວາມສ່ຽງທີ່ມີລະເບີດລູກຫວ່ານຕົກຄ້າງເປັນຈໍານວນຫຼາຍ. ເຊິ່ງວຽກງານດັ່ງກ່າວນີ້ຈະຊ່ວຍໃຫ້ປະຊາຊົນລາວ ສາມາດນໍາໃຊ້ດິນ ໂດຍປັດສະຈາກຄວາມຢ້ານກົວ ຕໍ່ການບາດເຈັບ ແລະ ເສຍຊີວິດຈາກ ລບຕ.

ອົງການ ເອັນພີເອ ຍັງໃຫ້ຄໍາໝັ້ນສັນຍາວ່າ ຈະສົ່ງເສີມວຽກງານບົດບາດຍິງຊາຍ ແລະ ຄວາມຫຼາກຫຼາຍທາງເພດ ໃນເຂດພື້ນທີ່ປະຕິບັດງານ. ອົງການ ພວມເຮັດວຽກຮ່ວມກັບ ສະມາຄົມ ພູມໃຈທີ່ເປັນລາວ ເຊິ່ງເປັນອົງການຈັດຕັ້ງສັນຊາດລາວ ເພື່ອເຮັດວຽກໃນການເສີມຂະຫຍາຍວຽກງານ ບົດບາດຍິງຊາຍ ແລະ ຄວາມຫຼາກຫຼາຍທາງເພດ, ການຝຶກອົບຮົມພະນັກງານ ລວມທັງ ການສ້າງຄວາມສະເໝີພາບໃນສະຖານທີ່ເຮັດວຽກໃຫ້ແກ່ພະນັກງານທັງໝົດ.

ອົງການ ເອັນພີເອ ຍັງໃຫ້ຄໍາໝັ້ນສັນຍາເຊັ່ນດຽວກັນ ໃນການສົ່ງເສີມຄວາມຮູ້ກ່ຽວກັບ ວຽກງານການປົກປັກຮັກສາສິ່ງແວດ ລ້ອມ ແລະ ການປ່ຽນແປງດິນຟ້າອາກາດ. ໂດຍໄດ້ຮັບການສະໜັບສະໜູນຈາກ ສະມາຄົມ Zero Waste Laos ອົງການ ເອັນພີເອ ພວມດໍາເນີນການຫຼຸດຜ່ອນການສ້າງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ການເຜີຍແຜ່ຄວາມຮູ້ກ່ຽວກັບການປ່ຽນແປງດິນຟ້າອາກາດ ແລະ ບັນຫາດ້ານສິ່ງແວດລ້ອມ ໃນຖັນແຖວພະນັກງານ, ຊາວໜຸ່ມ ແລະ ຊຸມຊົນທ້ອງຖິ່