ນະຄອນຫຼວງວຽງຈັນ, ສປປ ລາວ – ເພື່ອຊ່ວຍໃນການປັບປຸງສຸຂະພາບຂອງປະຊາຊົນລາວ ແລະ ສັດລ້ຽງພາຍໃນປະເທດ, ໃນວັນທີ່ 04 ຕຸລາ 2019 ສະຫະລັດ ປະກາດ ການສະຫນັບສະຫນູນ ໃນການສ້າງເຄືອຂ່າຍການເຝົ້າລະວັງພະຍາດໃນສັດປ່າ ລະດັບຊາດ. ໂຄງການ 700,000 ໂດລາສະຫະລັດ, ເຊິ່ງສະຫນັບສະຫນູນ ໂດຍສະຫະລັດ ຜ່ານ ອົງການ ປ້ອງກັນຫລຸດຜ່ອນໄພຂົ່ມຂູ່ (DTRA), ຈະສະຫນັບສະຫນູນຄວາມພະຍາຍາມ ຂອງອົງການອະນຸລັກສັດປ່າ (WCS) ແລະ ກົມລ້ຽງສັດ ແລະ ການປະມົງ (DLF), ກະຊວງ ກະສິກໍາ ແລະ ປ່າໄມ້ (MAF) ເພື່ອສ້າງຂີດຄວາມສາມາດພາຍໃນອົງການ ແລະ ສະຖາບັນຕ່າງໆ ຂອງລັດຖະບານເພື່ອພັດທະນາເຄືອຂ່າຍເຝົ້າລະວັງພະຍາດໃນສັດປ່າລະດັບຊາດທີ່ມີປະສິດທິຜົນ ໃນ ສ.ປ.ປ. ລາວ.
ພິທີເຊັນ ບົດບັນທຶກ ຄວາມເຂົ້າໃຈ ໄດ້ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ, ໂດຍແມ່ນ ທ່ານ ດຣ. ສີທອງ ພິພັກຄະວົງ, ຮອງຫົວຫນ້າກົມ ລ້ຽງສັດ ແລະ ການປະມົງ, ກະຊວງ ກະສິກຳ ແລະ ປ່າໄມ້ ຮ່ວມກັບ ດຣ. ສັນຕິ ໄຊປັນຍາ, ອຳນວຍການ ອົງການອະນຸລັກສັດປ່າ ປະຈຳ ສ.ປ.ປ. ລາວ ໄດ້ເຊັນສັນຍາ ແລະ ເປີດຕົວໂຄງການໃຫມ່ຢ່າງເປັນທາງການ. ເຂົ້າຮ່ວມເປັນສັກຂີພະຍານ ໃນພິທີເຊັນ ບົດບັນທຶກ ຄວາມເຂົ້າໃຈຄັ້ງນີ້ ໄດ້ມີ ທ່ານອຸບປະທູດ ຄໍລິນ ຄຣອສບີ ສະຫະລັດ ອາເມລິກາ, ດຣ. ມາທາ ສະໂຕຣກ, ຜູ້ຈັດການດ້ານວິທະຍາສາດພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຂອງ ອົງການປ້ອງກັນຫລຸດຜ່ອນໄພຂົ່ມຂູ່, ແລະ ຜູ້ຮ່ວມງານໂຄງການ ຈາກລັດຖະບານ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ (NGOs), ພາກເອກກະຊົນ, ແລະ ຜູ້ຊ່ຽວຊານດ້ານສຸຂະພາບ.
“ສະຫະລັດອາເມລິກາ ແລະ ສ.ປ.ປ. ລາວ ໄດ້ມີການຮ່ວມມືກັນມາຫລາຍກ່ວາສິບປີໃນການສ້າງຄວາມເຂັ້ມແຂງດ້ານສາທາລະນະສຸກໃນປະເທດນີ້, ແລະ ພວກເຮົາມີຄວາມຕື່ນເຕັ້ນໃນການສະຫນັບສະຫນູນໂຄງການໃຫມ່ ເພື່ອສ້າງຄວາມເຂັ້ມແຂງ ດ້ານສຸຂະພາບ ແລະ ສະຫວັດດີພາບ ຂອງຄົນ ແລະ ສັດ ໂດຍຜ່ານການຄົ້ນພົບພະຍາດແຕ່ຫົວທີ ແລະ ຖືກຕ້ອງ,” ທ່ານອຸບປະທູດ ຄຣອສບີ ກ່າວໃນພິທີເຊັນບົດບັນທຶກ ຄວາມເຂົ້າໃຈ. “ການຕ້ານໄພຂົ່ມຂູ່ຈາກພະຍາດຕິດຕໍ່ທີ່ເກີດຂື້ນໃຫມ່ໃນສັດລ້ຽງຊ່ວຍເພີ່ມທະວີ ສຸຂະພາບ ສາທາລະນະສຸກ, ຊີວະນາໆພັນ, ການພັດທະນາເສດຖະກິດ ແລະ ຄວາມຫມັ້ນຄົງ, ແລະ ສະຫະລັດອາເມລິກາ ຢູ່ຄຽງຂ້າງທ່ານ ເພື່ອຊ່ວຍໃຫ້ທ່ານບັນລຸເປົ້າໝາຍສຳຄັນເຫຼົ່ານີ້.”
ໂຄງການນີ້ນຳພາໂດຍ WCS ພາຍໃຕ້ການຮ່ວມມືກັບສູນວິໃຈພະຍາດສັດແຫ່ງຊາດຂອງລາວ (NAHL), ແລະ ຮ່ວມມືກັບພະແນກການຕ່າງໆຂອງລັດຖະບານ, ສະຖາບັນ ປັດສະເຕີລາວ, ຫນ່ວຍງານຄົ້ນຄົ້ວຂອງໂຮງຫມໍມະໂຫສົດ-ແວວຄຳທຣັດສ, ສູນອານຸລັກສັດປ່າ, ແລະ ປ່າສະຫງວນແຫ່ງຊາດ. ຈຸດສຸມແມ່ນເພີ່ມທະວີຄວາມອາດສາມາດພາຍໃນລັດຖະບານ ສປປ ລາວ ໃນການດຳເນີນການ ການເຝົ້າລະວັງພະຍາດໃນສັດປ່າ ລະດັບຊາດ, ໂດຍອີງຕາມ ກົດລະບຽບສາກົນດ້ານສາທາບະນະສຸກ (IHR 2005) ຂອງອົງການອະນາໄມໂລກ ແລະ ແນວທາງ ຂອງອົງການພະຍຸພະຍາດສັດສາກົນ(OIE).
ແຜນງານນີ້ ຈະຮ່ວມກັນຊອກຫາເຊື້ອພະຍາດທີ່ສຳຄັນຕໍ່ສຸຂະພາບ ສັດ ແລະ ຄົນ ໃນ ສ.ປ.ປ. ລາວ ສອດຄ່ອງກັບບູລີມະສິດທີ່ລັດຖະບານ ສປປ ລາວ ໄດ້ກຳນົດໄວ້. ຂໍ້ລິເລີ່ມນີ້ສົມທົບກັບຄວາມພະຍາຍາມອື່ນໆທີ່ສະຫະລັດໃຫ້ການສະຫນັບສະຫນູນ ລັດຖະບານ ຂອງ ສ.ປ.ປ. ລາວ ໃນການບັນລຸເປົ້າໝາຍຍຸດທະສາດເພື່ອຕ້ານໄພຂົ່ມຂູ່ຈາກພະຍາດຕິດຕໍ່ທີ່ເກີດຂື້ນໃຫມ່ ຕໍ່ ສາທາລະນະສຸກ, ຊີວະນານາພັນ, ການພັດທະນາ ແລະ ຄວາມຫມັ້ນຄົງໃນພາກພື້ນ.